ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວັນນີ້ວັນດີປີໃໝ່ ເພງໝູ່ຮ້ອງຮ່ວມກັນ ເພື່ອສົ່ງຄວາມສຸກເຖິງທ່ານຜູ້ຟັງ


ສະບາຍດີປີໃໝ່
ສະບາຍດີປີໃໝ່


ສະບາຍດີປີ​ໃໝ່ ວັນນະສອນຫວັງວ່າທ່ານຜູ້ຟັງຄົງຈະມ່ວນ​ຊື່ນ​ກັບການຈະສະຫຼອງປີໃໝ່
ຢ່າງ​ມ່ວນ​ຊື່ນ​ແລະ​ອື່ມໜຳ​ສຳລານ ປີ 2559 ນີ້. ຂໍ​ໃຫ້​ປີໃໝ່ນີ້ ນຳພາ​ສິ່ງ​ທີ່​ດີງາມ ແລະສຸກ​ຊຸ່ມ​ກຸ່ມ​ເຢັນ ມາ​ໃຫ້​ແດ່​ແຟນລາຍການ​ສຽງ​ເພງ​ຈາກ​ແດນ​ໄກ​ທຸກ​ທ່ານ​ເລີຍ…ເພງ ວັນ​ນີ້​ວັນ​ດີ​ປີ​ໃໝ່ ດັ່ງ​ຄວາມ​ໝາຍ​ຂອງ​ເພງ​ນີ້ ຊຶ່ງ​ເປັນ​ເພງ​ໝູ່ອັນ​ມີ: ​ແກະ​ໃຫຍ່ ອາຣຸນນີ ​ແລະ​ປຸກ​ກີ.

ຂໍ​ຈັດ​ເພງ​ມ່ວນໆ​ຈັງຫວະ​ລຳວົງ​ຂອງເດືອນ ວິຣະດາ ​ໃຫ້​ທ່ານ​ຜູ້​ຟັງ​ອອກ​ມາ​ມ່ວນ​ຊື່ນ​ນຳ​ກັນ ​ໃນ​ບົດເພງ "ບຸນ​ສົງການ ບ້ານ​ເຮົາ" ​ເອົາ​ຂໍ​ເຊີນ​ມາ​ລ້າຍ​ລຳ​ນຳ​ກັນ.

ຂໍ​ອຳ​ລາ​ທ່ານ​ດ້ວຍ​ເພງ​ນີ້ ມ່ວນແທ້ ບ້ານ​ເຮົາ ​ເປັນ​ເພງ​ມ່ວນໆຈາກສິນລະປິນ​ສາວ ຈາກ ສປປ ລາວ ອະນຸສອນ ​ໄພ​ຍະ​ສິດ ​ໂດຍ​ສະ​ເພາະ​ໃນ​ຊ່ວງ​ສະຫຼອງ​ເທດ​ການ​ປີ​ໃໝ່​ນີ້ ​ແບບວ່າ ຢູ່ໃສຈະມ່ວນເທົ່າບ້ານເຮົາ.

ຂໍ​ອຳ​ລາ​ທ່ານ​ດ້ວຍ​ກະວີ ພອນ​ປີ​ໃໝ່​ໃຫ້​ແດ່​ທຸກໆ​ທ່ານ ​ແລະ​ຂໍໃຫ້ເມສານີ້ເປັນການ
ເລີ່ມຕົ້ນປີໃໝ່ທີ່ເບີກບານມ່ວນຊື່ນ ປະສົບແຕ່ລາບຍົດ, ສັນລະເສີນ, ສຸກຂະພາບ
ແຂງແຮງ ດັ່ງບົດກອນນີ້ ທີ່ທ່ານ ບຸນຜົງ ​ແກ້ວ​ດສຣາ ພົມທະວົງສ໌

ວັນນີ້ ວັນດີ ວັນປີໃໝ່ ສົດໃສ ມື້ໃໝ່ ວັນໄຊງາມ
ເລີກຍາມ ງາມດີ ສີຣິມຸງຄຸນ ແສງອາລຸນ ເບີກຟ້າ ນະພາໄລ
ດອກໄມ້ ເບັ່ງບານ ສໍາລານຕາ ນົກກາ ຂັນຮ້ອງ ກ້ອງກັງວານ

ສັງຂານ ຮອບໃໝ່ ໄດ້ວຽນມາ ນໍາພາ ຄວາມສຸກ ສຸກສໍາລານ
ການງານ ຮຸ່ງເຮືອງ ເຮື້ອງໂລກາ ປາຖນາ ທີ່ຊອບ ປະກອບທັມ
ຊັກນໍາ ໃຫ້ເກີດ ເລີດດັ່ງໃຈ ໃຈກາຍ ກ້າເກັ່ງ ເປັ່ງຣາສີ

ຈົ່ງມີ ໂຊກລາບ ຜາບຄວາມຈົນ ທຸກຄົນ ຕອມຮັກ ຝາກໄມຕຣີ
ມັ່ງມີ ເງິນທອງ ກອງອະນັນ ວັນນະ ສຸກຂະ ພະລະແຮງ
ເຂັ້ມແຂງ ອາຍຸ ຢູ່ຍືນນານ ຕຼອດການ ປີໃໝ່ ດັ່ງໃຈເຖີ້ນ...

XS
SM
MD
LG