ມີການເບິ່ງກັນວ່າ ມຽນມາ ກຳລັງເພີ່ມທະວີການຂົ່ມຂູ່ຫຼາຍຂຶ້ນຕໍ່ ສື່ມວນຊົນກ່ອນໜ້າການເລືອກຕັ້ງ. ພຸດທະສອນ ມີລາຍງານ
ກ່ຽວກັບເລື່ອງນີ້ ມາສະເໜີທ່ານ ໃນອັນດັບຕໍ່ໄປ.
ອຳນາດການປົກຄອງຂອງ ມຽນມາ ເພີ່ມທະວີການຈຳກັດ ສື່ມວນຊົນຫຼາຍຂຶ້ນກວ່າເກົ່າ ໃນຂະນະທີ່ປະເທດຂອງຕົນກຳລັງຫຍັບເຂົ້າ ໃກ້ການເລືອກຕັ້ງແຫ່ງຊາດ ທີ່ມີຄວາມສຳຄັນເປັນພິເສດ, ໂດຍໃຊ້ການຂົ່ມຂູ່, ການຮາວີລົບກວນ ແລະ ການຈັບກຸມເພື່ອ ປາບປາມບັນດານັກຂ່າວ ແລະອົງການຂ່າວຕ່າງໆ, ອີງຕາມການລະງານຂອງອົງການນິລະ ໂທດກຳສາກົນ ທີ່ນຳອອກເຜີຍແຜ່ເມື່ອວັນທີ 17 ມິຖຸນາ ທີ່ຜ່ານມານີ້.
ທ່ານ Rupert Abbott ຫົວໜ້າການຄົ້ນຄວ້າສຳລັບເຂດເອເຊຍຕາເວັນອອກສຽງໃຕ້ຂອງອົງການນິລະໂທດກຳສາກົນ ໄດ້ກ່າວຕໍ່ VOA ວ່າ “ບັນດານັກຂ່າວມີບົດບາດທີ່ສຳຄັນຫຼາຍຕໍ່ການເລືອກຕັ້ງ. ພວກເຂົາສາມາດຊ່ວຍພັດທະນາການເຂົ້າເຖິງຂໍ້ມູນຂ່າວສານ, ຊ່ວຍໃຫ້ປະຊາຊົນເຂົ້າໃຈທາງເລືອກ ທີ່ພວກເຂົາຕ້ອງໄດ້ຕັດສິນ. ບົດບາດຂອງບັນດານັກຂ່າວ, ບົດບາດຂອງສິດເສລີພາບໃນການສະແດງອອກຄຳຄິດຄຳເຫັນ ອ້ອມຮອບການເລືອກຕັ້ງ ແມ່ນມີຄວາມສຳຄັນຫຼາຍແທ້ໆ.”
ລາຍງານແຈ້ງວ່າ ມີນັກຂ່າວສື່ມວນຊົນ ມຽນມາ ຢ່າງໜ້ອຍ 10 ຄົນໄດ້ຖືກຈັບກຸມ, ທັງໝົດແມ່ນ ຖືກຈຳຄຸກໃນໄລຍະ 12 ເດືອນຜ່ານມານີ້.
ບັນດານັກຂ່າວໃນ ມຽນມາ, ອີງຕາມການລາຍງານແລ້ວ, ແມ່ນມີຄວາມລະມັດລະຫວັງເປັນຢ່າງດີຕໍ່ “ເສັ້ນຂີດສີແດງ” ທີ່ພວກເຂົາບໍ່ສາມາດຂ້າມໄດ້, ລວມທັງເລື່ອງກ່ຽວກັບທະຫານທີ່ມີອິດທິພົນສູງ, ພວກຫົວຮຸນແຮງສາສະໜາພຸດ ແລະ ຊາຕາກຳຂອງພວກຊົນກຸ່ມນ້ອຍ ໂຣຮິງຢາ, ເຊິ່ງລັດຖະບານພຽງແຕ່ອ້າງອີງເຖິງພວກເຂົາວ່າເປັນຊາວ ເບັງລີ ທີ່ມາຈາກ ບັງກລາແດັສ. ໃນປີ 2014 ນັກລາຍງານຂ່າວອິດສະຫຼະ Aung Kyaw Naing ໄດ້ຖືກຂ້າຕາຍໃນລະຫວ່າງ ທີ່ຖືກຄວບຄຸມໂຕໂດຍທະຫານ ຫຼັງຈາກທີ່ລາວໄດ້ລາຍງານການປະທະກັນ ລະຫວ່າງທະຫານ ມຽນມາ ແລະ ກຳລັງຊົນເຜົ່າກະຫລ່ຽງ.
ອົງການນິລະໂທດກຳກ່າວວ່າ ເຫດການດັ່ງກ່າວໄດ້ສະແດງໃຫ້ເຫັນ ເຖິງແນວໂນ້ມແຫ່ງຄວາມຢ້ານກົວ ແມ່ນຍັງມີຢູ່ ສຳລັບບັນດານັກຂ່າວພາຍໃນປະເທດ.
ນັກຂ່າວບາງຄົນ, ທີ່ໄດ້ຂຽນອ້າງອີງຢູ່ໃນບົດລາຍງານ ໂດຍບໍ່ລະບຸຊື່ ຍ້ອນວ່າຢ້ານຖືກໂຕ້ຕອບ ຄືນ, ເຊິ່ງໄດ້ອະທິບາຍວ່າເຈົ້າໜ້າທີ່ທະຫານໄດ້ຂົ່ມຂູ່ວ່າຈະທຳຮ້າຍຮ່າງກາຍຂອງພວກເຂົາ ຫຼື ໂຍນເຂົ້າຄຸກໃນຂະນະທີ່ພວກເຂົາກຳລັງເຮັດຂ່າວ ທີ່ກ່ຽວຂ້ອງກັບທະຫານ ເຊັ່ນວ່າ ການປະທະກັນ ໃນບັນດາເຂດທີ່ມີຊົນເຜົ່າ.
ທ່ານ Abbott ເວົ້າວ່າ “ພວກເຂົາປິດປົກຕົວຕົນຂອງພວກເຂົາ. ການທີ່ຈະອ້າງຄຳເວົ້າຄົນ ທີ່ພວກເຮົາໄດ້ສຳພາດໂດຍກົງ ພວກເຂົາຈະຕ້ອງ ໄດ້ລະມັດລະວັງໂຕຫຼາຍ. ພວກເຂົາມີ ຄວາມສ່ຽງ ທີ່ຈະຖືກນຳໄປຂື້ນ ສານເວລາໃດກໍໄດ້ ແລະຍິ່ງກວ່ານັ້ນ, ພວກເຂົາເປັນຫ່ວງ ວ່າຂໍ້ມູນດັ່ງ ກ່າວອາດຈະຖືກນຳໃຊ້ມາຕໍ່ຕ້ານພວກເຂົາເອງ ຖ້າສະຖານະການຂອງ
ການເມືອງມີການປ່ຽນແປງອີກຄັ້ງ.”
ສື່ມວນຊົນຂອງ ມຽນມາ ຕັ້ງແຕ່ການລັດຖະປະຫານຂອງທະຫານໃນປີ 1962 ໄດ້ໃຊ້ເວລາ ເປັນຫຼາຍທົດສະວັດໃນການກວດພິຈາລະນາທີ່ເຄັ່ງຄັດຕໍ່ຮູບເງົາ ແລະແມ່ນກະທັ້ງບົດກອນ. ການປະຕິຮູບຕັ້ງແຕ່ປີ 2011 ມາໄດ້ນຳພາໄປສູ່ການຍົກເລີກໃນການຫ້າມເຂົ້າໄປເບິ່ງ ເວັບໄຊທ໌ຂ່າວ ຕ່າງປະເທດ ແລະ ການກວດພິຈາລະນາ ກ່ອນການເຜີຍແຜ່ຂ່າວ. ການເປັນ ເຈົ້າຂອງໜັງສືພິມເອກະຊົນກໍຍັງຕ້ອງໄດ້ຮັບອະນຸຍາດ ແຕ່ວ່າ ລັດຖະບານ ຍັງສືບຕໍ່ເປັນຜູ້ ຄວບຄຸມການອອກອາກາດຂ່າວແລະ ໜັງສືພິມທີ່ສຳຄັນຕ່າງໆ.
ການກະຈາຍຂ່າວທາງໂທລະພາບ ແລະ ວິທະຍຸຂອງ ວີໂອເອ ພາກພາສາ ມຽນມາ ແມ່ນບໍ່ ໄດ້ຖືກກີດກັ້ນ. ແລະ ກໍຍັງມີຫ້ອງການ ຕັ້ງຢູ່ນະຄອນ ຢາງກຸ້ງ ອີກດ້ວຍ.
ລັດຖະມົນຕີຖະແຫຼງຂ່າວ ມຽນມາ ທ່ານ Ye Htut ໃນບໍ່ເທົ່າໃດ ເດືອນຜ່ານມານີ້ໄດ້ກ່າວ ປ້ອງ ກັນການໂຍະຍານຂອງກົດໝາຍການ ກວດກາ ເຊິ່ງຄັ້ງໜຶ່ງເຄີຍຖືກພິຈາລະນາວ່າ ເຄັ່ງຄັດທີ່ ສຸດໃນໂລກ. ທ່ານໄດ້ກ່າວຕໍ່ບັນດາຜູ້ລາຍງານຂ່າວວ່າ ມຽນມາ ເຄີຍມີປະສົບການ ໃນການ ພັດທະນາທັງໃນແງ່ບວກ ແລະ ແງ່ລົບ ໃນບໍ່ເທົ່າໃດປີມານີ້, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ລັດຖະບານ ຕ້ອງການທີ່ຈະເຮັດວຽກກັບ ສື່ມວນຊົນຂອງສາກົນ. ທ່ານຍັງ ໄດ້ກ່າວວ່າ ການ ປະຕິຮູບເພີ່ມເຕີມ ຂອງນະໂຍບາຍ ການຄຸ້ມຄອງສື່ມວນຊົນ ເບິ່ງຄືວ່າ ຈະບໍ່ທັນມີເທື່ອ ຈົນກວ່າ ຫຼັງຈາກການເລືອກຕັ້ງແຫ່ງຊາດ ເຊິ່ງຄາດວ່າ ຈະມີຂຶ້ນປະ ມານເດືອນພະຈິກ.
ການປ່ອນບັດເລືອກຕັ້ງຂອງປະເທດເມື່ອຫ້າປີທີ່ຜ່ານມາ ໄດ້ມອບອຳນາດໃຫ້ລັດຖະບານ ປະຕິຮູບເຄິ່ງພົນລະເຮືອນ.
ພັກຝ່າຍຄ້ານ ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NDL ຂອງ ທ່ານນາງ Aung San Suu Kyi ທີ່ໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ແມ່ນເບິ່ງຄືວ່າ ຈະໄດ້ຮັບບ່ອນນັ່ງ ຫລາຍທີ່ສຸດ ໃນສະພາແຫ່ງຊາດ ອີງຕາມນັກວິເຄາະຫຼາຍຄົນ.
ພັກ NLD ໃນປີ 1990 ໄດ້ກວາດເອົາ 82 ເປີເຊັນຂອງບ່ອນນັ່ງທັງໝົດ ແຕ່ຜົນການເລືອກຕັ້ງ ໄດ້ຖືກປະກາດໃຫ້ເປັນໂມຄະໂດຍທະຫານ.
ຫຼັງຈາກຫຼາຍທົດສະວັດຂອງຄວາມວຸ້ນວາຍກາງເມືອງທີ່ຍືຶດເຍື້ອ ແລະ ການໃຊ້ກຳລັງປາບປາມ ທີ່ໂຫດຮ້າຍ ທາງກອງທັບແຫ່ງຊາດ ໃນບໍ່ເທົ່າ ໃດປີມານີ້ ໄດ້ເອົາບາດກ້າວເພື່ອແກ້ໄຂຄວາມບໍ່ ພໍໃຈຂອງພວກຊົນເຜົ່າ ກຸ່ມນ້ອຍຫຼາຍສິບກຸ່ມ ແລະໄດ້ເຊັນສັນຍາການຢຸດ ຍິງເປັນລຳດັບມາກັບ ທະຫານກະບົດຫຼາຍກຸ່ມ.
ທ່ານ Abbott ຈາກອົງການນິລະໂທດກຳສາກົນ ກ່າວມ້ວນທ້າຍວ່າ “ພວກເຮົາຮຽກຮ້ອງໃຫ້ ປະຊາຄົມນານາຊາດຈົ່ງຍັງຕ້ອງຕື່ນຕົວມີຄວາມລະມັດລະວັງ ເຊິ່ງໃນຕອນນີ້ ມຽນມາ ກຳລັງ ກ້າວໄປສູ່ການເລືອກຕັ້ງ. ມຽນມາ ແມ່ນກຳລັງເປັນຈຸດດຶງດູດຄວາມສົນໃຈຂອງ ນານາຊາດ ນີ້ແມ່ນໂອກາດດຽວ ທີ່ຈະສາມາດຜັກດັນໃຫ້ລັດຖະບານ ຮັບປະກັນວ່າ ຄຳສັນຍາບາງອັນ ຂອງພວກເຂົາ ແມ່ນຈະຕ້ອງໄດ້ຮັບການປະຕິບັດ.”