ສະບາຍດີ ແລະວັນນະສອນກໍດີໃຈທີ່ໄດ້ກັບມາພົບແຟນໆເພງ ໃນລາຍການສຽງເພງຈາກແດນໄກຂອງ VOA ໃນທຸກໆແລງວັນອາທິດ. ຂໍແນະນຳຜົນງານເພງຊຸດໃໝ່ຂອງສິນລະປິນລາວ ຈາກຍີ່ປຸ່ນ ພາວັນດີ ມີໄຊ ເຈົ້າຂອງສຽງເພງ ຮັກສາວແຈ່ວບອງ ທີ່ວັນນະສອນ ໄດ້ນຳສະເໜີໃຫ້ທ່ານໄດ້ຮັບຟັງມາແລ້ວ ທາງ ຕ້ອງຂໍຂອບໃຈກັບ ພາວັນດີ ທີ່ໄດ້ສົ່ງເພງຊຸດໃໝ່ມາໃຫ້ແຟນເພງ ໂດຍສະເພາະ ເພາະວ່າຊຸດນີ້ ກໍກຳລັງຕຽມອອກວາງຕະຫຼາດໃນໄວໆນີ້ ແນ່ນອນລະແຟນເພງ ຈະໄດ້ຟັງກ່ອນໃຜໆໃນໂລກ ເອົາເຮົາມາຟັງເພງ ເມືອງລາວເຮົາ ກໍລືນາມ ພ້ອມໆກັນເລີຍ.
ສ່ວນເພງ ບ້ານນາຜາສຸກ ສະບັບດັ່ງເດີມນີ້ ທີ່ປະພັນໂດຍ ອ. ສ. ແສງສິຣິວັນ ແລະຂັບຮ້ອງໂດຍ ມະນີວັນ ວໍຣະວົງ ນີ້ ວັນນະສອນ ຈັດມອບໃຫ້ທຸກໆທ່ານທີ່ຕິດຕາມຮັບຟັງ ລາຍການ
ສຽງເພງຈາກແດນໄກຂອງ VOA ຫວັງວ່າເພງນີ້ ຄົງຈະພາໃຫ້ທ່ານຄິດເຖິງອະດີດ
ຈັ່ງໃດກໍໄດ້ຈັດເພງຂອງ ພາວັນດີ ມີໄຊ ໃຫ້ຟັງໄປແລ້ວ ກໍເລີຍຕ້ອງຂໍມອບເພງນີ້ໃຫ້ຟັງເພາະວ່າເພງນີ້ມີຄວາມໝາຍກັບເຈົ້າຂອງສຽງເພງ...ເພາະວ່າມີພັນລະຍາຄົນງາມຈາກບ້ານອີ່ໄລນີເອງ...ອີກຄັ້ງນຶ່ງ ວັນນະສອນ ຕ້ອງຂໍຂອບໃຈກັບຄວາມມີນຳໃຈທີ່ອຸດສາສົ່ງເພງມາໃຫ້ຊາວລາວທົ່ວສາລະທິດ ໄດ້ຮັບຟັງ ກັນ ແລະຫວັງວ່າ ໂອກາດໜ້າຄົງໄດ້ພົບພໍ້ກັນອີກ ແລະແນ່ນອນ ວັນນະສອນຕ້ອງຖືໂອກາດ ໄປຢາມເມືອງດອກສະກຸຣະ ບ້ານຂອງຊາໂມໄຣ ໃນປີໜ້າ ຂໍໃຫ້ສືບຕໍ່ສ້າງຜົນງານດີໆ ອອກມາໃຫ້ພວກເຮົາໄດ້ຮັບຟັງກັນອີກ ໃນອານາຄົດຂ້າງໜ້າ. ຂໍໃຫ້ທຸກໆທ່ານນອນຫຼັບສະບາຍໆ ໄປກັບເພງ ສາວອີ່ໄລໃຈເຕັມຮ້ອຍ.