ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

​ສຸດ​ຍອດເພງ​ດັງ​ແຫ່ງ​ປີ 2015 ຂອງ​ລາງວັນ Grammy ​ໄດ້​ແກ່​ເພງ Stay With Me - Sam Smith


Sam Smith ຖ່າຍຮູບກັບ 4 ລາງວັນ ອັນມີ: Best New Artist, Best Pop/Vocal Album for "In the Lonely Hour" and Song of the Year and Record of the Year for "Stay With Me" in the press room at the 57th annual Grammy Awards in Los Angeles, California, Feb. 8, 2015.
Sam Smith ຖ່າຍຮູບກັບ 4 ລາງວັນ ອັນມີ: Best New Artist, Best Pop/Vocal Album for "In the Lonely Hour" and Song of the Year and Record of the Year for "Stay With Me" in the press room at the 57th annual Grammy Awards in Los Angeles, California, Feb. 8, 2015.
ລິງໂດຍກົງ

ສບາຍດີແຟນລາຍການສຽງເພງຈາກແດນໄກຂອງ VOA ທັງຫຼາຍ
ຄ່ຳຄືນວັນນະສອນ​ຈະ​ພາ​ທ່ານໄປ​ຮັບ​ຟັງ​ເພງ​ສາກົນ​ທີ່ຫາກໍໄດ້ຮັບ
ລາງວັນ Grammy ຄັ້ງທີ່ 57 ປີ 2015 ຊຶ່ງ​ໄດ້​ຈັດ​ຂຶ້ນ​ໃນ​ນະຄອນ
Los Angeles ຫວ່າງ​ມໍ່ໆມາ​ນີ້​ Sam Smith ສິນລະປິນໜ້າໃໝ່ ທີ່ຖືວ່າຊ໊ອກວົງການເພງໄປເລີຍທີ່ໄດ້ຮັບ 4 ລາງວັນໃຫຍ່ ອັນມີ:
New Artist/Pop Vocal Album/Song/Record of the
ear
" ກໍຄື ລາງວັນນັກຮ້ອງໜ້າໃໝ່ ຊຸດເພງປ໊ອບແຫ່ງປີ ສຸດຍອດ
ເພງດັງແຫ່ງປີ ແລະຊຸດເພງບັນທຶກແຫ່ງປີ ຊຶ່ງນັກຮ້ອງ Sam
Smith
ໄດ້ກ່າວບົດຄວາມນີ້ ໃນຂະນະທີ່ຮັບລາງວັນ Grammy ຊຶ່ງຜູ້ກ່ຽວ ບອກວ່າ​“…ຫຼັງຈາກທີ່ຂ້ອຍມາເປັນຕົວຂອງຕົວເອງແລ້ວ ຜູ້ຄົນກໍເລີ້ມມັກເພງຂອງຂ້ອຍ.” ນັ້ນລະ ບໍ່ວ່າ ຈະນຳແບບແລະໄດ້ແຮງບັນດານໃຈ ມາຈາກໃສ່ ກວ່າຈະມາເປັນສິນລະປິນ ປະດັບວົງການເພງ ແລະທີ່ສຳຄັນທີ່ສຸດໃນການຢືນຢັດໃຫ້ຢູ່ໃນວົງການ ໃຫ້ນານທີ່ສຸດ ກໍຄົງແມ່ນ ການຄົ້ນພົບຕົວເອງແລະການເປັນຕົວຂອງຕົວເອງໃຫ້ໄດ້ ແບບວ່າເປັນຕົ້ນ
ສະບັບຂອງຕົວເອງພຸ້ນລະ ຊຶ່ງເພງຂອງ Sam Smith ມີຫຼາຍໆເພງມ່ວນໆ ໂອກາດ
ໜ້າຈະຈັດໃຫ້ຟັງອີກ ສຳຫຼັບຄ່ຳຄືນນີ້ ຂໍມອບເພງນີ້ Stay With Me ໃຫ້ທຸກໆທ່ານ ໄດ້ຟັງຮ່ວມກັນ...


ມັນກໍເປັນການໜັກໃຈ ທີ່ຈະເລືອກເອົາເພງໃດນຶ່ງມາຈັດໃຫ້ຟັງ ເພາະວ່ເພງດັງໆທີ່ໄດ້
ຮັບລາງວັນ ກໍມີຫຼາກຫຼາຍ ​ແຕ່ເສຍດາຍເວລາຂອງເຮົາມີຈຳກັດ ຈັດໄດ້ພຽງແຕ່ 3 ເພງ
ເທົ່ານັ້ນໃນທຸກທລາຍການເພງ ກໍ​ຕ້ອງ​ຂໍ​ເອົາ​ໃຈ​ໄວ​ລຸ້ນ​ໃນ​ແນວ​ເພງ R&B ທີ່ສິນລະປິນ​ສາວງາມ ຫຸ່ນ​ດີ ສຽງ​ດີ Beyonce ທີ່​ໄດ້​ຮັບ​ລາງວັນ Best R&B Performance ​ໃນ​ບົດ​ເພງ Drunk In Love ທີ່​ຮ້ອງຄູ່​ກັບ Jay Z. ສາມີ​ຂອງ​ຜູ້ກ່ຽວ​ເອງ ຂໍ​ເຊີນ​ຮັບ​ຟັງ​ໄດ້.

ຂໍ​ສົ່ງ​ທ່ານ​ຜູ້​ຟັງເຂົ້ານອນ ດ້ວຍ​ເພງທີ່​ສະໜຸກ​ສະໜາ​ນ​ຂ​ອງສິນລະປິນ Pharrell William ​ ຊຶ່ງ​ເພງ​ນີ້ ສ້າງຄວາມຮູ້ສຶກດີໆໃຫ້ແກ່ທຸກຜູ້ທຸກຄົນ ທີ່ໄດ້ຮັບຟັງ ​ແລະ​ເພງ​ນີ້​ໄດ້​ພາ​ໃຫ້ Pharrell ໄດ້​ຮັບລາງວັນ Best Pop Solo Performance of the Year ກໍ​ຄື ລາງວັນ​ການ​ສະ​ແດງດ່ຽວເພງ​ປ໊ອບ​ແຫ່ງ​ປີ.

ຂໍໃຫ້ທຸກໆທ່ານນອນ​ລັບ​ຝັນ​ດີ. ​

XS
SM
MD
LG