ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ກອງ​ທັບ​ອາ​ຣາ​ຄານ ໃນ​ມຽນ​ມາ ພວມເກັບ​ເກນ ແລະ​ຝຶກ​ແອບ ທະ​ຫານ​ໃໝ່


​ທະ​ຫານ​ເກນ​ໃໝ່​ຂອງກອງ​ທັບ​ອາ​ຣາ​ຄານ ພວມ​ພາ​ກັນ​ປີນ​ເຊືອກ ທີ່​ເມືອງ​ໄລ​ຊາ ຢູ່​ຄ້າຍ​ໃນ​ລັດ​ກະ​ຈິ່ນ.
​ທະ​ຫານ​ເກນ​ໃໝ່​ຂອງກອງ​ທັບ​ອາ​ຣາ​ຄານ ພວມ​ພາ​ກັນ​ປີນ​ເຊືອກ ທີ່​ເມືອງ​ໄລ​ຊາ ຢູ່​ຄ້າຍ​ໃນ​ລັດ​ກະ​ຈິ່ນ.

ບັນ​ຫາ​ຂັດ​ແຍ້ງ ລະ​ຫວ່າງ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຂອງ​ພວກ​ຊົນ​ກຸ່ມ​ນ້ອຍ​ໃນ​ມຽນ​ມາແລະ​ກຳ​ລັງ​ທະ​ຫານ​ຝ່າຍ​ລັດ​ຖະ​ບານ ພວມເພີ້ມ​ທະ​ວີ​ຄວາ​ມ​ຮຸນ​ແຮງ​ຂຶ້ນ. ​ພວກທະ​ຫານ​ທີ່​ຖືກ​ເກນ​ໃໝ່​ພວມເຂົ້າ​ຮ່ວມກຸ່ມກຳລັງ​ປະ​ກອບ​ອາ​ວຸດ​ຕ່າງໆ​ ເຊັ່ນ ກອງ​ທັບອາ​ຣາ​ຄານ ຊຶ່ງ​ໄດ້​ສ້າງຄ້າຍ​ຝຶກ​ແອບ​ຂອ​ງ​ຕົນ​ຂຶ້ນ​ທີ່​ລັດ​ກະ​ຈິ່ນ ຊຶ່ງ​ເປັນ​ຖານ​ທີ່​ໝັ້ນຂອງ​ກຸ່ມກອງ​ທັບ​ກະ​ຈິ່ນ​ອິດ​ສະ​ຫຼະ ທີ່ເປັນ​ສະ​ມາ​ຊິກ​ໃນ​ກຸ່ມ​ພັນ​ທະ​ມິດພາກ​ເໜືອ. Steve Sandford ມີ​ລາຍ​ງານ​ຈາກ​ເຂດ​ດັ່ງ​ກ່າວ ຊຶ່ງໄພ​ສານ ຈະ ນຳເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ


ການ​ສູ້​ລົບ​ທີ່​ເພີ້ມ​ທະ​ວີ​ຂຶ້ນ ລະ​ຫວ່າງ​ທະ​ຫານ​ລັດ​ຖະ​ບານ ແລະ​ກຳ​ລັງ​ປະ​ກອບ​ອາ​ວຸດພັນ​ທະ​ມິດ​ຊົນ​ກຸ່ມ​ນ້ອຍ ​ພາ​ໃຫ້​ມີ​ການ​ເກນ​ທະ​ຫານ​ໃໝ່​ຕື່ມ​ຂຶ້ນ ຢູ່​ໃນເຂດ​ທີ່​ພວກ​ຊົນ​ກຸ່ມ​ນ້ອຍ​ອາ​ໄສ​ຢູ່.

ກອງ​ທັບ​ເອກ​ກະ​ຣາດ​ກະ​ຈິ່ນ ​ຊຶ່ງ​ເປັນ​ຜູ້​ຄວບ​ຄຸມ​ເຂດ​ທີ່​ຖືກ​ລະ​ບຸ​ໄວ້​ພາຍ​ໃນ​ລັດ​ດັ່ງ​ກ່າວ ເປັນ​ຜູ້​ອະ​ນຸ​ຍາດ​ໃຫ້​ກອງ​ທັບ​ອາ​ຣາ​ຄານທີ່​ສ້າງ​ຕັ້ງ​ມາ​ໄດ້ 10 ປີ​ແລ້ວນັ້ນ ຕັ້ງ​ຄ້າຍ​ຂອງ​ຕົນ​ຂຶ້ນ​ໄດ້. ນາງ​ໂຊ​ໂຊ ທະຫານ​ເກນ​ໃໝ່​ຂອງກອງ​ທັບ​ອາ​ຣາຄານ ກ່າວ​ເປັນ​ພາ​ສາ​ມຽນ​ມາ​ວ່າ:

“ເຫດ​ຜົນ​ທີ່​ພາ​ໃຫ້​ຂ້ອຍ​ເຂົ້າ​ຮ່ວມກອງ​ທັບ​ອາ​ຣາ​ຄານ​ແລະ​ຝຶກ​ແອບ​ເປັນ​ທະ​ຫານ​ແມ່​ຍິງ​ກໍ​ເພາະ​ວ່າ ​ຂ້ອຍ​ບໍ່​ຕ້ອ​ງ​ການ​ຢາກ​ເຫັນ​ທະ​ຫານ​ມຽນ​ມາກົດ​ຂີ່ແລະ​ສັງ​ຫານປະ​ຊາ​ຊົນ​ໃນ​ລັດ​ຣາ​ໄຄ​ນ໌​ອີກ​ຕໍ່​ໄປ. ພວກ​ທະ​ຫານ​ມຽນ​ມາ​ມັກ​ຂົ່ມ​ຂູ່​ແລະ​ປະ​ຕິ​ບັດ​ຕໍ່​ພວກ​ເຮົາ​ແບບ​ບໍ່​ດີ ໃນ​ທຸກໆ​ທາງ​ທີ່​ພວກ​ເຂົາ​ສາ​ມາດ​ເຮັດ​ໄດ້. ຂ້ອຍ​ຈຶ່ງ​ທົນ​ບໍ່​ໄດ້ ດັ່ງ​ນັ້ນ​ຈຶ່ງ​ໄດ້​ຕັດ​ສິນ​ໃຈ ມາ​ຮັບ​ໃຊ້ຊາດ ແລະ​ກອງ​ທັບ​ຂອງ​ຂ້ອຍ.”

ຮອງ​ຜູ້​ບັນ​ຊາ​ການ ກອງ​ທັບ​ອາ​ຣາ​ຄານ ດ​ຣ. ໂຍ ຕຸນ ອ​ອງ (Nyo Tun Aung) ຜູ້​ຊຶ່ງນອກນັ້ນ​ແລ້ວ​ຍັງ​ກຳ​ກັບ​ເບິ່ງ​ແຍງ​ນຳ​ການ​ຝຶກ​ແອບ​ພະ​ນັກ​ງານ​ແພດໝໍ ກ່າວ​ວ່າ ຊາວ​ມຸ​ສ​ລິມ​ໂຣ​ຮິງ​ຢາ ບໍ່​ແມ່ນ​ເປັນ​ພຽງ​ກຸ່ມ​ດຽວ​ເທົ່າ​ນັ້ນ​ທີ່ຖືກ​ໂຈມ​ຕີ​ຢູ່​ລັດ​ຣາ​ໄຄ​ນ໌. ດ​ຣ. ໂຍ ຕຸນ ອອງ ກ່າວ​ວ່າ:

“ເມື່ອ​ເກີດ​ບັນ​ຫາ​ກັບ​ພວກ​ຊາວ​ເບັງ​ກ​າ​ລີໃນ​ລັດ​ຣາ​ໄຄ​ນ໌ ​ທົ່ວ​ໂລກ​ໄດ້​ໃຫ້​ຄວາມ​ສົນ​ໃ​ຈ​ແລະ​ເຫັນ​ອົກ​ເຫັນ​ໃຈ​ເຂົາ​ເຈົ້າ. ພວກ​ເຮົາ​ຢາກ​ຂໍ​ຮ້ອງ​ໃຫ້​ໂລກ ກະ​ລຸ​ນາ​ແນມເບິ່ງ​ແນ່​ວ່າ​ແມ່ນ​ຫຍັງ​ໄດ້​ເກີດ​ຂຶ້ນ​ກັບ​ປະ​ຊາ​ຊົນ​ຊາວ​ອາ​ຣາ​ຄານ. ຂໍ​ໃຫ້​ສົງ​ສານພວກ​ເຮົາ​ຄື​ກັນ​ແດ່. ພວກ​ເຮົາ​ກໍ​ຕົກ​ຢູ່​ໃນ​ສະ​ພາບ​ແບບ​ດຽວ​ກັນ​ກັບ​ຊາວ​ເບັງ​ກາລີ.”

ເຖິງ​ແມ່ນ​ວ່າ​ຊາວ​ອາ​ຣາ​ຄານ​ສ່ວນ​ໃຫຍ່ ​ນັບ​ຖື​ສາ​ສະ​ໜາ​ພຸດ​ກໍ​ຈິງ ແຕ່​ພົນ​ລະ​ເຮືອນ​ຂອງ​ພວກ​ເຮົາ​ກໍ​ໄດ້​ຕົກ​ເປັນ​ເປົ້າຂອງກອງ​ທັບ​ມຽນ​ມາ.

ອີງ​ຕາມ​ລາຍ​ງານ​ຂອງ Asia Reports ແລ້ວ ເຂດ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ທີ່​ພວມ​ໄດ້​ຮັບ​ການ​ພັດ​ທະ​ນາ ​ຢູ່​ໃນ​ລັດ​ຣາ​ໄຄ​ນ໌ ຊຶ່ງ​ໄດ້​ຮັບ​ທຶນ​ສະ​ໜັບ​ສະ​ໜຸນ ​ຈາກ​ຈີນ ແລະ​ອິນ​ເດຍນັ້ນໄດ້​ເຮັດ​ໃຫ້​ພົນ​ລະ​ເຮືອນ​ຫຼາຍ​ພັນ​ຄົນ​ທີ່​ຢູ່​ເລາະ​ຕາມ​ແຄມ​ຝັ່ງ​ທະ​ເລ​ຕ້ອງ​ໄດ້​ຍົກ​ຍ້າຍ.

ໃນ​ຂະ​ນະ​ທີ່​ທໍ່​ນ້ຳ​ມັນ​ແລະ​ທ່າ​ເຮືອ​ນ້ຳ​ເລິກ ຈະ​ສະ​ໜອງ​ນ້ຳ​ມັນ​ແລະ​ແກັ​ສ​ທຳ​ມະ​ຊາດ​ໃຫ້​ແກ່​ປະ​ເທດ​ເພື່ອນ​ບ້ານ​ກໍ​ຈິງ​ຢູ່ ແຕ່​ຜົນ​ປະ​ໂຫຍດ​ສຳ​ລັບ​ປະ​ຊາ​ຊົນ​ໃນ​ທ້ອງ​ຖິ່ນ​ແມ່ນ​ຍັງ​ບໍ່​ຈະ​ແຈ້ງ ອີງ​ຕາມ​ພວກ​ກະ​ບົດ ​ກອງ​ທັບ​ອາ​ຣາ​ຄານ. ຮ້ອຍ​ໂທ​ຈໍ​ທານ ກ່າວ​ກ່ຽວ​ກັບ​ເລື້ອງນີ້​ວ່າ:

“ມື້​ນຶ່ງ ຂ້ອຍ​ຢືນ​ຢູ່​ເທິງງ​ພູ. ຂ້ອຍ​ແນມ​ລົງ​ມາ​ເບິ່ງ​ນະ​ຄອນ​ຫຼວງ​ແລະ​ກໍ​ເຫັນ​ແສງ​ໄຟ​ໃນ​ທົ່ວ​ເມືອງ​ດັ່ງ​ກ່າວ. ແຕ່​ຂ້ອຍ​ເບິ່ງ​ໄປ​ທີ່​ໝູ່​ບ້ານ​ຂອງ​ພວກ​ເຮົາ​ແລ້ວ ຂ້ອຍຫວັງ​ວ່າ​ຈະ​ໄດ້​ເຫັນ​ແສງ​ໄຟ ແຕ່​ສິ່ງ​ທີ່​ຂ້ອຍ​ໄດ້​ເຫັນ​ເກັບ​ມີ​ແຕ່​ຄວາມ​ມືດ​. ນັ້ນ​ຄືສິ່ງ​ທີ່​ເຮັດ​ໃຫ້​ຂ້ອຍ​ເສຍ​ໃຈ​ຫຼາຍ.”

ຕຳ​ຫຼວດ​ມຽນ​ມາ​ໄດ້​ຍື່ນ​ຂໍ້​ຫາ​ຕໍ່​ຕ້ານ​ການ​ກໍ່​ການ​ຮ້າຍ ​ໃສ່​ພວກ​ຜູ້​ນຳ​ກອງ​ທັບ​ອາ​ຣາ​ຄານ 4 ຄົນ ທີ່​ພົວ​ພັນ​ກັບ​ການ​ໂຈມ​ຕີ​ປ້ອມ​ຕຳ​ຫຼວດ ຍັງ​ເປັນ​ເລື້ອງ​ທີ່​ຄ້າງຄາ​ກັນ ໃນ​ຂະ​ນະ​ທີ່​ການ​ເຈ​ລະ​ຈາ​ຢຸດ​ຍິງ ຍັງ​ດຳ​ເນີນ​ຢູ່​ຕໍ່​ມາກັບ​ສະ​ມາ​ຊິກ​ອື່ນໆໃນ​ກຸ່ມ​ພັນ​ທະ​ມິດ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG