ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ຄອບຄົວ ທ.ນ. ວຸດທິນີ ມາຣແນລ ຕັ້ງຖິ່ນຖານ ຢູ່ໃນເມືອງອໍເຣກັນ ຊີຕີ ລັດອໍເຣກັນ


ທ່ານນາງ ວຸດທິນີ ຢູ່ແຄມຝັ່ງທະເລ ລັດອໍເຣກັນ
ທ່ານນາງ ວຸດທິນີ ຢູ່ແຄມຝັ່ງທະເລ ລັດອໍເຣກັນ

ລັດອໍເຣກັນ ຕັ້ງຢູ່ພາກຕາເວັນຕົກສຽງເໜືອສຸດຕິດກັບມະຫາສະໝຸດປາຊີຟິກ ໂດຍມີເຂດຊາຍແດນຕິດກັບລັດວໍຊິງຕັນຢູ່ກ້ຳເໜືອແລະຢູ່ກ້ຳໃຕ້ຕິດກັບລັດຄາລີຟໍເນຍແລະລັດເນວາດາ ສ່ວນຢູ່ກ້ຳຕາເວັນອອກຕິດກັບລັດໄອດາໂຮ ຊຶ່ງເປັນລັດທີ່ທ່ານນາງວຸດທິນີ ມາຣແນລ ໄດ້ຕັ້ງຖິ່ນຖານຢູ່ໃນເມືອງອໍເຣກັນຊີຕີ ຂອງລັດນີ້ ມາໄດ້ຫຼາຍປີແລ້ວ ຈົນເຖິງປັດຈຸບັນນີ້ ໄຊຈະເລີນສຸກ ຈະນຳເອົາການສຳພາດກ່ຽວກັບເສັ້ນທາງຊີວິດການອົບພະຍົບເຂົ້າມາຕັ້ງຖິ່ນຖານໃນສະຫະລັດຂອງທ່ານນາງ ມາສະເໜີທ່ານ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນອັນດັບຕໍ່ໄປ.

ເສັ້ນທາງຊີວິດຂອງຊາວລາວອົບພະຍົບແຕ່ລະຄົນທີ່ໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນສະຫະລັດນັ້ນ ໂດຍສ່ວນໃຫຍ່ແລ້ວ ໄດ້ສ້າງເນື້ອສ້າງຕົວດ້ວຍສອງມືເປົ່າແລະດ້ວຍຄວາມດຸໝັ່ນຂະຫຍັນໝັ່ນພຽນ ຈົນຫຼາຍໆຄົນໄດ້ດິບໄດ້ດີ ເປັນເຈົ້າຂອງທຸລະກິດສ່ວນຕົວ ເປັນເຈົ້າຂອງຟາມລ້ຽງໄກ່ແລະງົວ ສ່ວນພວກທີ່ໄດ້ຮ່ຳຮຽນຈົບການສຶກສາລະດັບມະຫາວິທະຍາໄລ ກໍມີຫຼາຍ ແລະໄດ້ເປັນເຈົ້າເປັນນາຍສະຫະລັດເປັນດິນແດນແຫ່ງຄວາມໄຝ່ຝັນທີ່ໃຫ້ໂອກາດແກ່ໝົດທຸກຄົນ ຊຶ່ງເປັນທີ່ກ່າວຂານກັນວ່າ the land of opportunity ແຕ່ການສ້າງຊີວິດໃໝ່ໃນດິນ ແດນແຫ່ງນີ້ ມັນກໍບໍ່ແມ່ນເລື້ອງງ່າຍເລີຍ ສຳລັບທ່ານນາງວຸດທິນີ ມາຣແນລ ມັນເປັນເລື້ອງທີ່ຍາກລຳບາກ ແລະດ້ວຍຄວາມອົດທົນຕໍ່ສູ້ຊີວິດຈົນສາມາດຕັ້ງເນື້ອຕັ້ງຕົວໄດ້ ຮ່ວມກັບສາມີ ຜູ້ທີສອງທີ່ເປັນຄົນອາເມຣິກັນຊື່ວ່າ ແພັດທຣິກ ມາຣແນລ.

ທ່ານນາງວຸດທິນີ ໄດ້ອົບພະຍົບເຂົ້າມາໃນສະຫະລັດ ໃນຕອນໄວທີ່ຍັງໜຸ່ມນ້ອຍເມື່ອປີ 1981 ໂດຍປາສະຈາກຄອບຄົວຂອງເພິ່ນເອງ ດັ່ງທີ່ທ່ານນາງກ່າວສູ່ຟັງວ່າ:

ທ່ານນາງ ເລົ່າສູ່ຟັງວ່າ ຫຼັງຈາກໄດ້ມີທີ່ຢູ່ເປັນຫລັກເປັນແຫລ່ງແລ້ວ ທ່ານນາງ ວຸດທິນີ ກໍສືບຕໍ່ໄປຮ່ຳຮຽນທີ່ໂຮງຮຽນມັດທະຍົມຕອນປາຍ ແລ້ວຕົກມາໃນປີ 1983 ໄດ້ແຕ່ງງານກັບຄົນລາວ ແລະໄດ້ຍົກຍ້າຍໄປຢູ່ກັບສາມີທີ່ເມືອງເດັນເວີລັດໂຄໂລຣາໂດ ເປັນເວລາສອງປີ ຕໍ່ມາຄອບຄົວຂອງທ່ານນາງ ໄດ້ຍົກຍ້າຍໄປຢູ່ ນະຄອນແຊນດີເອໂກ ລັດຄາລີຟໍເນຍຈົນຮອດປີ 1987 ຊຶ່ງໃນຊ່ວງໄລຍະນີ້ ທ່ານນາງ ມີລູກຊາຍສອງຄົນ ແລະຊີວິດຄອບຄົວຂອງທ່ານນາງ ມີອຸປະສັກແລະຈຶ່ງຕ້ອງໄດ້ຢ່າຮ້າງກັນກັບສາມີໃນປີ 1994. ທ່ານນາງຈຶ່ງໄດ້ຕັດສິນໃຈຍົກຍ້າຍກັບຄືນໄປຕັ້ງຕົ້ນໃໝ່ຢູ່ໃນລັດທຳອິດທີ່ທ່ານນາງໄດ້ເຄີຍຢູ່ມາກ່ອນ ກໍຄືລັດອໍເຣກັນ ຊຶ່ງທ່ານນາງກ່າວໃຫ້ເຫດຜົນຂອງການກັບຄືນໄປນັ້ນວ່າ:

ເມືອງພອດແລນ ເປັນເມືອງໃຫຍ່ທີ່ສຸດ ໃນລັດອໍເຣກັນ ຊຶ່ງຕັ້ງຢູ່ຫ່າງໄກຈາກເມືອງອໍເຣກັນຊີຕີ ປະມານ 13 ກິໂລແມັດ ບ່ອນທີ່ທ່ານນາງວຸດທິນີ ອາໄສຢູ່ໃນປັດຈຸບັນນີ້ ຂ້າພະເຈົ້າເລີຍຖາມເພິ່ນວ່າ:

ບ້ານພັກຂອງທ່ານນາງວຸດທິນີ ແລະສາມີ ທ່ານແພດທຣິກ ມາຣແນລ ຢູ່ໃນເມືອງ ອໍເຣກັນ ຊີຕີ້ ລັດອໍເຣກັນ.
ບ້ານພັກຂອງທ່ານນາງວຸດທິນີ ແລະສາມີ ທ່ານແພດທຣິກ ມາຣແນລ ຢູ່ໃນເມືອງ ອໍເຣກັນ ຊີຕີ້ ລັດອໍເຣກັນ.

ຄ່າຄອງຊີບແລະວຽກງານ ເປັນປັດໄຈສຳຄັນທີ່ຊາວລາວແລະຊາວຕ່າງຊາດອົບພະຍົບທັງຫຼາຍ ໄດ້ພິຈາລະນາໃນການຕັດສິນໃຈ ເລືອກສະຖານທີ່ຕັ້ງເປັນຖິ່ນຖານຢ່າງຖາວອນ ດັ່ງທີ່ທ່ານນາງໄດ້ກ່າວ ກ່ຽວກັບວຽກງານ ຢູ່ໃນເມືອງພອດແລນ ວ່າ:

ພູຮູດ ຕັ້ງຢູ່ໃນລັດອໍເຣກັນ ເປັນສະຖານທີ່ຫລິ້ນສະກີ້ຫິມະ ຂອງຊາວພົນລະເມືອງພອດແລນ.
ພູຮູດ ຕັ້ງຢູ່ໃນລັດອໍເຣກັນ ເປັນສະຖານທີ່ຫລິ້ນສະກີ້ຫິມະ ຂອງຊາວພົນລະເມືອງພອດແລນ.

ໃນຫົວເມືອງໃຫຍ່ທັງຫຼາຍລາຄາຂອງເຮືອນນັ້ນກໍຈະແພງຫຼາຍຖ້າຫາກວ່າເຈົ້າບໍ່ມີວຽກການດີທີ່ໄດ້ເງິນເດືອນສູງ ເຈົ້າກໍຈະບໍ່ສາມາດຊື້ເຮືອນໄດ້ ກໍຈຳເປັນຕ້ອງໄດ້ໄປຊື້ເຮືອນ ຢູ່ຫ່າງໄກໄປຈາກຕົວເມືອງ ແລະປັດໄຈອີກຢ່າງນຶ່ງທີ່ມີສ່ວນໃນການຕັດສິນໃຈເລືອກສະຖານທີ່ຢູ່ອາໄສ ກໍຄືສະພາບດິນຟ້າອາກາດ ແລະຈຸດເດັ່ນຂອງແຕ່ລະແຫ່ງ ຊຶ່ງຂ້າພະເຈົ້າໄດ້ຖາມທ່ານນາງວ່າ:

ແລະອີກປັດໄຈນຶ່ງທີ່ຂາດໄປຈາກຊຸມຊົນຊາວບໍ່ໄດ້ກໍຄືວັດວາອາຮາມ ເພື່ອເປັນສະຖານທີ່ເຮັດບຸນສິນກິນທານຕາມຮີດຄອງປະເພນີສາສະໜາຂອງຊາວພຸດທະ ສາສະນິກະຊົນທັງຫຼາຍດັ່ ງທີ່ຂ້າພະເຈົ້າໄດ້ຖາມທ່ານນາງຫວຸດທິນີວ່າ:

ນອກຈາກນັ້ນແລ້ວທ່ານນາງຍັງໄດ້ກ່າວສູ່ຟັງເຖິງສະມາຄົມລາວຢູ່ໃນເຂດເມືອງ ພອດແລນກໍມີເຊັ່ນກັນ ເຊັ່ນວ່າສະມາຄົມແມ່ຍິງລາວ ສະມາຄົມສຳລັບຜູ້ເຖົ້າ ເປັນຕົ້ນ ແລະສະມາຄົມເຫຼົ່ານີ້ ກໍຈະຈັດງານລ້ຽງສັງສັນໃນຢາມບຸນທີ່ສຳຄັນໆເພື່ອຈະໄດ້ມີໂອກາດໃຫ້ຊາວລາວທີ່ເປັນສະມາຊິກແລະບໍ່ທັນໄດ້ເປັນສະມາຊິກ ມາພົບພໍ້ກັນເພື່ອສ້າງຄວາມສາມັກຄີປອງດອງກັນ ແລະສິ່ງທີ່ສຳຄັນເພື່ອຫາລາຍໄດ້ສືບຕໍ່ດຳເນີນວຽກງານຂອງສະມາຄົມນັ້ນເອງ.

ທີ່ທ່ານໄດ້ຟັງຜ່ານໄປນັ້ນເປັນການສຳພາດທ່ານນາງວຸດທິນີ ມາຣແນລ ທີ່ອາໄສຢູ່ໃນເມືອງອໍເຣກັນຊີຕີ້ ລັດອໍເຣກັນ ໃນວັນອາທິດໜ້າວີໂອເອລາວ ຈະນຳເອົາລາຍການຊຸມຊົນລາວ ໃນທະວີບອາເມຣິກາ ມາສະເໜີອີກໃນເວລາດຽວກັນນີ້ ກະລຸນາຕິດຕາມຮັບຟັງ

XS
SM
MD
LG