ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກປະທ້ວງ ໄດ້ບຸກເຂົ້າໄປໃນ ສະພາອີຣັກ ແລ້ວປຸກຕູບຜ້າ ຢູ່ໃນເຂດສີຂຽວ

ພວກສະໜັບສະໜູນ ນັກສອນສາສະໜາ Muqtada al-Sadr ນິກາຍຊີໄອ ຂອງອີຣັກ ຫຼາຍຮ້ອຍຄົນ ໄດ້ພາ
ກັນນັ່ງປະທ້ວງ ຢູ່ໃນຈະຕຸລັດ Grand Festivities ໃນນະຄອນຫຼວງ Baghdad ໃນອີຣັກ, ວັນທີ 30 ເມສາ 2016.
ພວກສະໜັບສະໜູນ ນັກສອນສາສະໜາ Muqtada al-Sadr ນິກາຍຊີໄອ ຂອງອີຣັກ ຫຼາຍຮ້ອຍຄົນ ໄດ້ພາ ກັນນັ່ງປະທ້ວງ ຢູ່ໃນຈະຕຸລັດ Grand Festivities ໃນນະຄອນຫຼວງ Baghdad ໃນອີຣັກ, ວັນທີ 30 ເມສາ 2016.

ພວກສະໜັບສະໜູນ ນັກສອນສາສະໜາ Muqtada al-Sadr ນິກາຍຊີໄອ ຂອງອີຣັກ ຫຼາຍຮ້ອຍຄົນ ໄດ້ບຸກເຂົ້າໄປໃນລັດຖະສະພາອີຣັກ ຫຼັງຈາກທີ່ໄດ້ບຸກເຂົ້າໄປໃນເຂດ ປົກຄອງສີຂຽວ ຫຼື Green Zone ທີ່ຄວບຄຸມໂດຍລັດຖະບານຂອງແບັກແດດ ໃນວັນ ເສົາວານນີ້.

ພວກສະໜັບສະໜູນ ນັກສອນສາສະໜາ Muqtada al-Sadr ນິກາຍຊີໄອ ຂອງອີຣັກ ຫຼາຍຮ້ອຍຄົນ ໄດ້ພະຍາຍາມບຸກເຂົ້າໄປ ໃນລັດຖະສະພາອີຣັກ ທີ່ນະຄອນຫຼວງແບັກແດດ ໃນເຂດສີຂຽວ, ວັນທີ 30 ເມສາ 2016.
ພວກສະໜັບສະໜູນ ນັກສອນສາສະໜາ Muqtada al-Sadr ນິກາຍຊີໄອ ຂອງອີຣັກ ຫຼາຍຮ້ອຍຄົນ ໄດ້ພະຍາຍາມບຸກເຂົ້າໄປ ໃນລັດຖະສະພາອີຣັກ ທີ່ນະຄອນຫຼວງແບັກແດດ ໃນເຂດສີຂຽວ, ວັນທີ 30 ເມສາ 2016.

ພວກສະໜັບສະໜູນ ຂອງທ່ານ Sadr ໄດ້ທຳການປະທ້ວງຢູ່ນອກ ກຳແພງຂອງ Green Zone ເປັນເວລາສອງສາມເດືອນມາແລ້ວ ໂດຍເປັນການຕອບສະໜອງ ຕໍ່ການຮຽກຮ້ອງ ຂອງ ຜູ້ນຳພວກຕົນ ເພື່ອກົດດັນນາຍົກລັດຖະມົນຕີ ທ່ານ Haider al-Abadi ໃຫ້ ປະຕິ ບັດຕາມ ຄຳໝັ້ນສັນຍາວ່າ ຈະທຳການປະຕິຮູບ ທີ່ກາຍມາໜຶ່ງເດືອນແລ້ວ ລວມທັງການ ສັບປ່ຽນ ບັນດາລັດຖະມົນຕີທີ່ໄດ້ຖືກແຕ່ງຕັ້ງຂຶ້ນມາໃນດ້ານການເມືອງ ໂດຍພວກນັກ ວິຊາການ ທີ່ບໍ່ຂຶ້ນກັບຝ່າຍໃດ້ກອງປະຊຸມຂອງສະພາ ບໍ່ສາມາດບັນລຸໄດ້ ຈຳນວນຂອງ ບັນດາຜູ້ຕາງ ໜ້າທີ່ຈະລົງຄະແນນສຽງ ຕໍ່ຂໍ້ສະເໜີການຍົກຍ້າຍ ຄະນະລັດຖະບານ ໂດຍທ່ານ Abadi ໃນຕອນເຊົ້າວັນເສົາວານນີ້. ບັນດາລັດຖະມົນຕີ ບາງສ່ວນ ໄດ້ຮັບ ຮອງເອົາຂໍ້ສະເໜີ ເມື່ອ ຕົ້ນສັບປະດານີ້ ເຖິງແມ່ນວ່າ ໄດ້ມີການຄັດຄ້ານ ໂດຍບັນດາ ສະມາຊິກຜູ້ທີ່ບໍ່ເຫັນດີນຳກໍຕາມ.

ນັກສອນສາສະໜາ Muqtada al-Sadr ນິກາຍຊີໄອ ຂອງອີຣັກ ກ່າວຖະແຫລງ ໃນລະຫວ່າງ ກອງປະຊຸມຖະແຫລງຂ່າວ ຢູ່ໃນ ເມືອງ Najaf ຂອງອີຣັກ ຫ່າງຈາກນະຄອນຫຼວງແບັກແດດ 160 ກິໂລແມັດ ໄປທາງທິດ ໃຕ້ຂອງນະຄອນຫຼວງແບັກແດດ, ວັນທີ 30 ເມສາ 2016.

ໃນການກ່າວຖະແຫລງ ທີ່ຖ່າຍທອດອອກທາງໂທລະພາບ ໃນວັນເສົາວານນີ້ ທ່ານຊາເດີ້ ໄດ້ເຕືອນ ວ່າ “ບໍ່ວ່າ ພວກເຈົ້າໜ້າທີ່ສໍ້ລາດບັງຫຼວງ ແລະໂຄຕ້າຈະຍັງເຫຼືອຢູ່ກໍຕາມ ລັດຖະບານທັງໝົດ ຈະຖືກໂຄ່ນລົ້ມ ແລະ ຈະບໍ່ມີຜູ້ໃດ ຈະຖືກຍົກເວັ້ນແຕ່ຢ່າງໃດ.”

ວີດີໂອຈາກໂທລະສັບ ໄດ້ຖືກນຳໄປລົງໃນສື່ສັງຄົມ ຊຶ່ງສະແດງໃຫ້ເຫັນ ພວກຊາຍໜຸ່ມ ຫຼາຍສິບຄົນ ແລ່ນຜ່ານຕຶກສະພາ ໂດຍຮ້ອງໂຮຄຳຂວັນ ໃນການສະໜັບສະໜູນ ທ່ານ Sadr ແລະຮຽກຮ້ອງ ລັດຖະບານໃຫ້ຫຍຸບສະພາ. ກອງກຳລັງຮັກສາຄວາມປອດໄພ ໄດ້ຍິງແກັສນ້ຳຕາໃສ່ທາງເຂົ້າ ຂອງເຂດດັ່ງກ່າວ ແຕ່ປາກົດວ່າ ເປັນການຕິດຕາມເບິ່ງ ສະຖານະການ ເປັນສ່ວນໃຫຍ່ ໃນຂະນະທີ່ພວກປະທ້ວງພາກັນເດີນຂະບວນ ຜ່ານ ບໍລິເວນນັ້ນ.

ກອງບັນຊາການປະຕິບັດງານ ອີຣັກ ຂອງລັດຖະບານ ແບັກແດດ ໄດ້ປະກາດ “ພາວະ ສຸກເສີນ” ຢູ່ໃນນະຄອນຫຼວງ ບໍ່ດົນຫຼັງຈາກທີ່ໄດ້ເກີດການລ່ວງລ້ຳດັ່ງກ່າວ.

ພາບໃບປິວ ທີ່ໄດ້ຖືກເຜີຍແຜ່ໂດຍ ຫ້ອງການຂ່າວຂອງທຳນຽບນາຍົກລັດຖະມົນຕີ ທ່ານ Haider al-Abadi ໃນວັນທີ 1 ພຶດສະພາ 2016, ສະແດງໃຫ້ເຫັນທ່ານນາຍົກ (ຊ້າຍ) ຊັ່ງຊາເບິ່ງຄວາມ ເສຍຫາຍ ຫຼັງຈາກພວກປະທ້ວງ ໄດ້ບູກເຂົ້າໄປໃນອາຄານຂອງລັດຖະສະພາ ຢູ່ໃນນະຄອນຫຼວງແບັກແດດ ອັນເປັນບໍລິເວນ ເຂດສີຂຽວທີ່ໄດ້ຮັບການປົກປ້ອງຢ່າງໜາແໜັ້ນ.

ຫຼາຍຊົ່ວໂມງຕໍ່ມາ ຫຼັງຈາກທີ່ພວກປະທ້ວງໄດ້ບຸກເຂົ້າໄປໃນສະພາ ແລ້ວ ທ່ານ Abadi ກໍໄດ້ຮຽກຮ້ອງຕໍ່ພວກປະທ້ວງ ໃຫ້ກັບຄືນອອກໄປຍັງບໍລິເວນ ທີ່ກຳນົດໄວ້ໃຫ້ຢູ່ແລ້ວນັ້ນ ສຳລັບການປະທ້ວງ ແລະ ບໍ່ໃຫ້ລ່ວງລະເມີດຕໍ່ຊັບສິນຂອງສາທາລະນະ. ໃນຂະນະທີ່ ເວລາຄ່ຳມືດລົງ ພວກປະທ້ວງໄດ້ຕັ້ງຜ້າຕູບ ຢູ່ໃນເຂດສີຂຽວ ຊຶ່ງເປັນເຂດບ້ານເຮືອນ ທີ່ຢູ່ອາໄສຂອງບັນດາລັດຖະມົນຕີ ລັດຖະສະພາ ແລະ ສະຖານທູດຕ່າງປະເທດຕ່າງໆ ລວມທັງ ສະຖານທູດສະຫະລັດນຳດ້ວຍ. ອົງການສະຫະປະຊາຊາດ ແລະ ບັນດານັກ ການທູດ ປະເທດຕາເວັນຕົກ ໄດ້ກ່າວວ່າ ສະຖານທີ່ຂອງພວກເຂົາເຈົ້າ ແມ່ນຢູ່ໃນພາວະ ໃຫ້ຢູ່ພາຍໃນ ເຮືອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG