ມຽນມາໄດ້ປະກາດພາວະສຸກເສີນ ແລະນຳໃຊ້ກົດໄອຍະການ
ເສິກ ເປັນເວລາສາມເດືອນ ໃນເຂດພາກເໜືອຂອງປະເທດ ທີ່
ມີການປະທະກັນຢ່າງຮ້າຍແຮງ ລະຫວ່າງທະຫານລັດຖະບານ
ແລະພວກກະບົດຊົນກຸ່ມນ້ອຍ.
ການເຄື່ອນໄຫວດັ່ງກ່າວ ຊຶ່ງໄດ້ມີການປະກາດໃນຕອນແລງ
ວັນອັງຄານວານນີ້ ຢູ່ໃນຄຳປາໄສ ທາງໂທລະພາບ ຂອງປະ
ທານາທິບໍດີ Thein Sein ມີຂຶ້ນໃນຂະນະທີ່ພົນລະເຮືອນໃນ
ເຂດ Kokang ຍັງພາກັນຫຼົບໜີຈາກການສູ້ລົບ ທີ່ໄດ້ເຮັດໃຫ້
ມີທະຫານເສຍຊີວິດຢ່າງໜ້ອຍ 50 ຄົນແລະພວກກະບົດ 26
ຄົນ ອີງຕາມໂຕເລກຂອງລັດຖະບານ.
ໃນວັນອັງຄານວານນີ້ ສອງຄົນໄດ້ຮັບບາດເຈັບ ເວລາຂະບວນລົດ ສະພາກາແດງຂອງ
ມຽນມາ ໄດ້ຖືກຍິງ ໃນຂະນະທີ່ຂົນພວກພົນລະເຮືອນໄປສູ່່ບ່ອນປອດໄພໃນເມືອງ
Laukkai ໃກ້ກັບຊາຍແດນຈີນ. ຍັງບໍ່ທັນເປັນທີ່ແຈ້ງຂາວເທື່ອວ່າ ແມ່ນກຸ່ມໃດເປັນຜູ້ຮັບ
ຜິດຊອບຕໍ່ການໂຈມຕີດັ່ງກ່າວ ແຕ່ລັດຖະບານໄດ້ຖິ້ມໂທດ ໃສ່ພວກກະບົດ.
ສື່ມວນຊົນຂອງທາງການຈີນ ກະປະມານວ່າ ມີປະຊາຊົນຊາວມຽນມາຫຼາຍກວ່າ 30,000
ຄົນ ໄດ້ພາກັນຫຼົບໜີຂ້າມຊາຍແດນເຂົ້າໄປໃນແຂວງ Yunnan ຂອງຈີນ ໃນອາທິດທີ່
ຜ່ານມາ ເຮັດໃຫ້ປັກກິ່ງ ເພີ້ມການຄວບຄຸມເຂດຊາຍແດນແລະຮຽກຮ້ອງໃຫ້ມີຄວາມ
ສະຫງົບຢູ່ໃນຂົງເຂດ.
ພວກກະບົດ Kokang ຊຶ່ງສ່ວນໃຫຍ່ແລ້ວ ປະກອບດ້ວຍຊົນກຸ່ມນ້ອຍຊາວຈີນ ກຳລັງ
ຮຽກຮ້ອງເອົາສິດ ໃນການປົກຄອງຕົນເອງ ຢູ່ໃນເຂດພາກເໜືອຂອງປະເທດ ຄ້າຍຄືກັນ
ກັບພວກກະບົດກຸ່ມນ້ອຍອື່ນໆຢູ່ໃນເຂດຊາຍແດນຂອງມຽນມາ.
ລັດຖະບານມຽນມາ ຊຶ່ງໄດ້ທຳການປະຕິຮູບມາເປັນລະຍະໆນັບຕັ້ງແຕ່ປີ 2011 ນັ້ນກຳ
ລັງພະຍາຍາມຫາທາງ ໃຫ້ມີການບັນລຸຂໍ້ຕົກລົງສັນຕິພາບ ຢູ່ໃນທົ່ວປະເທດ ກັບບັນດາ
ຊົນກຸ່ມນ້ອຍຕ່າງໆ ກ່ອນໜ້າການເລືອກຕັ້ງທີ່ກຳນົດໃສ່ທ້າຍປີນີ້.