ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ເຈົ້າໜ້າທີ່ ມຽນມາ 13 ຄົນ ມີຄວາມກ່ຽວຂ້ອງ ໃນພຶດຕິກຳ ໂຫດຮ້າຍ ຕໍ່ຊາວ ໂຣຮິງຢາ


ອົບພະຍົບ ໂຣຮິງຢາ ເດີນທາງຮອດຝັ່ງແມ່ນໍ້າ ນາຟ ຟາກປະເທດ ບັງກລາແດັສ ຫຼັງຈາກໄດ້ຂ້າມເຂດເຊຍແດນ ມຽນມາ. ເມືອງ ປາລັງ ຄາລີ, ປະເທດ ບັງກລາແດັສ. 16 ຕຸລາ, 2017.
ອົບພະຍົບ ໂຣຮິງຢາ ເດີນທາງຮອດຝັ່ງແມ່ນໍ້າ ນາຟ ຟາກປະເທດ ບັງກລາແດັສ ຫຼັງຈາກໄດ້ຂ້າມເຂດເຊຍແດນ ມຽນມາ. ເມືອງ ປາລັງ ຄາລີ, ປະເທດ ບັງກລາແດັສ. 16 ຕຸລາ, 2017.

ອົງການນິລະໂທດກຳສາກົນເວົ້າວ່າ ເຂົາເຈົ້າມີຫຼັກຖານທີ່ເຊື່ອຖືໄດ້ ທີ່ກ່ຽວຂ້ອງກັບ
ເຈົ້າໜ້າທີ່ ມຽນມາ 13 ຄົນລວມທັງຜູ້ບັນຊາກາກອງທັບ ລະດັບສູງຄົນນຶ່ງ, ດ້ວຍຂໍ້ຫາ
ກໍ່ອາຊະຍາກຳຕໍ່ມວນມະນຸດຊາດ ສຳລັບບົດບາດຂອງເຂົາເຈົ້າ ໃນການປາບປາມ
ຊາວ ມຸສລິມ ໂຣຮິງຢາ ທີ່ໄດ້ເລີ່ມຂຶ້ນໃນເດືອນສິງຫາປີກາຍນີ້.

ຜູ້ບັນຊາການສູງສຸດຂອງກອງກຳລັງປ້ອງກັນປະເທດ ນາຍພົນອາວຸໂສ ມິນ ອອງ
ແລັງ ແລະ ເຈົ້າໜ້າທີ່ອາວຸໂສອີກ 8 ຄົນ, ພ້ອມກັບນາຍທະຫານຊັ້ນຜູ້ນ້ອຍຄົນນຶ່ງ
ແລະ ເຈົ້າໜ້າທີ່ຕຳຫຼວດຊາຍແດນ 3 ຄົນແມ່ນໄດ້ຖືກອ້າງໃນລາຍງານຍາວເກືອບ
200 ໜ້າຂອງອົງການນິລະໂທກຳ.

ຜູ້ອຳນວຍການ ຝ່າຍຮັບມືກັບວິກິດການ ຂອງອົງການນິລະໂທດກຳ ທ່ານນາງ
ທິຣານາ ຮາຊານ, ໄດ້ກ່າວໃນການເປີດເຜີຍລາຍງານໃນວັນຈັນທີ່ຜ່ານມາວ່າ “ບໍ່ມີ
ຄວາມຜິດພາດຢ່າງແນ່ນອນ, ການກະທຳພວກນີ້ແມ່ນ ອາຊະຍາກຳຕໍ່ມະນຸດຊາດ.
ພວກເຮົາເວົ້າກ່ຽວກັບການຂົ່ມຂືນ, ການຄາດຕະກຳ, ການທໍລະມານ, ການບັງຄັບ
ໃຫ້ອົດອາ ຫານຕາຍ, ການໃຊ້ລະເບີດຝັງດິນ ແລະ ການວາງເປົ້າຈູດໝູ່ບ້ານຢ່າງ
ກວ້າງຂວາງ. ການກະທຳພວກນີ້ ແມ່ນການກໍ່ອາຊະຍາກຳ ເຊິ່ງຮ້າຍແຮງຫຼາຍ ທີ່
ເຂົາເຈົ້າຄວນຖືກສະເໜີ ໃຫ້ສານອາຍາສາກົນ.”

ຊາວ ໂຣຮິງຢາ ຫຼາຍກວ່າ 700,000 ຄົນໄດ້ຫຼົບໜີອອກຈາກລັດ ຣາໄຄນ໌ ທີ່ຕັ້ງຢູ່
ພາກເໜືອຂອງ ມຽນມາ ນັບຕັ້ງແຕ່ວັນທີ 25 ສິງຫາ ປີກາຍນີ້, ຫຼັງຈາກການໂຈມຕີ
ຂອງພວກຫົວຮນຸແຮງ ໂຣຮິງຢາ ໃສ່ກອງກຳລັງຮັກສາຄວາມປອດໄພຂອງລັດ ຈົນ
ນຳໄປສູ່ການແກ້ແຄ້ນທາງທະ ຫານ. ອົງການສະຫະປະຊາຊາດເວົ້າວ່າ ກອງທັບ
ໄດ້ແກ້ແຄ້ນ ຢ່າງເປັນລະບຽບດີ, ເປັນລະບົບ ແລະ ມີການປະສານງານກັນ ເຊິ່ງແມ່ນ
“ຕົວຢ່າງຈາກຕຳລາຮຽນ” ກ່ຽວກັບ ການກວາດລ້າງຊົ່ນເຜົ່າ.

ຊາວ ໂຣຮິງຢາ ທີ່ໄດ້ຫຼົບໜີໄດ້ເລົ່າເລື່ອງທີ່ເຈັບຊໍ້າໃຈກ່ຽວກັບທະຫານ ໄປຈູດບ້ານ
ຂອງເຂົາເຈົ້າໃນລັດ ຣາໄຄນ໌ ທາງພາກເໜືອຂອງປະເທດ, ຂົ່ມຂືນ, ຂ້າ, ລັກຊັບ
ແລະ ວາງລະເບີດຝັງດິນເພື່ອປ້ອງກັນບໍ່ໃຫ້ເຂົາ ເຈົ້າກັບໄປຫາບ້ານຂອງເຂົາເຈົ້າ.

ບັນດານັກຄົ້ນຄວ້າອົງການນິລະໂທດກຳ ໄດ້ດຳເນີນການສຳພາດຫຼາຍກວ່າ 400 ຄັ້ງ,​
ລວມທັງກັບຊາວ ໂຣຮິງຢາ ໃນໃຈກາງລັດ ຣາໄຄນ໌ ແລະ ສູນອົບພະຍົບໃນປະເທດ
ບັງກລາແດັສ. ເຂົາເຈົ້າຍັງໄດ້ເກັບກຳຂໍ້ມູນຈາກການໃຫ້ປາກຄຳຂອງຜູ້ເຄາະຮ້າຍ
ແລະ ຜູ້ເຫັນເຫດການ ແລະ ໄດ້ວິເຄາະພາບຈາກດາວທຽມ ແລະ ເອກະສານລັບຕ່າງໆ.

ທ່ານ ແມັດທິວ ແວລສ໌, ປຶກສາອາວຸໂສ ກ່ຽວກັບ ວິກິດການຂອງອົງ ການນິລະໂທດກຳ
ໄດ້ເວົ້າວ່າ “ສິ່ງທີ່ເຮົາຮູ້ຈາກຄັ້ງນີ້ ກໍແມ່ນ ຄວາມໂຫດຮ້າຍປ່າເຖື່ອນທີ່ໄດ້ກະທຳຕໍ່ຊາວ
ໂຣຮິງຢາ ນັ້ນ ແມ່ນກ່ຽວຂ້ອງກັບກອງທັບ ມຽນມາ ໃນທຸກລະດັບ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG