ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ໂລກ​ອິ​ສ​ລາມ ສ້າງ​ຕັ້ງ​ກອງ​ທຶນ ຊ່ອຍ​ເຫຼືອ​ຊາວ​ອັ​ຟ​ກາ​ນິ​ສ​ຖານ ເພື່ອ​ຫຼີກ​ລ່ຽງ​ໄພ​ພິ​ບັດ ທາງ​ດ້ານ​ມະ​ນຸດ​ສະ​ທຳ


ລັດ​ຖະ​ມົນ​​ຕີ​ການ​ຕ່າງ​ປະ​ເທດ​ປາກ​ິ​ສ​ຖານ ທ່ານ ຊາ ມາ​ມຸດ ກູ​ເຣ​ຊີ (ກາງ) ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ ຕາງ​ໜ້າ​ໃຫ້​ແກ່​ປະ​ເທດ​ຕ່າງໆ ເຂົ້າ​ຮ່ວມກອງ​ປະ​ຊຸມ​ອົງ​ການ​ການ​ຮ່ວມ​ມື​ສາ​ສະ​ໜາ​ອິ​ສ​ລາມ​ຫຼື ​ (OIC) ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 19 ທັນ​ວາ 2021.
ລັດ​ຖະ​ມົນ​​ຕີ​ການ​ຕ່າງ​ປະ​ເທດ​ປາກ​ິ​ສ​ຖານ ທ່ານ ຊາ ມາ​ມຸດ ກູ​ເຣ​ຊີ (ກາງ) ຕ້ອນ​ຮັບ​ແຂກ​ຜູ້​ມີ​ກຽດ ຕາງ​ໜ້າ​ໃຫ້​ແກ່​ປະ​ເທດ​ຕ່າງໆ ເຂົ້າ​ຮ່ວມກອງ​ປະ​ຊຸມ​ອົງ​ການ​ການ​ຮ່ວມ​ມື​ສາ​ສະ​ໜາ​ອິ​ສ​ລາມ​ຫຼື ​ (OIC) ທີ່​ນະ​ຄອນ​ອິ​ສ​ລາ​ມາ​ບັດ ເມື່ອ​ວັນ​ທີ 19 ທັນ​ວາ 2021.

ກອງ​ປະ​ຊຸມ​ສຸກ​ເສີນ​ເປັນ​ເວ​ລາ​ນຶ່ງມື້​ຂອງ​ອົງ​ການ​ການ​ຮ່ວມ​ມື​ສາ​ສະ​ໜາ​ອິ​ສ​ລາມ​ຫຼື OIC ທີ່​ປະ​ກອບ​ດ້ວຍສະ​ມາ​ຊິກ 57 ​ປະ​ເທດ ໄດ້​ຕົກ​ລົງ​ກັນ ​ໃນ​ວັນ​ອາ​ທິດວານນີ້ ເພື່ອ​ສ້າງ​ຕັ້ງ​ກອງ​ທຶນ​ມະ​ນຸດ​ສະ​ທຳ​ຂຶ້ນ​ ສຳ​ລັບ​ແກ້​ໄຂ​ໄພ​ພິ​ບັດ​ຮ້າຍ​ແຮງທາງ​ດ້ານ​ມະ​ນຸດ​ສະ​ທຳ​ແລະ​ເສດ​ຖະ​ກິດ​ ທີ່​ພວມ​ເກີດ​ຂຶ້ນ​ຢູ່​ໃນ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ບ່ອນ​ທີ່​ຫຼາຍໆ​ລ້ານ​ຄົນ​ກຳ​ລັງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ອຶດ​ຫິວ​ແລະ​ພວກ​ເດັກນ້ອຍ​ປະ​ມານ 1 ລ້ານ​ຄົນ ​ພວມ​ຕົກ​ຢູ່​ໃນ​ຄວາມ​ສ່ຽງ​ຕໍ່​ການ​ເສຍ​ຊີ​ວິດ​ຍ້ອນ​ການ​ຂາດ​ສານ​ອາ​ຫານ​ຢ່າງ​ຮ້າຍ​ແຮງ.

ກອງ​ທຶນ​ດັ່ງ​ກ່າວ​ຈະ​ຖືກ​ສ້າງ​ຕັ້ງ​ຂຶ້ນ​ພາຍ​ໃຕ້​ທະ​ນາ​ຄານ​ພັ​ດ​ທະ​ນາ​ອິ​ສ​ລາມ ເພື່ອ​ສົ່ງ​ການ​ຊ່ວຍ​ເຫຼືອ​ບັນ​ເທົາ​ທຸກ​ໄປ​ໃຫ້​ຊາວ​ອັ​ຟ​ກາ​ນິ​ສ​ຖານ ໃນ​ການ​ປະ​ສານ​ງານ​ກັບ​ພາ​ຄີ​ລະ​ຫວ່າງ​ປະ​ເທດ ນັ້ນ​ຄື​ຄຳ​ເວົ້າຢູ່​ໃນ​ຖະ​ແຫຼງ​ການ​ຂັ້ນ​ສຸດ​ທ້າຍຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ທີ່​ປາ​ກິ​ສ​ຖານ​ ເປັນ​ເຈົ້າ​ພາບ​ຈັດ​ຂຶ້ນ ຊຶ່ງ​ຮວມ​ທັງ​ຄະ​ນະ​ຜູ້​ຕາງ​ໜ້າ​ຂອງ​ສະ​ຫະ​ລັດ ຈີນ ຣັດ​ເຊຍ ສະ​ຫະ​ພາບ​ຢູ​ໂຣບ ແລະ​ອົງ​ການ​ສະ​ຫະປະ​ຊາ​ຊາດ.

ກອງ​ປະ​ຊຸມນີ້ ແມ່ນ​ການ​ເຕົ້າ​ໂຮມ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ນາໆ​ຊາດເພື່ອ​ໃຫ້​ການ​ຊ່ວຍ ແກ່​ອັ​ຟ​ກາ​ນິ​ສ​ຖານ ນັບ​ແຕ່​ພວກ​ຕາ​ລີ​ບານ​ໄດ້​ເຂົ້າ​ຢຶດ​ອຳ​ນາດ​ຈາກ​ລັດ​ຖະ​ບານ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ປະ​ເທດ​ຕາ​ເວັນ​ຕົກ ​ໃນ​ເດືອນ​ສິງ​ຫາ ລຸນ​ຫຼັງ​ທີ່​ທະ​ຫານ​ຕ່າງ​ປະ​ເທດພາຍ​ໃຕ້​ການ​ນຳ​ພາ​ຂອງ​ສະ​ຫະ​ລັດ ໄດ້​ຖອນ​ຕົວ​ອອກ​ໄປ ຫຼັງ​ຈາກການ​ປະ​ຕິ​ບັດ​ງານ​ຢູ່​ໃນ​ປະ​ເທ​ດ​ດັ່ງ​ກ່າວ​ມາ​ໄດ້ 20 ປີ.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ (ກາງ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ປາ​ກິ​ສ​ຖານ ທ່ານຊາ ມາ​ມຸດ ກູ​ເຣ​ຊີ (ກາງ​ຂວາ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸກ​ເສີນ​ອົງ​ການ OIC ເມື່ອ​ວັນ​ທີ 19 ທັນ​ວາ 2021.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ປາ​ກິ​ສ​ຖານ ທ່ານ​ອິມ​ຣານ ຄານ (ກາງ) ແລະ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ປາ​ກິ​ສ​ຖານ ທ່ານຊາ ມາ​ມຸດ ກູ​ເຣ​ຊີ (ກາງ​ຂວາ) ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸກ​ເສີນ​ອົງ​ການ OIC ເມື່ອ​ວັນ​ທີ 19 ທັນ​ວາ 2021.

ກ່ອນ​ໜ້ານີ້ ​ຮັກ​ສາ​ການລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອັ​ຟ​ກາ​ນິ​ສ​ຖານ ທ່ານ​ອາ​ເມຍ ຄານ ມູ​ຕາ​ກີ ​ໃຫ້​ກາ​ນ​ຄ້ຳ​ປະ​ກັນແກ່ກອງ​ປະ​ຊຸມ​ອົງ​ການ OIC ວ່າ ​ລັດຖະ​ບານ​ຂອງ​ພວກ​ເຂົາ​ເຈົ້າ ຈະ​ດຳ​ເນີນ​ການ​ເພີ້ມ​ຕື່ມ ເພື່ອ​ໃຫ້​ມີ​ການ​ປະ​ກອບ​ສ່ວນ​ຂອງ​ພັກ​ຝ່າຍການ​ເມືອງ​ຕ່າງໆ​ເຂົ້າ​ຮ່ວມແລະ​ສົ່ງ​ເສີມ​ສິດ​ທິ​ມະ​ນຸດ ຮວມທັງ​ສິດ​ທິ​ຂອງ​ພວກ​ແມ່​ຍິງ. ກຸ່ມ​ຕາ​ລີ​ບານ​ໄດ້​ນຳ​ອອກ​ເຜີຍ​ແຜ່​ສຳ​ເນົາ​ຄຳ​ປາ​ໄສ ​ຂອງ​ທ່ານ​ມູຕາ​ກີ ຕໍ່ກອງ​ປະ​ຊຸມ​ທີ່​ປິດ​ລັບ​ດັ່ງ​ກ່າວ.

ທ່ານ​ມູ​ຕາ​ກີ ກ່າ​ວ​ວ່າ “ພວກ​ເຮົາ​ພ້ອມ​ແລ້ວ ໃນ​ຖາ​ນະ​ສະ​ມາ​ຊິກ​ຂອ​ງ​ຄອບ​ຄົວ​ດຽວ​ກັນ ທີ່​ຈະ​ຮັບ​ຟັງ ແລະ​ຮັບ​ເອົາ​ຄຳ​ຮ້ອງ​ຂໍ​ທັງ​ໝົດ ຄວາມ​ກັງ​ວົນ ແລະ​ຄຳ​ແນະ​ນຳ​ຂອງ​ບັນ​ດາ​ປະ​ເທດ​ທີ່​ນັບ​ຖື​ສາ​ສະ​ໜາ​ອິ​ສ​ລາມ ທີ່​ກ່ຽວ​ຂ້ອງ​ກັບ​ອັ​ຟ​ການິ​ສ​ຖານທີ່​ສາ​ມາດ​ນຳ​ໄປ​ສູ່​ແຜນ​ທີ່​ເໝາະ​ສົມ​ແລະ​ເປັນ​ທຳແລະ​ນຳ​ພາ​ພວກ​ເຮົາອອກ​ຈາກວິ​ກິດ​ການ​ທີ່​ພວມ​ເກີດ​ຂຶ້ນ​ໃນ​ເວ​ລານີ້.”

ທ່ານ​ກ່າວ​ຕື່ມ​ວ່າ “ພວກ​ເຮົາ​ພິ​ຈາ​ລະ​ນາ​ເລື້ອງ​ສິດ​ທິ​ມະ​ນຸດ, ສິດ​ທິ​ຂອງ​ພວກ​ແມ່​ຍິງ ແລະ​ການ​ເຂົ້າ​ຮ່ວ​ມຂອງ​ຊາວ​ອັ​ຟ​ກາ​ນິ​ສ​ຖານ​ທີ່​ມີ​ຄວາມ​ສາ​ມາດ​ທັງ​ໝົດ​ຈາກ​ທຸກ​ຂອບ​ເຂດໜ້າ​ທີ່​ການ​ງານ​ຂອງ​ພວກ​ເຮົາ. ພວກ​ເຮົາ​ໄດ້​ດຳ​ເນີນ​ການ​ຢ່າງ​ຫຼວງ​ຫຼາຍ​ເມື່ອ​ເວົ້າ​ເຖິງ​ເລື້ອງນີ້ ແລະ​ຈະ​ສືບ​ຕໍ່​ເອົາ​ບາດ​ກ້າວ​ເພີ້ມ​ຕື່ມ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG