ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນ​ມາ ຕົກ​ລົງ​ຕໍ່ການ​ກໍ່​ສ້າງ​ຄືນ​ໃໝ່ ທີ່ທ່າ​ກຳ​ປັ່ນ​ນ້ຳ​ເລິກ ໃນ​ມະ​ຫາ​ສະ​ໝຸດ​ອິນ​ເດຍ ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ປັກ​ກິ່ງ


​ແຟ້ມ - ນັ້ນ​ແມ່ນ​ທ່າ​ກຳ​ປັ່ນ​ທີ່​ຈີນ​ສ້າງ ທີ່​ເມືອງເຈົ້າຈູ (Kyaukphyu) ​​ແນມ​ເບິ່ງ​ຈາກ​ຂ້າງນອກ ເມື່ອ​ວັນ​ທີ 18 ພຶດ​ສະ​ພາ 2017.
​ແຟ້ມ - ນັ້ນ​ແມ່ນ​ທ່າ​ກຳ​ປັ່ນ​ທີ່​ຈີນ​ສ້າງ ທີ່​ເມືອງເຈົ້າຈູ (Kyaukphyu) ​​ແນມ​ເບິ່ງ​ຈາກ​ຂ້າງນອກ ເມື່ອ​ວັນ​ທີ 18 ພຶດ​ສະ​ພາ 2017.

ລັດ​ຖະ​ບານ​ທະ​ຫານ​ມຽນ​ມາ ໄດ້​ໃຫ້​ການ​ອະ​ນຸ​ມັດເພີ້ມ​ເຕີມ ​ຕໍ່​ການ​ກໍ່​ສ້າງ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ເຈົ້າຈູ (Kyaukphyu) ​ທີ່​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນໂດຍ​ຈີນ ຫຼັງ​ຈາກ​ໄດ້​ມີ​ການ​ຊັກ​ຊ້າ​ ມາ​ເປັນ​ເວ​ລາ​ຫຼາຍ​ປີ.

ໂຄງ​ການ​ດັ່ງ​ກ່າວ​ແມ່ນ​ບາດ​ກ້າວ​ທີ່​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ຂອງ​ຈີນ​ເພື່ອ​ພັດ​ທະ​ນາ​ທາງ​ອອກ​ ສູ່​ມະ​ຫາ​ສະ​ໝຸດ​ອິນ​ເດຍ ໂດຍ​ບໍ່​ຕ້ອງ​ຜ່ານ​ ຊ່ອງ​ແຄບ​ມາ​ລັກ​ກາ ຊຶ່ງ​ເປັນເສັ້ນ​ທາງ​ການ​ຄ້າ ​ທີ່​ແອ​ອັດ​ເຕັມ​ໄປດ້ວຍ​ໂຈນ​ທະ​ເລ ເພື່ອ​ໄປ​ຍັງ​ອາ​ຟ​ຣິ​ກາ​ແລະ​ຢູ​ໂຣບ.

ສະ​ພາ​ປົກ​ຄອງ​ລັດ​ ແລະ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ CITIC ຂອງ​ຈີນ ໄດ້​ລົງ​ນາມ​ ​ ​ໃນ “ຂໍ້​ຕົກ​ລົງ​ເພີ້ມ​ເຕີມ” ກ່ຽວ​ກັບ ທ່າກຳ​ປັ່ນ​ນ້ຳ​ເລິກ ເຈົ້າຈູ (Kyaukphyu) ຕໍ່​ສັນ​ຍາ ​ໃນ​ຊຸມ​ອາ​ທິດ​ສຸດ​ທ້າຍ​ຂອງ​ປີ 2014. ການ​ຫາ​ລື​ກ່ຽວ​ກັບ​ໂຄງ​ການ​ສ້າງ​ທ່າ​ກຳ​ປັ່ນໃນ​ມູນ​ຄ່າ 7.3 ຕື້​ໂດ​ລາ ແລະ​ເຂດ​ເສດ​ຖະ​ກິດ​ພິ​ເສດ ທີ່​ຕັ້ງ​ຢູ່​ໃກ້​ຄຽງ ມູນ​ຄ່າ 1.3 ຕື້​ໂດ​ລາ ທີ່​ເລີ້ມ​ລົງ​ມື​ໃນ​ປີ 2010. ການ​ສູ້​ລົບ​ກັນ​ທີ່​ລະ​ເບີດ​ຂຶ້ນ​ຫຼັງ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຂອງ​ພວກ​ທ​ະ​ຫານ​ໃນ​ວັນ​ທີ 1 ກຸມ​ພາປີ 2021 ແລະ​ຂໍ້​ຈຳ​ກັດ​ຮັດ​ແຄບ​ຈາກການ​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ​ແມ່ນ​ສາ​ເຫດ​ຫຼັກ​ທີ່​ພາ​ໃຫ້​ມີ​ການ​ຊັກ​ຊ້າ.

ທ່າ​ກຳ​ປັ່ນ​ດັ່ງ​ກ່າວ​ແມ່ນ​ກວມ​ເອົາ​ພື້ນ​ທີ່ 242 ເຮັກ​ຕາ​ໃນ​ລັດ​ຣາ​ໄຄ​ນ໌​ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ. ທາງ​ພາກ​ເໜືອ​ຂອງ​ລັດ​ແມ່ນ​ຖິ່ນ​ຖານ​ບ້ານ​ຢູ່​ຂອງ​ພວກ​ໂຣ​ຮິງ​ຢາ ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ຊາວ​ມຸ​ສ​ລິມ ທີ່​ໄດ້​ຖືກ​ຈຳ​ແນກ​ກີດ​ກັນ​ມາ​ເປັນ​ເວ​ລາ​ດົນ​ນານ ຢູ່​ໃນ​ປະ​ເທດ​ມຽນ​ມາ​ທີ່​ປະ​ຊາ​ຊົນ​ສ່ວນ​ໃຫຍ່​ນັບ​ຖື​ສາ​ສະ​ໜາ​ພຸດ. ລັດ​ຣາ​ໄຄນ໌​ຍັງ​ເປັນ​ທີ່​ຮູ້​ກັນ​ດີ ​ກ່ຽວ​ກັບ​ບັນ​ຫາ​ຂັດ​ແຍ້ງ ລະ​ຫວ່າງ​ພວກ​ທະ​ຫານ​ຂອງ​ລັດ​ຖະ​ບານ ​ແລະ​ກອງ​ທັບ​ອາ​ຣາ​ຄານ ຊຶ່ງ​ເປັນ​ຊົນ​ກຸ່ມ​ນ້ອຍ​ໃນ​ລັດ​ຣາ​ໄຄ​ນ໌​ທີ່​ນັບ​ຖື​ສາ​ສະ​ໜາ​ພຸດ.

ໃນ​ຖາ​ນະ​ທີ່​ເປັນ​ນຶ່ງ​ໃນ​ຈຳ​ນວນ 14 ປະ​ເທດ​ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຈີນ ມຽນ​ມາ​ມີ​ລັກ​ສະ​ນະ​ພິ​ເສດ​ສຳ​ລັບ​ໂຄງ​ການ​ນຶ່ງ​ແລວ​ທາງ​ນຶ່ງ​ເສັ້ນ​ທາງ​ ຊຶ່ງ​ມີ​ອາ​ຍຸ​ໄດ້ 10 ປີ​ແລ້ວນັ້ນ ເພື່ອ​ເຊື່ອມ​ຕໍ່​ໂລກ​ກັບ​ຈີນແລະ​ຕໍ່​ຕ້ານ​ໃນ​ອັນ​ທີ່​ປັກ​ກິ່ງ​ມອງ​ເຫັນ​ວ່າ ​ເປັນ​ລະ​ບຽບ​ການ​ລະ​ຫວ່າງ​ປະ​ເທດ ​ທີ່​ຄອບ​ງຳ​ໂດຍ​ສະ​ຫະ​ລັດ​ໃນ​ປັດ​ຈຸ​ບັນ​ນີ້.

ອີງ​ຕາມ​ລາຍ​ງານ​ຂອງ​ສະ​ຖາ​ບັນ​ສັນ​ຕິ​ພາບ​ສະ​ຫະ​ລັດ ເສັ້ນ​ທາງ​ຜ່ານ​ມຽນ​ມາ​ໄປ​ຍັງ​ມະ​ຫ​າ​ສະ​ໝຸດ​ອິນ​ເດຍ ຈະ​ຊ່ວຍ​ຈີນ​ຮັບ​ມື​ກັບ​ອິດ​ທິ​ພົນ​ຢູ່​ໃນ​ຂົງ​ເຂດ​ທີ່​ມີ​ມາ​ເປັນ​ເວ​ລາ​ດົນ​ນານ​ໂດຍ​ຄູ່​ປໍ​ລະ​ປັກ ນັ້ນ​ກໍ​ຄື​ອິນ​ເດຍແລະ​ຊ່ວຍ​ເຮັດ​ໃຫ້​ເສັນ​ທາງ​ຂົນ​ສົ່ງ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ຂອງ​ຕົນ​ມີ​ຄວາມ​ໝັ້ນ​ຄົງ​ຕື່ມ​ຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG