ວັນນນະສອນ ໄດ້ຕຽມເພງມ່ວນໆ ໄວ້ກ່ອມອາລົມທ່ານຜູ້ຟັງ ສຳລັບຄ່ຳຄືນວັນອາທິດ
ມື້ນີ້ ສ່ວນວ່າຈະມີເພງປະເພດໃດແດ່ນັ້ນ ຂໍເຊີນເຂົ້າມາຟັງພ້ອມໆກັນເລີຍ ໃນລາຍ
ການສຽງເພງຈາກແດນໄກຂອງວີໂອເອ ໃນອັນດັບຕໍ່ໄປ.
ສະບາຍດີທ່ານຜູ້ຟັງທີ່ເຄົາລົບແລະຍິນດີຕ້ອນຮັບທ່ານຜູ້ຟັງເຂົ້າສູ່ລາຍການສຽງເພງ
ຈາກແດນໄກຂອງວີໂອເອ...ແລະກໍຫວັງຢ່າງຍິ່ງວ່າທ່ານຜູ້ຟັງຄົງຈະຄອຍຕິດຕາມຮັບ
ຟັງລາຍການຂອງພວກເຮົາຢູ່ ເຖິງແມ່ນວ່າທາງເຮົາຈະຈັດເພງລາວພຽງແຕ່ນຶ່ງຄັ້ງຕໍ່
ເດືອນກໍຕາມ ແຕ່ເຖິງຢ່າງໃດກໍດີ...ທາງເຮົາກໍຈະໝັ່ນສັນຫາເພງລາວແນວ
classic ທີ່ຫາຟັງໄດ້ຍາກມາຝາກໃຫ້ທ່ານຜູ້ຟັງໄດ້ຮັບຟັງກັນ ຂໍເລີ້ມດ້ວຍເພງ Girl
Crush ທີ່ຂັບຮ້ອງ ໂດຍວົງ Little Big Town ເປັນເພງຫວານ ຄົງຈະຖືກໃຈໄວໜຸ່ມ
ໄວສາວເປັນແນ່ແທ້...
ສ່ວນເພງ If Only You Knew ຂັບຮ້ອງໂດຍກຸ່ມສິນລະປິນສາວ SWV ນີ້
ເປັນເພງມ່ວນ ຟັງແລ້ວ ສະບາຍໃຈ ເພງນີ້ ມີຄວາມໝາຍວ່າ ຖ້າຫາກເຈົ້າຮູ້
ເອົາພວກເຮົາໄປຟັງກັນເລີຍ.
ກ່ອນຈາກກັນໄປໃນຄ່ຳຄືນນີ້ ວັນນະສອນຂໍຈັດເພງ ຂອງ Leah Turner ໃນບົດເພງ
Pull Me Back…ຫວັງວ່າທ່ານຜູ້ຟັງກໍຄົງ ໄດ້ມ່ວນຊື່ນແລະຫັດຟັງສຳນຽງພາສາອັງກິດ
ໃນອີກຮູບແບບໃໝ່ ຜ່ານທາງສຽງເພງ…ທ່ານຜູ້ຟັງ ກໍຈະໄດ້ອອກສຳນຽງອາເມຣິກັນ
ໄດ້ຖືກຕ້ອງ…ຝຶກຝົນເຂົ້າໄປເລື້ອຍໆ ຈະໄດ້ເກັ່ງ. ຂໍໃຫ້ທຸກໆທ່ານຈົ່ງນອນຫຼັບຝັນຫວານ
ແລະພົບກັນໃໝ່ໃນສະບັບໜ້າ.