ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນ້ຳ​ລີກ ອຸດົມ​ໄຊ - ຈ້ຳ​ແຈ່ວ in USA (ຄາຣາ​ໂອ​ເກະ)


ລີກ ອຸດົມ​​ໄຊ
ລີກ ອຸດົມ​​ໄຊ

ສະບາຍ​ດີ​ແຟນລາຍການ​ທຸກໆ​ທ່ານ ​ໄດ້​ອາທິດ​ນຶ່ງ​ແລ້ວ
ວັນນະ​ສອນຍັງ​ບໍ່​ຫາຍ​ຂາດຈາກ​ການ​ເປັນ​ຫວັດ​ເລີຍ ແຟນໆ​ລາຍການ​ສຽງ​ເພງ​ຈາກແດນ​ໄກຂອງ VOAກໍ​ຕ້ອງ​ອົດສາ​ທົນ​ຟັງສຽງ​ຈາງໆ​ແບບ​ແຫບໆ​ໄປ​ອີກ​ຕື່ມ ຄ່ຳຄືນ​ນີ້ ມາ​ຈັດ​ເພງ​ພິ​ເສດ​ໃຫ້​ຜູ້​ຟັງ​ນ້ອງ​ເສົາ​ເໝາະ ທີ່​ຂໍ​ຟັງ​ເພງ “ຈົດໝາຍ​ຈາກ​ແມ່” ​ຂອງສົມ​ມົນ ​ໄຊ​ເຕ​ໂຊ ​ເພື່ອ​ມອບ​ໃຫ້​ແມ່ວັນ​ດີ ຈາກ​ບ້ານ​ນາ​ມົນ ​ເມືອງ​ກາສີ ​ເພາະ​ນ້ອງ​ບອກ​ມາ​ວ່າ ​ແມ່​ບໍ່​ໄດ້ມີ​ໂອກາດ​ຮຽນ​ໜັງສື​ເລີຍ​ຮຽນແຕ່ ປໍ 1 ​ແຕ່​ຂະຫຍັນ​ໝັ່ນ​ພຽນ ສົ່ງ​ເສ​ຍລູກໆ​ໃຫ້​ໄດ້​ຮ່ຳຮຽນ​ສູງໆໝົດ ​ເພາະສະນັ້ນນ້ອງ​ສົມ​ເໝາະ​ ຢາກ​ຈະ​ສົ່ງ​ເພງ​ນີ້​ແທນ​ຄຳ​ຂອບ​ໃຈ​ແລະ​ຊາບ​ຊຶ້ງ​ເຖິງ​ບຸບພະກາລີ​ ທີ່​ເພິ່ນ​ໄດ້ສົ່ງເສຍ​ລູກ ຈົນ​ໄດ້​ມີ​ໂອກາດ​ຮຽນ ​ແລະ​ນ້ອງ​ສົມ​ເໝາະ ກໍ​ຈະ​ຕັ້ງ​ໃຈ​ຮຽນ ​ເຮັດ​ໃຫ້​ສົມ​ໃຈ​ແມ່ ພ້ອມ​ດຽວ​ກັນ​ນີ້ ວັນນະ​ສອນ​ກໍ​ຂໍ​ຖື​ຈັດ​ໃຫ້​ແມ່ຍິງ​ທຸກໆ​ຄົນ ເນື່ອງ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ ທີ່​ຫາ​ກໍ​ຈັດ​ສະຫຼອງ​ຜ່ານ​ໄປ ​ເມື່ອບໍ່​ດົນ​ມາ​ນີ້​ເອງ. ຂໍ​ເຊີນ​ຮັບ​ຟັງ​ໄດ້. ​

ສ່ວນເພງທີ​ສອງ​ນີ້ ຂໍ​ຈັດໃຫ້ຜູ້​ຟັງ​ທີ່​ປະສົງ​ບໍ່​ອອກ​ນາມ​ທີ່​ຂຽນຂໍ້ຄວາມ​ເຂົ້າ​ມາຖາມ ຄວາມໝາຍ “​ເອີ້ນ​ອ້າ​ຍ​ໃສ່​ໝໍ້ໜຶ້ງ” ທີ່​ທາງ​ເຮົາ​ຫຼິ​້ນ​ໃຫ້​ຟັງ​ໄປ ​ເມື່ອ​ບໍ່​ດົນ​ມາ​ນີ້​ເອງ
ສ່ວນ​ຕົວ​ເອື້ອຍ​ວັນນະ​ສອນ​ເອງ​ແລ້ວ ​ເກີດ​ມາ ກໍ​ບໍ່​ໄດ້​ຍິນ​ຈັກ​ເທື່ອ ​ແຕ່ກໍ​ສືບໄດ້ມາ​ວ່າ
​ເປັນຄວາມ​ເຊື່ອ​ຂອງ​ຄົນ​ເຖົ້າ​ຄົນ​ແກ່ ​ແຕ່​ໂບຮານ​ນະ​ການ​ວ່າ… “ຄັນຄິດ​ຮອດ​ຜູ້​ໃດ​ແລ້ວ ​ໃຫ້​ເອີ້ນ​ໃສ່ໝໍ້ໜຶ້ງ ​ແລ້ວ​ຄົນໆ​ນັ້ນ​ກໍ​ຈະ​ຮູ້​ເມື່ອ…ວ່າຊັ້ນ!” ​ແຕ່​ຢ່າງ​ໃດ​ກໍ​ດີ
ກໍ​ຂໍ​ມອບ​ເພງ​ນີ້​ໃຫ້​ຟັງ ​ເປັນ​ເພງ​ຕອບ​ຂອງ​ຝ່າຍ​ຊາຍ​ ຂອງ​ດາວດິນ ຖິ່ນ​ຈຳ​ພອນ
ໃນ​ບົດ​ເພງ “ໝໍ້ໜຶ້ງຮ້ອງ ຄື​ນ້ອງ​ເອີ້ນ​ຫາ​.”

ຂໍ​ປິດ​ທ້າ​ຍລາຍການດ້ວຍ​ເພງ​ນີ້ ທີ່​ວັນນະ​ສອນ​ວ່າ ຖືກໃຈທຸກ​ໆ​ທ່າ​ນ ຢ່າງ​ແນ່ນອນ​ທີ່​ສຸດ​ເລີຍ ​ໂດຍ​ສະ​ເພາະ​ຄົນ​ລາວ​ໃນ​ສະຫະລັດ ​ເພາະວ່າ​ຄົນ​ລາວ​ຢູ່​ສະຫະລັດເຖິງ​ຢ່າງ​ໃດກໍ​ຍັງ​ຈ້ຳ​ແຈ່ວ​ແບບ​ລາວລາວ​ ບໍ່​ໄດ້​ລືມ​ຮາກ​ເຫງົ້າ​ ​ເພງ​ທີ່​ມີ​ຄວາມ​ໝາຍ​ດີ​ນີ້​ຂັບ​ຮ້ອງ​ໂດຍສິນ​ລະ​ປິນໜຸ່ມ ຫຸ່ນ​ລ້ຳບຶກ ​ແບບຊາຍຊາດ​ທະຫານ ນ້ຳລີກ ອຸດົມໄຊ ​ໃນ​ບົດ​ເພງ “ຈ້ຳ​ແຈ່ວ in USA.”
XS
SM
MD
LG