ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ການເລືອກຕັ້ງ ຄັ້ງປະຫວັດສາດ ຂອງມຽນມາ ໄດ້ເລີ້ມຂຶ້ນ ໃນວັນອາທິດມື້ນີ້


ຜູ້ນຳພັກສັນນິບານແຫ່ງຊາດເພື່ອປະຊາທິປະໄຕ ຫຼື National League for Democracy (NLD) ທ່ານນາງ Aung San Suu Kyi ເດີນທາງໄປເຖິງໜ່ວຍປ່ອນບັດ ເພື່ອລົງຄະແນນສຽງ ໃນລະຫວ່າງການເລື້ອກຕັ້ງໃຫຍ່ ໃນນະຄອນ Yangon, ວັນທີ 8 ພະຈິກ 2015.
ຜູ້ນຳພັກສັນນິບານແຫ່ງຊາດເພື່ອປະຊາທິປະໄຕ ຫຼື National League for Democracy (NLD) ທ່ານນາງ Aung San Suu Kyi ເດີນທາງໄປເຖິງໜ່ວຍປ່ອນບັດ ເພື່ອລົງຄະແນນສຽງ ໃນລະຫວ່າງການເລື້ອກຕັ້ງໃຫຍ່ ໃນນະຄອນ Yangon, ວັນທີ 8 ພະຈິກ 2015.

ຜູ້ນຳເພື່ອປະຊາທິປະໄຕ ຂອງມຽນມາ ທ່ານນາງ Aung San
Suu Kyi ໄດ້ເຂົ້າຮ່ວມກັບປະຊາຊົນຮ່ວມຊາດ ປ່ອນບັດລົງຄະ
ແນນ ໃນອັນທີ່ໄດ້ຖືກບັນຍາຍວ່າ ເປັນການເລືອກຕັ້ງ ທີ່ເສລີພໍ
ສົມຄວນ ຄັ້ງທຳອິດ ຂອງປະເທດ ໃນຊ່ວງ 25 ປີ ທີ່ຜ່ານມາ.

ທ່ານນາງ Aung San Suu Kyi ບໍ່ໄດ້ກ່າວຖະແຫລງ ຫຼື ຮັບຮູ້
ແຕ່ຢ່າງໃດກັບ ຝຸງຊົນຜູ້ທີ່ສະໜັບສະໜູນ ແລະ ບັນດານັກຂ່າວ
ທັງຫຼາຍ ຂະນະທີ່ທ່ານນາງ ໄປເຖິງ ໜ່ວຍປ່ອນບັດ ໃນນະຄອນ
Yangon ຊຶ່ງເປັນບ່ອນຜູ້ສື່ຂ່າວວີໂອເອ Steve Herman ຢູ່ໃນ
ເມືອງໃຫຍ່ດັ່ງກ່າວນັ້ນ ໄດ້ອະທິບາຍວ່າ “ເປັນພາບຂອງຄວາມ
ສັບສົນວຸ້ນວາຍ.”

ການປ່ອນບັດຂອງທ່ານນາງນັ້ນ ແມ່ນເປັນຄັ້ງທຳອິດໂດຍສ່ວນຕົວ ສຳຫລັບຜູ້ທີ່ເປັນສັນ
ຍາລັກຂອງປະຊາທິປະໄຕ ໄວ 70 ປີ ຊຶ່ງທ່ານນາງ ໄດ້ຖືກກັກບໍລິເວນຈາກການເລືອກຕັ້ງ
ເມື່ອປີ 1990 ຜ່ານມາຂອງມຽນມາ.

ທ່ານນາງໄດ້ຮັບລາງວັນ Nobel ຂະແໜງສັນຕິພາບ ຂອງພັກສັນນິບານແຫ່ງຊາດເພື່ອ
ປະຊາທິປະໄຕ ຫຼື National League for Democracy (NLD) ປາກົດວ່າ ມີຄວາມ
ໝັ້ນໃຈ ທີ່ຈະໄດ້ຮັບໄຊຊະນະ ໃນການລົງຄະແນນສຽງໃນວັນອາທິດມື້ນີ້ ໃນອັນທີ່ອາດ
ເປັນການໄດ້ຮັບໄຊຊະນະ ຢ່າງຖ້ວມລົ້ນ ຊ້ຳອີກເທື່ອນຶ່ງ ເຊັ່ນໃນການເລືອກຕັ້ງປີ 1990
ນັ້ນ. ຜົນຂອງການເລືອກຕັ້ງດັ່ງກ່າວນັ້ນ ພວກທະຫານທີ່ປົກຄອງປະເທດຢູ່ໃນເວລານັ້ນ
ບໍ່ຫົວຊານຳເລີຍ ແລະ ທ່ານນາງ Aung San Suu Kyi ກໍໄດ້ຖືກກັກບໍລິເວນ ເປັນເວລາ
20 ປີຕໍ່ມາ.

ທ່ານນາງ Aung San Suu Kyi ໄດ້ຖືກຫ້າມ ບໍ່ໃຫ້ໄດ້ເປັນປະທານາທິບໍດີ ຂະນະທີ່ ລັດ
ຖະທຳມະນູນ ໃນມຽນມາ ຫ້າມບໍ່ໃຫ້ຜູ້ໃດກໍຕາມ ທີ່ມີຄູ່ສົມລົດ ທີ່ເກີດຢູ່ຕ່າງປະເທດ ຫຼື ມີ
ບຸດນຳກັນ ບໍ່ໃຫ້ເປັນປະທານາທິບໍດີໄດ້. ມື້ລາງສາມີຂອງທ່ານນາງ ແມ່ນຄົນອັງກິດ ແລະ
ລູກຊາຍສອງຄົນຂອງທ່ານນາງເກີດຢູ່ໃນປະເທດອັງກິດ. ແຕ່ທ່ານນາງກ່າວ ໃນວັນພະຫັດ
ຜ່ານມາ ວ່າ ຖ້າພັກຂອງທ່ານນາງ ໄດ້ຮັບຊະນະການເລືອກຕັ້ງ ທ່ານນາງຄວນໄດ້ຮັບຕຳ
ແໜ່ງ ໃນລັດຖະບານ ທີ່ “ສູງກວ່າປະທານາທິບໍດີ.” ທ່ານນາງບໍ່ໄດ້ອະທິບາຍ ຄຳເຫັນ
ດັ່ງກ່າວ ຂອງທ່ານນາງ.

Mynmar Election
please wait
Embed

No media source currently available

0:00 0:01:22 0:00

XS
SM
MD
LG