ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍາ​ນາງ​ສອນ​ດາ​ຣີ ອຸດ​ທະ​ວົງ ຄົນ​ຂັບ​ລົດ​ຂົນ​ສົ່ງ ​ບັນ​ທຸກ​ໜັກ 18 ລໍ້ ຂ້າມ​ປະ​ເທດ


ຍາ​ນາງ​ສອນ​ດາ​ຣີ ອຸດ​ທະ​ວົງ ຢູ່​ທີ​ເມືອງ​ຝອດ​ເວີຕ ​ລັດ​ເທັກ​ຊັ​ສ ສະ​ຫະ​ລັດ ອາ​ເມ​ຣິ​ກາ.
ຍາ​ນາງ​ສອນ​ດາ​ຣີ ອຸດ​ທະ​ວົງ ຢູ່​ທີ​ເມືອງ​ຝອດ​ເວີຕ ​ລັດ​ເທັກ​ຊັ​ສ ສະ​ຫະ​ລັດ ອາ​ເມ​ຣິ​ກາ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລາວຂອງ ວີ​ໂອ​ເອ ປະ​ຈຳໃນ​
ແລງວັນພະ​ຫັດ​ມື້​ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ ​ຍາ​ນາງ​ສອນ​ດາ​ຣີ ອຸດ​ທະ​ວົງ
ຄົນ​ຂັບ​ລົດ​ບັນ​ທຸກຂົນ​ສົ່ງ ​ຂະ​ໜາດ​ໃຫຍ່ 18 ລໍ້ ​ຂ້າມ​ປະ​ເທດ ຈາກພາກ​ຕາ​ເວັນ​ອອກ
ຫາ​ພາກຕາ​ເວັນ​ຕົກ​ຂອງ​ສະ​ຫະ​ລັດ ມາ​ສະ​ເໜີ​ທ່ານ. ຍາ​ນາງ​ສອນ​ດາ​ຣີ ແມ່ນ​ສະ​ຕີ​
ອາ​ເມ​ຣິ​ກັນ ​ເຊື້ອ​ສາຍລາ​ວ ​ທີ່​ຫ້າວຫັນ​ ບໍ່ມີ​ຄ​ວາມ​ຢ້ານ​ກົວ ​ແລະ ມີ​ມ​າ​ນະອົດ​ທົນ.
ເປັນ​ຫຍັງ ຍາ​ນາງ​ສອນ​ດາ​ຣີ ຈຶ່ງ​ຍຶດ​ຖື​ເອົາ​ວິ​ຊາ​ຊີບ ເປັນ​ຄົນຂັບ​ລົດ​ບັນ​ທຸກ​ນັ້ນ ຂໍ​ເຊີນ​
ທ່ານ​ຟັງລາຍ​ລະ​ອຽດຂອງ​ການ​ສຳ​ພາດ​ໄດ້ຈາກ ກິ່ງ​ສະ​ຫວັນ.

ຍາ​ນາງ​ສອນ​ດາ​ຣີ ອຸດ​ທະ​ວົງ ແມ່ນ​ຄົນ​ຂັບ​ລົດ​ຂົນ​ສົ່ງ​ ຂະ​ໜາດ​ໃຫຍ່​ 18 ລໍ້ ທີ່​ໃຫຍ່ທີ່
ມີ​ຄ​ວາມ​ຍາວເຖິງ 80 feet ຫຼື 24.384 ແມັດ. ຖ້​າ​ຫາກ​ທ່ານ​ເຫັນ​ດ້ວຍ​ຕົນ​ເອງ​ແລ້ວ
ທ່ານ​ຈະ​ບໍ່​ເຊື່ອ​ເລີຍ​ວ່າ ຍາ​ນາງ​ສອນ​ດາ​ຣີ ຜູ້ຄີງ​ບາ​ງ​ຮ່າງ​ນ້ອຍ ຈະມີ​ຄວາມ​ສາ​ມາດ​
ຄວບ​ຄຸມ​ລົດ​ບັນ​ທຸກ​ຂະ​ໜາດ​ໃຫຍ່​ນີ້​ໄດ້​ຢ່າງ​ໃດ. ບັນ​ດາຜູ້ປະ​ກອບ​ວິ​ຊາອາ​ຊີບ ເປັນ​
ຄົນຂັບ​ລົດ​ຂົນ​ສົ່ງດັ່ງ​ກ່າວ​ ນີ້​ສ່ວນ​ໃຫຍ່ແມ່ນພວກຜູ້​ຊາຍ. ເຂົາ​ເຈົ້າ​ຕ້ອງໄດ້ຂັບ​ລົດ​
ໄປ​ຄາມ​ທາງ​ຫຼວງ​ໃຫຍ່ໜີ​ຈາກ​ບ້ານ​ເປັນ​ອາ​ທິດ​ເພື່ອ​ນຳ​ສົ່ງສິນ​ຄ້າຢູ່ຕາມ ​ລັດຕ່າງໆ​
ທົ່ວ​ປະ​ເທດ. ຍາ​ນາງ​ສອນ​ດາ​ຣີ ແມ່ນ​ຢູ່​ໃນ​ຈຳ​ນວນ​ແມ່​ຍິງໜ້ອຍ​ສຸດ ທີ່ພາ​ກັນ​ປະ​
ກອບ​ອາ​ຊີບ​ດັ່ງ​ກ່າວ ​ຢູ່​ໃນ​ສະ​ຫະ​ລັດ.

ຍາ​ນາງ​ສອນ​ດາ​ຣີ ​ແມ່ນຄົນອາ​ເມ​ຣິ​ກັນເຊື້ອ​ສາຍ​ລາວ ທີ່​ມາຕັ້ງ​ຖິ່ນ​ຖານ​ຢູ່​ໃນ​ລັດ​
ເທັກ​ຊັ​ສ ເຖິງ​ແມ່ນ​ມີ​ຄີງ​ບາງຮ່າງ​ນ້ອຍກໍ​ຕາມ​ ແຕ່ມີ​ຈິດໃຈເຂັ້ມ​ແຂງ ​ຫ້າວ​ຫັນ ແລະ
​ບໍ່​ມີ​ຢ້ານ​ກົວ​. ​ຄຳ​ຂວັນ​ເປັນພ​າ​ສາ​ອັງ​ກິດ ຂອງ​ລັດ​ເທັກ​ຊັ​ສ ເວົ້າ​ໄວ້​ວ່າ “Don’t Mess
With Texas” ຫຼື​ວ່າ “ຢ່າ​ມາ​ອໍ້​ແອ້​ກັບ​ເທັກ​ຊັ​ສ.” ຍາ​ນາງສອນ​ດາ​ຣີ ໄດ້​ພິ​ສູດ​ໃຫ້​ເຫັນ
​ວ່າ ບໍ່​ມີ​ສິ່ງ​ໃດ​ທີ່​ເໜືອ​ໄປ​ກວ່າ ຄວາມ​ພະ​ຍາ​ຍາມ​ຂອງ​ມະ​ນຸດ ​ຊຶ່ງຍາ​ນາງໄດ້​ກ່າວ​ເຖິງ
ໜ້າ​ທີ່ວຽກ​ງານ ໃນແຕ່​ລະ​ດູ​ການ ແລະ​ໄລ​ຍະການ​ເດີນທາງສູ່ວີ​ໂອ​ເອ ຟັງ​ດັ່ງ​ນີ້:

​ຍາ​ນາງ​ສອນ​ດາ​ຣີ ໄດ້ກາຍເປັນ​ຈຸດ​ສົນ​ໃ​ຈ​ໃຫ້ແກ່​ຫຼາຍໆ​ຄົນ ​ໂດຍ​ສະ​ເພາະ​ຍາດ​ຕິ​ພີ່​
ນ້ອງ ທີ່ຢາກ​ໃຫ້ຍາ​ນາງສອນ​ດາ​ຣີ ເຮັດ​ວຽກ​ແນວ​ອື່ນ ​ແລະຫຼາຍໆ​ຄົນ ​ພາ​ກັນ​ຄິດ​ວ່າ
​ເປັນ​ວຽກງ່າຍ ຕ່າ​ງ​ກໍ​ພາ​ກັນທົດ​ລອງແລ​ະ​ໄດ້​ລົ້ມ​ແຫຼວ​ໄປ​ກໍ​ມີ ຊຶ່ງ​ຍາ​ນາງ​ສອນ​ດາ​ຣີ
​ໄດ້ເລົ່າ​ເຖິງ​ຕອນ​ນີ້ສູ່​ ຟັງ​ວ່າ:

ຍາ​ນາງ​ສອນ​ດາ​ຣີ ໄດ້ເດີ​ນ​ທາງ​ອອ​ກຈາກ​ເມືອງ​ລາວ​ໃນ​ປີ 1975 ໄປ​ຕັ້ງ​ຖິ່ນ​ຖານຢູ່​
ປະ​ເທດ​ຝ​ຣັ່ງ​ຈົນ​ເຖິງ​ປີ 2002. ​ຍາ​ນາງ​ເຄີຍ​ເປັນ​ເຈົ້າ​ຂອງ​ບໍ​ລິ​ສັດ Dispatch​ ​ມີ​ໜ້າ​ທີ່
ຮ້ອງລົດ​ແທັກ​ຊີ ບໍລິ​ການສົ່ງຄົນ​ໂດຍ​ສານ​ໄປ​ສະ​ໜ​າມ​ບິນ​. ​ໃນ​ປີ 2002 ຍາ​ນາງ​ສອນ
​ດາ​ຣີ ໄດ້​ເຂົ້າ​ມາ​ຕັ້ງ​ຄອບ​ຄົວ​ຢູ່​ໃນ​ເມືອງ​ຝອດ​ເວີດ ລັດ​ເທັກ​ຊັ​ສ ມີ​ຄວາມສົນ​ໃຈ​ຢາກ
​ປະ​ກອບ​ວິ​ຊາ​ອາ​ຊີບເປັນ​ຄົນ​ຂັບ​ລົດ​ບັນ​ທຸກ ເພາະເຫັນ​ວ່າ​ໄດ້​ເງິນ​ດີ. ນອກ​ນັ້ນ​ຍັງເປັນ
​ວຽກ ​ທີ່​ມີ​ອິດ​ສະ​ຫຼະ​ ຊຶ່ງ​ຍາ​ນາງ​ສອນ​ດາ​ຣີ ໄດ້​ກ່າວ​ມ້ວ​ນ ທ້າຍ​ສູ່​ຟັງດັ່ງ​ນີ້:

ຍາ​ນາງ​ສອນ​ດາ​ຣີ ແລະ​ສາ​ມີ​ໄດ້​ພາ​ກັນ​ຂັບ​ລົດ​ຂົນ​ສົ່ງ​ມາຕັ້ງ​ແຕ່ປີ 2003 ​ຈົນ​ເຖິງ​ເທົ້າ
​ປັດ​ຈຸ​ບັນ​ຢ່າງເປັນຜົນ​ສຳ​ເລັດ​ ຢູ່​ໃນ​ສະ​ຫະ​ລັດ ອາ​ເມ​ຣິ​ກາ.

XS
SM
MD
LG