ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານເງົາ ຂອງປະເທດມຽນມາ ຍິນດີກັບການຮຽກຮ້ອງ ຂອງອາຊຽນ ເພື່ອໃຫ້ສິ້ນສຸດ ການກໍ່ຄວາມຮຸນແຮງ


ຄົນພາກັນຖືທຸງລັດຖະບານກາງ ຍ່າງໃນຂະນະທີ່ເຂົາເຈົາເຈົ້າໃຫ້ການສະໜັບສະໜູນລັດຖະບານສາມັກຄີຊາດ (NUG) ທີ່ນະຄອນຢ່າງກຸ້ງ ປະເທດມຽນມາ ວັນທີ 18 ເມສາ 2021.
ຄົນພາກັນຖືທຸງລັດຖະບານກາງ ຍ່າງໃນຂະນະທີ່ເຂົາເຈົາເຈົ້າໃຫ້ການສະໜັບສະໜູນລັດຖະບານສາມັກຄີຊາດ (NUG) ທີ່ນະຄອນຢ່າງກຸ້ງ ປະເທດມຽນມາ ວັນທີ 18 ເມສາ 2021.

ລັດຖະບານເງົາຂອງປະເທດມຽນມາ ທີ່ປະກອບດ້ວຍບັນດາສະມາຊິກສະພາຖືກ ຂັບໄລ່ອອກໄປນັ້ນ ໄດ້ສະແດງຄວາຊົມເຊີຍ ຕໍ່ຮຽກຮ້ອງຂອງບັນດາກຸ່ມຜູ້ນຳໃນເຂດເອເຊຍຕາເວັນອອກສຽງໃຕ້ເພື່ອໃຫ້ສິ້ນສຸດ “ໃນການກໍ່ຄວາມຮຸນແຮງຂອງ ທະຫານ” ຫຼັງຈາກໄດ້ມີການຫາລືກ່ຽວກັບວິກິດການທີ່ນະຄອນຈາກາຕາ ກັບຜູ້ນຳທະຫານມຽນມາ ທ່ານມິນ ອອງ ລາຍ.

ນາຍພົນມິນ ອອງ ລາຍ ໄດ້ໄປຮ່ວມກອງປະຊຸມສຸດຍອດ ໃນວັນເສົາທີ່ຜ່ານມາ ກັບບັນດາຜູ້ນໍາຈາກ 10 ປະ
ເທດສະມາຊິກ ຂອງສະມາຄົມບັນດາປະເທດຊາດ ໃນເຊດເອເຊຍຕາເວັນອອກສຽງໃຕ້ຫລືອາຊຽນ
(ASEAN) ເພື່ອຫາລືກ່ຽວກັບ ວິກິດການ ທີ່ພວມທະວີຄວາມຮ້າຍແຮງຂຶ້ນ.

ນັບແຕ່ທະຫານໄດ້ຂັບໄລ່ຜູ້ນຳພົນລະເຮືອນ ທ່ານນາງ ອອງ ຊານ ຊູ ຈີ ອອກຈາກຕຳແໜ່ງໃນວັນທີ 1 ກຸມພາຜ່ານມາ ໃນການເຮັດລັດຖະປະຫານມຽນມາ ໄດ້ມີການປະທ້ວງຢູ່ໃນແຕ່ລະວັນ ແລະມີການເຄື່ອນໄຫວບໍ່ປະຕິບັດຕາມຄຳສັ່ງ ຢູ່ໃນທົ່ວປະເທດ.

ກຳລັງຮັກສາຄວາມປອດໄພໄດ້ນຳໃຊ້ລູກປືນແທ້ ເພື່ອລະງັບການລຸກຮືຂຶ້ນໂດຍໄດ້ສັງຫານຫຼາຍກວ່າ 740
ຄົນແລ້ວ ໃນການປາບປາມທັບມ້າງຢ່າງໂຫດຮ້າຍ ອີງຕາມສະມາຄົມຊ່ວຍເຫຼືອບັນດານັກໂທດການເມືອງ (AAPP).

ກອງປະຊຸມ ASEAN ໄດ້ມີຄວາມເຫັນ ເປັນເອກກະພາບກັນວ່າ ຈະຕ້ອງມີ “ການຢຸດເຊົາຄວາມຮຸນແຮງໂດຍທັນທີຢູ່ໃນມຽນມາ” ອີງຕາມຖະແຫຼງການ ຂອງກຸ່ມດັ່ງກ່າວ ໄດ້ກ່າວໃນວັນເສົາທີ່ຜ່ານມານີ້.

ນອກນັ້ນ ASEAN ກ່າວຕື່ມວ່າ ຕົນຍັງຈະສົ່ງທູດພິເສດຄົນນຶ່ງເພື່ອ “ໄກ່ເກ່ຍ” ລະຫວ່າງທຸກພັກຝ່າຍທີ່ກ່ຽວຂ້ອງແລະຜູ້ຕາງໜ້າຄົນດັ່ງກ່າວນ່ີ້ ຈະສາມາດເດີນ ທາງໄປມຽນມາໄດ້.

ແຕ່ໃນຂະນະທີ່ເຂົາເຈົ້າ “ໄດ້ຍິນການຮຽກຮ້ອງໃຫ້ປ່ອຍນັກໂທດການເມືອງທັງໝົດ” ແຕ່ຄວາມໜັ້ນໝາຍໃຫ້ປ່ອຍເຂົາເຈົ້າເປັນອິດສະລະພາບນັ້ນ ບໍ່ໄດ້ຮວມຢູ່ໃນຖະແຫຼງການຂອງອາຊຽນ.

ໂຄສົກຄົນນຶ່ງຂອງລັດຖະບານເງົາ ຊຶ່ງຮູ້ກັນໃນຊື່ລັດຖະບານສາມັກຄີຊາດ (NUG) ໃນວັນເສົາທີ່ຜ່ານມາກ່າວວ່າ ຖະແຫຼງການຂອງ ASEAN ໄດ້ “ເປັນຂ່າວທີ່ມີກຳລັງໃຈ.”

ດຣ. ຊາຊາ ລັດຖະມົນຕີການຮ່ວມມືສາກົນ ຂອງ NUG ຜູ້ຊຶ່ງໃນປັດຈຸບັນນີ້ ກຳລັງພາກັນຫລົບລີ້ຢູ່ກັບບັນດາເພື່ອນສະມາຊິກສະພາ ກ່າວວ່າ “ພວກເຮົາ ຫວັງວ່າ ຈະມີການຕິດຕາມໃນການເອົາບາດກ້າວຢ່າງແຂງຂັນໂດຍ ASEAN ແລະຟື້ນຟູປະຊາທິປະໄຕ ແລະເສລີພາບໃຫ້ແກ່ປະຊາຊົນຂອງພວກເຮົາແລະ ໃນຂົງເຂດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG