ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາ ຕັດສິນໂທດຂັງຄຸກ ນັກຂ່າວຍີ່ປຸ່ນ ເປັນເວລາ 10 ປີ


ແຟ້ມ-ຮູບພາບຂອງທ້າວໂທຣຸ ຄູໂບຕ້າ, ນັກຂ່າວຊາວຍີ່ປຸ່ນທີ່ຖືກກັກຂັງຢູ່ໃນມຽນມາ ໃນລະຫວ່າງບັນທຶກການປະທ້ວງ, ມັນຖືກຈັດສະແດງຢູ່ທີ່ສະໂມສອນຂ່າວຂອງຍີ່ປຸ່ນ ໃນນະຄອນຫຼວງໂຕກຽວ, ເມື່ອວັນທີ 3 ສິງຫາ 2022, ໃນຂະນະທີ່ໝູ່ເພື່ອນຂອງລາວ ລວມກັນຢູ່ທີ່ສະໂມສອນ ເພື່ອຮຽກຮ້ອງໃຫ້ປ່ອຍໂຕລາວໃນທັນທີ.
ແຟ້ມ-ຮູບພາບຂອງທ້າວໂທຣຸ ຄູໂບຕ້າ, ນັກຂ່າວຊາວຍີ່ປຸ່ນທີ່ຖືກກັກຂັງຢູ່ໃນມຽນມາ ໃນລະຫວ່າງບັນທຶກການປະທ້ວງ, ມັນຖືກຈັດສະແດງຢູ່ທີ່ສະໂມສອນຂ່າວຂອງຍີ່ປຸ່ນ ໃນນະຄອນຫຼວງໂຕກຽວ, ເມື່ອວັນທີ 3 ສິງຫາ 2022, ໃນຂະນະທີ່ໝູ່ເພື່ອນຂອງລາວ ລວມກັນຢູ່ທີ່ສະໂມສອນ ເພື່ອຮຽກຮ້ອງໃຫ້ປ່ອຍໂຕລາວໃນທັນທີ.

ນັກການທູດຍີ່ປຸ່ນໄດ້ເປີດເຜີຍໃນວັນພະຫັດມື້ນີ້ວ່າ ສານ ທີ່ຢູ່ພາຍໃຕ້ການປົກຄອງຂອງທະຫານມຽນມາ ໄດ້ຕັດສິນລົງໂທດນັກຂ່າວຊາວຍີ່ປຸ່ນຄົນນຶ່ງໃຫ້ຖືກຂັງຄຸກ ລຸນຫຼັງທີ່ລາວໄດ້ບັນທຶກພາບວີດີໂອໃນຂະນະທີ່ມີການປະທ້ວງເມື່ອເດືອນກໍລະກົດທີ່ຜ່ານມາ, ອີງຕາມອົງການຂ່າວ AP.

ທ່ານເທັດສຸໂອະ ກິຕາດະ (Tetsuo Kitada), ຮອງຫົວໜ້າຄະນະຜູ້ແທນທາງການທູດ ຂອງສະຖານທູດຍີ່ປຸ່ນກ່າວວ່າ ທ້າວໂທຣຸ ຄູໂບຕ້າ (Toru Kubota) ໄດ້ຖືກຕັດສິນຂັງຄຸກໃນວັນພຸດວານນີ້ 7 ປີ ໃນຂໍ້ຫາຜິດກົດໝາຍໃນການດໍາເນີນກິດຈະກໍາກ່ຽວກັບເຄື່ອງອີເລັກໂທຣນິກ ແລະ 3 ປີສໍາລັບຂໍ້ຫາຍຸແຫຍ່ປັ່ນປ່ວນ. ການຕັດສິນດັ່ງກ່າວ ແມ່ນຈະໄດ້ຖືກດໍາເນີນການໄປພ້ອມກັນ. ສ່ວນຂໍ້ຫາການລະເມີດກົດໝາຍຄົນເຂົ້າເມືອງນັ້ນເຊື່ອວ່າ ຍັງຄົງຢູ່ໃນຂັ້ນຕອນການດໍາເນີນງານ.

ກົດໝາຍວ່າດ້ວຍກິດຈະກໍາກ່ຽວກັບເຄື່ອງອີເລັກໂທຣນິກ ແມ່ນກວມລວມເອົາການເຜີຍແຜ່ຂໍ້ມູນຂ່າວສານ ຫຼືການຍຸແຍ່ທາງອອນລາຍ, ແລະຖືກດໍາເນີນການຂັງຄຸກເປັນໄລຍະເວລາແຕ່ 7 ຫາ 15 ປີ. ການປຸກປັ່ນ ແມ່ນກົດໝາຍທາງການເມືອງທີ່ສາມາດຈັບໄດ້ທັງໝົດ ໂດຍກວມລວມທຸກໆກິດຈະກໍາທີ່ເຫັນວ່າເປັນການສ້າງຄວາມບໍ່ສະຫງົບ, ແລະຖືກນໍາໃຊ້ກັບບັນດານັກຂ່າວອື່ນໆ ແລະຜູ້ທີ່ຄັດຄ້ານທັງຫຼາຍ, ເຊິ່ງໂດຍປົກກະຕິແລ້ວ ຈະຖືກຂັງຄຸກເປັນໄລຍະເວລາ 3 ປີ.

ທ້າວ ຄູໂບຕ້າ ຖືກຈັບເມື່ອວັນທີ 30 ກໍລະກົດ ໂດຍຕໍາຫຼວດທີ່ບໍ່ໄດ້ໃສ່ເຄື່ອງແບບໃນນະຄອນຢ້າງກຸ້ງ ເຊິ່ງເປັນເມືອງທີ່ໃຫຍ່ທີ່ສຸດຂອງປະເທດ, ລຸນຫຼັງທີ່ລາວໄດ້ຖ່າຍຮູບ ແລະບັນທຶກພາບວີດີໂອຈໍານວນນຶ່ງກ່ຽວກັບການປະທ້ວງຕໍ່ຕ້ານລັດຖະບານຜະເດັດການ ທີ່ເຂົ້າຄວບຄຸມປະເທດເມື່ອປີ 2021 ຢູ່ໃນມຽນ ໂດຍໄດ້ຂັບໄລ່ລັດຖະບານທີ່ຖືກເລືອກຕັ້ງມາຂອງທ່ານນາງອອງຊານ ຊູ ຈີ.

ທ້າວ ຄູໂບຕ້າ ເປັນນັກຂ່າວຄົນຕ່າງປະເທດຄົນທີ 5 ທີ່ຖືກກັກຂັງຢູ່ໃນມຽນມາ ລຸນຫຼັງທີ່ກອງທັບມຽນມາເຂົ້າຢຶດອໍານາດມາ.

ນາທານ ເມືອງ (Nathan Maung) ພົນລະເມືອງຂອງສະຫະລັດ ແລະແດນນີ ເຟັນສເຕີ (Danny Fenster), ເຊິ່ງເຮັດວຽກຢູ່ທີ່ສໍານັກພິມທ້ອງຖິ່ນ, ແລະນັກແປພາສາອິດສະຫຼະ ທ່ານໂຣເບີດ ໂບເກຍກາ (Robert Bociaga) ຄົນໂປແລນ, ແລະ ຢູກິ ກິຕາຊູມິ (Yuki Kitazumi)ຈາກປະເທດຍີ່ປຸ່ນ ເຊິ່ງໃນທີ່ສຸດກໍຖືກເນລະເທດ ກ່ອນທີ່ການຂັງຄຸກຈະຄົບຕາມກໍານົດເວລາ.

ມີນັກຂ່າວທີ່ຖືກຈັບທັງໝົດປະມານ 150 ຄົນ, ໂດຍມີຈໍານວນຫຼາຍກວ່າເຄິ່ງນຶ່ງທີ່ຖືກປ່ອຍໂຕໄປແລ້ວ, ແຕ່ສື່ສານມວນຊົນ ແມ່ນຍັງຄົງຢູ່ພາຍໃຕ້ຂໍ້ຈໍາກັດທີ່ເຂັ້ມງວດຫຼາຍອັນ. ສື່ມວນຊົນອິດສະຫຼະ ຈໍາເປັນຕ້ອງໄດ້ດໍາເນີນການແບບລີ້ຊ່ອນ ຫຼື ດໍາເນີນງານຈາກຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG