ຄ່ຳຄືນນີ້ ທ່ານຈະໄດ້ຮັບຟັງເພງສາກົນທີ່ກຳລັງເປັນທີ່ນິຍົມກັນໃນສະຫະລັດ
ໃນຂະນະນີ້. ຂໍເຊີນຮັບຟັງເພງມ່ວນໆ ໃນລາຍການສຽງເພງຈາກແດນໄກຂອງ
ວີໂອເອໄດ້ເລີຍ.
ສະບາຍດີ ແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງຈາກແດນໄກຂອງ
ວີໂອເອ. ອີກບໍ່ດົນ ກໍຈະຍ່າງເຂົ້າລະດູໃບໄມ້ຫຼົ່ນແລ້ວ…ອາກາດໃນນະຄອນຫຼວງ
ວໍຊີງຕັນດີຊີ ກໍເຢັນແດ່ເລັກນ້ອຍແລ້ວ ແຕ່ແດດກໍຍັງອອກຢູ່ຕາມເຄີຍ ແລະກໍມີຝົນ
ແດ່ເປັນບາງມື້. ມື້ນີ້ ເຮົາຂໍເລີ້ມດ້ວຍເພງຂອງນັກຮ້ອງສາວນ້ອຍ Selena Gomez
ໃນບົດເພງThe Heart Wants What it Wants ເຊີນຮັບຟັງໄດ້. ຫວັງວ່າເພງນີ້
ຄົງຈະຖືກໃຈພວກຊາວໜຸ່ມທັງຫຼາຍ ເພາະວ່າມັນມີຄວາມໝາຍວ່າ ຫົວໃຈຢາກເຮັດ
ໃນສິ່ງທີ່ມັນຕ້ອງການ.
ສ່ວນເພງ ຕໍ່ໄປນີ້ ເປັນເພງຂອງ Tori Kelly ທີ່ມີຄວາມໝາຍວ່າ ມັນໜ້າຈະເປັນ
ພວກເຮົາ ທີ່ແປມາຈາກຊື່ເພງ Should've Been Us. ເອົາມາຟັງພ້ອມໆກັນເລີຍ
ເໜາະທ່ານ ເພາະວ່າ ເວລາເຮົາມີຈຳກັດ.
ບັດນີ້ເຮົາຂໍປິດທ້າຍລາຍການ ດ້ວຍເພງຂອງສາວໆ ຈັ່ງໃດກໍຫຼິ້ນເພງຂອງສິນລະປິນ
ສາວສອງເພງແລ້ວ ອີກຕື່ມເພງນຶ່ງ ກໍຄົງຈະບໍ່ເປັນຫຍັງເໜາະ. ເອົາມາຟັງເພງ 22
ຂອງສາວນ້ອຍ Taylor Swift ທີ່ເກັ່ງກາດຄົນນຶ່ງຂອງວົງການເພງອາເມຣິກັນທີ່ເລີ້ມ
ແຕ່ງເພງຕັ້ງແຕ່ອາຍຸຍັງນ້ອຍ. ຂໍໃຫ້ທຸກໆທ່ານ ຈົ່ງນອນຫຼັບຝັນດີ…ພົບກັນໃໝ່ໃນສັບປະດາໜ້າ.