ລິ້ງ ສຳຫລັບເຂົ້າຫາ

logo-print

ວີໂອເອ ລາວ ສຳພາດທ່ານນາງ ໜອມ ທອງພະຈັນ ໃນລາຍການ ຊຸມຊົນຊາວ ລາວ ໃນ ອາເມຣິກາ


ທ່ານນາງ ໜອມ ທອງພະຈັນ ພ້ອມກັບນັກສິລະປະ San Diego Lao Heritage Foundation.

ໃນລາຍ​ການຊຸມຊົນລາວໃນທະວີບອາເມຣິກາ ຊຶ່ງວີ​ໂອ​ເອ ພາກພາສາລາວ ຈະນຳເອົາຊີວິດການເປັນຢູ່ ຂອງຄົນເຊື້ອສາຍລາວ ຕາມເມືອງແລະລັດຕ່າງໆ ໃນທົ່ວທະວີບອາເມຣິກາ ມາລົມສູ່ທ່ານຟັງ ແລະໃນແລງວັນອາທິດມື້ນີ້ ເຮົາ​ຈະ​ພາ​ທ່ານ​ໄປ​ພົບກັບ ທ່ານນາງ ໜອມ ທອງພະຈັນ ຢູ່ໃນນະ ຄອນ ແຊນ ດີເອໂກ (San Diego) ລັດຄາລິຟໍເນຍ ຂອງ ສະຫະລັດອາເມຣິກາ, ຊຶ່ງ ພຸດທະສອນ ຈະນໍາເອົາການໂອ້ລົມກັນກັບເພິ່ນ ມາສະ​ເໜີ​ທ່ານ ໃນອັນດັບຕໍ່ໄປ.


ເຖິງແມ່ນວ່າທ່ານນາງ ໜອມ ທອງພະຈັນ ແມ່ນໄດ້ອົບພະຍົບມາ ສະຫະລັດ ກັບຄອບຄົວ ຕັ້ງແຕ່ຕອນຍັງນ້ອຍກໍຕາມ, ເພິ່ນກໍແມ່ນແມ່ຍິງລາວ ທີ່ຮັກການ ຟ້ອນ, ການສະແດງສິລະປະພື້ນເມືອງລາວ ຢູ່ສະເໝີ. ລາວບໍ່ມີຄູສອນຟ້ອນ ແຕ່ຕົນເອງກໍໄດ້ສະແຫວງຫາ, ຄົ້ນຫາວິທີຟ້ອນດ້ວຍຕົນ ເອງ ແລະ ໃນປັດຈຸບັນນີ້ ລາວແມ່ນຄູສອນຟ້ອນຢູ່ມູນນິທິ Lao Heritage ທີ່ນະຄອນ ແຊນດີ ເອໂກ, ລັດ ຄາລິຟໍເນຍ.

ທ່ານນາງ ໜອມ ເກີດຢູ່ບ້ານ ປາກຊາບ ນະຄອນຫຼວງ ວຽງຈັນ, ແລະ ພໍ່ແມ່ ແມ່ນມາຈາກເມືອງ ຄຳເກີດ ແຂວງບໍລິຄຳໄຊ.

ທ່ານນາງ ໜອມ ແມ່ນອົບພະຍົບທີ່ໄດ້ເດີນທາງມາ ສະຫະລັດ ຕອນທີ່ມີອາຍຸໄດ້ປະມານ 10, ເຊິ່ງ ແມ່ນຂອງລາວເປັນຜູ້ພາຄອບຄົວຂ້າມແມ່ນໍ້າຂອງໄປຢູ້ສູນອົບພະຍົບນາໂພ ໃນປະເທດ ໄທ, ແລ້ວກໍໄດ້ຍ້າຍໄປປະເທດ ຟີລິບປິນ ກ່ອນຈະໄດ້ເດີນທາງມາ ສະຫະລັດ ໃນປີ 1987.

ພໍ່ຂອງທ່ານນາງ ໜອມ ໄດ້ເສຍຊີວິດຢູ່ປະເທດ ລາວ, ເຊິ່ງອີງຕາມການກ່າວຂອງທ່ານນາງ ໜອມ ນັ້ນ, ລາວເວົ້າວ່າ ພໍ່ໄດ້ເສຍຊີວິດຍ້ອນການໄດ້ດື່ມເຫຼົ້າ ທີ່ມີຫວ້ານ.

ປັດຈຸບັນນີ້ທ່ານນາງ ໜອມ ໄດ້ສ້າງຄອບຄົວແລ້ວ ແລະ ກໍເຮັດວຽກຢູ່ໂຮງໝໍ ແຫ່ງນຶ່ງ.

ທ່ານນາງ ໜອມ: ດຽວນີ້ມີລູກສອງຄົນ, ລູກສາວ 16 ປີ ແລະ ລູກຊາຍ 14 ປີ.

ພຸດທະສອນ: ປັດຈຸບັນນີ້ເຮັດວຽກຢູ່ໃສ?

ທ່ານນາງ ໜອມ: ປັດຈຸບັນນີ້ເຮັດວຽກເປັນ Respiratory therapist ຢູ່ໂຮງ ໝໍ ໄຄເຊີ (Kaiser Hospital), ເຮັດວຽກ ກ່ຽວກັບ ລະບົບຫັນໃຈ.

ພຸດທະສອນ: ສະແດງວ່າເອື້ອຍຕ້ອງໄດ້ເບິ່ງຄົນໄຂ້ ໂຄວິດ-19 ແມ່ນບໍ່?

ທ່ານນາງ ໜອມ: ແນ່ນອນເລີຍ. ແມ່ນລາຍທີແລກເລີຍລະ. ຕ້ອງໄດ້ຢູ່ໃນຫົວ ຕຽງເລີຍ ຢູ່ນຳຄົນໄຂ້ທີ່ວ່າຕ້ອງໄດ້ຕິດຕາມວ່າ ເຄື່ອງຈັກ ແລະ ລະບົບການ ຫັນໃຈຂອງຄົນໄຂ້ເປັນຈັ່ງໃດ, ແບບໃດ. ຕ້ອງໄດ້ປ່ຽນຕາມຄວາມຕ້ອງການ ຂອງຄົນໄຂ້ນັ້ນ.

ພຸດທະສອນ: ມື້ນຶ່ງເຮັດວຽກຈັກຊົ່ວໂມງ?

ທ່ານນາງ ໜອມ: ຕອນທີແລກ, ຕອນໂຄວິດເລີ່ມແລ້ວກະລະຫວ່າງ 10, 12 ເຖິງ 14 ຊົ່ວໂມງນີ້ລະ. ເຮັດການລະເພິ່ນມີ PPE (ອຸປະກອນປ້ອງກັນປະຈຳ ຕົວ). ທີ່ວ່າກ່ອນເລີ່ມເຮົາມີການຝຶກຊ້ອມ ຖືວ່າມີຄວາມປ້ອງກັນ ເຮົາຕ້ອງໄດ້ ໃສ່ເຄື່ອງແບບໃດ. ໃສ່ໂຕໃດກ່ອນ ລະກ່ອນອອກມາ ເຮົາຕ້ອງໄດ້ເຊັດ ເຮົາ ຕ້ອງໄດ້ເຮັດແບບໃດ ມັນມີຄຳຊີ້ນຳບອກວ່າເຮົາຕ້ອງໄດ້ໃສ່ແບບນີ້ແບບນີ້. ມີ ໝົດທຸກອັນເລີຍຢູ່ໂຮງໝໍຂອງເຮົາ. ເພິ່ນຝຶກຊ້ອມ ແລະ ເພິ່ນຕຽມປ້ອງກັນໄວ້. ປັດຈຸບັນນີ້ ມັນກໍ ໄປໄດ້ດີ.

ນອກຈາກການເປັນໝໍແລ້ວ, ໃນຍາມຫວ່າງທ່ານນາງ ໜອມ ຍັງໄດ້ໄປຊ່ວຍ ເປັນຄູຟ້ອນສຳລັບກິດຈະກຳຍາມຫວ່າງ. ລາວເວົ້າວ່າຕອນຍັງນ້ອຍ ຕົນເອງ ແມ່ນບໍ່ເຄີຍຮຽນຟ້ອນ. ແຕ່ຍ້ອນຄວາມສວຍງາມຂອງການຟ້ອນພື້ນເມືອງລາວ, ມັນໄດ້ ເຮັດໃຫ້ລາວຢາກຮຽນຢາກຮູ້ ດ້ວຍການເບິ່ງຈາກວິດີໂອເອົາເອງເທົ່າ ນັ້ນ.

ພຸດທະສອນ ຖາມ: ກ່ອນໄດ້ມາເປັນຄູຟ້ອນນີ້, ເອື້ອຍໄດ້ໄປຮຽນມາແຕ່ໃສ?

ທ່ານນາງ ໜອມ: ບໍ່ໄດ້ຮຽນ. ຕອນມາເລີ່ມປັກຫຼັກຢູ່ ຟີລິບປິນ ລະຫວ່າງ 8 ເດືອນ ແລະ ຢູ່ໃນ ຟີລິບປິນ ຫັ້ນ, ເປັນອົບພະຍົບຂອງ ຫວຽດນາມ, ຂະເໝນ ນຳກັນລະເພິ່ນເຮັດການສະຫຼອງບຸນປີໃໝ່. ສະນັ້ນເຫັນການສະຫຼອງບຸນປີໃໝ່ ເຮົາກະບໍ່ມີ ລະເຫັນຄົນອື່ນເຂົາເຈົ້າແຕ່ງເຄື່ອງ, ນຸ່ງຜ້າແພສິ້ນໄໝລະກະເຂົາເຈົ້າ ຟ້ອນ ມີແຕ່ໄດ້ແຕ່ຄຶດວ່າຢາກຮຽນ, ຢາກໄດ້, ຢາກຮູ້, ຢາກຟ້ອນ, ຢາກເອົາຕົນ ເອງເຂົ້າໄປຢູ່ເຄິ່ງກາງຂອງເຂົາເຈົ້າຮຽນ ມີແຕ່ຄວາມຄຶດຢາກຮຽນ ແຕ່ວ່າບໍ່ຮູ້ ເຮັດຈັງໃດ ມີແຕ່ໄດ້ໄປຈອບເບິ່ງເພິ່ນ ຊ້ອມຊື່ໆ. ຕັ້ງແຕ່ຢູ່ໃນພຸ້ນມີແຕ່ຢາກຟ້ອນ ຢາກຮຽນ ຫາກແຕ່ວ່າບໍ່ໄດ້ຮຽນ ຈົນຮອດມາ ອາເມຣິກາ ລະມີແຕ່ເປີດເພງຂຶ້ນ, ເປີດເພງພອນສັກເບາະ ແລ້ວແຕ່ອາລົມໄປລະຢູ່ໃນຫ້ອງຄົນດຽວ ໃສ່ (ແຍງ) ແວ່ນລະກະຟ້ອນຄົນດຽວ. ລະກະເຫັນວິດີໂອເກົ່າຂອງນາດຕະສິນລາວ ຕອນ ເພິ່ນສະແດງງານສິລະປະ ຂອງເພິ່ນ ສະແດງງາມຫຼາຍສິລະປະຂອງເພິ່ນ ເບິ່ງ ເພິ່ນເວົ້າ ການຍ້າຍຕົວ ຂອງເພິ່ນແບບໃດແບບໃດ, ລະເຮົາກະເອົາໄປເບິ່ງໂຕ ເອງຢູ່ໃນແວ່ນຕັ້ງແຕ່ພຸ້ນ ມາ. ແບບຝຶກສອນຕົນເອງໄດ້ຕັ້ງແຕ່ມາ ອາເມຣິກາ ເລີຍ. ຈົນເຂົ້າຮຽນກະລົງ ທະບຽນງານສະແດງພອນສະຫວັນ ລະກະບໍ່ຮູ້ວ່າໂຕເອງ ແຕ່ງເຄື່ອງບໍ່ເປັນກໍ ຕາມ ຫາກແຕ່ວ່າມີຜ້າແພກັບສິ້ນໃສ່ລະກະຜົມມັດເອົາຊື່ໆ ລະກະໄປສະແດງ ໃຫ້ເຂົາເຈົ້າເບິ່ງ ບໍ່ອາຍໃຜເລີຍ.”

ທ່ານນາງ ໜອມ ທອງພະຈັນ ກຳລັງຟ້ອນ.
ທ່ານນາງ ໜອມ ທອງພະຈັນ ກຳລັງຟ້ອນ.

ຕອນຍັງນ້ອຍທ່ານນາງ ໜອມ ໄດ້ໄປທຳການສະແດງຢູ່ໂຮງຮຽນ ແລະ ງານ ຕ່າງໆທີ່ຖືກຈັດຂຶ້ນຢູ່ວັດລາວ. ນອກຈາກການສະແດງແລ້ວ ລາວຍັງໄດ້ເຂົ້າ ແຂ່ງ ຂັນໃນງານຟ້ອນ ເຊິ່ງລາວເວົ້າວ່າ

ທ່ານນາງ ໜອມ: ຕອນບຸນປີໃໝ່ເພິ່ນມີຈັດລາຍການແຂ່ງຂັນໃຫ້ພວກຊາວໜຸ່ມ ລາວເຮົາ ແບບຜູ້ໃດຢາກແຂ່ງຂັນ ກະເລີຍຝຶກສອນນ້ອງພ້ອມລະກະຢາກເຂົ້າ ເພາະວ່າຢາກ ແນວໃດກະຕ້ອງໄດ້ໄປໂຊເທື່ອນຶ່ງ. ສິ້ນບໍ່ມີກະຂໍໃຫ້ແມ່ຢືມເພິ່ນ. ຂໍແວ່ນຂອງເພິ່ນລະກະໄປສອນນ້ອງລະກະໄປແຂ່ງ. ໄປແຂ່ງຢູ່ວັດລາວ. ຕອນ ເພິ່ນມີບຸນປີໃໝ່ສະໄໝແຕ່ກີ້ເພິ່ນມີການແຂ່ງ ຂັນກັນ ລະກະເລີຍພູມໃຈທີ່ວ່າໄດ້ ທີນຶ່ງ.

ພຸດທະສອນ: ລາງວັນທີນຶ່ງແມ່ນຫຍັງ?

ທ່ານນາງ ໜອມ: ຕອນນັ້ນປີ 1994 ລາງວັນທີນຶ່ງແມ່ນ 300 ດອນ. ກະວ່າ ຫຼາຍຂະໜາດລະ. ໄດ້ 300 ດອນ ດີໃຈທີ່ວ່າໄດ້ເງິນ. ໄດ້ຈ່າຍຄ່າສິ້ນເພິ່ນແນ່ ກັບມີເງິນໃຫ້ນ້ອງໄດ້ຊື້ເຂົ້າໜົມກິນ. ແບບພູມໃຈຂະໜາດເລີຍທີ່ວ່າ ເຮົາບໍ່ໄດ້ ມີຄູຝຶກສອນລະເຮົາຝຶກສອນໂຕເອງ ລະເຮົາກະບໍ່ຮູ້ເນາະວ່າໄດ້ເຮັດດີບໍ່ດີ ແຕ່ ວ່າມີຄວາມຢາກສະແດງວ່າ ພູມໃຈທີ່ເຮົາຢາກໂຊວ່າ ເຮົາບໍ່ຢາກໃຫ້ນ້ອງລືມ ພ້ອມຫັ້ນນະ. ວ່າການທີ່ວ່າເຮົາຢາກອອກມາຫາຄົນລາວ ເຮົາຕ້ອງໄດ້ເຮັດແນວ ໃດແດ່.”

ທ່ານນາງ ໜອມ ເປັນຄົນທີ່ມັກຟ້ອນ, ເປັນຄົນທີ່ຮັກວັດທະນະທຳ ລາວ, ເພິ່ນ ຢາກໃຫ້ເດັກນ້ອຍ ລາວ ລຸ້ນໃໝ່ໃນ ສະຫະລັດ ຮັກສາ ແລະ ສືບທອດວັດທະ ນະທຳ ລາວ ຕະຫຼອດໄປ ແລະ ໄດ້ທຸ້ມເທນຳພາລູກໄປເຂົ້າຄ້າຍ ຂອງມູນນິທິ Lao Heritage ທີ່ນະຄອນຫຼວງ ວໍຊິງຕັນ.

ທ່ານນາງ ໜອມ: ປີ 2013 ໄດ້ພາລູກສອນຄົນຂຶ້ນເຮືອບິນໄປຮຽນຢູ່ນະຄອນ ຫຼວງ ວໍຊິງຕັນ ນຳ Lao Heritage Foundation, summer camp ເນາະ ໄດ້ອາທິດນຶ່ງ. ປີທີນຶ່ງລູກກະຍັງນ້ອຍ ກະຍັງບໍ່ຮູ້ຫຍັງ ຈັບດົນຕີບໍ່ໄດ້. ຫາກປີທີ ສອງ ຊຳເມີ ມາອີກກະໄປອີກ. ລະລູກສາມາດຈັບລະນາດກັບແຄນໄດ້ ເຂົາ ເຈົ້າກະເປົ່າປູດປາດ ປູດປາດ ກະຍັງບໍ່ຍອມແພ້ລະປີທີສາມ ຊຳເມີ ແຄ້ມ ລະ ກະພາລູກໄປອີກ. ລູກເລີ່ມຮູ້ຈັກໝູ່ລະກະຮຽນຮູ້, ມີໝູ່ຄົນລາວຫຼາຍ ລະມີໝູ່ທີ່ ວ່າຮຽນນຳກັນ ກະມັນເຮັດໃຫ້ໃຈເຂົາເຈົ້າຕື່ມເຕັ້ນໄດ້ຮຽນລະເຂົາເຈົ້າກະບໍ່ ແມ່ນມີແຕ່ຮຽນດົນຕີ ກະຮຽນພາສາລາວ ຮຽນສິລະປະ, ອາຫານ ແລະ ທຸກຢ່າງມັນມ່ວນ.”

ນັກສິລະປະໜຸ່ມນ້ອຍຂອງ San Diego Lao heritage Foundation ກຳລັງສະແດງດົນຕີພື້ນເມືອງລາວ.
ນັກສິລະປະໜຸ່ມນ້ອຍຂອງ San Diego Lao heritage Foundation ກຳລັງສະແດງດົນຕີພື້ນເມືອງລາວ.

ຫຼັງຈາກລູກຂອງລາວຮຽນດົນຕີເປັນແລ້ວ, ທ່ານນາງ ໜອມ ກໍມີຄວາມຄິດຢາກ ມີສາຂາຂອງມູນ ນິທິ Lao Heritage ແລ້ວກໍໄດ້ທຳການປຶກສາກັບບັນດາຄົນ ລາວ ທີ່ອາໄສຢູ່ໃນເມືອງ ແຊນ ດີເອໂກ ກ່ຽວກັບ ການສ້າງຕັ້ງກຸ່ມຂອງເຂົາ ເຈົ້າ ຂຶ້ນ.

ທ່ານນາງ ໜອມ: ຖ້າລູກເປັນດົນຕີແລ້ວ ລະມາ ແຊນ ດີເອໂກ ລະ ແຊນ ດີເອໂກ ເຮົາກະມີເດັກ ນ້ອຍຫຼາຍກະເລີຍຄຶດວ່າ ຖ້າລູກໄດ້ຮຽນແລ້ວລູກອາດຈະ ຊ່ອຍເດັກນ້ອຍຢູ່ພີ້ມີໂອກາດໄດ້ຮຽນລະເຮົາຊິເຮັດຈັ່ງໃດ ກະເລີຍເລີ່ມຖາມພໍ່ແມ່ ນັກຮຽນວ່າແບບມີເຮົາຕ້ອງການບໍ່, ລູກເຈົ້າຢາກຮຽນບໍ່ແມ່ນຫຍັງຫັ້ນນະ. ເຂົາ ເຈົ້າວ່າ Yes, Okay! ກະເລີ່ມເຮັດ San Diego Lao Heritage ມາຕັ້ງ ແຕ່ປີ 2016. ຫາກແຕ່ວ່າເອື້ອຍໄດ້ສອນຕັ້ງແຕ່ປີ 2012. ສອນເດັກນ້ອຍລະ ຫວ່າງຊໍ່າລູກອາຍຸ 5 ປີ. ດຽວນີ້ນັກຮຽນເຂົາເຈົ້າກະໄປມະຫາວິທະຍາໄລແລ້ວ ຫັ້ນນະ ສອນຟ້ອນ. ເພາະວ່າພູມໃຈຢາກໃກ້ຊິດເດັກນ້ອຍຫຼາຍ. ຢາກໃຫ້ເຂົາ ເຈົ້າຮຽນຮູ້ວ່າບໍ່ແມ່ນມີແຕ່ຟ້ອນ. ລະຢາກເອົາວັດທະ ນະທຳມາເຂົ້າພ້ອມ ລະກະ ເອື້ອຍກະໄດ້ຮຽນຮູ້ພ້ອມ ເພາະວ່າໂຕເອງກະບໍ່ໄດ້ຮຽນ ເຫັນເດັກນ້ອຍຮຽນກະ ຕື່ນເຕັ້ນໄດ້ຮຽນນຳເຂົາເຈົ້າ ກະເລີຍໄດ້ເລີ່ມຕັ້ງແຕ່ປີ 2016, SG Lao Heritage.

ປັດຈຸບັນນີ້ ສະມາຊິກ SG Lao Heritage ມີ 34 ຄົນ,​ ສ່ວນຫຼາຍແມ່ນຄົນທີ່ ມາຈາກເມືອງທີ່ຢູ່ໃກ້ ຄຽງ ຂັບລົດປະມານ 40 ຫຼື 50 ນາທີ. ໃນລະຫວ່າງການ ຕັ້ງຄ້າຍລະດູຮ້ອນນັ້ນ ກໍມີສະມາຊິກຈາກລັດ ວໍຊິງຕັນ ແລະ ລັດ ຢູທາ ມາ ຮ່ວມ. ສຳລັບຜູ້ທີ່ຢາກເຂົ້າຮ່ວມນັ້ນແມ່ນມາຈາກໃສກໍໄດ້ ທາງມູນນິທິແມ່ນຮັບ ໝົດ. ສຳລັບຄ່າເຂົ້າຮ່ວມນັ້ນແມ່ນບໍ່ໄດ້ເສຍເງິນ.

ເມື່ອຖືກຖາມວ່າທາງມູນນິທິໄດ້ ທຶນຊ່ວຍເຫຼືອມາຈາກໃສ, ທ່ານນາງ ໜອມ ເວົ້າວ່າໄດ້ມາຈາກການຊ່ວຍເຫຼືອ ແລະ ການບໍລິຈາກຂອງພໍ່ແມ່ພີ່ນ້ອງຄົນລາວ ທີ່ອາໄສຢູ່ໃນລັດ ແລະ ບ່ອນອື່ນໆ ທີ່ເຂົາເຈົ້າສົ່ງໃບເຊັກເງິນສົດໄປໃຫ້.

ນັກສິລະປະໜຸ່ມນ້ອຍຂອງ Lao Heritage ແມ່ນເຄີຍໄປທຳການແລກປ່ຽນ ແລະ ສະແດງຢູ່ປະ ເທດ ລາວ ມາແລ້ວ, ດ້ວຍການຮ່ວມມືຈາກພະແນກສິລະ ປະຕ່າງໆຂອງ ລາວ ເຊິ່ງທ່ານນາງ ໜອມ ກ່າວວ່າ

“ປີ 2016 ໄດ້ພາລູກ ແລະ ລູກສິດຢູ່ ນະຄອນຫຼວງ ວໍຊິງຕັນ ໄດ້ໄປຮຽນຮູ້ ແລກປ່ຽນວັດທະນະທຳກັນກັບເດັກນ້ອຍຈາກ ອາເມກາ ກັບ ເດັກນ້ອຍຢູ່ລາວ ເນາະ ຢູ່ຫຼວງພະບາງ. ໃຫ້ຮຽນຮູ້ກັນລະກະປະສານກັນ. ແລກປ່ຽນກັນວ່າເຮົາ ເຮັດແບບໃດແບບໃດ ແຕ່ວ່າເຮົາກະຮຽນດົນນຳ ເຂົາເຈົ້າອາດ ຈະເວົ້າພາສາ ອັງກິດບໍ່ໄດ້ປານໃດ ພາສາລາວບໍ່ໄດ້ປານໃດ ແຕ່ການທີ່ວ່າມີຄູສອນ ເຂົາເຈົ້າ ຮຽນດົນຕີນຳກັນ ເຮັດໃຫ້ເຂົາເຈົ້າໄດ້ຮູ້ຈັກກັນ ໃຫ້ມີຄວາມຜູກພັນ ແລະ ໃຫ້ ເຂົາເຈົ້າພູມໃຈວ່າຄັ້ງນຶ່ງໄດ້ໄປເມືອງລາວ ແລະ ໄດ້ໄປຮຽນຮູ້ ຫວັງວ່າເຂົາ ເຈົ້າໃຫຍ່ອີກ ຫຼືວ່າພໍ່ແມ່ເຂົາເຈົ້າໄປ ໃຫ່້ໄດ້ຮູ້ຈັກໝູ່ຄູ່ ເພາະວ່າ ຫຼັງເດັກນ້ອຍ ພໍ່ເຂົາເຈົ້າອອກຈາກເມືອງລາວຕັ້ງແຕ່ໃດມາເປັນ 30, 40 ປີລະເຂົາ ເຈົ້າຍັງ ບໍ່ໄດ້ກັບໄປເມືອງລາວຄືນຫັ້ນນະ ກະເລີຍເຮັດໃຫ້ພໍ່ແມ່ເຂົາເຈົ້າພູມໃຈວ່າ ລູກໂຕເອງນ້ອຍໆຢູ່ກະໄດ້ໄປ ຍັງຮູ້, ໄດ້ຮຽນຮູ້. ເຮັດໃຫ້ຈິດໃຈເຂົາເຈົ້າຢາກ ຮູ້ເລື່ອງວັດທະນະທຳຂອງລາວເຮົາ. ສະນັ້ນເຂົາເຈົ້າຈຶ່ງສາມາດເຂົ້າພົວພັນ ຕື່ມກັບວັດທະນະທຳ ແລະ ມູນເຊື້ອຂອງພວກເຮົາ..”

ນັກຟ້ອນ San Diego Lao Heritage Foundation.
ນັກຟ້ອນ San Diego Lao Heritage Foundation.

ທ່ານນາງ ໜອມ ເປັນຄົນທີ່ມີຄວາມຄິດກວ້າງໄກ ແລະ ເອື້ອເຟື້ອເພື່ແຜ່. ລາວຢາກຊ່ວຍໃຫ້ຄົນລາວທີ່ໄດ້ອົບພະຍົບມາ ສະຫະລັດ ໄດ້ມີຄວາມຜູກພັນ ແລະ ໃກ້ຊິດກັບປະເທດ ລາວ ຄືນອີກ. ສະນັ້ນລາວຈຶ່ງໄດ້ທຸ້ມເທເສຍສະຫຼະ ເວແລາຂອງຕົນເອງ ມາສົ່ງເສີມການຝຶກແອບສິລະປະວັດ ທະນະທຳລາວ.

ທ່ານນາງ ໜອມ: ເພາະວ່າແມ່ນຫຍັງທີ່ວ່າເອື້ອຍຈັ່ງເຮັດ ເອົາເວລາຫວ່າງ ມາສອນ ເພາະວ່ານຶ່ງມາເດັກນ້ອຍຢູ່ ແຊນ ດີເອໂກ ເຂົາເຈົ້າຂາດຄວາມທີ່ວ່າ ບໍ່ມີກິດຈະກຳຍາມຫວ່າງ ຫຼືວ່າບໍ່ມີຫຍັງເຮັດ. ພໍ່ແມ່ເຂົາເຈົ້າກະອາຍຸຊໍ້າເອື້ອຍ ຫຼືວ່າ ໃຫຍ່ກ່ອນເອື້ອຍໜ້ອຍນຶ່ງເຂົາເຈົ້າບໍ່ມີປະສົບການທີ່ວ່າ ຮຽນຮູ້ວັດທະ ນະທຳຂອງເຮົາ. ລະກະບໍ່ຢາກໃຫ້ມັນຂາດໄປ ເພາະວ່າມັນ 30, 40 ປີມັນ ຫ່າງເຫີນໂພດຈາກວັດທະນະທຳ ທີ່ວ່າມັນສູນເສຍໄປເອື້ອຍບໍ່ຢາກສູນເສຍ ເອື້ອຍກະເລີຍເຂົ້າໄປເຖິງເດັກ ນ້ອຍ. ແບບວ່າໄປຮຽນຮູ້ເຂົາເຈົ້າ. ໄດ້ເວົ້າກັບເຂົາເຈົ້າວ່າມັກແບບໃດແບບໃດ ລະກະເຖິງວ່າເຂົາ ເຈົ້າບໍ່ມັກເອື້ອຍກະມີວິທີ ຂອງເອື້ອຍທີ່ວ່າ ນັກຮຽນແຕ່ລະຄົນ ເອື້ອຍໄດ້ເວົ້າໄດ້ວ່ານຳເຂົາ ເຈົ້າ ລະເຮັດ ໃຫ້ເຂົາເຈົ້າ ມີຄວາມຖືກຕ້ອນຮັບຈາກເອື້ອຍຫຼາຍ. ແບບວ່າເອື້ອຍມີຄວາມຮັກ ເອົາ ຄວາມຮັກໃຫ້ເຂົາເຈົ້າວ່າຄັ້ງນຶ່ງ ເອື້ອຍພະຍາຍາມຊ່ອຍເຂົາເຈົ້າ. ເອື້ອຍ ບໍ່ຢາກ ໃຫ້ເຂົາເຈົ້າເວົ້າວ່າ ເຂົາ ເຈົ້າຢາກຮຽນເຂົາເຈົ້າບໍ່ໄດ້ຮຽນບໍ່ໄດ້ມີໂອກາດ. ແບບ ເອື້ອຍບໍ່ມີຄູບໍ່ມີໂອກາດ ເອື້ອຍໄປຊອກ ແລະ ຮຽນຮູ້ດ້ວຍຕົນເອງ. ເອື້ອຍຢາກໃຫ້ມີໂອກາດ.”

ນັກສິລະປະ SG Lao Heritage ສາມາດຫຼິ້ນດົນຕີໄດ້ຫຼາຍຊະນິດເຊັ່ນ: ລະນາດ, ສີຊໍ, ຕີຄ້ອງວົງ, ຕີພິນ, ຕີກອງລາວ,​ ຕີສິ່ງ, ຕີສາບ, ເປົ່າຂຸ່ຍ ແລະ ດົນຕີເອກແມ່ນເປົ່າແຄນ. ນັກສິລະປະແຕ່ ລະຄົນແມ່ນສາມາດເລືອກຫຼິ້ນດົນ ຕີທີ່ເຂົາເຈົ້າມັກ ເຊິ່ງຄູສອນຈະເປັນຜູ້ຫຼິ້ນໃຫ້ຟັງກ່ອນເລີ່ມຕົ້ນຮຽນ.

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG