ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ຄະ​ນະ​ຜູ້​ຕາງ​ໜ້າ​ມຽນ​ມາ ຢູ່​ທີ່​ສູນ​ອົບ​ພະ​ຍົບ ​ໃນບັງ​ກ​ລາ​ແດັ​ສ ​ກ່ຽວ​ກັບໂຄງ​ການ​ທົດ​ລອງ ​ທີ່​ຈະສົ່ງຊາວ​ໂ​ຣ​ຮິງ​ຢາ ກັ​ບ​ຄືນ​ບ້ານ


ເດັກ​ນ້ອຍ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ​ຄົນ​ນຶ່ງ ນັ່ງ​ຢູ່​ເທິງກອງ​ເຄື່ອງ​ທີ່​ຖືກ​ໄຟ​ໄໝ້ ຫລັງ​ຈາກ​ໄຟ​​ໄດ້​ທຳ​ລ​າຍ ບ່ອນ​ຢູ່​ອາ​ໄສ​ຫລາຍ​ພັນ​ຫລັງ ຢູ່​ໃນ​ສູນ​ອົບ​ພະ​ຍົບ Cox's Bazar ປະ​ເທດ​ບັງ​ກ​ລາ​ແດ​ສ ວັນ​ທີ 24 ມີ​ນາ 2021
ເດັກ​ນ້ອຍ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ​ຄົນ​ນຶ່ງ ນັ່ງ​ຢູ່​ເທິງກອງ​ເຄື່ອງ​ທີ່​ຖືກ​ໄຟ​ໄໝ້ ຫລັງ​ຈາກ​ໄຟ​​ໄດ້​ທຳ​ລ​າຍ ບ່ອນ​ຢູ່​ອາ​ໄສ​ຫລາຍ​ພັນ​ຫລັງ ຢູ່​ໃນ​ສູນ​ອົບ​ພະ​ຍົບ Cox's Bazar ປະ​ເທດ​ບັງ​ກ​ລາ​ແດ​ສ ວັນ​ທີ 24 ມີ​ນາ 2021

ຄະ​ນະຜູ້​ຕາງ​ໜ້າ​ມຽນ​ມາ​ ກຳ​ລັງ​ຢ້ຽມ​ຢາມບັນ​ດາ​ສູນ​ອົບ​ພະ​ຍົບ​ໂຣ​ຮິງ​ຢາ ​ຢູ່ໃນ​ປະ​ເທດ ​ບັງກ​ລາ​ແດັສ ໃນອາ​ທິດ​ນີ້​ເພື່ອ​ກວດ​ພິ​ສູດຊາວອົບ​ພະ​ຍົບ​ຫລາຍ​ຮ້ອຍ​ຄົນກັບ​ທີ່​ຈະ​ກັບ​ຄືນ​ບ້ານ ຊຶ່ງ​ເປັນ​ໂຄງ​ການ​ທົດ​ລອງກັບ​ຄືນ​ປະ​ເທດ ເຖິງ​ແມ່ນ​ວ່າ ​ເຈົ້າ​ໜ້າ​ທີ່​ບັງ​ກ​ລາ​ແດັ​ສ ໄດ້ກ່າວ​ວ່າ ຍັງບໍ່​ເປັນ​ທີ່ຈະ​ແຈ້ງ​ເທື່ອວ່າ​ ເວ​ລາ​ໃດເຂົາ​ເຈົ້າ​ຈະ​ກັບ​ຄືນ​ບ້ານແທ້ ອີງ​ຕາມ​ລ​າຍ​ງານ​ຂອງ​ອົງ​ການ​ຂ່າວ​ຣອຍ​ເຕີ.

​ຊາວ​ອົ​ບ​ພະ​ຍົບມຸ​ສ​ລິມໂຣ​ຮິງ​ຢາ​ ​ເກືອບ​ນຶ່ງ​ລ້ານ​ຄົນ ​ພາ​ກັນ​ຢູ່​ໃນ​ບັນ​ດາ​ສູນ​ອົບ​ພະ​ຍົບ​ທີ່ເຂດຊາຍ​ແດນຂອງ​ຄັອກ​ສ໌ ບາ​ຊາ​ຣ ໃນ​ບັງ​ກ​ລາ​ແດັ​ສ ຊຶ່ງ​ສ່ວນ​ໃຫຍ່ ​ໄດ້​ຫລົບ​ໜີ​ການ​ປາບ​ປາມທັບ​ມ້າງ​ຂອງ​ທະ​ຫານ ຢູ່​ໃນ​ມຽນ​ມາ​ໃນ​ປີ 2017.

ການບັນ​ເທົາ​ທຸກອົບ​ພະ​ຍົບ​ຂອງ​ບັງ​ກ​ລາ​ແດັ​ສ ແລະ​ຄະ​ນະ​ກຳ​ມະ​ການ​ສົ່ງ​ກັບ​ຄືນ​ບ້ານ ຢູ່​ຄັອກ​ສ໌ ບາ​ຊ​າ ທ່ານ​ໂມ​ຮຳ​ເມັດ ມີ​ຊາ​ເນີ ຣາ​ມານ ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າ​ວ​ຣອຍ​ເຕີ​ວ່າ ມີ​ລາຍ​ຊື່​ຊາວ​ໂຣ​ຮິງ​ຢາ 1,140 ຄົນ ຜູ້​ທີ່​ຈະ​ຖືກ​ສົ່ງກັບຄືນ​ບ້ານ​ຜ່ານ​ໂຄງ​ການ​ທົດ​ລອງ ຊຶ່ງ 711 ກໍ​ລະ​ນີ ແມ່ນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ແລ້ວ.

​ສ່ວນ​ທີ່​ເຫລືອ 429 ຄົນ ທີີ່ຢູ່​ໃນ​ລາຍ​ຊື່ ຮວມ​ທັງ​ພວກ​ເດັກ​ນ້ອຍ​ເກີດ​ໃໝ່​ຈຳ​ນວນ​ນຶ່ງ​ຍັງ​ດຳ​ເນີນ​ງານ​ຢູ່.

“​ພວກ​ເຮົາ​ພ້ອມ​ແລ້ວ” ​ທີ່​ຈະ​ສົ່ງ​ເຂົາ​ເຈົ້າ​ກັ​ບ​ຄືນ ອີງ​ຕາມ​ຄຳ​ເວົ້າ​ທີ່ທ່ານໂມ​ຮຳ​ເມັດ ໄດ້​ກ່າວ ແຕ່​ທ່ານກ່າວ​ເພີ້ມ​ວ່າ​ ບໍ່​ຮູ້​ວ່າ​ເວ​ລາ​ໃດ​ຈະ​ເກີດ​ຂຶ້ນ.

​ໂຄ​ສົກ​ທະ​ຫານ​ມຽນຄົນ​ນຶ່ງ ​ບໍ່​ໄດ້​ຕອບ​ຄຳ​ຖາມ​ທາງ​ໂທ​ລະ​ສັບ ຈາກ​ອົງ​ການ​ຂ່າວ​ຣອຍ​ເຕີ ເພື່ອ​ຂໍ​ຄວາມ​ເຫັນ​ກ່ຽວ​ກັບ​ເລື້ອງນີ້.

A Myanmar delegation is visiting Rohingya refugee camps in Bangladesh this week to verify a few hundred potential returnees for a pilot repatriation project, though a Bangladeshi official said it was unclear when they would be going home.

Nearly one million Rohingya Muslim refugees are living in camps in the border district of Cox's Bazar in Bangladesh, most having fled a military-led crackdown in Myanmar in 2017.

Bangladesh's Refugee Relief and Repatriation Commissioner in Cox's Bazar, Mohammed Mizanur Rahman, told Reuters there was a list of 1,140 Rohingya who are to be repatriated through the pilot project, of which 711 have had their cases cleared.

The remaining 429 on the list, including some new-born babies, were still being processed.

"We're ready" to send them back, Rahman said, but added he did not know when that could begin.

A Myanmar junta spokesman did not answer phone calls from Reuters seeking comment.

XS
SM
MD
LG