ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ປະທ້ວງ ການຕັດສິນຄະດີ ປະຫານຊີວິດ ຊາວ ມຽນມາ 2 ຄົນໃນ ໄທ

ບັນດາຜູ້ປະທ້ວງ ຖືປ້າຍປະກາດ ແລະ ຮ້ອງດ່າໃນລະຫວ່າງ ພວກເຂົາເຈົ້າກຳລັງ ປະທ້ວງ ເພື່ອສະໜັບສະໜູນ ທ້າວ Zaw Lin ແລະ ທ້າວ Win Zaw Htun, ແຮງງານຕ່າງດ້າວ ມຽນມາ 2 ຄົນໃນ ໄທ, ຢູ່ຕໍ່ໜ້າສະຖານທູດ ໄທ ໃນນະຄອນ ຢາງກຸ້ງ. 25 ທັນວາ, 2015.

ປະເທດ ໄທ ໄດ້ຮຽກຮ້ອງໃຫ້ບັນດາເຈົ້າໜ້າທີ່ໃນປະເທດ ມຽນມາ ຄວບຄຸມ ການປະທ້ວງຕໍ່ການຕັດສິນປະຫານຊີວິດທີ່ເປັນບັນຫາ ຂອງສານ ໄທ ສຳລັບ 2 ແຮງງານຕ່າງດ້າວຈາກ ມຽນມາ ໃນສັບ ປະດາທີ່ຜ່ານມາ.

ລັດຖະມົນຕີການຕ່າງປະເທດ ໄທ ທ່ານ Don Pramudvinai ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນມື້ນີ້ວ່າ ບັນດາເຈົ້າໜ້າທີ່ໄດ້ ເຮັດວຽກຢ່າງໃກ້ຊິດກັບບັນດາຄູ່ຮ່ວມຕຳແໜ່ງຂອງພວກ ເຂົາເຈົ້າ ໃນຂະນະທີ່ການປະທ້ວງໄດ້ສືບຕໍ່ຂະຫຍາຍອອກໄປນອກຂອບ ເຂດ ນະຄອນຫຼວງ.

ຜູ້ປະທ້ວງຄົນໜຶ່ງສະແດງຮູບພາບຂອງແຮງງານຕ່າງດ້າວ ມຽນມາ ທ້າວ Win Zaw Htun, ຂວາ, ແລະ ທ້າວ Zaw Lin ໃກ້ກັບສະຖານທູດ ໄທ ໃນນະຄອນ ຢາງກູ້ງ, ມຽນມາ. 25 ທັນວາ 2015.
ຜູ້ປະທ້ວງຄົນໜຶ່ງສະແດງຮູບພາບຂອງແຮງງານຕ່າງດ້າວ ມຽນມາ ທ້າວ Win Zaw Htun, ຂວາ, ແລະ ທ້າວ Zaw Lin ໃກ້ກັບສະຖານທູດ ໄທ ໃນນະຄອນ ຢາງກູ້ງ, ມຽນມາ. 25 ທັນວາ 2015.

ໃນວັນພະຫັດທີ່ຜ່ານມາ ສານ ໄທ ໄດ້ພິພາກສາລົງໂທດແຮງງານຕ່າງດ້າວຈາກ ມຽນມາ 2 ຄົນສຳລັບການຂ້າຄູ່ຮັກນັກທ່ອງທ່ຽວ ອັງກິດ ທີ່ເກາະຣີສອດ. ຄະດີດັ່ງກ່າວໄດ້ຖືກຕຳໜິໂດຍ ກຸ່ມກົດໝາຍ ແລະ ສິດທິມະນຸດຈາກພາຍນອກ ຖ້າມກາງການກ່າວຫາທີ່ຂະຫຍາຍອອກຢ່າງ ກວ້າງຂວາງວ່າ ຫຼັກຖານທີ່ຖືກໃຊ້ເພື່ອເຊື່ອມຕໍ່ຜູ້ຕ້ອງສົງໄສທັງສອງ ຕໍ່ການຂ້າແມ່ນບໍ່ພຽງພໍ ຫຼື ບໍ່ກະຈ່າງແຈ້ງ.

ນັບຕັ້ງແຕ່ວັນເສົາທີ່ຜ່ານມາ, ມີການລາຍງານກ່ຽວກັບການປິດດ່ານຂ້າມ ຊາຍແດນຫຼາຍຄັ້ງ ຍ້ອນການປະທ້ວງຂອງປະຊາຊົນ ມຽນມາ ທີ່ບໍ່ພໍໃຈ.

ຄູບາ Oakkan Tha ຈາກວັດ Rakhine ທີ່ເຂດຊາຍແດນ 3 ທາດ ໄດ້ກ່າວຕໍ່ ວີໂອເອໃນວັນ ຈັນມື້ນີ້ວ່າ “ພວກເຮົາຈະເຂົ້າມາ ແລະ ປະທ້ວງຢູ່ບ່ອນນີ້ທຸກໆມື້ ຈົນກວ່າພວກເຂົາເຈົ້າຈະ ໄດ້ຮັບຄວາມຍຸດຕິທຳ ແລະ ຖືກປ່ອຍໂຕ.”

ປະເທດ ໄທ ໄດ້ຢຸດການບໍລິການກົງສຸນ ຢູ່ສະຖານທູດຂອງຕົນໃນເມືອງ ຢາງກຸ້ງ, ເຊິ່ງເປັນ ເມືອງທີ່ໃຫຍ່ທີ່ສຸດໃນ ມຽນມາ.

XS
SM
MD
LG