ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄະນະກຳມະການ ສປຊ ກ່າວຫາ ມຽນມາວ່າ ມີເຈຕະນາ ຂ້າລ້າງເຊື້ອຊາດ ຊາວ ໂຣຮິງຢາ ໃນປີ 2017


ອົບພະຍົບ ໂຣຮິງຢາ ເຂົ້າຮ່ວມໃນການປະທ້ວງທີ່ສູນ
ອົບພະຍົບ ຄູຕູປາລອງ (Kutupalong) ເພື່ອລະນຶກເຖິງ
ວັນຄົບຮອບນຶ່ງປີຂອງການຫຼົບໜີອອກຈາກປະເທດ ມຽນ
ມາ, ເມືອງ ຄັອກສ໌ ບາຊາ (Cox's Bazar), ປະເທດ ບັງກລາແດັສ. 25 ສິງຫາ, 2018.
ອົບພະຍົບ ໂຣຮິງຢາ ເຂົ້າຮ່ວມໃນການປະທ້ວງທີ່ສູນ ອົບພະຍົບ ຄູຕູປາລອງ (Kutupalong) ເພື່ອລະນຶກເຖິງ ວັນຄົບຮອບນຶ່ງປີຂອງການຫຼົບໜີອອກຈາກປະເທດ ມຽນ ມາ, ເມືອງ ຄັອກສ໌ ບາຊາ (Cox's Bazar), ປະເທດ ບັງກລາແດັສ. 25 ສິງຫາ, 2018.

ຄະນະກຳມະການສືບລັບພິເສດ ຂອງອົງການສະຫະປະຊາຊາດຄະນະນຶ່ງ ໄດ້ກ່າວຫາ
ການກະທຳທີ່ໂຫດຫ້ຽມຂອງກອງທັບ ມຽນມາ ໃນລະຫວ່າງການປາບປາມຊາວມຸສລິມ
ໂຣຮິງຢາ ວ່າມີ “ເຈຕະນາທີ່ຈະຂ້າລ້າງຊົນເຜົ່າ” ໃນປີທີ່ຜ່ານມາ ແລະ ໄດ້ຮຽກຮ້ອງໃຫ້
ສາກົນທຳການກວດສອບ ແລະ ລົງໂທດນາຍພົນລະດັບສູງຂອງເຂົາເຈົ້າ.

ໃນບົດລາຍງານທີ່ກ່າວວິຈານຢ່າງຮຸນແຮງ ເຊິ່ງຖືກເປີດເຜີຍຈາກຫ້ອງ ການຂອງອົງ
ການສະຫະປະຊາຊາດໃນນະຄອນ ເຈນີວາ ໃນວັນຈັນມື້ນີ້, ຄະນະກຳມະການສືບ
ສວນສອບສວນ ໄດ້ກ່າວວ່າ ນາຍພົນ ມິນ ອອງ ແລັງ, ຫົວໜ້າຜູ້ບັນຊາການຂອງກອງ
ທັບບົກ ມຽນມາ, ແລະ ນາຍພົນຄົນອື່ນໆອີກ 5 ຄົນ, ຄວນຖືກຕັດສິນໂທດສຳລັບການ
ຂ້າລ້າງເຊື້ອຊາດ, ອາຊະຍາກຳຕໍ່ມວນມະນຸດ ແລະ ອາຊະຍາກຳສົງຄາມ. ຄະນະກຳ
ມະການດັ່ງກ່າວໄດ້ຮຽກຮ້ອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ໃຫ້ສະ
ເໜີບັນຫາດັ່ງກ່າວຕໍ່ສານອາຍາສາກົນ, ຫຼື ສ້າງຕັ້ງຄະນະກຳມະການ ຫຼື ສານພິເສດ
ຂຶ້ນມາ ເພື່ອສືບສວນສອບສວນບັນຫາດັ່ງກ່າວ.

ຄະນະດັ່ງກ່າວ, ເຊິ່ງໄດ້ຖືກລົງໂທດໂດຍສະພາສິດທິມະນຸດອົງການສະຫະປະຊາຊາດ
ນັ້ນ, ໄດ້ອ້າງອີງລາຍງານຂອງເຂົາເຈົ້າກັບການສຳພາດອົບພະຍົບ ໂຣຮິງຢາ 700,000
ຄົນ ທີ່ຖືກບັງຄັບໃຫ້ຫຼົບໜີຂ້າມເຂດຊາຍແດນ ຈາກບ້ານຂອງເຂົາເຈົ້າໃນລັດ ຣາໄຄນ໌
ເໜືອ ເຂົ້າໄປໃນປະເທດ ບັງກລາແດັສ ຫຼັງຈາກກອງທັບໄດ້ເປີດການໂຈມຕີ ເພື່ອຕອບ
ໂຕ້ ກັບການໂຈມຕີຫຼາຍຄັ້ງ ໃສ່ປ້ອມຮັກສາຄວາມປອດໄພໂດຍຊາວ ໂຣຮິງຢາ. ພວກ
ຜູ້ເຫັນເຫດການໄດ້ເປີດເຜີຍຄວາມໂຫດຮ້າຍຫຼາຍຢ່າງ ເຊິ່ງລວມມີການຂົ່ມຂືນເປັນ
ກຸ່ມ, ການຈູດໝູ່ບ້ານທັງໝົດ ແລະ ຂ້າຄົນຢ່າງຜິດກົດໝາຍ.

ການລາຍງານໄດ້ສະຫຼຸບວ່າ ການກະທຳຂອງກອງທັບ ແມ່ນ “ບໍ່ສົມ ສ່ວນຢ່າງຍິ່ງ ກັບ
ໄພຂົ່ມຂູ່ຕໍ່ຄວາມປອດໄພຕົວຈິງ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG