ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເພງ When You Kiss Me ຂັບຮ້ອງໂດຍ Shania Twain


Shania Twain
Shania Twain

ບັນຍາກາດໃນ​ຊ່ວງນີ້​ ກໍ​ຢູ່ໃນຊ່ວງ​ຂອງ​ການກະກຽ​ມ​ສະ​ເຫຼີ​ມສະຫຼອງເທດສະການ
​ຄຣີສມາສ ​ເພາະສະ​ນັ້ນທາງ​ລາຍການ​ສຽງ​ເພງ​ຈາກ​ແດນ​ໄກຂອງ ວີໂອເອກໍຈະ​ນໍາ
​ເອົາ​ເພງ​ສາກົນ ມາ​ຝາກ​ທ່ານ​ຜູ້​ຟັງ​ ຂໍ​ເຊີນ​ເຂົ້າ​ສູ່​ລາຍການ​ໄດ້​ນະ​ບັດ​ນີ້.

ສະບາຍດີ​ທຸກໆທ່ານ ໃນຮອບ​ລະດູ​ໜາວ​ປີ​ນີ້ ຫິມະໄດ້​ຕົກເປັນ​ຄັ້ງ​ທຳ​ອິດ​ໃນວັນເສົາ
ແລ້ວນີ້ ພາ​ໃຫ້​ອາກາດ​ໃນ​ນະຄອນຫຼວງວໍ​ຊິງ​ຕັນ ດີ​ຊີ ​ໜາວ​ຂຶ້ນ​ເລື້ອຍໆ ຊ່າງ​ເຂົ້າ​ກັບ​
ບັນຍາກາດ ​ພຽງບໍ່​ເຖິງ​ສອງ​ສັບປະດາ ເທດ​ສະ​ການ​ ບຸນ​ຄິຣສມາດກໍຈະມາຮອດແລ້ວ
ວັນນະ​ສອນ​ ຫວັງ​ວ່າ​ທ່ານ​ຜູ້​ຟັງ ຄົງ​ຈະ​ໄດ້​ຕຽມ​ຫ້າງ​ຫາ​ຂອງຕ້ອນ​ຂອງຝາກໃຫ້​ໄດ້​ຄົບ​
ຖ້ວນ… ທຸກ​ປະການ​ແລ້ວ​ເນາະ ວັນນະ​ສອນ​ວ່າ​ອາກາດໜາວ​ແບບ​ນີ້ ບໍ່​ຈໍາ​ເປັນ​ກໍ​ບໍ່
​ຕ້ອງ​ອອກ​ໄປ​ໃສ​ດອກ ນອນ​ຟັງ​ເພງ​ມ່ວນໆ​ກັບ​ວັນນະ​ສອນ​ ​ແບບ​ສະບາຍໆກັນ​ດີກ​ວ່າ
ຂໍ​ເລີ່​ມດ້ວຍ​ເພງ “When You Kiss Me” ຂອງ Shania Twain​ ເປັນ​ເພງຫວານ
​ທີ່ມີຄວາມໝາຍສຸດຍອດ ເປັນເພງຂອງສິນລະປິນສາວຊາວກາ​ນາ​ດາ ທີ່​ຮ້ອງ​ເພງ​ນີ້​
ໄດ້​ຫວານ​ຈັບ​ໃຈ ຊຶ່ງ​ວັນນະ​ສອນ​ຂໍຈັດ​ມອບ​ໃຫ້ພິ​ເສດ​ແດ່​ແຟນ​ເພງ ​ໂດຍ​ສະ​ເພາະ
​ຜູ້ທີ່​ກໍາລັງ​ທີ່​ຈະ​ຕັດສິນ​ໃຈຕົກລົງປົງໃຈ​ເລືອກເອົາໃຜຜູ້ນຶ່ງເຂົ້າມາຮ່ວມໃນຊີວິດ ແລະ
ແນ່ນອນ ​ພໍ​ໄດ້ເພງ​ນີ້​ແລ້ວ ​ທ່ານ​ຜູ້​ຟັງຈະ​ໄດ້​ຕັດສິນ​ໃຈດ້ວຍຕົວ​ເອງຢ່າງຖືກຕ້ອງວ່າ
ນອກຈາກ ຄວາມຮັກ ຄວາມອົບອຸ່ນ, ຄວາມໄວ້ເນື້ອເຊື່ອໃຈ, ຄວາມຫ່ວງຫາອາທອນ ​
ແລະ, ການ​ໃຫ້​ກຽດ​ຊຶ່ງ​ກັນ​ແລະ​ກັນແລ້ວ ແລະວ່າເຂົາ​ຄື​ຄົນ​ນັ້ນ​ ຄືຄົນທີ່ທ່ານໄດ້ເຝົ້າລໍ
ມາຕລອດຊີວິດ ແລະພ້ອມທີ່ຈະເລືອກ​ເຂົ້າມາໃນ​ຊີວິດ​ຂອງ​ທ່ານຫຼື​ບໍ່ ທີ່ຈະຢູ່ນໍາກັນ
ຈົນແກ່ເຖົ້າ …ຂໍເປັນແຮງໃຈອີກຕື່ມຄົນນຶ່ງ ເພື່ອຊ່ອຍໃນການຕັດສິນໃຈ
ຄັ້ງ​ສຳຄັນ​ຄັ້ງ​ນີ້​ດ້ວຍ.

​ວັນນະ​ສອນ​ທັງ​ດີ​ໃຈ​ແລະ​ຕ້ອງ​ຂໍ​ຂອບ​ໃຈສຳຫຼັບຈມ ແລະ ອີແມລ ທຸກໆສະບັບ
ທີ່​ຂຽນ​ເຂົ້າມາ​ຫາ​ທາງ​ລາຍການ VOA ​ທີ່ວ່າ ຕິດຕາມ​ຮັບ​ຟັງ​ຂ່າວ​ຈາກ​ພວກ​ເຮົາ
ໂດຍສະ​ເພາະ​ຮັບ​ຊົມ​ລາຍການ​ສົດ​ທາງ​ເຟສບຸກຂອງ​ພວກ​ເຮົາ​ໃນ​ວັນ​ອັງຄານ
ວັນ​ພຸດ ພ້ອມ​ນີ້​ທາງ​ເຮົາ​ກໍຍັງມີ​ປະຕິທິນ​ປີ 2018 ມາ​ແຈກ​ໃຫ້​ທ່ານ​ຜູ້​ຟັງ ກະລຸນາ
​ຂຽນ​ເຂົ້າ​ມາຫາ​ທາງເຮົາ ​ແລະ​ຈະ​ຈັດ​ສົ່ງໃຫ້ ​ແລະ​ ຂໍ​ມອບ​ເພງ “Put Your Head
On My Shoulder”
ຂອງ Michael Bouble ທີ່​ເປັນ​ເພງ​ຫວານ​ມາ​ກ່ອມ​ທ່ານ​ຜູ້​ຟັງ.

ສ່ວນ​ເພງ​ສຸດ​ທ້າຍ​ນີ້ ກໍ​ເປັນ​ເພງ​ນຶ່ງ​ທີ່​ໂດ່​ງດັງ​ໃນ​ຊຸມ​ປີ 1980 ພຸ້ນ ​ແລະ​ຕິດ​ອົກ​ຕິດ​ໃຈ
ຂອງ​ຜູ້​ຟັງ​ຫຼາຍໆ ທ່ານ ​ເອົາ​ຂໍ​ບອກ​ທ່ານ​ຜູ້​ຟັງ ຕາມ​ຄວາມ​ໝາ​ຍຂອງ​ເພງ​ນີ້ໄດ້​ເລີຍ...
I Love You More Than I Can Say ທີ່​ຂັບ​ຮ້ອງ​ໂດຍ ສິນລະປິນ Leo Sayer.

XS
SM
MD
LG