ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຍານາງມາລີວອນ ບຸດສະຫວັດ ອາໄສຢູ່ໃນນະຄອນຫຼວງ ວໍຊິງຕັນ ຕາມລຳພັງຫຼາຍປີ ໃນປີ 1975 ແລ້ວຍ້າຍໄປຢູ່ນະຄອນຫຼວງປາຣີ


ຍານາງມາລີວອນ ບຸດສະຫວັດ ແລະແມ່ຂອງເພິ່ນ ຍາແມ່ແກ້ວມະນີວັນ ບຸດສະຫວັດ ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.
ຍານາງມາລີວອນ ບຸດສະຫວັດ ແລະແມ່ຂອງເພິ່ນ ຍາແມ່ແກ້ວມະນີວັນ ບຸດສະຫວັດ ຢູ່ທີ່ນະຄອນຫຼວງປາຣີ ປະເທດຝຣັ່ງ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊຸມຊົນຊາວລາວ ໃນທະ ວີບອາເມຣິການ ສຳລັບແລງມື້ນີ້ ວີໂອເອລາວ ຈະນຳເອົາການສຳພາດ ກັບຍານາງມາລີວອນ ບຸດສະຫວັດ ຜູ້ທີ່ໄດ້ເຄີຍມາອາໄສຢູ່ໃນນະຄອນຫຼວງວໍຊິງຕັນຂອງສະຫະລັດ ຕັ້ງແຕ່ປີ 1972 ເປັນເວລາ 11 ປີ ແລ້ວໄດ້ຍົກຍ້າຍໄປຢູ່ນະຄອນຫຼວງປາຣີ ປະເທດຝຣັ່ງ ຈົນເຖິງປັດຈຸບັນນີ້ ຊຶ່ງໄຊຈະເລີນສຸກ ຈະນຳເອົາເລື້ອງລາວການສູ້ຊີວິດຕາມລຳພັງຢູ່ໃນສະຫະລັດໃນເບື້ອງຕົ້ນຂອງຍານາງມາລີວອນ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຍານາງມາລີວອນ ບຸດສະຫວັດ ເກີດຢູ່ນະຄອນຫຼວງວຽງຈັນ ໃນປີ 1954 ຊຶ່ງເພິ່ນເປັນລູກສາວຄົນຜູ້ທີສາມຂອງມື້ລາງຍາທ່ານຄຳຟ່ອນແລະຍານາງແກ້ວມະນີວັນ ບຸດສະຫວັດ, ໃນເດືອນກໍລະກົດ ປີ 1972 ຍານາງໄດ້ເດີນທາງມາສະຫະລັດພ້ອມກັບພໍ່ແລະແມ່ ຊຶ່ງໃນເວລານັ້ນ ພໍ່ຂອງຍານາງໄດ້ຖືກແຕ່ງຕັ້ງ ໃຫ້ເປັນທູດຝ່າຍທະຫານຣາຊະອານາຈັກລາວ ປະຈຳນະຄອນຫຼວງວໍຊິງຕັນ ດີຊີ ຂອງສະຫະລັດ ເມື່ອໄດ້ມາອາໄສຢູ່ສະຖານທູດລາວປະຈຳຄອນຫຼວງວໍຊິງຕັນແລ້ວ ຍານາງກໍໄດ້ເລີ້ມເຂົ້າໂຮງຮຽນມັດທະຍົມເພື່ອຮຽນພາສາອັງກິດແລະຮຽນຕໍ່ມະຫາວິທະຍາໄລດັ່ງທີ່ເພິ່ນໄດ້ເລົ່າໃຫ້ຟັງວ່າ:

ຍານາງແກ້ວມະນີວັນ ແລະຍາທ່ານຄຳຟ່ອງ ບຸດສະຫວັດ ທູດທະຫານຣາຊະອານາຈັກລາວ ປະຈຳນະຄອນຫຼວງວໍຊິງຕັນ ດີຊີ ຂອງສະຫະລັດ ໃນປີ 1972.
ຍານາງແກ້ວມະນີວັນ ແລະຍາທ່ານຄຳຟ່ອງ ບຸດສະຫວັດ ທູດທະຫານຣາຊະອານາຈັກລາວ ປະຈຳນະຄອນຫຼວງວໍຊິງຕັນ ດີຊີ ຂອງສະຫະລັດ ໃນປີ 1972.

ໃນໄລຍະຮ່ຳຮຽນຢູ່ນັ້ນ ຍານາງໄດ້ຂົນຂວາຍຫາວຽກເຮັດ ໃນເວລາທີ່ບໍ່ໄດ້ໄປໂຮງຮຽນເພື່ອສົ່ງເສຍຄ່າຮຽນຊ່ອຍພໍ່ແມ່ພ້ອມທັງເປັນເງິນໃຊ້ຈ່າຍສ່ວນຕົວນຳດ້ວຍດັ່ງທີ່ຍານາງກ່າວໃຫ້ຟັງເຖິງວຽກທຳອິດທີ່ໄດ້ເຮັດວ່າ:

ຕົກມາໃນປີ 1975 ສະພາບການບ້ານເມືອງຢູ່ໃນລາວມີການປ່ຽນແປງຢ່າງໃຫຍ່ຊຶ່ງໄດ້ມີການປ່ຽນລະບອບການປົກຄອງ ດັ່ງນັ້ນພໍ່ຂອງຍານາງຈຶ່ງຖືກຮຽກໂຕໃຫ້ກັບຄືນປະເທດ ພ້ອມກັບແມ່ຂອງຍານາງ ສ່ວນຍານາງເອງບໍ່ໄດ້ກັບເມືອ ຊຶ່ງເພິ່ນກ່າວໃຫ້ຟັງວ່າ:

ໃນຊ່ວງໄລຍະນີ້ ເປັນຊ່ວງທີ່ຫຍຸ້ງຍາກສັບສົນຫຼາຍປະການສຳລັບຊີວິດຂອງຍານາງ ເພາະວ່າຍານາງຕ້ອງໄດ້ຢູ່ຕາມລຳພັງ ໂດຍປາສະຈາກພໍ່ແມ່ ແລະຍາດຕິພີ່ນ້ອງ ນອກຈາກນັ້ນແລ້ວ ພໍ່ແລະແມ່ຂອງເພິ່ນກໍບໍ່ໄດ້ກັບຄືນມາສະຫະ ລັດເລີຍ ຊຶ່ງຍານາງກ່າວກ່ຽວກັບເລື້ອງນີ້ວ່າ:

ຫຼັງຈາກທີ່ໄດ້ຮຽນໃນຂະແໜງການບໍລິຫານຄຸ້ມຄອງໂຮງແຮມຢູ່ມະຫາວິທະຍາ ໄລລັດແມຣີແລນ ນຶ່ງປີ ຍານາງກໍໄດ້ເຂົ້າສະໝັກເຮັດວຽກຢູ່ທີ່ໂຮງແຮມ Holiday Inn. ຢູ່ເມືອງເບແຕັສດາ ລັດແມຣີແລນ ມາໄດ້ສອງປີແລ້ວຈຶ່ງໄດ້ຍ້າຍໄປຢູ່ເມືອງອາລິງຕັນ ລັດເວີຈີເນຍ ຊຶ່ງຕັ້ງຢູ່ບໍ່ໄກຈາກນະຄອນຫຼວງວໍຊິງຕັນ ແລະກໍໄດ້ປ່ຽນວຽກງານໄປເລື້ອຍໆ ຈົນຮອດປີ 1983. ໃນລະຫວ່າງປີ 1972 ຫາ 83 ຍານາງມາລີວອນ ກ່າວໃຫ້ຟັງວ່າ ໝູ່ເພື່ອນຂອງເພິ່ນສ່ວນຫຼາຍເປັນຄົນຕ່າງປະເທດ ເພາະວ່າຄົນລາວບໍ່ຄ່ອຍມີຫຼາຍປານໃດຢູ່ໃນເຂດນະຄອນຫຼວງວໍຊິງຕັນແລະລັດອ້ອມແອ້ມ ຖ້າວ່າມີ ກະແມ່ນພວກນັກສຶກສາ
ຜູ້ຊາຍ ດັ່ງທີ່ຍານາງເລົ່າໃຫ້ຟັງວ່າ:

ຕະຫຼອດໄລຍະທີ່ຍານາງອາໄສຢູ່ໃນສະຫະລັດ ເພິ່ນກໍໄດ້ເດີນທາງໄປຢ້ຽມຢາມເອື້ອຍຂອງເພິ່ນຢູ່ນະຄອນປາຣີ ໃນແຕ່ລະປີ ແລະໃນປີ 1983 ຍານາງຈຶ່ງໄດ້ຕັດສິນໃຈຍົກຍ້າຍ ໄປຢູ່ນະຄອນປາຣີ ປະເທດຝຣັ່ງ ຕາມການຊັກຊວນຂອງເອື້ອຍ ຊຶ່ງຍານາງກ່າວກ່ຽວກັບເລື້ອງນີ້ວ່າ:

ເມື່ອໄປຮອດນະຄອນປາຣີແລ້ວຍານາງ ກ່າວວ່າ ເພິ່ນຢາກຮຽນກ່ຽວກັບເລື້ອງແຟຊັນເຊັ່ນວ່າການອອກແບບແລະຕັດເຄື່ອງນຸ່ງ ປະມານສອງປີ ແຕ່ພຽງແຕ່ປີດຽວເທົ່ານັ້ນ ຄູສອນໄດ້ເຫັນວ່າ ຍານາງຮຽນເກັ່ງແລະມີຄວາມຊຳນານໃນການຕັດແບບແລະຫຍິບເຄື່ອງທີ່ອອກແບບມານັ້ນ ໄດ້ຢ່າງວ່ອງໄວ ຈຶ່ງນຳສະເໜີວຽກໃຫ້ຍານາງເຮັດ ດັ່ງທີ່ຍານາງເວົ້າໃຫ້ຟັງວ່າ:

ນັບຕັ້ງແຕ່ນັ້ນມາຍານາງມາລີວອນ ກໍໄດ້ອາໄສຢູ່ໃນນະຄອນປາຣີມາຈົນເຖິງປັດຈຸບັນນີ້ ຂ້າພະເຈົ້າຈຶ່ງຖາມຍານາງວ່າ ນະຄອນຫຼວງສອງແຫ່ງທີ່ຍານາງໄດ້ອາໄສມາແລ້ວນັ້ນ ຍານາງມັກແຫ່ງໃດຫຼາຍກວ່າ? ຍານາງກ່າວວ່າ:

ຍານາງມາລີວອນຍັງກ່າວອີກວ່າ ຢູ່ປາຣີ ມີຄົນລາວອາໄສຢູ່ຫຼາຍ ປະມານພັນກວ່າຄອບຄົວ ແລະມີວັດລາວຫຼາຍແຫ່ງຢູ່ນອກເຂດນະຄອນປາຣີຊຶ່ງຍານາງກ່າວເຖິງວັດຕ່າງໆໃຫ້ຟັງວ່າ:

ແລະນອກຈາກວັດວາອາຮາມແລ້ວ ຍານາງກ່າວວ່າ ຍັງມີສະມາຄົມລາວຕ່າງໆນາໆນຳດ້ວຍ ໃນຍາມບຸນວັນສຳຄັນຂອງລາວແລະສາກົນ ແນ່ນອນກໍຕ້ອງມີການຈັດງານລ້ຽງສັງສັນກັນຕາມປະເພນີ ຊຶ່ງຍານາງກ່າວວ່າ:

ປັດຈຸບັນຍານາງມາລີວອນ ມີຮ້ານຊັກເຄື່ອງແລະຕັດຫຍິບເຄື່ອງ ຢູ່ໃນນະຄອນ ຫຼວງປາຣີ ຊຶ່ງຍານາງເປັນເຈົ້າຂອງ ແລະຜູ້ປະກອບການທຸລະກິດ ແຕ່ພຽງຄົນດຽວ.

ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບຍານາງມາລີວອນ ບຸດສະ ຫວັດ ທີ່ໄດ້ອາໄສຢູ່ໃນທັງສອງນະຄອນຫຼວງຂອງສະຫະລັດແລະຝຣັ່ງ ຊຶ່ງຍານາງໄດ້ໃຫ້ຂໍ້ສັງເກດເຖິງຄວາມແຕກຕ່າງລະຫວ່າງທັງສອງນະຄອນຫຼວງ. ມາພົບກັບ ລາຍການຊີວິດຊາວລາວ ຂອງວີໂອເອລາວໄດ້ອີກ ໃນວັນອາທິດໜ້າ ເວລາດຽວກັນນີ

XS
SM
MD
LG