ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄອບຄົວ ທ.ນ. ມາລີຄຳ ເປັນຄອບຄົວທຳອິດ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນລັດໂຄໂລຣາໂດ


ທ່ານນາງມາລີຄຳ ຂັນທະພິໄຊ ພ້ອມກັບສາມີ ຢູ່ທີ່ເມືອງແຈັຟເຟີຊັນຄາວຕີ ຂອງລັດໂຄໂລຣາໂດ ຊຶ່ງຄອບຄົວຂອງເພິ່ນ ເປັນຄອບຄົວຊຸດທຳອິດ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນລັດໂຄໂລຣາໂດ ໃນປີ 1975.
ທ່ານນາງມາລີຄຳ ຂັນທະພິໄຊ ພ້ອມກັບສາມີ ຢູ່ທີ່ເມືອງແຈັຟເຟີຊັນຄາວຕີ ຂອງລັດໂຄໂລຣາໂດ ຊຶ່ງຄອບຄົວຂອງເພິ່ນ ເປັນຄອບຄົວຊຸດທຳອິດ ທີ່ໄດ້ເຂົ້າໄປຕັ້ງຖິ່ນຖານ ຢູ່ໃນລັດໂຄໂລຣາໂດ ໃນປີ 1975.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ໃນຄຳຄືນນີ້ ທ່ານຈະໄດ້ຮັບຟັງການສຳພາດກັບທ່ານມາລີຄຳ ຂັນທະພິໄຊ ຊຶ່ງຄອບຄົວຂອງເພິ່ນເປັນຄອບຄົວທຳອິດທີ່ໄດ້ເຂົ້າໄປຕັ້ງຖິ່ນຖານຢູ່ໃນເມືອງ ແຈັຟເຟີຊັນຄາວຕີ ລັດໂຄໂລຣາໂດ ຊຶ່ງໄຊຈະເລີນສຸກ ຈະນຳເອົາການສຳພາດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ທ່ານນາງມາລີຄຳ ຂັນທະພິໄຊ ໄດ້ເດີນທາງອອກຈາກລາວໃນປີ 1975 ພ້ອມກັບພໍ່ນ້າ ແມ່, ອ້າຍແລະນ້ອງສາວ ຂ້າມຂອງໄປຝັ່ງໄທ ຊຶ່ງໃນເວລານັ້ນ ທ່ານນາງມາລີຄຳ ມີອາຍຸໄດ້ 10 ປີ ແຕ່ກໍຍັງພໍມີຄວາມຊົງຈຳເຫດການຕ່າງໆໄດ້ໜ້ອຍນຶ່ງ ແຕ່ອີງຕາມການເລົ່າສູ່ຟັງ ຈາກພໍ່ນ້າຂອງທ່ານນາງຊື່ວ່າ ທ່ານສຳລວຍ ແສນທອງ ອີກເທື່ອນຶ່ງ ໃນເວລາທີ່ເຕີບໃຫຍ່ຢູ່ໃນສະຫະລັດ ດັ່ງທີ່ທ່ານນາງເລົ່າສູ່ຟັງວ່າ:

ການມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດ ແມ່ນຕ້ອງໄດ້ຮັບການອຸປະຖຳໂດຍບຸກ ຄົນທີ່ເປັນພົນລະເມືອງຂອງສະຫະລັດ ອົງການຈັດຕັ້ງຫຼືໂບດເປັນຕົ້ນ ຊຶ່ງທ່ານນາງກ່າວ ກ່ຽວກັບວິທີການໄດ້ເຂົ້າມາຕັ້ງຖິ່ນຖານ ຢູ່ໃນສະຫະລັດ ດັ່ງນີ້:

ຫຼັງຈາກທີ່ໄດ້ມາຕັ້ງຖິ່ນຖານໃໝ່ຢູ່ໃນເມືອງ Littleton ແລ້ວ ໃນຊ່ວງເວລານັ້ນ ທ່ານນາງກ່າວວ່າ ຄອບຄົວຄົນລາວແມ່ນຫາຍາກແທ້ໆເລີຍ ແມ່ນກະທັງຮ້ານອາຫານຈີນກໍບໍ່ຄ່ອຍມີຫຼາຍ ດັ່ງທີ່ທ່ານນາງໄດ້ກ່າວສູ່ຟັງວ່າ:

ຫຼັງຈາກທີ່ຄອບຄົວຂອງທ່ານນາງມີທີ່ຢູ່ອາໄສເປັນສ່ວນຕົວແລ້ວ ທ່ານນາງກໍໄດ້ເລີ້ມຕົ້ນການຮ່ຳຮຽນໃນຊັ້ນປະຖົມໄປຈົນໄດ້ຮຽນຈົບຂັ້ນມະຫາວິທະຍາໄລ ແລະໄດ້ຮັບປະລິນຍາຕີ ສາຂາການບໍລິຫານທຸລະກິດ ດ້ານວິທະຍາການຄອມພິວເຕີ້ (Business Computer Science Management) ແລະໄດ້ເຮັດວຽກຢູ່ທີ່ບໍ ລິສັດຜະລິດອຸປະກອນການແພດ ແລະຜະລິດຢາ ຊື່ວ່າ Baxter Healthcare Corporation ໃນຕຳແໜ່ງ ນັກຊ່ຽວຊານຫຼັກຮັບຜິດຊອບດ້ານກົດຂໍ້ບັງຄັບ ຫຼື Principal Specialist Regulatory Affair ຊຶ່ງເພິ່ນໄດ້ເລົ່າສູ່ຟັງປະສົບການໃນຕອນເລີ້ມຕົ້ນເຂົ້າໂຮງຮຽນໃໝ່ໆ:

ທີວທັດຢູ່ຫລັງບ້ານຂອງທ່ານນາງມາລີຄຳ ຂັນທະພິໄຊ ທີ່ເມືອງແຈັຟເຟີຊັນຄາວຕີ ຂອງລັດໂຄໂລຣາໂດ.
ທີວທັດຢູ່ຫລັງບ້ານຂອງທ່ານນາງມາລີຄຳ ຂັນທະພິໄຊ ທີ່ເມືອງແຈັຟເຟີຊັນຄາວຕີ ຂອງລັດໂຄໂລຣາໂດ.

ປັດຈຸບັນນີ້ ທ່ານນາງອາໄສຢູ່ໃນເຂດເມືອງແຈັຟເຟີຊັນຄາວຕີ ອີງຕາມການສຳຫຼວດພົນລະເມືອງເມື່ອປີ 2020 ແລ້ວ ເຂດແຈັຟເຟີຊັນຄາວຕີ ມີປະຊາກອນໜາແໜ້ນທີ່ສຸດອັນດັບສີ່ຂອງລັດໂຄໂລຣາໂດ. ທ່ານນາງຍັງໄດ້ກ່າວອີກວ່າ ແຈັຟເຟີຊັນຄາວຕີ ມີຊາວເອເຊຍແລະຊາວລາວອາໄສຢູ່ຢ່າງຫຼວງຫຼາຍ ດັ່ງທີ່ທ່ານນາງເວົ້າສູ່ຟັງວ່າ

ໃນຂະນະທີ່ລາຄາເຮືອນຊານກຳລັງສູງຂຶ້ນເລື້ອຍໆຢູ່ໃນເຂດເມືອງແຈັຟເຟີຊັນຄາວຕີ ເຮັດໃຫ້ຄ່າຄອງຊີບກໍຖີບຕົວສູງຂຶ້ນແຕ່ສິ່ງທີ່ດຶງດູດໃຫ້ຄົນຢູ່ລັດໃກ້ຄຽງພາກັນເຂົ້າມາໃນລັດໂຄໂລຣາໂດ ກໍຄືການອອກກົດໝາຍເຮັດໃຫ້ກັນຊາຖືກຕ້ອງຕາມກົດໝາຍ ເມື່ອປີ 2014 ຊຶ່ງທ່ານນາງມາລີຄໍາກ່າວວ່າ:

ນອກຈາກເປັນຄອບຄົວທຳອິດແລ້ວ ທ່ານນາງຍັງໄດ້ເປັນປະທານສະມາຄົມນຳດ້ວຍ ຊຶ່ງທ່ານນາງໄດ້ກ່າວສູ່ວີໂອເອຟັງ ກ່ຽວກັບສະມາຄົມລາວຕ່າງໆຢູ່ໃນລັດໂຄໂລຣາໂດດັ່ງນີ້:

ເດັນເວີຄືເມືອງເອກຂອງລັດໂຄໂລຣາໂດ ທີ່ມີສາຍານາມວ່າ “Mile High City” ກໍເພາະວ່າ ລະດັບຄວາມສູງທີ່ເປັນທາງການຂອງເມືອງນີ້ ແມ່ນຢູ່ສູງກວ່າລະດັບນ້ຳທະເລີເຖິງ 1,609.3 ແມັດ ມີພູມິສາດຫຼາກຫຼາຍຕະຫຼອດທັງທະເລຊາຍແຫ້ງແລ້ງ ຫ້ວຍນ້ຳລຳທານ ແລະພູຜາລຽງລາຍຫຼາຍໜ່ວຍທີ່ປົກ ຄຸມດ້ວຍຫິມະ ເໝາະສົມສຳລັບການຫຼິ້ນສະກີ້ຫິມະ ທີ່ມີຊື່ສຽງແລະຮູ້ຈັກກັນໃນນາມ ສວນອຸດທະຍານແຫ່ງຊາດ Rocky Mountain.

XS
SM
MD
LG