ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຳລັງຮັກສາຄວາມປອດໄພ ຂອງມຽນມາ ປະເຊີນໜ້າ ກັບພວກພະນັກງານລົດໄຟ ທີ່ພາກັນນັດຢຸດງານ


ພວກປະທ້ວງ, ບາງສ່ວນຖືແຜ່ນປ້າຍ, ພາກັນນັ່ງຢູ່ລາງລົດໄຟໃນຄວາມພະຍາຍາມທີ່ຈະລົບກວນການບໍລິການຂອງລົດໄຟ, ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຂອງພວກທະຫານ, ໃນເມືອງມານດາເລ ຂອງມຽນມາ, ວັນທີ 17 ກຸມພາ 2021.
ພວກປະທ້ວງ, ບາງສ່ວນຖືແຜ່ນປ້າຍ, ພາກັນນັ່ງຢູ່ລາງລົດໄຟໃນຄວາມພະຍາຍາມທີ່ຈະລົບກວນການບໍລິການຂອງລົດໄຟ, ໃນລະຫວ່າງການປະທ້ວງຕໍ່ຕ້ານການກໍ່ລັດຖະປະຫານຂອງພວກທະຫານ, ໃນເມືອງມານດາເລ ຂອງມຽນມາ, ວັນທີ 17 ກຸມພາ 2021.

ການເດີນຂະບວນປະທ້ວງຂະໜາດໃຫຍ່ ຕໍ່ຕ້ານການໂຄ່ນລົ້ມລັດຖະບານພົນລະເຮືອຂອງທະຫານ ໄດ້ເລີ້ມຄືນອີກໃນວັນພະຫັດວານນີ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກກຳລັງຮັກສາຄວາມປອດໄພໄດ້ປະເຊີນກັບພວກພະນັກງານລົດໄຟທີ່ພາກັນນັດຢຸດງານ.

ທ່ານກາງການປະທ້ວງທັງຫຼາຍທີ່ຍັງມີຢູ່ຕໍ່ມານັ້ນ ການາດາແລະອັງກິດ ໃນວັນພະຫັດວານນີ້ ໄດ້ວາງມາດຕະການລົງໂທດ ຕໍ່ສະມາຊິກຂອງລັດຖະບານ ທະ ຫານມຽນມາ ຫຼັງຈາກທີ່ສະຫະລັດ ໄດ້ວາງມາດຕະການລົງໂທດແບບດຽວກັນໃນອາທິດແລ້ວນີ້.

ອັງກິດໄດ້ກ່າວໃນວັນພະຫັດວານນີ້ ວ່າຕົນຈະກັກຊັບສິນແລະວາງມາດຕະການຫ້າມເດີນທາງຕໍ່ພວກນາຍພົນທັງຫຼາຍ ໃນຂະນະດຽວກັນການາດາກໍໄດ້ກ່າວວ່າ ຕົນຈະວາງມາດຕະການລົງໂທດຕໍ່ 9 ຄົນເຊັ່ນກັນ.

ລັດຖະມົນຕີກະຊວງການຕ່າງປະເທດຂອງອັງກິດ ທ່ານໂດມີນິກ ຣາບ ໄດ້ກ່າວວ່າ “ພວກເຮົາ ພ້ອມກັນກັບບັນດາພັນທະມິດນານາຊາດຂອງພວກເຮົາຈະໃຫ້ພວກທະຫານມຽນມາຮັບຜິດຊອບຕໍ່ການລະເມີດສິດທິມະນຸດຂອງພວກເຂົາ ແລະນຳເອົາຄວາມຍຸຕິທຳ ມາໃຫ້ປະຊາຊົນມຽນມາ.”

ລັດຖະມົນຕີກະຊວງການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນໄດ້ ສະແດງຄວາມຍິນດີນຳການເຄື່ອນໄຫວດັ່ງກ່າວ.

ໃນທວິດເຕີ້ ທ່ານໄດ້ກ່າວວ່າ “ພວກເຮົາຂໍຮຽກຮ້ອງໃຫ້ປະຊາຄົມນານາຊາດສົ່ງສັນຍານທີ່ເປັນນ້ຳນຶ່ງໃຈດຽວ ເພື່ອຊຸກຍູ້ໃຫ້ມີຄວາມຮັບຜິດຊອບ. ພວກທະຫານ ມຽນມາຕ້ອງຟື້ນຟູລັດຖະບານທີ່ມາຈາກການເລືອກຕັ້ງຢ່າງເປັນປະຊາທິປະໄຕ.”

[[ https://twitter.com/SecBlinken/status/1362443862925524999 ]]

ທ່ານບລິງເກັນ ເຂົ້າຮ່ວມກັບຄູ່ຕຳແໜ່ງຂອງທ່ານ ຈາກຍີ່ປຸ່ນ ອອສເຕຣເລຍ ແລະ ອິນເດຍ ໃນອັນທີ່ເອີ້ນວ່າ ກຸ່ມ “ສີ່” ປະເທດ ຕ່າງກໍພາກັນຮຽກຮ້ອງໃຫ້ຟື້ນຟູປະຊາທິປະໄຕຢູ່ໃນມຽນມາ ຫຼັງຈາກທີ່ມີການເຈລະຈາທາງອອນໄລນ໌ ໃນຕອນເຊົ້າຂອງມື້ດຽວກັນນັ້ນ.

“ພວກເຮົາທັງໝົດເຫັນດີນໍາກັນ ໃນຄວາມຈໍາເປັນທີ່ຈະຕ້ອງຟື້ນຟູລະບອບປະ ຊາທິປະໄຕໃນມຽນມາ” ຢ່າງຮີບດ່ວນ ແລະຄັດຄ້ານຢ່າງແຂງຂັນຕໍ່ທຸກຄວາມພະຍາຍາມ ທີ່ຈະປ່ຽນແປງສະພາບຄວາມເປັນຈິງຕາມລຳພັງຝ່າຍດຽວ ດ້ວຍການໃຊ້ກຳລັງ, ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ທ່ານໂຕຊີມິດສຸ ໂມເຕຈິ ໄດ້ກ່າວຕໍ່ບັນດານັກຂ່າວ.

ຄວາມເປັນຫ່ວງຂອງນານາຊາດຕໍ່ມຽນມາ ໄດ້ມີເພີ້ມຂຶ້ນນັບຕັ້ງແຕ່ທະຫານໄດ້ຄວບຄຸມໂຕຜູ້ນຳທີ່ແທ້ຈິງທ່ານນາງອອງ ຊານ ຊູ ຈີ ແລະບັນດາສະມາຊິກພັກຄົນອື່ນໆ ທີ່ປົກຄອງປະເທດໃນປັດຈຸບັນ ເມື່ອວັນທີ 1 ກຸມພາ.

ການປະກາດໃນວັນພະຫັດດັ່ງກ່າວ ມີຂຶ້ນໃນຂະນະທີ່ປະມານສາມສ່ວນສີ່ຂອງລັດຖະກອນມຽນມາ ໄດ້ພາກັນນັດຢຸດງານ ອີງຕາມອົງການສະຫະປະຊາຊາດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG