ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມີລາຍງານວ່າ ລັດຖະບານທະຫານ ມຽນມາ ໄດ້ຈັບກຸມ ບັນດາສະມາຊິກຄອບຄົວ ຜູ້ຄັດຄ້ານ


ນັກສຶກສາປະທ້ວງຕໍ່ຕ້ານການເຂົ້າຍຶດອຳນາດຂອງທະຫານ ໂດຍສະເພາະບໍລິຫານລັດ ໃນຂະນະທີ່ເຂົາເຈົ້າເດີນຂະບວນຢູ່ເມືອງ ຈໍຕາດາ, ນະຄອນ ຢາງກຸ້ງ,​ ມຽນມາ, 7 ກໍລະກົດ 2021. (AP Photo)
ນັກສຶກສາປະທ້ວງຕໍ່ຕ້ານການເຂົ້າຍຶດອຳນາດຂອງທະຫານ ໂດຍສະເພາະບໍລິຫານລັດ ໃນຂະນະທີ່ເຂົາເຈົ້າເດີນຂະບວນຢູ່ເມືອງ ຈໍຕາດາ, ນະຄອນ ຢາງກຸ້ງ,​ ມຽນມາ, 7 ກໍລະກົດ 2021. (AP Photo)

ສະພາບໍລິຫານລັດ ທີ່ປົກຄອງ ມຽນມາ ຫຼັງຈາກການກໍ່ລັດຖະປະຫານນັບຕັ້ງແຕ່ອາທິດສຸດຂອງເດືອນກຸມພາເປັນຕົ້ນມາ, ໄດ້ຈັບກຸມສະມາຊິກຄອບຄົວຂອງຜູ້ຄັດຄ້ານລັດຖະບານທັງຫຼາຍໃນຄວາມພະຍາຍາມທີ່ຈະກົດດັນພວກຄັດຄ້ານໃຫ້ເຂົ້າມອບຕົວ, ອີງຕາມການກ່າວຂອງພວກຜູ້ຄັດ ຄ້ານ, ທະນາຍຄວາມທີ່ກຳລັງຊ່ວຍເຫຼືອຜູ້ຖືກຂໍ້ກ່າວຫາ, ແລະ ເຈົ້າໜ້າທີ່ຝ່າຍຄ້ານຂອງລັດຖະ ບານສາມັກຄີຊາດ.

ບັນດາສະມາຊິກຄອບຄົວຂອງນັກເຄື່ອນໄຫວ, ນັກການເມືອງ ແລະ ເຈົ້າໜ້າທີ່ ທີ່ມີສ່ວນຮ່ວມໃນການເຄື່ອນໄຫວຂັດຂືນຕໍ່ກົດໝາຍແມ່ນໄດ້ຖືກຈັບ ຫຼື ຂັງຄຸກໂດຍສະພາບໍລິຫານລັດ. ເຂົາເຈົ້າເວົ້າວ່າບາງຄົນໄດ້ຖືກທຸບຕີ ແລະທໍລະມານ ໂດຍກອງກຳລັງຮັກສາຄວາມປອດໄພຕໍ່ການບໍ່ສາມາດທີ່ຈະສະໜອງຂໍ້ມູນ ກ່ຽວກັບ ຜູ້ຄັດຄ້ານທີ່ຫຼົບໜີການຈັບກຸມ.

ທ່ານ ອອງ ມຽວ ມິນ, ຫົວໜ້າດ້ານສິດທິມະນຸດຂອງລັດຖະບານສາມັກຄີຊາດຜູ້ທີ່ໄດ້ໃຊ້ເວລາສາມທົດສະວັດກວ່າ ເພື່ອປ້ອງກັນສິດທິມະນຸດໄດ້ກ່າວຕໍ່ວີໂອເອໃນວັນທີ 30 ມິຖຸນາທີ່ຜ່ານມາວ່າ “ການຈັບກຸມສະມາຊິກຄອບຄົວຜູ້ບໍລິສຸດແມ່ນການກະທຳບີບບັງຄັບ. ພວກເຮົາຂໍກ່າວປະນາມສິ່ງນີ້ຢ່າງຮຸນແຮງ.”

ວີໂອເອໄດ້ທຳການພະຍາຍາມຢ່າງຊໍ້າແລ້ວຊໍ້າອີກ ເພື່ອຂໍຄຳເຫັນຈາກສະພາບໍລິຫານລັດ ກ່ຽວ ກັບ ລາຍງານນີ້ແຕ່ບໍ່ສາມາດທີ່ຈະເຮັດໄດ້.

ກອງກຳລັງຮັກສາຄວາມປອດໄພຂອງສະພາບໍລິຫານລັດ ໄດ້ຈັບກຸມບັນດາສະມາຊິກຄອບຄົວຜູ້ຄັດຄ້ານ ໃນລະຫວ່າງທ້າຍອາທິດຂອງເດືອນກຸມພາ, ອີງຕາມສະມາຄົມການຊ່ວຍເຫຼືອນັກໂທດການເມືອງ ຫຼື AAPP ທີ່ມີຫ້ອງການຕັ້ງຢູ່ປະເທດ ໄທ. ໃນຂະນະທີ່ມັນມີພຽງແຕ່ສອງສາມກໍລະນີໃນເດືອນ ກຸມພາ ແລະ ມີນານັ້ນ, ສະມາຊິກຄອບຄົວຫຼາຍກວ່າ 30 ຄົນແມ່ນໄດ້ຖືກຈັບກຸມໃນເດືອນເມສາທີ່ຜ່ານມາ, ອີງຕາມສະມາຄົມ AAPP.

ສະມາຄົມ AAPP ໄດ້ກ່າວວ່າ ຮອດວັນທີ 22 ມິຖຸນາ, ສະມາຊິກຄອບຄົວຂອງຜູ້ຄັດຄ້ານຢ່າງໜ້ອຍ 85 ຄົນໄດ້ຖືກຈັບກຸມນັບຕັ້ງແຕ່ການກໍ່ລັດຖະປະ ຫານເມື່ອວັນທີ 1 ກຸມພາໃນ ມຽນມາ, ໂດຍທີ່ 29 ຄົນຖືກປ່ອຍຕົວແລະ 53 ຄົນຍັງຖືກຄວບຄຸມຕົວ. ທັງໝົດລວມມີເດັກຍິງ ຫຼື ແມ່ຍິງ 41 ຄົນ ອາຍຸແຕ່ 2 ຫາ 75 ປີ.

ທ່ານ ທິນ ຕຸດ ເພງ, ນັກເຄື່ອນໄຫວທີ່ມີຊື່ສຽງໃນເມືອງ ອົກກາລາປາເໜືອຂອງນະຄອນ ຢາງກຸ້ງ ໄດ້ກ່າວຕໍ່ວີໂອເອ ໃນວັນທີ 23 ມິຖຸນາທີ່ຜ່ານມາວ່າແມ່ຂອງລາວ, ທ່ານນາງ ມີ ງາລ, ເຊິ່ງລູກຊາຍທັງສອງຄົນຂອງທ່ານນາງເປັນນັກເຄື່ອນໄຫວນັ້ນ, ໄດ້ຖືກທຸບຕີ ແລະ ຈັບກຸມໂດຍກອງກຳລັງສະພາບໍລິຫານລັດໃນວັນທີ 2 ພຶດສະພາ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG