ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະ​ນະກຳ​ມະການ ​ຄົ້ນ​ຄວ້າ​ຫາ​ຂໍ້​ມູນ​ເທັດ​ຈິງ ​ຂອງ​ ​ສ​ປຊ ຫາ​ທາງ​ປິດ​ລ້ອມ ​ທາງ​ການ​ເງິນ ຕໍ່ພວກ​ຫະ​ຫານ​ມ​ຽນ​ມາ


ທ່ານ Marzuki Darusman, ປະ​ທານ ຄະ​ນະກຳ​ມະການພິ​ເສດ​ຄົ້ນ​ຄວ້າ​ຫາ​ຂໍ້​ມູນ​ເທັດ​ຈິງ​ຂອງ​ອົງການ​ສະ​ຫະ​ປະ​ຊາ​ຊາດ ​ກ່າວຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່​ນະ​ຄອນ ເຈ​ນີ​ວາ, ສະ​ວິດ​ເຊີ​ແລນ, ວັນ​ທີ 27 ສິງ​ຫາ, 2018
ທ່ານ Marzuki Darusman, ປະ​ທານ ຄະ​ນະກຳ​ມະການພິ​ເສດ​ຄົ້ນ​ຄວ້າ​ຫາ​ຂໍ້​ມູນ​ເທັດ​ຈິງ​ຂອງ​ອົງການ​ສະ​ຫະ​ປະ​ຊາ​ຊາດ ​ກ່າວຢູ່ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ ທີ່​ນະ​ຄອນ ເຈ​ນີ​ວາ, ສະ​ວິດ​ເຊີ​ແລນ, ວັນ​ທີ 27 ສິງ​ຫາ, 2018

ຄະ​ນະກຳ​ມະການພິ​ເສດ​ຄົ້ນ​ຄວ້າ​ຫາ​ຂໍ້​ມູນ​ເທັດ​ຈິງ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ກຳ​ລັງ​ຮຽກ​ຮ້ອງ​ໃຫ້​ປະ​ເທດ​ຕ່າງໆ ຕັດ​ການ​ພົວ​ພັນ​ທຸກ​ຢ່າງ​ກັບ​ກອງ​ທັບ​ມຽນ​ມາ ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ​ຂອງ​ຄະ​ນະ​ດັ່ງ​ກ່າວ ເພື່ອ​ໃຫ້​ກອງ​ທັບ​ນັ້ນ ​ຍອມ​ຮັບ​ຜິດ​ຊອບ​ຕໍ່​ການ​ລະ​ເມີດສິດ​ທິ​ມະ​ນຸດທີ່​ກະ​ທຳຕໍ່​ຊົນ​ກຸ່ມ​ນ້ອຍ​ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ.

ຄະ​ນະກຳ​ມະ​ການພິ​ເສດນັ້ນໄດ້​ກ່າວ​ຫາ​ກອງ​ທັບ​ມຽນ​ມາ​ວ່າ ກະ​ທຳ​ການທີ່​ໂຫດ​ຮ້າຍ​ປ່າ​ເຖື່ອນຈຳ​ນວນ​ນຶ່ງໃນລະ​ຫວ່າງ​ການ​ປາບ​ປາມ​ເມື່ອເດືອນ​ສິງ​ຫາ 2017 ຕໍ່​ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ "ໂດຍ​ມີ​ເຈດ​ຕະ​ນາ​ທີ່​ຈະ​ຂ້າ​ລ້າງ​ເຜົ່າ​ພັນ." ​ຊາວ​ໂຣ​ຮິງ ຢາຫລາຍ ກວ່າ 700,000 ຄົນ​ ໃນ​ລັດ​ຣາ​ໄ​ຄ​ນ໌ ທີ່​ຢູ່ພາກຕາ​ເວັນ​ຕົກ​ສຽງ​ເໜືອຂອງ​ປະ​ເທດ ໄດ້ພາ​ກັນຂ້າມ​ຊາຍ​ແດນ ​ເຂົ້າໄປ​ຍັງ​ບັງ​ກ​ລາ​ແດັ​ສ ເພື່ອ​ຫລົບໜີ​ຈາກການ​ປຸກ​ລະ​ດົມ ​ຈູດ​ຢ້າວ​ເຜົາ​ເຮືອນ ເພື່ອ​ເປັນ​ການຕອບ​ໂຕ້​ຄືນ​ຕໍ່​ການ​ໂຈມ​ຕີ​ຂອງ​ພວກ​ກະ​ບົດຊາວ​ໂຣ​ຮິງຢາ ຕໍ່​ປ້ອມ​ຍາມ​ຮັກ​ສາ​ຄວາມ​ປອດ​ໄພ.

ການ​ກະ​ທຳ​ທີ່​ໂຫດ​ຮ້າຍ​ຢ່າ​ເຖື່ອນ, ທີ່​ໄດ້​ຖືກ​ເປີດ​ເຜີຍ​ຢູ່​ໃນ​ການ​ໃຫ້​ສຳ​ພາດ​ຂອງ ຊາວ​ໂຣ​ຮິງຢາຫລາຍ​ຮ້ອຍ​ຄົນ, ແມ່ນ​ລວມ​ມີ​ການ​ຂົ່ມ​ຂືນໝູ່, ການ​ເຂັ່ນຂ້າແບບ​ຮວບ​ຮັດ​ຕັດ​ຕອນ ແລະ ຈູດ​ເຜົາ​ໝູ່​ບ້ານ​ຕ່າງໆ​ຢ່າງ​ຮາບ​ຄາບ.

ທ່ານ ຄ​ຣິ​ສ​ຕົ​ຟ​ເຟີ ຊີ​ດົດ​ທີ (Christopher Sidoti), ທະ​ນາຍ​ຄວາມ​ດ້ານ​ສິດ​ທິ​ມະ​ນຸດຊາວ​ອອ​ສ​ເຕ​ຣ​ເລຍ ແລະ​ສະ​ມາ​ຊິກ​ຂອງ​ຄະ​ນະ​ດັ່ງ​ກ່າວຂຽນ​ວ່າ "ເນື່ອງ​ຈາກວ່າ ​ມີ​ຄວາມ​ຮ້າຍ​ແຮງ​ໃນ​ອະ​ດີດ ແລະ​ການ​ລະ​ເມີດ​ທີ່​ສືບ​ຕໍ່​ມີ​ມາ, ຕ້ອງ​ໄດ້​ເອົາ​ໃຈ​ໃສ່ຕິດ​ຕາມ​ເບິ່ງສາຍພົວ​ພັນ​ດ້ານ​ການ​ເມືອງ, ເສດ​ຖະ​ກິດ ແລະ​ການ​ເງິນ​ຂອງກອງ​ທັບ​ມຽນ​ມາ, ເພື່ອ​ຈະ​ຊອກ​ຮູ້​ໃຫ້​ໄດ້​ວ່າ​ໃຜ ແລະ​ສິ່ງ​ໃດ​ຄວນ​ຖືກ​ແນ​ເປົ້າ​ໝາຍ​ໃສ່."

​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຮຽກ​ຮ້ອງ​ໃຫ້ເອົາ​ນາຍ​ພົນ​ຊັ້ນ​ສູງ​ຂອງກອງ​ທັບ​ດັ່ງ​ກ່າວ ​ຊຶ່ງ​ລວມ​ມີ ນາຍ​ພົນມິນ ອອງ ຮ​ເລັງ (Min Aung Hlaing), ຜູ້ບັນ​ຊາ​ການກອງ​ທັບໄປ​ດຳ​ເນີນຄະ​ດີ ໃນ​ຖານ​ຂ້າ​ລ້າງ​ເຜົ່າ​ພັນ, ກໍ່ອາດ​ຊະ​ຍາ​ກຳ​ຕ້ານ​ມະ​ນຸດ​ຊາດ ແລະ​ກໍ່​ອາດ​ຊະ​ນ​ກຳ​ສົງ​ຄາມ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG