ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມຸສລິມ ກຳລັງທຳການຖືສິນອົດ ອາຫານ ໃນເດືອນ ສັກສິດ ຣາມາດານ


ປະຊາຊົນຊື້ເຄື່ອງສຳລັບເດືອນຖືສິນອົດອາຫານ ຣາມາດານ ທີ່ຕະຫຼາດຂາຍສົ່ງ Shorja ໃນນະຄອນຫຼວງ ແບກແດັດ, ປະເທດ ອີຣັກ. 6 ມິຖຸນາ, 2016.
ປະຊາຊົນຊື້ເຄື່ອງສຳລັບເດືອນຖືສິນອົດອາຫານ ຣາມາດານ ທີ່ຕະຫຼາດຂາຍສົ່ງ Shorja ໃນນະຄອນຫຼວງ ແບກແດັດ, ປະເທດ ອີຣັກ. 6 ມິຖຸນາ, 2016.

ຊາວມຸສລິມທັງຫຼາຍ ກຳລັງປະຕິບັດການຖືສິນອົດອາຫານໃນເດືອນສັກສິດ ຣາມາດານ ໃນວັນຈັນມື້ນີ້ ພ້ອມກັບການທີ່ຈະໄດ້ເຫັນເດືອນເພັງໃໝ່ ເປັນຄັ້ງ ທຳອິດອີກດ້ວຍ.

ຄາດວ່າພວກມີສັດທາທັງຫຼາຍ ຈະໃຊ້ເວລາໃນການອົດອາຫານເປັນເດືອນ ໃນຕອນກາງ ເວັນ, ພວກເຂົາເຈົ້າຈະບໍ່ດື່ມແມ່ນກະທັ້ງ ນ້ຳ ແລະ ໃຊ້ເວລາສ່ວນໃຫຍ່ໃຫ້ແກ່ການສວດ ມົນ ແລະ ສຶກສາຄຳພີ Quran ຫຼາຍກວ່າ. ພວກເຂົາເຈົ້າຕ້ອງໄດ້ຫຼີກລ້ຽງນິໄສທີ່ບໍ່ດີ ແລະ ຄວາມເອົາແຕ່ໃຈຕົນເອງ ເຊັ່ນການສູບຢາ ແລະ ມີເພດສຳພັນ

ຄວາມແຕກຕ່າງທາງດ້ານວັດທະນະທຳ ແລະ ແມ່ນກະທັ້ງພູມສາດ ໄດ້ນຳໄປສູ່ຄວາມ ແຕກຕ່າງນານາ ໃນວິທີທີ່ຊາວມຸສລິມທັງຫຼາຍພາກັນປະຕິບັດເດືອນສັກສິດນີ້. ການອົດ ອາຫານໃນຕອນກາງເວັນ ແມ່ນໄດ້ ພິສູດໃຫ້ເຫັນວ່າຍາກ ສຳລັບປະຊາຊົນຜູ້ທີ່ອາໄສຢູ່ ໃກ້ກັບພາກພື້ນ ແຖບຂົ້ວໂລກ ໃນລະຫວ່າງ ມື້ທີ່ມີແສງຕາເວັນຍາວນານຂອງລະດູ ຮ້ອນ. ໃນສອງສາມປີທີ່ຜ່ານມານີ້ ພະສົງມຸສລິມໄດ້ອອກກົດໝາຍອິສລາມ ອະນຸຍາດໃຫ້ຊາວ ມຸສລິມ ທີ່ອາໄສຢູ່ໃນພາກພື້ນຕ່າງໆ ບ່ອນທີ່ຕາເວັນ ບໍ່ຕົກໃນລະດູຮ້ອນ ຫຼື ໃນເວລາທີ່ ບຸນຖືສິນອົດຕົກຖືກລະດູ

ໜາວ, ບ່ອນທີ່ຕາເວັນບໍ່ຂຶ້ນ ເພື່ອປະຕິບັດຕາມເວລາຂອງຕາເວັນຂຶ້ນ ແລະ ຕົກຂອງນະ ຄອນ Mecca.

ຊາວປາເລສໄຕນ໌ ຍ່າງຜ່ານຕະກຽງ ຣາມາດານ ແບບດັ້ງເດີມທີ່ຖືກໄຕ້ຂຶ້ນ, ເພື່ອສະເຫຼີມສະຫຼອງ ເດືອນສັກສິດອົດອາຫານ ໃນຕະຫຼາດໃຫຍ່ຂອງເຂດ Gaza, 3 ມິຖຸນາ 2016.
ຊາວປາເລສໄຕນ໌ ຍ່າງຜ່ານຕະກຽງ ຣາມາດານ ແບບດັ້ງເດີມທີ່ຖືກໄຕ້ຂຶ້ນ, ເພື່ອສະເຫຼີມສະຫຼອງ ເດືອນສັກສິດອົດອາຫານ ໃນຕະຫຼາດໃຫຍ່ຂອງເຂດ Gaza, 3 ມິຖຸນາ 2016.

ທີ່ທຳນຽບຂາວ, ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ອອກຖະແຫຼງການ ສະບັບໜຶ່ງທີ່ ສະແດງການໃຫ້ຄຳອວຍພອນທີ່ດີ ທີ່ສຸດຕໍ່ຊາວ ມຸສລິມ ທີ່ອາໄສຢູ່ໃນທົ່ວ ໂລກ.

ທ່ານ ໂອບາມ ກ່າວວ່າ “ໃນຂະນະທີ່ຊາວ ມຸສລິມ ທີ່ຖືສັນຊາດ ອາເມຣິກັນ ສະເຫຼີມສະ ຫຼອງເດືອນສັກສິດນີ້, ຂ້າພະເຈົ້າຈື່ໄດ້ວ່າພວກ ເຮົາແມ່ນຄອບຄົວ ອາເມຣິກັນ ໜຶ່ງດຽວ ກັນ. ຂ້າພະເຈົ້າຂໍຢືນຄຽງຂ້າງ ຢ່າງເດັດດ່ຽວກັບປະຊາຄົມຊາວ ມຸສລິມ ສັນຊາດ ອາ ເມຣິກັນ ໃນ ການປະຕິເສດຕໍ່ສຽງຮຽກຮ້ອງຕ່າງໆ ທີ່ຫາທາງແບ່ງແຍກພວກເຮົາອອກ ຈາກກັນ ຫຼື ຈຳກັດເສລີພາບໃນການນັບຖືສາສະໜາ ຫຼື ສິດທິຕ່າງໆຂອງພົນລະ ເມືອງ.”

ທ່ານ ໂອບາມາ ໄດ້ຮຽກຮ້ອງໃຫ້ຊາວ ອາເມຣິກັນ ລະນຶກເຖິງປະຊາ ຊົນຫຼາຍລ້ານຄົນຜູ້ທີ່ ຖືກພັດພາກຈາກທີ່ຢູ່ຂອງພວກເຂົາເຈົ້າ ໂດຍ ຄວາມຂັດແຍ້ງ ແລະ ການຕໍ່ສູ້ໃນທົ່ວໂລກ.

ເຊັ່ນດຽວກັນກັບໝູ່ເພື່ອນຂອງພວກເຂົາເຈົ້າ ຜູ້ນັບຖືສາສະໜາໃນທົ່ວ ໂລກ, ຊາວມຸສລິມ ທີ່ອາໄສຢູ່ໃນ ສະຫະລັດ ແມ່ນກຳລັງແນມເບິ່ງ ທ້ອງຟ້າ ແລະ ກຽມພ້ອມສຳລັບເດືອນທີ່ ມີຄວາມສັກສິດທີ່ສຸດນີ້. ທ່ານ Jibril Hough, ໂຄສົກສຳລັບສູນກາງສາສະໜາ ອິສລາມ ແຫ່ງນະຄອນ ນະຄອນ Charlotte ລັດ North Carolina ກ່າວວ່າ ບຸນຖືສິນອົດອາຫານ ໃນປະເທດ ສະຫະລັດ ແມ່ນມີຄວາມແຕກຕ່າງກວ່າປະເທດອື່ນໆ ທີ່ມີປະຊາກອນ ຊາວ ມຸສລິອາໄສຢູ່ຫຼາຍກວ່າ.

Ramadan
please wait
Embed

No media source currently available

0:00 0:00:57 0:00

Muslims begin observing the holy month of Ramadan Monday with the first sighting of the new moon.

The faithful are expected to spend the month fasting during daylight hours, eschewing even water, and spending more time in prayer and study of the Quran. They are supposed to avoid bad habits and indulgences, such as smoking and sex.

Cultural differences and even geography have led to differences in the ways Muslims observe the holy month. Fasting during daylight hours has proven difficult for people living near polar regions during the long days of the summer. Muslim clerics have in the past few years issued fatwas allowing Muslims in regions where the sun does not set in summer -- or, when Ramadan falls in winter, where the sun does not rise -- to follow the sunrise and sunset times of Mecca.

Obama extends wishes to Muslims

At the White House, U.S. President Barack Obama issued a statement of best wishes to Muslims around the world.

"As Muslim Americans celebrate the holy month," he said, "I am reminded that we are one American family. I stand firmly with Muslim American communities in rejection of the voices that seek to divide us or limit our religious freedoms or civil rights."

Obama urged Americans to remember the millions of people whose lives have been displaced by conflict and struggle across the world.

Ramadan for American Muslims

Like their fellow worshippers around the world, Muslims in the United States are watching the skies and preparing for the holiest month. Jibril Hough, spokesman for the Islamic Center of Charlotte, North Carolina, says Ramadan is different in the United States than in countries with larger Muslim populations.

XS
SM
MD
LG