ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໑໙ ພຶດສະພາ ໒໐໒໔

ລັດຖະບານທະຫານມຽນມາ ບັງຄັບໃຊ້ກົດໝາຍການເກນທະຫານ ທ່າມກາງການຕໍ່ຕ້ານ ອົບພະຍົບຫຼົບໜີຢ່າງຫຼວງຫຼາຍ

ແຟ້ມຮູບ-ບັນດາທະຫານ ພາກັນຢືນຢູ່ຂ້າງລົດຂົນທະຫານ ໃນຂະນະທີ່ປະຊາຊົນຮວມໂຕກັນປະທ້ວງຕໍ່ຕ້ານກອງທັບທີ່ຢຶດອໍານາດ, ໃນນະຄອນຢ້າງກຸ້ງ, ມຽນມາ, ວັນທີ 15 ກຸມພາ 2021. ກອງທັບຂອງລັດຖະບານຫະທານມຽນມາ ອອກກົດຂໍ້ບັງຄັບໃນການເລີ້ມໃຊ້ຮ່າງກົດໝາຍ ທີ່ຈະມີຂຶ້ນກາງເດືອນເມສາ 2024 ນີ້.

ລັດຖະບານ​ທະຫານ​ມຽນມາ​ ກໍາລັງ​ກ້າວ​ໄປຂ້າງ​ໜ້າ​ດ້ວຍການບັງຄັບໃຊ້​ຮ່າງ​ກົດໝາຍ ທີ່​ຈະ​ເລີ້​ມຕົ້ນຂຶ້ນ​ໃນ​ກາງ​ເດືອນ​ເມສາ​ນີ້, ​ແຕ່​ບັນດາ​ນັກວິຈານຫຼາຍຄົນ​ກ່າວ​ວ່າ ການ​ກະທຳ​ດັ່ງກ່າວ​ມີ​ທ່າອ່ຽງ​ທີ່​ຈະ​ສົ່ງ​ຜົນ​ກະທົບ​ທາງ​ລົບຕໍ່​ລະບົບເສດ ຖະກິດ ​ແລະ ກອງທັບ​ຂອງຕົນ.

ລັດຖະບານທະຫານ​ທີ່​ປົກຄອງ​ປະ​ເທດ, ​ໄດ້​ເຂົ້າຢຶດອຳນາດ​ໂດຍ​ການ​ກໍ່ລັດຖະປະຫານໃນ​ເດືອນກຸມພາ​ນີ້ເມື່ອ 3 ປີກ່ອນ ໄດ້ກ່າວ​ວ່າ ​ເປົ້າ​ໝາຍ​ແມ່ນ​ເພື່ອ​ຮຽກຮ້ອງ​ໃຫ້​ ຊາຍ​ໜຸ່ມ ​ແລະ ຍິງສາວ ຈົ່ງປະຕິບັດການເຂົ້າມາ​ຮັບ​ໃຊ້ໜ້າ​ທີ່ໃຫ້ໄດ້​ປະມານ 60,000 ຄົນຕໍ່ປີ.

ກອງທັບ​ກ່າວ​ວ່າ ຄຳ​ສັ່ງ​ການເກນ​ທະຫານ​ ​ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ​ກົດໝາຍ​ວ່າ​ດ້ວຍ​ການຮັບໃຊ້ໜ້າທີ່​ທະຫານ​ຂອງ​ປະຊາຊົນ ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ເນື່ອງຈາກ​ຄວາມ​ຂັດ​ແຍ້ງ​ຂອງ​ກຸ່ມ​ກະບົດພາຍ​ໃນ​ປະ​ເທດ. ບັນດານັກວິ​ເຄາະ​ກ່າວ​ວ່າ ລັດຖະບານ​ທະຫານ​ໄດ້​ພະຍາຍາມ​ທີ່​ຈະຮັບຈົດທະບຽນຂອງ​ຜູ້ລົງ​ສະໝັກ​ໃໝ່ ເຊິ່ງພວກເຂົາ​ກຳລັງ​ປະ​ເຊີນ​ໜ້າ​ກັບ​ການ​ທ້າ​ທາຍທີ່​ໃຫຍ່​ທີ່​ສຸດຂອງຕົນຢູ່​ໃນ​ສະໜາມ​ລົບ.

ມາດຕະການດັ່ງກ່າວ ມີມາເຖິງປີ 2010 ແຕ່ຍັງບໍ່ທັນໄດ້ດໍາເນີນງານ ຈົນຮອດອາທິດທີ່ຜ່ານມານີ້ ຈຶ່ງໄດ້ທໍາການປະກາດໃຊ້.

ແຟ້ມຮູບ-ສະມາຊິກກອງກໍາລັງປ້ອງກັນຊາດກາຫຼ່ຽງ (KNDF) ແລະກອງທັບກາຫຼ່ຽງ (KA) ປາກົດຢູ່ຈຸດກວດ ໃກ້ກັບເມືອງເດໂມໂຊ (Demoso), ໃນລັດກາຢາ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງມຽນມາ (Kayah), ວັນທີ 19 ຕຸລາ 2021.
ແຟ້ມຮູບ-ສະມາຊິກກອງກໍາລັງປ້ອງກັນຊາດກາຫຼ່ຽງ (KNDF) ແລະກອງທັບກາຫຼ່ຽງ (KA) ປາກົດຢູ່ຈຸດກວດ ໃກ້ກັບເມືອງເດໂມໂຊ (Demoso), ໃນລັດກາຢາ ທີ່ຕັ້ງຢູ່ທາງພາກຕາເວັນອອກຂອງມຽນມາ (Kayah), ວັນທີ 19 ຕຸລາ 2021.

ອີງ​ຕາມ​ການ​ສຳ​ຫຼວດ​ສຳ​ມະ​ໂນ​ຄົວໃນ​ປີ 2019, ມີ​ຜູ້ຊາຍ ​ແລະ ແມ່​ຍິງ ຢ່າງໜ້ອຍ 13 ລ້ານ​ຄົນ​ ທີ່​ມີ​ສິດ​ໃນການຮັບ​ໃຊ້ໜ້າທີ່ເປັນ​ທະ​ຫານ, ອີງຕາມການກ່າວຂອງພົນເອກ ຊໍ ມິນ ຕຸນ (Zaw Min Tun), ໂຄ​ສົກ​ຂອງ​ລັດ​ຖະ​ບານທະຫານ​ມຽນ​ມາ ເຊິ່ງໄດ້ກ່າວ​ໃນ​ຄລິບ​ສຽງ ​ທີ່ໄດ້ເຜີຍແຜ່ອອກ​ມາ​ໃນ​ມື້ວັນ​ພຸດ​ທີ່ຜ່ານມາ, ໂດຍທ່ານກ່າວວ່າ ໃນຂະນະທີ່ລັດຖະບານຕ້ອງການທະຫານເກນຈໍານວນ 60,000 ຄົນຕໍ່ປີ "ພວກເຮົາບໍ່ສາມາດຮຽກຮ້ອງໄດ້ຫຼາຍກວ່າ 50,000 ຄົນຕໍ່ປີຊໍ້າ," ເນື່ອງຈາກຂໍ້ຈຳກັດທາງດ້ານງົບປະມານ.

​ແນວໃດ​ກໍ​ຕາມ, ຖະ​ແຫຼ​ງການທີ່ຂຽນອອກມາ​ສະບັບ​ນຶ່ງ ໂດຍ​ລັດຖະບານທະຫານ ​ໄດ້​ໃຫ້​ລາຍ​ລະ​ອຽດຕ່າງໆ​ກ່ຽວ​ກັບ​ໂຄ​ຕາ​ການເກນທະຫານປະຈຳ​ເດືອນປະມານ 5,000 ຄົນສໍາລັບ​ການ​ຝຶກ​ອົບຮົມ​ໃນ​ປີ​ນີ້, ​ໂດຍ​ມີ​ແມ່ຍິງ​ເຂົ້າ​ຮ່ວມໃນ​ການເກນ​ທະຫານ​ນໍາອີກດ້ວຍ ເຊິ່ງຈະເລີ້ມຂຶ້ນໃນ​ເດືອນ​ກັນຍາທີ່ຈະມາເຖິງນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG