ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພິທີສົ່ງສະການ ທ່ານ Muhammad Ali ມີກຳນົດ ຈັດຂຶ້ນ ໃນວັນສຸກ


ແມ່ຍິງຄົນໜຶ່ງເຊັນຊື່ໃສ່ຮູບຂອງນັກມວຍຜູ້ຍິ່ງໃຫຍ່ທ່ານ Muhammad Ali ທີ່ແຕ້ມຕິດຢູ່ຝາໃນເຂດ Brooklyn ຂອງນະຄອນ ນິວຢອກ New York ຢູ່ນອກງານຊຸມນຸມ ທີ່ຈັດໂດຍຜູ້ອຳນວຍການ Spike Lee, 4 ມິຖຸນາ, 2016.
ແມ່ຍິງຄົນໜຶ່ງເຊັນຊື່ໃສ່ຮູບຂອງນັກມວຍຜູ້ຍິ່ງໃຫຍ່ທ່ານ Muhammad Ali ທີ່ແຕ້ມຕິດຢູ່ຝາໃນເຂດ Brooklyn ຂອງນະຄອນ ນິວຢອກ New York ຢູ່ນອກງານຊຸມນຸມ ທີ່ຈັດໂດຍຜູ້ອຳນວຍການ Spike Lee, 4 ມິຖຸນາ, 2016.

ອະດີດປະທານາທິບໍດີ ສະຫະລັດ ທ່ານ Bill Clinton ແມ່ນໜຶ່ງໃນ ບັນດາຜູ້ມີຊື່ສຽງທີ່ມີ ແຜນກ່າວສະດຸດີໃນພິທີ​ສົ່ງສະການຂອງແຊມປ້ຽນ ນັກມວຍ Muhammad Ali, ເຊິ່ງໄດ້ ເສຍຊີວິດໃນຕອນຄ່ຳ ຂອງວັນສຸກທີ່ຜ່ານມາ ຮວມອາຍຸ 74 ປີ ຫຼັງຈາກໄດ້ຕໍ່ສູ້ກັບໂຣກ ພາກິນສັນ.

ທີ່ກອງປະຊຸມຖະແຫຼງຂ່າວໃນວັນເສົາວານນີ້, ຜູ້ຕ່າງໜ້າຂອງທ່ານ Ali ໄດ້ປະກາດວ່າ ພິທີຊາປະນາກິດສົບຈະໄດ້ຖືກຈັດຂຶ້ນ ໃນວັນສຸກ ທີ່ຈະ ມາເຖິງນີ້ ໃນເມືອງ Louisville ລັດ Kentucky ເຊິ່ງເປັນ ບ້ານເກີດຂອງຜູ້​ຊາຍທີ່ເປັນຮູ້ຈັກໂດຍແຟນຜູ້ຊົມທີ່ຮັກທ່ານ​ໃນ​ຖານະ “ແຊມປ້ຽນ ແລະ “ຜູ້ທີ່ຍິ່ງໃຫຍ່ທີ່ສຸດ”. ນອກຈາກນີ້ກໍຈະມີທ່ານ Clinton, ນັກຕະ ລົກທ່ານ Billy Crystal ແລະ ຜູ້ປະກາດຂ່າວ ທ່ານ Bryant Gumbel ໃນລາຍຊື່ຂອງ ຜູ້ທີ່ຈະໄດ້ກ່າວສະດຸດີ.

ໂຄສົກຂອງທ່ານ Ali ໄດ້ກ່າວວ່າ ທ່ານ Ali ແມ່ນ “ປະຊາຊົນຂອງ ໂລກ” ແລະ ວ່າທ່ານ ຢາກໃຫ້ທຸກໆຄົນຈາກທຸກໆຊົນຊັ້ນ ສາມາດເຂົ້າ ຮ່ວມໃນງານ. ດັ່ງນັ້ນ ງານຊາປະນາ ກິດສົບຈະຖືກຈັດຂຶ້ນຢູ່ສະໜາມ ກິລາ Louisville ທີ່ມີບ່ອນນັ່ງບັນຈຸ​ໄດ້ເຖິງ 22,000 ຄົນ. ຈະ​ມີ​ການ ​ເປີດ​ໃຫ້ສາທາລະນະຊົນ​ເຂົ້າຮ່ວມ ແລະ ມີ​ການຖ່າຍທອດທາງອິນເຕີ ເນັດ.

ນ້ຳແຕກກະຈາຍອອກຈາກຫົວນັກມວຍ Joe Frazier ໃນຂະນະທີ່ແຊັ້ມມວຍລຸ້ນ Heavyweight Mohammad Ali ຊົກກຳປັ້ນຂວາໃສ່ໃນຍົກທີ 9 ທີ່ນະຄອນຫຼວງ ມະນີລາ ປະເທດ ຟີລິບປິນ. 1 ຕຸລາ 1974.
ນ້ຳແຕກກະຈາຍອອກຈາກຫົວນັກມວຍ Joe Frazier ໃນຂະນະທີ່ແຊັ້ມມວຍລຸ້ນ Heavyweight Mohammad Ali ຊົກກຳປັ້ນຂວາໃສ່ໃນຍົກທີ 9 ທີ່ນະຄອນຫຼວງ ມະນີລາ ປະເທດ ຟີລິບປິນ. 1 ຕຸລາ 1974.

ແຟນກິລາ ແລະ ຜູ້ທີ່ມັກທ່ານ Ali ໄດ້ທຳການລະນຶກເຖິງ ແລະ ໄວ້ອາໄລໃຫ້ກັບວິລະບູ ລຸດຂອງພວກເຂົາເຈົ້າໃນວັນເສົາວານນີ້ ບໍ່ເທົ່າໃດຊົ່ວໂມງຫຼັງຈາກໄດ້ມີ​ການປະກາດວ່າ ອະດີດແຊມປ້ຽນໂລກໄດ້ເຖິງແກ່ມໍລະນະກຳແລ້ວ.

ທຸງຊາດໄດ້ຖືກຊັກລົງເຄິ່ງເສົາໃນວັນເສົາວານນີ້ ແລະ ພິທີໄວ້ອາໄລ ກໍໄດ້ຈັດຂຶ້ນໃນ ເມືອງ Louisville ລັດ Kentucky, ບ່ອນທີ່ທ່ານ Ali ໃນເວລານັ້ນມີຊື່ວ່າ Cassius Marcellus Clay, ໄດ້ເຕີບໃຫຍ່ຂຶ້ນ ມາ ແລະ ເປັນບ່ອນທີ່ລາວໄດ້ຮຽນຊົກມວຍຈົນເຮັດ ໃຫ້ລາວໄດ້ ຊະນະ ຫຼຽນຄຳ ໃນການແຂ່ງຂັນກິລາໂອລິມປິກປີ 1960. ສອງສາມປີຕໍ່ມາ, ຫຼັງຈາກລາວ ໄດ້ຊະນະການຊົກມວຍອາຊີບ ລຸ້ນ Heavyweight ເປັນຄັ້ງທຳອິດ​ແລ້ວ​, ທ່ານ Clay ໄດ້ ປະກາດວ່າ ລາວ​ໄດ້​ປ່ຽນ​ໄປນັບຖືສາສະໜາອິສລາມ, ປະຖິ້ມຊື່ຂອງບັນ ພະບູລຸດ “ເຊິ່ງ ເປັນຊື່ຂອງຂ້າທາດ” ແລະ ກາຍມາເປັນຊື່ Mohammad Ali.

ໃນນະຄອນນິວຢອກ, ພິທີໄວ້ອາໄລແມ່ນໄດ້ຖືກຈັດຂຶ້ນຢູ່ຄຸ້ມ Harlem, ແລະ ການ​ໄວ້ອາ​ໄລແມ່ນໄດ້ຈັດ​ຂຶ້ນສຳລັບບັນດາແຟນຜູ້ທີ່ໄດ້​ໄປເຕົ້າ ໂຮມກັນຢູ່ນອກສະຖານທີ່ຈັດກິລາ​ຂະໜາດໃຫຍ່ Madison Square Garden.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

Boxing Legend Muhammad Ali Dies at 74
please wait

No media source currently available

0:00 0:03:52 0:00

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ກະຈາຍສຽງຂອງວີໂອເອລາວ ວັນທີ 29 ມີນາ 2024

XS
SM
MD
LG