ສື່ມວນຊົນຂອງລັດຖະບານມຽນມາລາຍງານວ່າ ລັດຖະບານທະຫານທີ່ຖືກໂຈມຕີຂອງ ມຽນມາ ໄດ້ຂະຫຍາຍສະຖານະການສຸກເສີນອອກຕື່ມເປັນເວລາ 6 ເດືອນ ໃນວັນພຸດວານນີ້, ຂະນະທີ່ລັດຖະບານທະຫານພະຍາຍາມຮັກສາອຳນາດຂອງຕົນດ້ວຍການຕໍ່ສູ້ໃນຫຼາຍດ້ານ ພ້ອມທັງລະບົບເສດຖະກິດທີ່ຕົກຢູ່ໃນຂັ້ນວິກິດການ.
ສື່ມວນຊົນມີຢາວາດດີ (Myawaddy) ທີ່ດຳເນີນງານໂດຍກອງທັບກ່າວວ່າ ສະພາປ້ອງກັນ ແລະຄວາມໝັ້ນຄົງແຫ່ງຊາດທີ່ຄວບຄຸມໂດຍກອງທັບ ໄດ້ຂະຫຍາຍລະບຽບການສຸກເສີນ ເພື່ອເຮັດໃຫ້ລັດຖະບານທະຫານມີເວລາໃນການເກັບກຳຂໍ້ມູນປະຊາກອນເຂົ້າໃນບັນຊີລາຍຊື່ຜູ້ມີສິດເລືອກຕັ້ງຫຼາຍຂຶ້ນ. ລັດຖະບານທະຫານກ່າວວ່າ ຕົນຈະຈັດການເລືອກຕັ້ງໃນປີໜ້ານີ້.
ກອງທັບ ໄດ້ອອກກໍານົດໃຫ້ປະເທດຢູ່ພາຍໃຕ້ການປົກຄອງແບບສຸກເສີນມາເປັນເວລາ 1 ປີແລ້ວ ໃນເວລາທີ່ພວກເຂົາເຂົ້າຢຶດອຳນາດດ້ວຍການກໍ່ລັດ ຖະປະຫານໃນເດືອນກຸມພາປີ 2021, ໂດຍຂັບໄລ່ລັດຖະບານພົນລະເຮືອນທີ່ຖືກເລືອກຕັ້ງຂອງ ທ່ານນາງ ອອງ ຊານ ຊູ ຈີ, ສົ່ງຜົນເຮັດໃຫ້ເກີດການແຫ່ຂະບວນປະທ້ວງຂຶ້ນໃນທົ່ວປະເທດຢ່າງຮຸນແຮງ.
ນັບຕັ້ງແຕ່ນັ້ນມາ, ລັດຖະບານທະຫານໄດ້ຂະຫຍາຍເວລາໃນທຸກໆ 6 ເດືອນ ເນື່ອງຈາກການເຄື່ອນໄຫວປະທ້ວງໄດ້ປ່ຽນສູ່ການກະບົດປະກອບອາວຸດທີ່ ຂະຫຍາຍອອກຢ່າງກວ້າງຂວາງ ແລະ ປັດຈຸບັນ ໄດ້ກາຍມາເປັນໄພຂົ່ມຂູ່ຕໍ່ ພວກນາຍພົນທັງຫຼາຍ.
ສື່ມວນຊົນຂອງລັດຖະບານກ່າວກ່ຽວກັບການຂະຫຍາຍເວລາຫຼ້າສຸດ ໂດຍອ້າງເຖິງການຕໍ່ຕ້ານດ້ວຍກຳລັງປະກອບອາວຸດວ່າ “ມັນມີຄວາມຈໍາເປັນຕໍ່ການຟື້ນຟູສັນຕິພາບ ແລະສະຖຽນລະພາບ ເນື່ອງຈາກການເຄື່ອນໄຫວກໍ່ການຮ້າຍຕ່າງໆ ຍັງຄົງສືບຕໍ່ດໍາເນີນການຢູ່.”
ໃນອາທິດທີ່ຜ່ານມາ, ຄວາມຮັບຜິດຊອບທັງໝົດຂອງປະທານາທິບໍດີມຽນມາ ໄດ້ຖືກມອບໃຫ້ຜູ້ບັນຊາການລັດຖະບານ ທ່ານ ມິນ ອອງ ແລງ (Min Aung Hlaing), ຫລັງຈາກປະມຸກລັດທີ່ຖືກແຕ່ງຕັ້ງ ພັກປີ່ນປົວເນື່ອງຈາກອາການ ປ່ວຍມາເປັນເວລາດົນນານ.
ທ່ານ ມິນ ອອງ ແລງ ໄດ້ໃຫ້ຄຳໝັ້ນຊ້ຳແລ້ວຊ້ຳອີກວ່າ ຈະຈັດການເລືອກຕັ້ງຫຼາຍພັກ, ເຊິ່ງກ່າວໂດຍລວມໃນເດືອນມິຖຸນາວ່າ ຈະດຳເນີນການປ່ອນບັດໃນປີ 2025 ນີ້.
ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ
July 31 (Reuters) - Myanmar's embattled military government extended a state of emergency on Wednesday for another six months, state media said, as the junta struggles to maintain its grip on power with fighting flaring on multiple fronts and the economy in crisis.
Army-run Myawaddy media said the military-controlled National Defence and Security Council extended emergency rule to give the junta more time to put together population data for voter lists. The junta has said it will hold an election next year.
The military put the country under emergency rule for a year when it took power in a February 2021 coup, deposing the elected civilian government of Aung San Suu Kyi and triggering nationwide street protests that it violently crushed.
The junta has since extended that every six months, as the protest movement morphed into an armed rebellion that has widened and is now posing an existential threat to the generals.
"It is necessary to restore peace and stability because of ongoing terrorist activities," state-run media said of the latest extension, referring to the armed resistance.
Last week, all responsibilities of Myanmar's figurehead president were handed over to junta chief Min Aung Hlaing, after the nominal head of state was placed on medical leave due to a prolonged illness.
Min Aung Hlaing has repeatedly promised to hold a multi-party election, with the general saying in June that polls will be conducted in 2025.
ຟໍຣັມສະແດງຄວາມຄິດເຫັນ