ສະບາຍດີ ທຸກໆທ່ານ ເພງທໍາອິດຈັດຕາມຄໍາຂໍຂອງທ່ານຜູ້ຟັງ
ຄືນນີ້ ແມ່ນນ້ອງຄົນນຶ່ງແຟນລາຍການຂອງວັນນະສອນ ຂໍມາ.
ວັນນະສອນຄອບປີ້ຂໍ້ຄວາມ ສົ່ງທາງອີເມລຕໍ່ມາໃຫ້ ແຕ່ບໍ່ບອກ
ວ່າຊື່ຫຍັງ. ນ້ອງຄົນນີ້ຂໍຟັງເພງທີ່ກ່ຽວກັບບ້ານເກີດ ເພາະຈາກ
ບ້ານ ຄືເມືອງຫລວງພະບາງ ມາຢູ່ວຽງຈັນ ເກືອບ 10 ປີແລ້ວ
ຍັງຄິດຮອດບ້ານຢູ່ວ່າຊັ້ນ. ເອົາ ເອື້ອຍຈັດເພງນີ້ໃຫ້ເລີຍ ເໝາະ
ທີ່ສຸດແລະກໍມ່ວນດ້ວຍ ຊື່ເພງ ຄິດເຖິງບ້ານເກີດ ຈາກການຂັບ
ຮ້ອງຂອງນັກຮ້ອງສາວ ທີ່ຊື່ແສງຈັນ. ຫວັງວ່ານ້ອງທີ່ຂໍຟັງມາ
ຄົງມັກແລະກໍາລັງຟັງຢູ່.
ແຟນລາຍການຂອງວັນນະສອນອີກຄົນນຶ່ງ ຫລານທ້າວຍົມ ທີ່ບ້ານພູລຸ້ງ ເມືອງແບງ
ແຂວງອຸດົມໄຊ ຂຽນຈົດໝາຍມາຕັ້ງແຕ່ເດືອນ 12 ປີກາຍນີ້ ຫາກໍມາຮອດ ຂໍຟັງເພງ
ຂອງບຸນເກີດ ໜູຫ່ວງ ແຕ່ບໍ່ບອກວ່າເພງໃດ ຈຶ່ງຂໍມອບເພງນີ້ໃຫ້ກໍແລ້ວກັນ ຮັກສາວ
ຫົວພັນ. ຫລານຍົມບອກວ່າຂໍຟັງຮ່ວມກັບໂຄສົກວີໂອເອໝົດທຸກຄົນ ຂອບໃຈຫລາຍໆ. ຫວັງວ່າຫລານຄົງກໍລັງຟັງຢູ່ ບໍ່ດັ່ງນັ້ນກໍຄົງຈະພາດ ບໍ່ໄດ້ຟັງແນ່ນອນ ນອກເສຍຈາກ
ວ່າຈະມີຄອມພິວເຕີ ແລະກັບໄປຟັງໃນລາຍການຜ່ານມາ ຂອງເຮົາ. ເອົາ ເຊີນພົບກັບ
ບຸນເກີດ ໜູ່ຫວງໄດ້ເລີຍ ໃນເພງ ຮັກສາວຫົວພັນ.
ເພງສຸກທ້າຍນີ້ ຂ້າພະເຈົ້າຂໍຈັດໃຫ້ນ້ອງ ລິມພອນ ວົງຣາດສະໄຫວ ຢູ່ສວິດເຊີແລນ
ທີ່ສົ່ງຄວາມເຫັນເຖິງ ສຸດທະລິດ ກີ້ຕ້າຊ້າຍ ເຂົ້າມາທາງໜ້າລາຍການເພງ ທີ່ຂ້າພະເຈົ້າຈັດສະເໜີໃນອາທິດແລ້ວນີ້. ຄິດວ່າຄົງມັກເພງຂອງສຸດທະລິດ ຄືກັນກັບຂ້າພະເຈົ້າ ກໍເລີຍ ຂໍຈັດຕື່ມໃຫ້ຟັງອີກເພງນຶ່ງ ມີຄວາມໝາຍດີຫລາຍ ຄືເພງ ພອນແຫ່ງຄວາມຫວັງ ຈາກ ທໍານອງເພງ Have I Told You Lately That I Love You ຊຶ່ງແປວ່າ ຕອນ ຫລັງໆນີ້ ຂ້ອຍໄດ້ບອກເຈົ້າບໍ່ວ່າຂ້ອຍຮັກເຈົ້າ? ແຕ່ເນື້ອຮ້ອງພາສາລາວ ແມ່ນມີຄວາມ ໝາຍຕ່າງໄປ ຄືເປັນເພງອວຍພອນໃຫ້ຄວາມຫວັງ ແລະກໍາລັງໃຈແກ່ຜູ້ທີ່ປະສົບກັບ ເຄາະກໍາ ຫລືຄວາມລໍາບາກຍາກແຄ້ນ. ວີໂອເອກໍຂໍເປັນກໍາລັງໃຈໃຫ້ບັນດາທ່ານຄືກັນ ແລະຂໍໃຫ້ຍຶດເອົາເນື້ອເພງນີ້ ເປັນຫລັກປະຕິບັດໃນການດໍາລົງຊີວິດ. ເຖິງຈະບໍ່ມີເງີນ ມີຄໍາຫລາຍ ແຕ່ກໍມີຄວາມສຸກໄດ້ ຖ້າໃຈເຮົາສະຫງົບແລະຕັ້ງໝັ້ນຢູ່ໃນຄວາມພໍພຽງ ແລະຄຸນຄວາມດີ ກໍຄືສ້າງແຕ່ຄວາມດີກັບທຸກໆຄົນ. ກະຂໍມອບເພງນີ້ໃຫ້ ນ້ອງລິມພອນກັບທຸກໆທ່ານທີ່ກໍາລັງຟັງຢູ່ ພິເສດຫລານອານຸລັກ ກັບຄອບຄົວແກ້ວມະນີເດີ້ ທີ່ມັກຟັງລາຍການນີ້ຂະນະກິນເຂົ້າແລງຢູ່. ພົບກັນໃໝ່ອາທິດໜ້າ ລາຕີສະຫວັດ......