ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງວຽງທອງ ເລັນ ອາໄສຢູ່ໃນລັດຢູທາ ກ່າວເຖິງອາການຕິດເຊື້ອໄວຣັສໂຄໂຣນາຕ່າງໆ ທີ່ເກີດຂຶ້ນສຳລັບຕົວທ່ານ


ພະນັກງານແພດ ຄົນນຶ່ງກຳລັງເບິ່ງແຍງຄົນປ່ວຍ ທີ່ໃສ່ເຄື່ອງຊ່ອຍຫາຍໃນຫ້ອງສຸກເສີນ ຢູ່ທີ່ໂຮງໝໍ Baptist Health Floyd ເມື່ອວັນທີ 7 ກັນຍາ 2021 ໃນລັດອິນເດຍນາ.
ພະນັກງານແພດ ຄົນນຶ່ງກຳລັງເບິ່ງແຍງຄົນປ່ວຍ ທີ່ໃສ່ເຄື່ອງຊ່ອຍຫາຍໃນຫ້ອງສຸກເສີນ ຢູ່ທີ່ໂຮງໝໍ Baptist Health Floyd ເມື່ອວັນທີ 7 ກັນຍາ 2021 ໃນລັດອິນເດຍນາ.

ຍານາງວຽງທອງ ເລັນ ອາໄສຢູ່ໃນເມືອງເຊົ້າຈໍແດັນ ເປັນຄົນລາວ-ອາເມຣິກັນ ນັບຖືສາສະໜາມໍມອນ ຢູ່ທີ່ The Church of Jesus Christ of Latter-Saints ຊຶ່ງຍານາງກ່າວໃຫ້ຟັງໃນຊ່ວງມີການລະບາດຂອງພະຍາດໂຄວິດ-19 ເລີ້ມຕັ້ງແຕ່ຕອນຕົ້ນເດືອນມີນາ 2019 ວ່າ ການໄປໂບດໃນທຸກວັນອາທິດ ຈາກທີ່ເຄີຍໄປຟັງທຳຮັບສິນດ້ວຍຕົນເອງ ເປັນເວລາ 3 ຊົ່ວໂມງ ກໍໄດ້ຖືກປ່ຽນມາເປັນ 2 ຊົ່ວໂມງ. ໃນຊ່ວງມີການລະບາດຂອງໂຄວິດ-19 ໜັກຂຶ້ນ ໂບດໄດ້ສົ່ງອີເມລຫາສະມາຊິກທັງຫຼາຍ ໂດຍແຈ້ງວ່າ ບໍ່ໃຫ້ເຂົ້າມາໂບດ ໃຫ້ເຂົ້າໂບດທາງອອນລາຍ ດັ່ງທີ່ຍານາງກ່າວໃຫ້ຟັງວ່າ:

ກ່ຽວກັບການສັກຢາວັກຊີນກັນໂຄວິດ-19 ທາງໂບດຂອງຍານາງ ບໍ່ໄດ້ໃຊ້ສາສະໜາມາເປັນຂໍ້ອ້າງເພື່ອບັງຄັບໃຫ້ບັນດາສະມາຊິກຂອງຕົນສັກຢາວັກຊີນກັນໂຄວິດ ຄືກັບໂບດແຫ່ງອື່ນໆທີ່ຕໍ່ຕ້ານການສັກຢາວັກຊີນ ຊຶ່ງຍານາງກ່າວກ່ຽວກັບເລື້ອງນີ້ວ່າ “ຕອນນັ້ນຫັ້ນ ເຂົາກະເວົ້າຢູ່ວ່າ ໃຫ້ແລ້ວແຕ່ສິດຂອງເຈົ້າ ເຈົ້າຢາກສີດກະສີດ ບໍ່ຢາກເຮັດກະເປັນເລື້ອງຂອງເຈົ້າຫັ້ນນະ ແຕ່ວ່າຄັນເຈົ້າສີດມັນກະດີຄືກັນ ເພາະວ່າ ມັນຊິໄດ້ປົກປ້ອງທັງສອງຝ່າຍ ແຕ່ກໍບໍ່ໄດ້ບັງຄັບ ສາສະໜານີ້ ຢາກໃຫ້ເຮົາສີດໃດ ເພິ່ນຢາກໃຫ້ເຮົາມີຄວາມສຸກ ແລະເພິ່ນຢາກໃຫ້ເຮົາມີສຸຂະພາບແຂງແຮງ.”

ໃນທີ່ສຸດຍານາງ ກໍບໍ່ພົ້ນຈາກໄວຣັສໂຄໂຣນາເພາະວ່າ ເພິ່ນມັກອອກໄປແຫ່ງຕ່າງໆຢູ່ເລື້ອຍໆ ດັ່ງທີ່ເພິ່ນກ່າວໃຫ້ຟັງວ່າ:

ຍານາງວຽງທອງ ກ່າວໃຫ້ຟັງຕື່ມວ່າ ໃນເວລາຕິດໂຄວິດນັ້ນ ອາການເຈັບປ່ວຍຕ່າງໆລວມກັນເຂົ້າມາເປັນພ້ອມກັນບໍ່ວ່າ ຈະເປັນການເຈັບຫົວ ເຈັບທ້ອງ ວິນຫົວ ຢາກຈະຮາກ ປວດຕົນປວດໂຕ ແຕ່ສຳລັບຍານາງແລ້ວ ກິນຍັງກະມີແຕ່ລົດເຄັມຈຶ່ງກິນບໍ່ໄດ້.

XS
SM
MD
LG