ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວມຸສລິມ ພາກັນໄປເຕົ້າໂຮມ ໃນພິທີ ແກວ່ງກ້ອນຫີນ ໄລ່ຜີສາງ


ພວກສະແຫວງບຸນຊາວມຸສລິມ ພາກັນແກວ່ງກ້ອນຫີນ ທີ່ເປັນສັນ ຍາລັກ ໄລ່ຜີສາງ ໃນພິທີສະຫຼອງບຸນຮາຈ ປະຈຳປີ.
ພວກສະແຫວງບຸນຊາວມຸສລິມ ພາກັນແກວ່ງກ້ອນຫີນ ທີ່ເປັນສັນ ຍາລັກ ໄລ່ຜີສາງ ໃນພິທີສະຫຼອງບຸນຮາຈ ປະຈຳປີ.

ພວກສະ​ແຫວ​ງບຸນ​ຊາວ​ມຸສລິ​ມ ຫຼາຍ​ກວ່າ 2 ລ້ານ​ຄົນ ​ໄດ້​ພາກັນ​ແກວ່ງກ້ອນ ຫີີນໃສ່
ກຳ​ແພງ​ໃຫຍ່ ຊຶ່ງເປັນສັນຍາ​ລັກ​ຂອງ​ການແກວ່ງກ້ອນຫີນໃສ່ຜີ​ສາງ​ໃນ​ວັນ​ອັງຄານ
​ວານ​ນີ້ ທີ່ເປັນບ່ອນມີຄວາມ​ສ່ຽງ​ທີ່​ສຸດ ​ໃນການ​ສະ​ແຫວ​ງບຸນ​ຮາຈປະຈຳປີ​ຢູ່​ທີ່ຊາ​ອຸ​ດີ
​ອາ​ຣາ​ເຍບ ບ່ອນ​ທີ່​ຫຼາຍ​ຮ້ອຍ​ຄົນ​ໄດ້​ເສຍ​ຊີວິດ​ຍ້ອນຢຽບ​ກັນ​ຕາຍ​ເມື່ອ​ສາມ​ປີ​ກ່ອນ ອີງ
​ຕາມລາຍ​ງານ​ຂອງ​ອົງການ​ຂ່າວຣອຍ​ເຕີ້.

ດ້ວຍການນຸ່ງ​ຫົ່ມ​ຜ້າສີຂາວ ທີ່​ເປັນ​ສັນຍາ​ລັກຄວາມ​ບໍລິສຸດ ພວກ​ຜູ້​ຊາຍ​ແລະແມ່ຍິງ​
ຈາກ 165 ປະ​ເທດ ​ໄດ້​ໄປ​ພົບພໍ້​ກັນ​ຢູ່ເສົາຫີນ​ຈາ​ມາຣັຕເພື່ອເຂົ້າຮ່ວມ​ພິທີ​ທາງ​ສາສະ
ໜາ ​ຈາກ​ຂົວ​ສາມ​ຊັ້ນ ​ທີ່​ໄດ້​ສ້າງຂຶ້ນ​ເພື່ອ​ຜ່ອນ​ເບົາ​ການແອອັດ ຫຼັງຈາກ​ໄດ້​ມີ​ການ​ຢຽບ​
ກັນ​ຕາຍກ່ອນໜ້ານີ້.

ພາຍ​ໃຕ້​ການ​ຄວບ​ຄຸມ​ດູ​ແລ​ຢ່າງ​ໃກ້ຊິດ​ຈາກ​ບັນດາ​ເຈົ້າ​ໜ້າ​ທີ່​ຊາ​ອຸ​ດີ ​ອາຣາ​ເບຍ ພວກທີ່ເຫຼື້ອໃສໃນສາສະໜາ ກໍພາກັນ​ຖືຄັນຫົ່ມ​ເພື່ອ​ປ້ອງກັນ​ຄວາມ​ຮ້ອນຈາກ ແສງ​ແດດໃນຍາມກາງ​ເວັນທີ່​ສູງ​ເຖິງ 40 ອົງສາ​ແຊລ​ຊຽສ.

ເຂົາ​ເຈົ້າ​ຈະ​ພາກັນກັບ​ຄືນ​ມາ​ຂົວ​ນີ້​ອີກ​ ໃນໄລຍະສອງ​ມື້ຂ້າງໜ້າ​ເພື່ອແກວ່ງກ້ອນ​ຫີີນ
​ຕື່ມ ກ່ອນຈະ​ກັບ​ຄືນ​ໄປ​ເມືອງ​ເມກ​ກະ ​ເພື່ອ​ສູດ​ມົນ​ຢູ່​ວັດ​ໃຫຍ່​ໃນ​ວັນ​ສຸດ​ທ້າຍ​ຂອງ
​ບຸນ​ຮາ​ຈ.

ຊາອຸດີອາຣາເບຍຮັກສາ​ຊື່​ສຽງຂອງຕົນ ​ໃນຖານະຜູ້ຄຸ້ມຄອງສະຖານທີ່​ສັກສິດ​ທີ່​ສຸດ
ຂອງ​ສາສໜາອິສລາມ ​ຄືເມືອງເມກ​ກະ ແລະ ​ເມ​ດີ​ນາ ​ແລະ​ເປັນ​ບ່ອນ​ຈັດ​ການ​ເຕົ້າ​ໂຮມ
​ຊາວ​ມຸສລິ​ມປະຈຳ​ປີທີ່​ໃຫຍ່​ສຸດ​ຂອງໂລກ ທີ່​ຢ້ອນເສັ້ນທາງຄືນໄປ​ຫາ​ພະສາສະດາ
​ໂມ​ຮຳ​ມັດ​ເມື່ອ 14 ​ສັດຕະວັດກ່ອນ.

ພວກສະແຫວງບູນພາກັນຍ່າງໄປທິດທາງ ອາລ-ຊາຟາ ບ່ອນທີ່ຊາວມຸສລິມ ພາກັນຍ່າງກັບໄປກັບມາ ເຈັດເທື່ອ ອັນເປັນພິທີປະຈຳປີຢູ່ວັດໃຫຍ່ ທີ່ເມືອງສັກສິດເມກກາ ໃນຊາອຸດີອາຣາເຍບ ວັນທີ 21 ສິງຫາ 2018.
ພວກສະແຫວງບູນພາກັນຍ່າງໄປທິດທາງ ອາລ-ຊາຟາ ບ່ອນທີ່ຊາວມຸສລິມ ພາກັນຍ່າງກັບໄປກັບມາ ເຈັດເທື່ອ ອັນເປັນພິທີປະຈຳປີຢູ່ວັດໃຫຍ່ ທີ່ເມືອງສັກສິດເມກກາ ໃນຊາອຸດີອາຣາເຍບ ວັນທີ 21 ສິງຫາ 2018.

​ໄດ້​ມີ​ການ​ສົ່ງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ 130,000 ຄົນ​ແລະ​ນາຍ​ແພດພ້ອມ​ດ້ວ​ຍ
ເທັກ​ໂນ​ໂລຈີສະ​ໄໝ​ໃໝ່ ຮວມທັງ​ເຮືອບິນ​ສັງ​ເກດ​ການ​ທີ່​ບໍ່​ມີ​ຄົນ​ຂັບ ​ເພື່ອ​ຮັກສາ​ຄວາມ
ເປັນ​ລະ​ບຽບຮຽບຮ້ອຍ.

ຊາວມຸສລິມພາກັນຢູ່ອ້ອມຊາກສົບທີ່ຖືກຢຽບກັນຕາຍໃນບູນຮາຈ ປະຈຳປີ ໃນວັນທີ 24 ກັນຍ 2015.
ຊາວມຸສລິມພາກັນຢູ່ອ້ອມຊາກສົບທີ່ຖືກຢຽບກັນຕາຍໃນບູນຮາຈ ປະຈຳປີ ໃນວັນທີ 24 ກັນຍ 2015.

ທ້າວ​ຟິຣາສ ອາລ-ຄາ​ຊາ​ນີ ຊາວ​ຈໍແດນ ອາຍຸ 33 ປີ​ກ່າວ​ວ່າ “ການ​ຊ່ວຍ​ເຫຼືອ​ຂອງ​ຕຳ
ຫຼວດ ​ແລະ​ການ​ບໍ​ລິ​ການ​ທັງ​ໝົດແມ່ນດີເປັນ​ພິ​ເສດ. ​ພະ​ເຈົ້າຜູ້ຍິ່ງໃຫຍ່ ຂ້າພະ​ເຈົ້າ​ດີ​
ໃຈ​ຫຼາຍ ​ແລະ​ດ້ວຍຄວາ​ມປະສົງ​ຂອງ​ພະ​ເຈົ້າ ພະຜູ້​ເປັນ​ເຈົ້າ​ຂອງ​ພວກ​ເຮົາ​ຈະ​ໃຫ້|
ການ​ຊ່ວ​ຍເຫຼືອ​ແກ່​ພວກ​ເຮົາ​ອີກ.”

ຊາວມຸສລິມພາກັນສູດມົນຢູ່ວັດໃຫຍ່ ກ່ອນບູນຮາຈ ປະຈຳປີ ທີ່ເມືອງເມກກາ.
ຊາວມຸສລິມພາກັນສູດມົນຢູ່ວັດໃຫຍ່ ກ່ອນບູນຮາຈ ປະຈຳປີ ທີ່ເມືອງເມກກາ.

​ພວກ​ເຈົ້າ​ໜ້າ​ທີ່​ໄດ້​ອອກ​ແບບ​ໃໝ່ຢູ່​ໃນ​ບໍລິເວນກ້ອນຫີນຈາ​ມາ​ຣາຕ ຫຼັງ​ຈາກໄດ້ ມີການ
ຢຽບ​ກັນ​ຕາຍ​ໃນ​ປີ 2004 ​ແລະ 2006 ທີ່​ເຮັດ​ໃຫ້​ ພວກສະ​ແຫວ​ງບຸນ​ເສຍ​ຊີວິດ​ຫຼາຍ​
ຮ້ອຍ​ຄົນ ​ແລະ​ຄວາມ​ຫາຍຍະນະ​ທີ່​ມັກ​ເກີດ​ຂຶ້ນນັ້ນ ​ໄດ້​ຫຼຸດຜ່ອນ ​ລົງ​ຢ່າງ​ຫຼວງ​ຫຼາຍ
​ໃນ​ຂະນະ​ທີ່​ລັດຖະບານ​ໄດ້​ໃຊ້​ຈ່າຍ​ເງິນຫຼາຍ​ພັນ​ລ້ານ​ໂດ​ລາ​ເພື່ອ​ປັບປຸງ​ແລະ​ຂະ
ຫຍາຍ​ໂຄງ​ລ່າງການສະຫຼອງບຸນ​ຮາ​ສ ​ແລະ​ເທັກ​ໂນ​ໂລ​ຈີ​ຄວບຄຸມ​ຝຸງ​ຊົນ.

​ແຕ່​ຍ້ອນມີ​ຜູ້​ເຂົ້າ​ຮ່ວມຫລາຍ​ເກີ​ນ​ໄປ ຈຶ່ງມີຄວາມ​ຢ້ານ​ກົວ​ທີ່ຈະເກີດ​ອັນຕະລາຍ​ຢູ່
​ສະເໝີ. ຄວາມ​ແອ​ອັດ​ໃນການຢຽບກັນ​ຕາຍ​ໃນ​ປີ 2015 ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​
ເກືອບ 800 ຄົນ ອີງ​ຕາມຊາອຸດີອາຣາເບຍ ​ເວລາ​ສອງ​ກຸ່ມ​ໃຫຍ່​ຂອ​ງຜູ້​ສະ​ແຫວ​ງບຸນ
​ໄດ້​ໄປ​ເຖິງ​ພ້ອມ​ກັນ ​ຢູ່ທາງ​ຜ່ານ​ທີ່​ນຳ​ໄປສູ່​ບ່່ອນ​ແກວ່ງ​ກ້ອນ​ຫີນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG