ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

"ຄິດຮອດເມືອງລາວ" - ຈັນດາຣາ


ຈັນດາຣາ
ຈັນດາຣາ

ທ່ານແຟນເພງທັງຫຼາຍໃນລາຍການສຽງເພງຈາກແດນໄກຂອງ VOA ໃນຄໍ່ຄືນມື້ນີ້ ວັນນະສອນໄດ້ຕຽມເພງໃໝ່ໆຈາກບັນດາສິນລະປິນລາວໃນຕ່າງແດນມາຝາກທ່ານຜູ້ຟັງ ແລະສ່ວນວ່າຈະເປັນເພງຂອງໃດແດ່ນັ້ນ ຂໍເຊີນເຂົ້າສູ່ລາຍການໄດ້ເລີຍ.

ເພງ: "ຄິດ​ເຖິງ​ເມືອງ​ລາວ" ​ໂດຍ ຈັນ​ດາຣາ

ສະ​ບາຍ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ​ເພງ​ທີ່​ຫາ​ກໍ​ຈົບ​ລົງ​ໄປ​ນັ້ນ​ແມ່ນ​ເພງ​ "ຄິດ​ເຖິງ​ເມືອງ​ລາວ"
ຈາກ​ສິນ​ລະ​ປິນສາວ ຈັນ​ດາຣາ ​ຈາກ​ປະ​ເທດຝຣັ່ງ​ເສດ ທີ່​ອ້າຍ​ກ໊ອກ ສຸຣິຍະ​ເດ​ດ ຈາກ
ກາ​ນາ​ດາ ຊຶ່ງແຕ່ງ​ເພງ​ນີ້​ຂຶ້ນ​ມາ​ພິ​ເສດ ແລະ​ຫວັງ​ວ່າ​ໃນ​ໂອກາດ​ຕໍ່​ໄປ ວັນນະ​ສອນຄົງ​ຈະ
​ໄດ້​ນໍາ​ຜົນງານ​ເພງ​ຂອງ 6 ສິນລະ​ປີນ​ ທີ່ອ້າຍ​ກ໊ອກ ສຸຣິຍະ​ເດ​ດ ແຕ່ງ​ຂຶ້ນ​ມາສະ​ເພາະ
ໃຫ້ສິນ​ລະ​ປິນລາວ​ໃນ​ທົ່ວ​ໂລກ​ໄດ້​ມາ​ຮ້ອງ​ຮ່ວມ​ກັນ ຊຶ່ງ​ວັນນະ​ສອນ​ຈະ​ໄດ້​ນໍາ​ມາສະ​ເໜີ​
ທ່ານ​ຕໍ່​ໄປ. ພ້ອມ​ດຽວ​ກັນນີ້ ວັນນະ​ສອນ​ຂໍ​ເນະ​ນໍາ​ຜົນ​ງານ​ເພງ​ຂອງ ສິນລະປິນສາ​ວ
ວຽງ​ໄຊ ວີນາ ສະ​ຫວັນ ຈາກ​ກາ​ນາ​ດາ ​ໃນ​ບົດ​ເພງ "ຄົນ​ກາງຄືນ" ຂໍ​ເຊີນ​ທຸກໆ​ທ່ານ
​ຮ່ວມ​ຟັງ​ເພງ​ພ້ອມໆ​ກັນ​ເລີຍ.

ເພງ: "ຄົນ​ກາງຄືນ" ໂດຍ ວຽງ​ໄຊ ວີນາ ສະ​ຫວັນ

ວີນາ ສວັນ
ວີນາ ສວັນ

ວັນນະ​ສອນຂໍ​ອໍາ​ລາ​ ດ້ວຍ​ເພງ​ນີ້ "16 ຈາວໄຕ” ຊຶ່ງ​ສິນ​ລະ​ປິນ, ນັກ​ຮ້ອງ​, ນັກ​ແຕ່ງ​ເພງ ອ້າຍ​ເພັດ​ສະກຸນ ໄດ້​ຝາກ​ເພງ​ນີ້​ມອບ​ໃຫ້​ແກ່​ທ່ານ​ຜູ້​ຟັງ​ທຸກໆ​ທ່ານ ພິ​ເສດ​ສຸດ​ທ່ານ​ຜູ້​ຟັງ VOA ​ແລະ​ວ່າຄົງ​ຈະ​ຄິດ​ຮອດ​ຄວາມ​ຫຼັງ ດັ່ງ​ເນື້ອ​ໄນ​ຂອງ​ເພງ​ນີ້. ວັນນະ​ສອນ​ຫັວງວ່າ ອ້າຍ​ເພັດ​ສະກຸນ ຄົງ​ຈະໄດ້ມີ​ຜົນງານ​ໃໝ່ໆ​ອອກ​ມາ​ໃຫ້​ພວກ​ເຮົາ​ໄດ້​ຊື່ນ​ຊົມ​ກັນ ຂໍໃຫ້ທຸກໆ​ທ່ານ​ນອນ​ຫຼັບ​ຝັນ​ດີ​.

ເພງ: "16 ຈາວໄຕ" ໂດຍ ເພັດ​ສະກຸນ

XS
SM
MD
LG