ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ການ​ບຸກ​ໂຈມ​ຕີ ຂອງ​ກຸ່ມ​ກະ​ບົດ​ ໃນ​ມຽນ​ມາ ຊ່ວຍ​ໃນ​ການ​ປາບ​ປາມ ​ທາງ​ໄຊ​ເບີ້​ຂອງ​ຈີນ


ແຟ້ມ - ສະ​ມາ​ຊິກ​ຂອງກອງ​ທັບ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ໃນ​ມຽນ​ມາ ຖ່າຍ​ຮູບ​ກັບ​ທຸງ​ຂອງ​ພັກ ຕໍ່​ໜ້າ​ຂົວ ກຸນ​ລອງ (Kunlong) ໃນ​ລັດ​ສານ ເມື່ອ​ວັນ​ທີ 12 ພະ​ຈິກ 2023.
ແຟ້ມ - ສະ​ມາ​ຊິກ​ຂອງກອງ​ທັບ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ໃນ​ມຽນ​ມາ ຖ່າຍ​ຮູບ​ກັບ​ທຸງ​ຂອງ​ພັກ ຕໍ່​ໜ້າ​ຂົວ ກຸນ​ລອງ (Kunlong) ໃນ​ລັດ​ສານ ເມື່ອ​ວັນ​ທີ 12 ພະ​ຈິກ 2023.

ພວກ​ກະ​ບົດ​ມຽນ​ມາ​ ເລີ້ມ​ເປີດ​ສາກ​ໂຈມ​ຕີແບບ​ມີ​ການ​ປະ​ສານ​ງານ​ກັນ ເປັນ​ລຳ​ດັບ​ມາ ຊຶ່ງ​ຮູ້​ກັນ​ໃນ​ຊື່ “ປະ​ຕິ​ບັດ​ງານ 1027” ທີ່​ພວກ​ນັກ​ວິ​ເຄາະ​ທາງນອກ​ເວົ້າ​ວ່າ ​ເຮັດ​ໃຫ້​ພວກ​ເຂົາ​ໄດ້​ຮັບ​ແຮງ​ກະ​ຕຸ້ນ​ໃໝ່ ໃນ​ການ​ຕໍ່​ສູ້ ​ຕ້ານ​ລັດ​ຖະ​ບານ​ທະ​ຫານ. ນອກນັ້ນ ການ​ປະ​ຕິ​ບັດ​ງານນີ້ ຍັງ​ມີ​ລາຍ​ງານ​ວ່າ ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ຈີນ​ໃນ​ການ​ປາບ​ປາມ​ກຸ່ມ​ອາ​ຊະ​ຍາ​ກຳ​ຂ້າມ​ຊາດ​ຢູ່​ໃນ​ຂົງ​ເຂດ ໂດຍ​ສະ​ເພາະ​ແລ້ວ​ ແມ່ນ​ອາ​ຊະ​ຍາ​ກຳ​ທາງ​ດ້ານ​ໄຊ​ເບີ້ ທີ່​ແນ​ເປົ້າ​ໃສ່​ຜູ້​ບໍ​ລິ​ໂພກ​ຊາວ​ຈີນ.

“ພຽງ​ແຕ່ການປະ​ຕິ​ບັດ​ງານ 1027 ເລີ້ມ​ຂຶ້ນ ຝ່າຍ​ຈີນ​ກໍ​ເລີ້ມ​ຕື່ນ ໂດຍ​ຮູ້​ສຶກວ່າ ​ມັນໜ້າ​ຢ້ານ​ກົວ​ສ່ຳ​ໃດ ທີ່ຜົນ​ກະ​ທົບ​ຈຳ​ນວນ​ນຶ່ງ​ ຂອງ​ກິດ​ຈະ​ກຳ​ທີ່​ຜິດ​ກົດ​ໝາຍ​ທັງ​ໝົດນີ້ ​ຍັງ​ດຳ​ເນີນ​ຢູ່ ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງກອງ​ທັບ​ມຽນ​ມາ ທີ່​ຈິງ​ແລ້ວ​ແມ່ນ​ສຳ​ລັບ​ຈີນ” ທ່ານ​ເຈ​ສັນ ທາວ​ເວີ (Jason Tower) ຜູ້​ອຳ​ນວຍ​ການ​ຝ່າຍ​ມຽນ​ມາ ​ຈາກສະ​ຖາ​ບັນ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ລັດ ຊຶ່ງ​ເປັນ​ອົງ​ການໃຫ້​ຄຳ​ແນະ​ນຳ​ຂອງ​ພວກ​ນັກ​ຊ່ຽວ​ຊານ ກ່າວ​ຕໍ່​ວີ​ໂອ​ເອ ໂດຍ​ຜ່ານ​ຊູມ​ໃນ​ວັນ​ອັງ​ຄານນີ້.

ປະ​ຕິ​ບັດ​ງານ 1027 ຊຶ່ງ​ຕັ້ງ​ຊື່​ຕາມ​ວັນ​ແລະ​ເດືອນ​ທີ່​ເລີ້ມການ​ໂຈມ​ຕີ​ ແມ່ນ​ແນ​ເປົ້າ​ໝາຍ​ໂດຍ​ກຸ່ມ 3 ພັນ​ທະ​ມິດ​ພະ​ລາ​ດອນ​ພາບ ທີ່​ຮວມ​ທັງ​ກອງ​ທັບ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ (MNDAA) ກອງ​ທັບ​ປົດ​ປ່ອຍ​ແຫ່ງ​ຊາດ​ຕາ​ອາງ (TNLA) ແລະ​ກອງ​ທັບ​ອາ​ຣາ​ຄານ (AA). ສະ​ຖາ​ບັນ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ລັດ​ກ່າວ​ຢູ່​ໃນ​ລາຍ​ງານ​ເດືອນນີ້​ວ່າ ການ​ເປີດ​ສາກ​ບຸກ​ໂຈມ​ຕີ​ຂອງ​ແບບ​ມີ ການ​ປະ​ສານ​ງານ​ຂອງ​ພວກ​ກະ​ບົດແມ່ນ​ໄດ້​ຮັບ​ໄຊ​ຊະ​ນະ​ຢ່າງວ່ອງ​ໄວຢູ່​ໃນ​ທົ່ວ​ ​ຂົງ​ເຂດ ໂດຍ​ສາ​ມາດ​ຕີ​ຄ້າ​ຍ​ຂອງ​ພວກ​ທະ​ຫານ​ມຽນ​ມາ​ຫຼາຍກວ່າ 100 ແຫ່ງ ແຕກ ແລະ​ຢຶດ​ໄດ້​ຢ່າງ​ໜ້ອຍ 4 ເມືອງ ຮວມ​ທັງ​ດ່ານ​ຂ້າມ​ຊາຍ​ແດນທີ່​ຕິດ​ກັບ​ຈີນ.

ການ​ບຸກ​ໂຈມ​ຕີ ​ທີ່​ແນ​ເປົ້າ​ໝາຍ​ໃສ່​ທະ​ຫານ​ບ້ານນິ​ຍົມ​ລັດ​ຖະ​ບານ​ທະ​ຫານ ແລະ​ກຳ​ລັງ​ຮັກ​ສາ​ຊາຍ​ແດນ​ທີ່​ພວກ​ທະ​ຫານ​ສະ​ໜັບ​ສະ​ໜຸນ ທີ່​ບໍ​ລິ​ຫານ​ງານ​ເຂດ​ປົກ​ຄອງ​ຕົນ​ເອງ​ໂກ​ກັງ ຊຶ່ງກອງທັບພັນ​ທະ​ມິດປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ​ເຄີຍ ເປັນ​ຜູ້​ປົກ​ຄອງ​ ຈົນ​ເທົ່າ​ໄດ້​ຖືກ​ຂັບ​ໄລ່​ໂດຍ​ລັດ​ຖະ​ບານ​ທະ​ຫານ​ເມື່ອ​ປີ 2009.

“ລັດ​ຖະ​ບານ​ຈີນ​ເລີ້ມ​ທຳ​ການ​ປາບ​ປາມ​ອາ​ຊະ​ຍາ​ກຳ​ທາງ​ໄຊ​ເບີ້​ໜັກ​ມື​ຕື່ມ​ຂຶ້ນ​ນັບ​ຕັ້ງ​ແຕ່​ເດືອນ​ກັນ​ຍາ​ເປັນ​ຕົ້ນ​ມາ” ທ່ານ​ລີ ເກຍ ວິນ ໂຄ​ສົກ​ຂອງກອງ​ທັບ​ພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​ແຫ່ງ​ຊາດ​ມຽນ​ມາ ກ່າວ​ຕໍ່​ວີ​ໂອ​ເອ ຜ່ານ​ທາງ​ເທ​ເລ​ແກ​ຣມ ໃນ​ວັນ​ພະ​ຫັດ. “ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ຢູ່​ຕາມ​ເຂດ​ຊາຍ​ແດນ ຍັງມີ​ສ່ວນ​ພົວ​ພັນ​ຢ່າງ​ເລິກ​ເຊິ່ງ ​ໃນ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ຈີນ​ເພື່ອ ຫຼຸດ​ຜ່ອນ​ວິ​ສາ​ຫະ​ກິດ​ທີ່​ຜິດ​ກົດ​ໝາຍ ແລະ​ກາ​ນ​ຄ້າ​ຄົນ​ສັນ​ຊາດ​ຈີນ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG