ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ. ວິນ ມິນທ໌, ອະດີດ​ປະທານ​ສະພາ​ຕໍ່າ ຂອງມຽນມາ ໄດ້ຂຶ້ນເປັນ ປະທານາທິບໍດີ ມຽນມາ


ທ່ານວິນ ມິນທ໌ (Win Myint) ທີ່ຫາກໍຖືກເລືອກໃຫ້​ເປັນ​ປະທານາທິບໍດີ​ຂອງ​ມຽນມາໃໝ່ ໂບກມືໃສ່ປວງຊົນ ແລະ
ສື່ມວນຊົນ ຢູ່ນອກສໍານັກງານຂອງສະພາແຫ່ງຊາດ ຢູ່ນະ
ຄອນເນປີດໍ ຂອງມຽນມາໃນວັນທີ 28 ມີນາ, 2018.
ທ່ານວິນ ມິນທ໌ (Win Myint) ທີ່ຫາກໍຖືກເລືອກໃຫ້​ເປັນ​ປະທານາທິບໍດີ​ຂອງ​ມຽນມາໃໝ່ ໂບກມືໃສ່ປວງຊົນ ແລະ ສື່ມວນຊົນ ຢູ່ນອກສໍານັກງານຂອງສະພາແຫ່ງຊາດ ຢູ່ນະ ຄອນເນປີດໍ ຂອງມຽນມາໃນວັນທີ 28 ມີນາ, 2018.

ການ​ເລື່ອນ​ທ່ານວິນ ມິນທ໌ (Win Myint) ຂຶ້ນ​ເປັນ​ປະທານາທິບໍດີ​ຂອງ​ມຽນມາ
ຖືກ​ມອງເບິ່ງວ່າ ​ເປັນ​ບາດກ້າວ​ທີ່​ດີ ​ໃນ​ການ​ແກ້​ໄຂ​ບັນຫາ​ໃນ​ສິ່ງ​ທີ່​ບາງ​ຄົນ​ເວົ້າວ່າ ອໍານາດ​ອັນ​ເປົ່າ​ຫວ່າງ​ຢູ່​ເບື້ອງຫລັງ​ຂອງ​ທ່ານ​ນາງອອງຊານ ຊູ​ຈີ (Aung San
Suu Kyi) ຢູ່​ໃນ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫລື LND ທີ່​ປົກຄອງ
​ປະ​ເທດ​ຢູ່​ນັ້ນ.

ທ່ານ ວິນ ມິນທ໌ (Win Myint) ອາຍຸ 66 ປີ ອະດີດ​ປະທານ​ສະພາ​ຕໍ່າ ​ໄດ້​ສາບານ​
ຕົວ​ເຂົ້າຮັບ​ຕໍາ​ແໜ່ງ​ເປັນ​ປະທານາທິບໍດີ​ໃໝ່ຂອງ​ມຽນມາ​ໃນ​ວັນ​ທີ 30 ມີນາ​ທີ່​ຜ່ານ
​ມາ ​ແທນ​ທ່ານທິນ ຈໍ (Htin Kyaw) ທີ່​ລົງ​ຈາກ​ຕໍາ​ແໜ່ງ 1 ອາທິດ​ກ່ອນໜ້ານີ້ ​ໂດຍ
​ໃຫ້​ເຫດຜົນ​ວ່າ​ຕ້ອງການ​ພັກຜ່ອນ.

​ເຖິງ​ແມ່ນ​ວ່າ ຊື່ສຽງຂອງພັກ NLD ຢູ່​ພາຍ​ໃນປະ​ເທດ​ຍັງ​ໂດ່​ງດັງ​ຢູ່ ​ນັບ​ຕັ້ງ​ແຕ່​ພັກ​
ດັ່ງກ່າວ​ໄດ້​ຂຶ້ນກໍາ​ອໍານາດໃນ​ເດືອນ​ມີນາ ປີ 2016 ​ເປັນຕົ້ນມາ​ກໍ​ຕາມ ​ແຕ່​ວ່າ ​ພັກ
​ດັ່ງກ່າວ​ກໍ​ມີ​ຄວາມ​ກ້າວໜ້າຕໍ່າຫລາຍ​ ໃນ​ການປະຕິບັດ​ຕາມ​ຄໍາໝັ້ນສັນຍາທີ່​ຕົນ​ໄດ້​
ໃຫ້​ໄວ້, ຊຶ່ງ​ລວມທັງ​ການ​ເຮັດ​ໃຫ້​ເສດຖະກິດ​ເພີ້ມຂຶ້ນ ​ແລະ​ດັດ​ແກ້ລັດຖະທໍາ​ມະນູນ​
ສະບັບປີ 2008 ທີ່​ຮ່າງ​ຂຶ້ນມາ ​ໂດຍ​ຜ່າ​ນທະຫານ​ນັ້ນ.

ມີການ​ຕິຕຽນຢ່າງ​ໃຫຍ່ ວ່າ​ຂາດ​ຜູ້​ນໍາຢູ່​ເບື້ອງຫລັງ​ຂອງ​ທ່ານ​ນາງອອງຊານ ຊູ​ຈີ ທີ່​ມີ
ອາຍຸ 73 ປີນັ້ນ ​ແຕ່​ວ່າ​ພວກ​ນັກ​ສັງ​ເກດ​ການ​ເຊື່​ອວ່າ ການ​ເລື່ອນ​ຊັ້ນທ່ານ ວິນ ​ມິນທ໌
​ໃຫ້​ເປັນ​ປະທານາທິບໍດີ ອາດ​ຈະ​ມີ​ການ​ເພີ້ມພະ​ລັງ​ໃໝ່​ ໃຫ້​ແກ່ ລັດຖະບານ​ໄດ້.

ທ່ານ ຢານ ມິ​ໂຢ ​ເທ​ນ (Yan Myo Thein) ນັກວິ​ໄຈ​ເຫດການ​ດ້ານ​ການ​ເມືອງ​ເວົ້າ
ວ່າ "ທ່ານ ວິນ ​ມິນທ໌ ​ເປັນຜູ້​ນຶ່ງ​ທີ່​ມີ​ຄວາມ​ຈົງ​ຮັກ​ພັກດີ ​ແລະ​ເຊື່ອ​ຟັງ ທ່ານ​ນາງ ອອງ
ຊານ ຊູ​ຈີ​ຫລາຍ ​ແລະ​ຂ້າພະ​ເຈົ້າຫວັງ​ວ່າ ທ່ານ​ນາງ​ຈະ​ມອບ​ອໍານາດ ​ແລະ​ຄວາມ​
ຮັບຜິດຊອບ​ຈໍານວນ​ໃດ​ນຶ່ງ​ໃຫ້​ແກ່ທ່ານ ວິນ ​ມິນທ໌. "ປະທານາທິບໍດີ ວິນ ​ມິນທ໌, ​ເປັນ​ຜູ້​ນໍາ​ທີ່​ດີ ​ແລະ​ມີ​ປະຫວັດ​ທີ່​ສະອາດ ​ແລະມີ​ຄວາມ​ເດັດດ່ຽວ ​ແລະ​ມີ​ອິດ​ທິພົນສູງໃນໄລ
ຍະ​ສະ​ໄໝທີ່​ທ່ານ​ເປັນ​ປະທານ​ສະພາ; ເຖິງ​ແມ່ນ​ວ່າ ​ບາງ​ຄັ້ງຄາວທ່ານ​ຂ້ອນ​ຂ້າງຈະ
​ມີ​ຄວາມຮຸນ​ແຮງ ​ແລະ​ໃຊ້​ອາລົມ​ແດ່."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG