ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ມື້ນີ້ ວັນນະສອນຈະນໍາຜົນງານເພງໃໝ່ມາ ສະເໜີທ່ານ ເປັນຜົນງານເພງຂອງສິນລະປິນໜຸ່ມຈາກສປປ ລາວ ເຕຊິນ ວົງທອງຄຳ ເພງນີ້ເປັນ ແນວເພງ ປ໊ອປແບບເກົາຫຼີຕາມທີ່ທີນັກຮ້ອງໜຸ່ມໄດ້ບອກໄວ້ ແຕ່ເອື້ອຍ ວັນນະສອນ ວ່າ ມັນມີຫຼາຍ ກ່ວານັ້ນ ກໍຄືການປະສົມສານສຽງເອື້ອນຂອງລູກທົ່ງລາວ ຈຶ່ງເຮັດໃຫ້ເພງນີ້ ໜ້າຟັງຍິ່ງຂຶ້ນ. ເອົາໄປຟັງເພງທີ່ມີຄວາມໝາຍຊຶ່ງຜູ້ຄົນທີ່ເຂົ້າໃຈກັນເປັນຢ່າງດີວ່າ ຄືການໝາຍປອງ ແລະຫວັງສູງ ຊຶ່ງເປັນຄຳເວົ້າທີ່ພວກເຮົາ ເຈົ້າຂ້ອຍ ໄດ້ຍິນຢູ່ສະເໝີ ດັ່ງຊື່ຂອງເພງນີ້ກໍດີໆ “ດອກຟ້າກັບໝາວັດ.”
ສ່ວນເພງ "ຈິງຫຼືວ່າບໍ່" ຂອງນ້ອງຈັນທະວີ ສິນທະສົມພອນ ເປັນຜົນງານເພງຂອງສິນ ລະປິນສາວລາວ-ອາເມຣິກັນ ຫວັງວ່າທ່ານຜູ້ຟັງຄົງຈະຕິດຕາມພວກເຮົາສະເໝີໄປ.
ວັນນະສອນພ້ອມດ້ວຍຄະນະຕ້ອງຂໍອະໄພນຳຫຼາຍໆສຳລັບການອອກອາກາດມື້ວານນີ້ ຍ້ອນມີເຫດການສຸກເສີນ ຈຶ່ງບໍ່ໄດ້ອອກທັງໝົດ 30 ນາທີ ແຕ່ວັນນະສອນ ຫວັງຢ່າງຍິ່ງວ່າ ທ່ານຜູ້ຟັງ ຍັງຄົງຕິດ ຕາມພວກເຮົາຢູ່ຕໍ່ໄປ. ຂໍຂອບໃທີ່ຄອຍຕິດຕາມແລະເປັນກຳລັງ ໃຈໃຫ້. ພໍໄດ້ເຫັນຂໍ້ ຄວາມຕ່າງໆທີ່ຂຽນຝາກໄວ້ໃນ ເຮັດໃຫ້ຊື່ນໃຈ ຫາຍເມື່ອຍເລີຍ ເພາະສະນັ້ນ ຈຶ່ງຂໍມອບເພງມ່ວນໆ ກ່ອມທ່ານຜູ້ຟັງເຂົ້ານອນ ໃນບົດເພງ ຮັກຂ້າມ ຂອບຟ້າ ຂອງນ້ອຮ້ອງ ນັກດົນຕີ ຈາກການາດາ ກ໊ອກ ສຸຣິຍະເດດ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ