ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານມັ​ລ​ເລີ ກ່າວ​ວ່າ ທ່ານ ພອ​ລ ມາ​ນາ​ຝອດ ໄດ້​ລ​ະເມີດ​ກົດໝາຍ ​ເປັນ​ເວ​ລາ​ຫຼາຍ​ປີ


ອະ​ດີດ​ປະ​ທານ​ການໂຄ​ສະ​ນາ​ຫາ​ສຽງ​ໃຫ້​ແກ່ ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ, ​ທ່ານ​ພອ​ລ ມາ​ນາ​ຝອດ ຢູ່​ໃນ​ຫ້ອງ​ສ​ານ.
ອະ​ດີດ​ປະ​ທານ​ການໂຄ​ສະ​ນາ​ຫາ​ສຽງ​ໃຫ້​ແກ່ ປະ​ທາ​ນາ​ທິບ​ໍ​ດີ ດໍ​ໂນ​ລ ທ​ຣຳ, ​ທ່ານ​ພອ​ລ ມາ​ນາ​ຝອດ ຢູ່​ໃນ​ຫ້ອງ​ສ​ານ.

ອະ​ດີດ​ປະ​ທານ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ ທ​ຣຳ, ທ່ານ ພອ​ລ ມາ​ນາ​ຝອດ ໄດ້​ກໍ່
​ອາ​ຊະ​ຍາ​ກຳ​ທີ່ເປັນ​ບັນ​ຫາ​ທີ່​ຮຸນ​ແຮງ​ທີ່​ສຸດ​ໃນ​ລະ​ບົບ​ຍຸ​ຕິ​ທຳ ແລະ ໃນຫຼາຍ​ປີ​ທີ່​ຜ່ານ​ມາ​
ໄດ້ຫຼອກ​ລວງ​ທຸກ​ຄົນ​ຈາກ​ບັນ​ດາ​ພະ​ນັກ​ງານ​ບັນ​ຊີ ແລະ ທະ​ນາ​ຄານ ເຖິງ​ບັນ​ດາ​ໄອ​ຍະ
​ການ​ລັດ​ຖະ​ບານ​ກາງ ແລະ ທະ​ນາຍ​ຄວາມ​ຂອງ​ທ່ານ​ເອງ, ອີງ​ຕາມ​ບັນ​ທຶກ​ການ​ຕັດ​ສິນ
​ທີ່​ໄດ້​ຮ່າງ​ຂຶ້ນ​ໃນ​ວັນ​ເສົາ​ວານນີ້ ໂດຍ​ຫ້ອງ​ການ​ຂອງໄອ​ຍະ​ການ​ພິ​ເສດ​ທ່ານ ໂຣ​ເບີດ
ມອ​ລ​ເລີ.

ໃນ​ບັນ​ທຶກ​ດັ່ງ​ກ່າວ, ເຊິ່ງ​ຖືກມອບ​ໃຫ້​ນຶ່ງ​ໃນ​ສອງ​ຄະ​ດີ​ອາ​ຍາທີ່​ທ່ານ ມາ​ນາ​ຝອດ​ ໄດ້​ປະ
​ເຊີນ​ນັ້ນ, ບັນ​ດາ​ໄອ​ຍະ​ການບໍ່​ໄດ້​ຕັດ​ສິນ​ວ່າ​ທ່ານ​ຄວນ​ຖືກ​ຈັບ​ເຂົ້າ​ຄຸກ​ດົນ​ປານ​ໃດ ຫຼື​ວ່າ
ຈະ​ຕັ້ງ​ການ​ລົງ​ໂທດ​ໃສ່​ການ​ຕັດ​ສິນ​ຕ່າງ​ຫາກ ທີ່​ທ່ານ​ຈະ​ໄດ້​ຮັບ​ໃນ​ການ​ຕັດ​ສິນ​ທີ່​ລັດ​
ເວີ​ຈິ​ເນຍ. ແຕ່​ເຂົາ​ເຈົ້າ​ໄດ້​ອະ​ທິ​ບາຍ​ວ່າ​ທ່ານ ມາ​ນາ​ຝອດ ເປັນ​ອ​າ​ຊະ​ຍາ​ກອນມາ​ດົນ​
ນານ ແລະ ​ບໍ່​ມີ​ຄວາມ​ຮູ້​ສຶກ​ເສຍ​ໃຈ, ຜູ້​ທີ່​ໄດ້​ກໍ່​ອາ​ຊະ​ຍາ​ກຳ​ຢ່າງ​ໜ້າບໍ່​ອາຍ, ລວມ​ທັງ​
ພາຍ​ໃຕ້​ບົດ​ບາດ​ຂອງ​ທ່ານ​ທີ່​ຜູ້​ຄົນ​ມີ​ຄວາມ​ສົນ​ໃຈ ໃນ​ຖາ​ນະ​ເປັນ​ປະ​ທານ​ການ​ໂຄ​ສະ
​ນາ​ຫາ​ສຽງ ແລະ ​ ​ໃນ​ຂະ​ນະ​ທີ່​ຖືກ​ປ່ອຍ​ຕົວ​ຊົ່ວ​ຄາວ​ຕໍ່​ມາ ແລະ ເປັນຜູ້​ທີ່ບໍ່​ສົມ​ຄວນ​ໄດ້​
ຮັບ​ການ​ຜ່ອນ​ຜັນ​ເລີຍ​ນັ້ນ.

ບັນ​ດາ​ໄອ​ຍະ​ການ​ໄດ້​ຂຽນ​ວ່າ ໃນ​ນຶ່ງ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ທ່ານ ມາ​ນາ​ຝອດ ໄດ້​ລະ
ເມີດ​ກົດ​ໝາຍ​ຢ່າງ​ຊ້ຳ​ແລ້ວ​ຊ້ຳ​ອີກ ແລະ ບໍ່​ມີ​ຄວາມ​ອັບ​ອາຍ. ການກໍ່​ຄວາມ​ຜິດ​ຂອງ​ລາວ
​ໄດ້​ດຳ​ເນີນ​ໄປ​ເຖິງ​ເວ​ລາ​ທີ່​ທ່ານ​ຖືກ​ຟ້ອງ​ຮ້ອງ​ເປັນ​ຄັ້ງ​ທຳ​ອິດໃນ​ເດືອນ​ຕຸ​ລາ 2017 ແລະ
ບໍ່​ໄດ້ຫຼຸດ​ຖອຍ​ລົງ​ເລີຍ ແມ່ນ​ກະ​ທັ້ງຫຼັງ​ຈາກ​ການ​ຟ້ອງ​ຮ້ອງນັ້ນ.

ໂດຍ​ອ້າງ​ເຖິງ​ການ​ຂີ້​ຕົວະ​ຂອງ​ທ່ານ ມາ​ນາ​ຝອດ ຕໍ່​ອົງ​ການ FBI, ອົງ​ການ​ລັດ​ຖະ​ບານ​
ກາງຫຼາຍ​ແຫ່ງ, ທະ​ນາຍ​ຄວາມ ແລະ ບັນ​ດາ​ໄອ​ຍະ​ການ​ທັງຫຼາຍ​ນັ້ນ​ໄດ້​ກ່າວ​ວ່າ, “ໃນ
​ເວ​ລາ​ປ່ອຍ​ຕົວ​ອອກ​ຈາກ​ຄຸກ​ນັ້​ນ, ທ່ານ ມາ​ນາ​ຝອດ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ສ່ຽງ​
ຢ່າງ​ແຮງ ກ່ຽວ​ກັບ ການ​ກະ​ທຳ​ຜິດ​ຊ້ຳ​ອີກ.

ບັນ​ທຶ​ກ​ດັ່ງ​ກ່າວ​ເບິ່ງ​ຄື​ວ່າ​ ຈະ​ເປັນ​ການ​ຮ່າງ​ຄະ​ດີ​ທີ່​ສຳ​ຄັນ​ເປັນ​ຄັ້ງ​ສຸດ​ທ້າຍ​ໂດຍ​ບັນ​ດາ​
ໄອ​ຍະ​ການ ໃນ​ຂະ​ນະ​ທີ່​ທ່ານ ມາ​ນາ​ຝອດ ຈະ​ໄດ້​ຮັບ​ຟັງ​ການ​ຕັດ​ສິນ​ຄະ​ດີ​ຂອງ​ທ່ານ​
ໃນ​ເດືອນ​ໜ້າ ແລະ ການ​ສືບ​ສວນ​ສອບ​ສວນ​ຂອງ​ທ່ານ ມອ​ລ​ເລີ ແມ່ນ​ໃກ້​ຈະ​ເຖິງ​ຂັ້ນ
​ສະຫຼຸບ​ແລ້ວ. ທ່ານ ມາ​ນາ​ຝອດ ຜູ້​ທີ່​ຖືກ​ຂັງ​ຄຸກຫຼາຍ​ເດືອນ ແລະ ຈະ​ມີ​ອາ​ຍຸ 70 ປີ​ໃນ​
ເດືອນ​ເມ​ສາ​ຈະ​ມາ​ເຖິງນີ້, ຈະ​ມີ​ໂອ​ກາດ​ຮ່າງ​ການ​ສະ​ເໜີ​ຕັດ​ສິນ​ຄະ​ດີ​ຂອງ​ທ່ານ​ເອງ​ໃນ​
ສັບ​ປະ​ດາ​ໜ້າ. ທ່ານ ແລະ ຄູ່​ຮ່ວມ​ທຸ​ລະ​ກິດ​ດົນ​ນານ​, ທ່ານ ຣິກ ເກດ​ສ໌, ແມ່ນ​ສອງ​ຄົນ​
ທຳ​ອິດ​ທີ່​ຖືກ​ຟ້ອງ​ຮ້ອງ​ໃນ​ການ​ສືບ​ສວນ​ສອບ​ສວນ​ຂອງ​ໄອ​ຍະ​ການ​ພິ​ເສດ. ໂດຍ​ລວມ
​ແລ້ວ, ທ່ານ ມອ​ລ​ເລີ ໄດ້​ຕັ້ງ​ຂໍ້​ກ່າວ​ຫາ​ຕໍ່ 34 ບຸ​ກ​ຄົນ, ລວມ​ທັງ​ອະ​ດີດຜູ້​ຊ່ວຍ​ເຫຼືອ​ຂອງ​
ທ່ານ ທ​ຮຳ 6 ຄົນ ແລະ 3 ບໍ​ລິ​ສັດ.

ອ່ານ​ຂ່າວນ​ີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG