ພວກອົບພະຍົບຫຼາຍກວ່າ 25 ລ້ານຄົນ ໄດ້ຜ່ານການກວດສອບເອກະສານເຂົ້າເມືອງຕ່າງໆທີ່ເກາະ Ellis Island ໃກ້ກັບນະ ຄອນ New York. ສຳລັບພວກອົບພະຍົບສ່ວນຫຼາຍມັນເປັນບ່ອນຢຸດແວ່ແຫ່ງທຳອິດ ແລະເປັນບາດກ້າວທຳອິດທີ່ໄດ້ກາຍມາເປັນຄົນ
ອາເມຣິກັນ. ຊຸມປີທີ່ພວກອົບພະຍົບເຂົ້າມາຫຼາຍທີ່ສຸດຢູ່ເກາະ Ellis ແມ່ນແຕ່ປີ 1892 ຫາ 1954 ແລະພວກຄົນເຂົ້າເມືອງສ່ວນຫລາຍແມ່ນມາຈາກຢູໂຣບ. ແຕ່ເກາະ Ellis ໄດ້ເປັນປະວັດສາດມາກ່ອນ ແລະໃນເວລາຕໍ່ມາ ຊຶ່ງເວລານີ້ ມີການບອກເລົ່າກັນ ຢູ່ໃນການ
ສະແດງຄັ້ງໃໝ່. Bernard Shusman ຜູ້ສື່ຂ່າວວີໂອເອ ມີລາຍງານ ກ່ຽວກັບເລື້ອງນີ້ ຊຶ່ງສິງຈະນຳເອົາລາຍລະອຽດມາສະເໜີທ່ານຕໍ່ໄປ.
ເກາະ Ellis ທີ່ທ່າເຮືອນະຄອນນີວຢອກເປັນສະຖານທີ່ດຶງດູດ ພວກນັກທ່ອງທ່ຽວທີ່ສຳຄັນອັນດັບສອງ ຮອງຈາກອະນຸສາວະລີເທພີ ແຫ່ງອິດສະຫລະພາບຫຼື Statue of Liberty. ບາງຄົນມາທີ່ນີ້ ເພື່ອຊອກຫາຂ່າວຂໍ້ມູນ ກ່ຽວກັບພວກບັນພະບຸລຸດຂອງຕົນເອງ ແລະເພື່ອຢາກເຂົ້າໃຈວ່າ ເປັນຫຍັງພວກເຂົາເຈົ້າຈຶ່ງປະຖິ້ມບ້ານເຮືອນຂອງເຂົາເຈົ້າໄວ້ທາງຫຼັງ.
ແຕ່ ກໍໄດ້ມີພວກອົບພະຍົບເຂົ້າມາໃນສະຫະລັດເປັນຈຳນວນຫຼວງຫຼາຍ ກ່ອນທີ່ເກາະ Ellis ເປີດບໍລິການ ແລະຫລັງຈາກໄດ້ຖືກປິດລົງ.
ເວລານີ້ ກຳລັງຖືກຈັດວ່າເປັນສິ່ງສຳຄັນທີ່ສຸດໃນການສະແດງເທື່ອໃໝ່ ທີ່ເອີ້ນວ່າ “The Peopling of America.”
ມັນຕ້ອງເບິ່ງກັນກວ້າງຂຶ້ນເມື່ອເວົ້າເລື້ອງສະຖານທີ່ແຫ່ງນີ້ ຊຶ່ງສະແດງ ໃຫ້ເຫັນວ່າການອົບພະຍົບຂອງມະນຸດໄດ້ມີມາເປັນພັນໆປີແລ້ວ.
ທ່ານ Stephen Briganti ຊຶ່ງເປັນປະທານ ແລະຫົວໜ້າບໍລິຫານມູນນິທິ Statue of Liberty-Ellis Island ກ່າວວ່າ:
“ມີຫຼາຍຄົນມາທີ່ນີ້ແລະເວົ້າວ່າ “ ເບິ່ງແມ້ ຢູ່ທີ່ນີ້ບໍ່ມີຫຍັງສຳລັບຂ້ອຍ. ຂ້ອຍບໍ່ຮູ້ຈັກຫຍັງກ່ຽວກັບເລື້ອງຢູ່ທີ່ນີ້ ຊຶ່ງບາງທີຂ້ອຍໄດ້ມາໄວໂພດ ຫຼື ເບິ່ງຄືວ່າ ຂ້ອຍໄດ້ມາທີ່ນີ້ແລ້ວໃນຫວ່າງໄວໆຜ່ານມານີ້ ແລະເຈົ້າ ກໍບໍ່ໄດ້ເວົ້າຫຍັງກ່ຽວກັບຂ້ອຍ.” ດັ່ງນີ້ ໜຶ່ງກໍແມ່ນວ່າ ພວກເຮົາຢາກມີສ່ວນພົວພັນ ແລະສອງມາກໍແມ່ນວ່າ ພວກເຮົາເຊື່ອວ່າ ມັນເປັນສິ່ງທີ່ຖືກຕ້ອງແລ້ວ ເພື່ອເລົ່າເລື້ຶອງລາວ ເລື້ອງລາວທັງໝົດ ແລະນີ້ກໍເປັນບ່ອນທີ່ຖືກຕ້ອງແລ້ວທີ່ພວກເຮົາໄດ້ມາທີ່ນີ້.”
ການວາງສະແດງດັ່ງກ່າວ ເນັ້ນເຖິງຊຸມມື້ທຳອິດໃນການສຳຫຼວດຂອງຊາວອາເມຣິກັນ ແລະການສ້າງອານານິຄົມ ແລະບັນຫາຂັດແຍ້ງກັບຊາວພື້ນເມືອງອາເມຣິກັນ.
ທ່ານນາງ Clay Gish ຜູ້ອອກແບບເລື້ອງການສະແດງນີ້ ກ່າວວ່າ ແລະໃນຂະນະທີ່ຄົນສ່ວນຫຼາຍມາທີ່ນີ້ ໃນຖານະເປັນຄົນທີ່ມີສິດເສລີ ເຕັມໂຕກໍຕາມ ແຕ່ການສະແດງກໍບໍ່ໄດ້ລືມປະຫວັດສາດຂອງຄວາມເປັນທາດ ແລະການເຮັດວຽກເປັນຂ້າທາດທີ່ບົ່ງໄວ້ໃນສັນ
ຍານັ້ນ.
ທ່ານນາງ Clay Gish ກ່າວຕື່ມວ່າ:
“ພວກເຮົາຕ້ອງໄດ້ຮັບມືກັບການເປັນຂ້າທາດ. ບາງຄົນຖືກນຳມາທີ່ນີ້ ດ້ວຍການ
ຖືກບັງຄັບ ແຕ່ພວກເຂົາເຈົ້າກໍຍັງໄດ້ຮັບປະສົບການຈາກການເດີນທາງຂອງພວກເຂົາເຈົ້າ ແລະໃນທີ່ສຸດ ກໍໄດ້ປັບໂຕເຂົ້າກັບດິນແດນໃໝ່ແຫ່ງນີ້.”
ພາກສ່ວນສຳຄັນຂອງການຍົກລະດັບ ມູນຄ່າ 20 ລ້ານດອນລາແມ່ນແກ້ບັນຫາໃນຊ່ວງເວລາຫຼາຍປີ ຫຼັງຈາກປີ 1954 ເວລາພວກອົບພະ ຍົບເຂົ້າມາໃນສະຫະລັດທີ່ຖືກຕ້ອງຕາມກົດໝາຍ ແລະບໍ່ຖືກຕ້ອງຕາມກົດໝາຍ ໂດຍທາງເຮືອບິນ ທາງບົກ ມານຳແພແລະ
ເຮືອທີ່ສ້າງເອງ.
ທ່ານ Michael Schneider ທີ່ອອກແບບດ້ານເຕັກໂນໂລຈີ ແລະສື່ມວນຊົນ ກ່າວວ່າ:
“ເວລານັ້ນ ພວກເຮົາເລົ່າປະຫວັດຂອງແຕ່ລະບຸກຄົນ ໂດຍຜ່ານການສຳພາດທີ່ເຈາະຈົງກັບພວກອົບພະຍົບແທ້ ແລະປະສົບການຂອງເຂົາເຈົ້າໃນການເດີນ
ທາງມາຮອດຂອງເຂົາເຈົ້າ.”
ນາງ Natsot Kiosk ກ່າວວ່າ “ແລະຂ້ອຍ ໄດ້ເຂົ້າມາຍັງສະຫະລັດ ຈາກໄນຈີເຣຍ ເພື່ອເຂົ້າຮຽນຢູ່ໃນມະຫາວິທະຍາໄລ ແລະຂ້ອຍໄດ້ເຂົ້າຮຽນຕໍ່ເພື່ອເອົາລະດັບ
ປະລິນຍາໂທ ແລະມະຫາວິທະຍາໄລ NYU.”
ການສະແດງໃໝ່ນີ້ ສະທ້ອນເຖິງໂສມໜ້າທີ່ປ່ຽນແປງຂອງການອົບພະຍົບເຂົ້າເມືອງ ແລະຄວາມຮູ້ສຶກຕ່າງໆທີ່ປ່ຽນແປງໄປ.
ນາງ Rita MCGregor ນັກທ່ອງທ່ຽວຄົນນຶ່ງ ຈາກເມືອງ Santa Fe ລັດ New Mexico ກ່າວວ່າ:
“ຂ້ອຍເຫັນວ່າເປັນທີ່ໜ້າສົນໃຈຫຼາຍ ທີ່ພວກເຮົາໄດ້ຖືກຕ້ອນຮັບຢ່າງເຕັມໃຈເປັນຄົນອົບພະຍົບ ເມື່ອນຶ່ງສັດຕະວັດຜ່ານມາ ແລະບັດນີ້ ພວກເຮົາບໍ່ໄດ້ປະຕິ
ບັດຕໍ່ພວກອົບພະຍົບແບບດຽວກັນ.”
ທ່ານ Briganti ຫົວໜ້າບໍລິຫານການສະແດງ ເອີ້ນການອົບພະຍົບເຂົ້າເມືອງເປັນພາກ
ສ່ວນນຶ່ງຂອງ DNA ອາເມຣິກາ. ທ່ານເວົ້າຕື່ມວ່າ ລາງເທື່ອມັນກໍຍາກ ແຕ່ກໍຍັງບໍ່ເຄີຍມີ
ຄຳຖາມຈັກເທື່ອ ທີ່ວ່າພວກເຮົາເຮັດຫຍັງໄປ ແຕ່ກໍໃນນາມປະເທດຂອງຊາວອົບພະຍົບ
ຢູ່ ແລະຈະສືບຕໍ່ເປັນປະເທດອົບພະຍົບຢູ່ຕໍ່ໄປ.