ລິ້ງ ສຳຫລັບເຂົ້າຫາ

logo-print

ກົດໝາຍຕາດິນ ຂອງມຽນມາ ສ້າງຄວາມຂົ່ມຂູ່ ແກ່ພວກທີ່ເປັນ ເຈົ້າຂອງທີ່ດິນ ຢູ່ແລ້ວ


ເຊີນຊົມວີດີໂອເລື້ອງນີ້

ທີ່ປະເທດ ມຽນມາ ຄວາມຂັດແຍ້ງກັນ ແລະການຂາດທີ່ຢູ່ອາໄສ ນັບ ເປັນເວລາຫລາຍ
ທົດສະວັດ ໄດ້ເຮັດໃຫ້ດິນດອນຕອນຫຍ້າຖືກປ່ອຍປະລະເລີຍ ທັງບໍ່ມີເອກະສານຕາ
ດິນວ່າແມ່ນໃຜເປັນເຈົ້າຂອງ ໂດຍສະເພາະຢູ່ໃນເຂດຂອງ ພວກຊົນຊາດຊົນເຜົ່າ.
ໃນປີ 2012 ທີ່ດິນເປົ່າຫວ່າງ ທີ່ດິນບໍ່ມີການປູກຝັງໃສ່ ຕະຫລອດທັງບ່ອນທີ່ບໍ່ມີຫຍັງ
ແຕະຕ້ອງເລີຍ ໄດ້ມີກົດໝາຍຄຸ້ມຄອງຂຶ້ນມາ ຈັດ ສັນທີ່ດິນ ປະມານນຶ່ງສ່ວນສາມທັງ
ບອກໃຫ້ ພວກທີ່ເປັນຂອງທີ່ດິນ ໄປລົງທະ ບຽນໃຫ້ມີອະນຸຍາດຄອບຄອງເປັນເວລາ 30
ປີ. ວັນເສັ້ນຕາຍຂອງການໄດ້ຮັບ ອະນຸຍາດດັ່ງກ່າວ ໄດ້ຜ່ານພົ້ນໄປ ໃນເດືອນແລ້ວນີ້ ປ່ອຍໃຫ້ຜູ້ຄົນເປັນຫລາຍ ພັນຄົນ ທີ່ເປັນເຈົ້າຂອງທີ່ດິນ ຕົກຢູ່ໃນຄວາມສ່ຽງ ຖືກໄລ່ອອກ
ຈາກຊັບສິນ ຂອງຕົນ ຫລືບໍ່ກໍແມ່ນຍິ່ງຮ້າຍໄປກວ່ານັ້ນ ກໍຄືຈະຖືກກ່າວຫາວ່າ ລ່ວງລໍ້າ
ເຂດ ແດນ ແລ້ວກໍຖືກຈັບເຂົ້າຄຸກ.​ ສຕີວ ແຊນເຝີດ ໄດ້ໂອ້ລົມ ກັບເຈົ້າຂອງທີ່ດິນ ຊາວ
ນາຊາວສວນ ແລະນັກເຄື່ອນໄຫວດ້ານສິດທິ ໃນລັດກະຫລ່ຽງ ກ່ຽວກັບ ຜົນກະທົບ
ໃນທາງລົບຂອງກົດໝາຍຈັດສັນທີ່ດິນເປົ່າຫວ່າງ ດິນທີ່ບໍ່ມີການປູກ ຝັງແລະບ່ອນທີ່ບໍ່ມີ
ການແຕະຕ້ອງ ປີ 2012 ດັ່ງກ່າວ ດັ່ງສາລີຈະນຳລາຍລະ ອຽດ ມາສະເໜີທ່ານໃນອັນ
ດັບຕໍ່ໄປ.

ລິງໂດຍກົງ

ທີ່ບ້ານໜອງຕາລ້າ ຕາມປະເພນີແລ້ວ ການເປັນເຈົ້າຂອງທີ່ດິນຈະ ຈັດແຈງຕາມລະບົບ
ຮີດຄອງໂດຍແບ່ງປັນກັນຕາມມີຕາມເກີດຂອງທ້ອງຖິ່ນ.

ແຕ່ແລ້ວເສັ້ນຕາຍໃນເດືອນແລ້ວນີ້ ເພື່ອໃຫ້ໄປລົງທະບຽນ ຂໍເອົາໃບອະນຸຍາດ ແມ່ນໄດ້
ມີຂຶ້ນແລ້ວກໍຈາງຫາຍໄປ ປ່ອຍໃຫ້ຫລາຍຄົນງົງງັນ ວ່າພວກເຂົາເຈົ້າ ຕົກຢູ່ໃນຈຸດໃດ ໃນ
ເລື້ອງກຳມະສິດທີ່ດິນ. ພວກເຄື່ອນໄຫວດ້ານສິດທິໃນທ້ອງ ຖິ່ນເວົ້າວ່າ ການບັງຄັບໃຊ້
ກົດໝາຍຈັດສັນ ແລະລົງໂທດຂອງມຽນມາໃນເຂດ ຊົນເຜົ່າທີ່ພວມເຈລະຈາຢຸດຍິງກັນຢູ່ ອາດສາມາດເພີ້ມທະວີຄວາມຂັດແຍ້ງກັນ ຂຶ້ນຕື່ມກໍເປັນໄດ້.

ທ່ານ ຊໍ ອາເລັກສ໌ ປະຈຳເຄືອຂ່າຍສິ່ງແວດລ້ອມສັງຄົມກະຫລ່ຽງກ່າວວ່າ: “ບັນຫາກໍຄື
ວ່າ ພວກກຸ່ມການຈັດຕັ້ງປະກອບອາວຸດກໍມີອຳນາດປົກຄອງຂອງ ພວກເຂົາເຈົ້າເອງ ແລະໃນຂະນະດຽວກັນ ລັດຖະບານກໍນຳເອົາ ກົດໝາຍທີ່ ດິນເປົ່າຫວ່າງ ທີ່ດິນບໍ່ມີການ
ປູກຝັງ ແລະທີ່ດິນບໍ່ມີການແຕະຕ້ອງມານຳໃຊ້ຢູໃນດິນແດນຂອງກຸ່ມການຈັດຕັ້ງປະກອບ
ອາວຸດ.”

ການຍຶດເອົາທີ່ດິນ ແມ່ນເປັນເລື້ອງທຳມະດາ ຢູ່ໃນບ່ອນທີ່ມີຄວາມຂັດແຍ້ງກັນ ແລະ
ຄວາມສັບສົນ ທີ່ເພິີ້ມເຂົ້າໃສ່ ໃນການປະກອບເອກະສານ ທາງດ້ານກົດ​ໝາຍ ຍິ່ງເພີ້ມ
ທະວີບັນຫາ ໃສ່ຊາວກະສິກອນຂະໜາດນ້ອຍ ທີ່ບໍ່ມີໃບຕາດິນ ທີ່ເປັນທາງການນັ້ນ.
ພວກທຸລະກິດທີ່ພົວພັນກັບການປູກຝັງ ທີ່ໄດ້ຮັບການອູ້ມ ຊູຈາກພວກກຸ່ມປະກອບອາ
ວຸດທັງສອງຝ່າຍ ຂອງການຕໍ່ສູ້ກັນນັ້ນໄດ້ອ້າງເອົາ ທີ່ດິນທີ່ຖືກປະຖິ້ມມານັ້ນ ຢ່າງຫລວງ
ຫລາຍ.

ທ່ານ ເຄເຊເລ ຊາວນາກະລ່ຽງເວົ້າວ່າ: ພວກກອງທັບທ້ອງຖິ່ນບັງຄັບໃຫ້ຂ້ອຍຂາຍດິນ
ຂອງຂ້ອຍ ໃຫ້ພວກເຂົາ. ພວກ ເຂົາເອົາເງິນມາໃຫ້ຂ້ອຍ 100,000 ກຽດແລ້ວກໍເວົ້າວ່າ ເຈົ້າຊິຂາຍດິນເຈົ້າໃຫ້ ພວກເຮົາຫລືບໍ່. ຖ້າເຈົ້າບໍ່ຂາຍ ພວກເຮົາຊິເອົາເງິນຄືນ. ພວກເຂົາ
ເອົາເງິນປະ ໄວ້ນຳພວກເຮົາ ແລ້ວກໍໜີໄປ. ພວກເຮົາຊິເຮັດຫຍັງກໍບໍ່ໄດ້.”

ເວລາພວກອົບພະຍົບ ກັບຄືນມາບ້ານຫລາຍຂຶ້ນ ມາຊອກຫາບ່ອນຕັ້ງຫຼັກຕັ້ງ ແຫຼ່ງຢ່າງ
ຖືກຕ້ອງຕາມກົດໝາຍ ກໍເລີຍເກີດມາບັນຫາຂຶ້ນ ໂດຍສະເພາະໃນ ຂັ້ນລັດຖະບານກາງ ໃນເຂດທີ່ຖືກຄວບຄຸມ.

ແລະສຳລັບພວກທີ່ໄດ້ຕັ້ງຖິ່ນຖານແລ້ວ ໂດຍທີ່ບໍ່ມີເອກະສານທາງການ ຄວາມ ສ່ຽງທີ່
ຈະຕ້ອງປະເຊີນກັບສົງຄາມທາງກົດໝາຍ ຕໍ່ສູ້ກັບພວກທຸລະກິດໃຫຍ່ໆ ກໍແມ່ນ ມີຄວາມ
ເປັນຫ່ວງ. ນາງ ມາຕໍເອ ແມ່ຍິງຊາວກະຫລ່ຽງເວົ້າວ່າ: “ຂ້ອຍບໍ່ມີຄວາມຫວັງໃດໆ ແລະກໍ
ບໍ່ຄາດຫວັງ ວ່າຈະໄດ້ຮັບຄວາມພິດສະດານ ໃດໆ. ຂ້ອຍບໍ່ມີຄວາມຄິດແນວໃດເລີຍ ວ່າ
ຄວນຈະເຮັດຈັ່ງໃດ. ຖ້າຂ້ອຍຈະບໍ່ຢູ່ ໜີ້ ໃນອະນາຄົດຂ້າງໜ້າ ຂ້ອຍຈະເອົາດິນຕອນນີ້
ໃຫ້ລູກສາວຂ້ອຍ. ຂ້ອຍຊິ ເຮັດໄດ້ບໍ່ລະ? ຂ້ອຍບໍ່ເຂົ້າໃຈຫຍັງກ່ຽວກັບກົດໝາຍ.”

ເຊີນອ່ານເລື້ອງນີ້ຕື່ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG