ສະບາຍດີທຸກໆທ່ານ. ແລງມື້ນີ້ກໍເຊັ່ນເຄີຍ ເຮົາມີຄວາມຍິນດີຂໍຕ້ອນຮັບທ່ານຜູ້ຟັງ ເຂົ້າສູ່ລາຍການສຽງເພງຈາກແດນໄກຂອງວີໂອເອ. ນຶ່ງສັບປະດາ ກ່ອນຈະເຖິງ
ວັນສົງການປີໃໝ່ລາວ ວັນນະສອນກໍຈະຕ້ອງໄດ້ຕຽມຫາເພງມ່ວນໆແລະສະໜຸກໆ
ມາຝາກທ່ານຜູ້ຟັງ ແລ້ວໃນສັບປະດາໜ້າ ຈຶ່ງຄ່ອຍມາຟັງເພງລາວ ກ່ຽວກັບບຸນ
ປີໃໝ່ເໜາະ ຈະຕຽມຫາໄວ້ ແລ້ວຄ່ອຍມາຟັງນຳກັນອີກ ເອົາມື້ນີ້ຂໍເລີ່ມດ້ວຍເພງ
ສະໜຸກສະໜານຂອງວົງ ຣ໊ອກລູກທົ່ງ Florida Georgia Line ໃນບົດເພງ
Cruise ເອົາ ເຊີນມາມ່ວນນຳກັນເລີຍ.
ສ່ວນເພງຕໍ່ໄປນີ້ ແມ່ນເປັນແບບ R&B (Rhythm and Blue) ທີ່ Charlie Wilson
ຮ້ອງເພງນີ້ ໄດ້ອາລົມສຸດຂີດ ເປັນເພງ My Favorite Part of You ທີ່ແປວ່າ
ສ່ວນທີ່ຂ້ອຍມັກທີ່ສຸດໃນຕົວຂອງເຈົ້າ. ຂໍເຊີນໄປຟັງພ້ອມໆກັນເລີຍ ແລະກໍຂໍໃຫ້
ຊຶ້ງໄປຕາມໆກັນ. ສ່ວນເພງສຸດທ້າຍນີ້ ກໍຕ້ອງໄດ້ຫວນກັບຄືນໄປຟັງເພງດັງໃນ
ອະດີດ ກັນກ່ອນ.
ວັນນະສອນວ່າ ຫຼາຍໆທ່ານຈະບໍ່ຜິດຫວັງຢ່າງແນ່ນອນ ເປັນເພງຂອງວົງດົນຕີດັງ
ໃນອະດີດ The Beatles ຈາກປະເທດອັງກິດ ແລະເພງນີ້ ມີຊື່ວ່າ All My Loving
ເປັນເພງສະໜຸກສະໜານ ແລະຂໍມອບໃຫ້ທຸກທ່ານ ທີ່ມັກຮັກເພງ ໃນຊຸມປີ 1960 ພຸ້ນ.
ຢ່າລືມກັບມາມ່ວນຊື່ນສະຫຼອງວັນສົງການປີໃໝ່ລາວນຳກັນ ໃນສັບປະດາໜ້າ. ຂໍໃຫ້
ທຸກໆທ່ານຈົ່ງນອນຫລັບຝັນຫວານແລະພົບກັນໃໝ່ ໃນສັບປະດາໜ້າ.