ຫົວໜ້າສໍານັກງານຄະນະກໍາມາທິການແມ່ນໍ້າຂອງເນັ້ນຍໍ້າ ວ່າ ທຸກໂຄງການເຂື່ອນທີ່ຈະກໍ່ສ້າງເທິງແມ່ນໍ້າຂອງ ທັງໃນລາວ ໄທ ແລະກໍາປູເຈຍ ຈະຕ້ອງຜ່ານການເຫັນຊອບຈາກສີ່ປະເທດສະມາຊິກ ໃນຄະນະກໍາມາທິການແມ່ນໍ້າຂອງ.
ທ່ານ Jeremy Bird ຫົວໜ້າສໍານັກງານຄະນະກໍາມາທິການແມ່ນໍ້າຂອງ ຫລື MRC ຊຶ່ງມີສໍານັກງານໃຫຍ່ຕັ້ງຢູ່ ທີ່ນະຄອນວຽງຈັນ ໄດ້ໃຫ້ການຊີ້ແຈງວ່າ ໄດ້ມີການຈັດຕັ້ງ MRC ຂຶ້ນຢ່າງເປັນທາງການນັບແຕ່ປີ 1995 ເປັນຕົ້ນມານັ້ນ ກໍດ້ວຍເປົ້າໝາຍທີ່ຈະນໍາໃຊ້ປະໂຫຍດຈາກແມ່ນໍ້າຂອງຮ່ວມກັນ ຢ່າງຍືນຍົງແລະບໍ່ສົ່ງຜົນກະທົບຕໍ່ປະເທດສະມາຊິກໃນ MRC ດ້ວຍກັນ ກໍຄື ລາວ ໄທ ກໍາປູເຈຍ ແລະຫວຽດນາມ.
ຊຶ່ງພາຍໃຕ້ເປົ້າໝາຍດັ່ງກ່າວຈຶ່ງເຮັດໃຫ້ສີ່ປະເທດສະມາຊິກໄດ້ຮ່ວມກັນຈັດທໍາຂໍ້ຕົກລົງວ່າດ້ວຍລະບຽບການໃຊ້ ປະໂຍດຈາກແມ່ນໍ້າຂອງຂຶ້ນມາຮ່ວມກັນນັບແຕ່ປີ 1995 ເປັນຕົ້ນມາ ແລະກໍໄດ້ນໍາໃຊ້ເປັນຂໍ້ປະຕິບັດຮ່ວມກັນ ມາຈົນເຖິງປັດຈຸບັນນີ້ ໂດຍມີຫລັກການປະຕິບັດທີ່ສໍາຄັນກໍຄືການທີ່ປະເທດສະມາຊິກໃດຈະດໍາເນີນໂຄງການພັດທະນາໃດໆເທິງແນວແມ່ນໍ້າຂອງນັ້ນ ຈະຕ້ອງມີການນໍາສະເໜີຂໍ້ມູນຢ່າງຮອບດ້ານເຂົ້າສູ່ການປຶກສາຫາລື ແລະໄດ້ຜ່ານການເຫັນຊອບຈາກປະເທດສະມາຊິກດ້ວຍກັນຢ່າງເປັນເອກກະສັນແລ້ວເທົ່ານັ້ນ ຈຶ່ງຈະສາມາດລົງມືດໍາເນີນການໃນພາກປະຕິບັດຕົວຈິງໄດ້ຕໍ່ໄປ ໂດຍໃນທີ່ນີ້ກໍລວມເຖິງໂຄງການກໍ່ສ້າງເຂຶ່ອນເທິງແນວແມ່ນໍ້າ ຂອງດ້ວຍ ດັ່ງທີ່ທ່ານ Jeremy Bird ໄດ້ເນັ້ນຍໍ້າວ່າ:
“ບັນດາໂຄງການເຂຶ່ອນທີ່ຈະກໍ່ສ້າງຢູ່ເທິງແນວແມ່ນໍ້າຂອງ ທັງທີ່ຢູ່ໃນລາວ ກໍາປູເຈຍ ແລະທີ່ຢູ່ໃນຊາຍແດນໃນ ແນວແມ່ນໍ້າຂອງລະວ່າງລາວກັບໄທນັ້ນ ຈໍາເປັນຈະຕ້ອງນໍາສະເໜີຕໍ່ຄະນະກໍາມາມທິການແມ່ນໍ້າຂອງ ໂດຍຕໍ່ ຈາກນັ້ນ ຄະນະກໍາມາທິການກໍຈະໃຊ້ເວລາໃນການພິດຈາລະນາໃນລາຍລະອຽດຕ່າງໆປະມານ 2-3 ເດືອນແລ້ວ ຈຶ່ງຈະນໍາສະເໜີເຂົ້າສູ່ການປະຊຸມຂອງປະເທດສະມາຊິກຂອງຄະນະກໍາມາທິການແມ່ນໍ້າຂອງ ເພື່ອພິດຈາລະນາແລະເຈລະຈາຕໍ່ຮອງລະວ່າງກັນຢ່າງຮອບດ້ານ ກ່ອນທີ່ຈະມີການຕັດສິນໃນຮ່ວມກັນຕໍ່ໄປ”
ກ່ອນໜ້ານີ້ ທ່ານໄຊປະເສີດ ພົມສຸພາ ຫົວໜ້າກົມສົ່ງເສີມແລະພັດທະນາພະລັງງານຂອງກະຊວງພະລັງງານແລະບໍ່ແຮ່ຂອງລາວກໍໄດ້ຖະແຫລງຢືນຢັນວ່າ ຈົນເຖິງປັດຈຸບັນນີ້ ທາງການລາວໄດ້ອະນຸຍາດໃຫ້ບໍລິສັດຈາກຕ່າງປະເທດ ທໍາການສຶກສາສໍາຫລວດຄວາມເປັນໄປໄດ້ຂອງໂຄງການກໍ່ສ້າງເຂຶ່ອນເທິງແນວແມ່ນໍ້າຂອງສະເພາະໃນເຂດປະເທດລາວໄປແລ້ວຈໍານວນເຖິງ 7 ໂຄງການ. ຊຶ່ງປະກອບດ້ວຍໂຄງການເຂຶ່ອນປາກແບ່ງ ເຂຶ່ອນຫລວງພະບາງ ເຂຶ່ອນດອນໂຂງ ແລະເຂຶ່ອນທ່າຄໍ້ ໂດຍ 5 ໂຄງການທີ່ເຫລືອກໍຈະສົ່ງກະແສໄຟຟ້າຂາຍ ໃຫ້ກັບໄທ ສ່ວນອີກ 2 ໂຄງການທີ່ເຫລືອກໍຈະສົ່ງກະແສໄຟຟ້າຂາຍໃຫ້ຫວຽດນາມ 1 ໂຄງການແລະຕອບ ສະໜອງການຊົມໃຊ້ໄຟຟ້າພາຍໃນປະເທດ 1 ໂຄງການ.
ແຕ່ຢ່າງໃດກໍຕາມ ທ່ານໄຊປະເສີດ ກໍໄດ້ໃຫ້ການເນັ້ນຍໍ້າວ່າການອະນຸຍາດດັ່ງກ່າວນີ້ບໍ່ໄດ້ໝາຍເຖິງການອະນຸ ຍາດໃຫ້ກໍ່ສ້າງເຂຶ່ອນແຕ່ຢ່າງໃດ ເພາະວ່າການທີ່ຈະອະນຸມັດໃຫ້ບໍລິສັດຕ່າງຊາດສາມາດທີ່ຈະລົງມືກໍ່ສ້າງເຂຶ່ອນ ໄດ້ນັ້ນຈະຂຶ້ນຢູ່ກັບຜົນທີ່ໄດ້ຮັບຈາກການສຶກສາຄວາມເປັນໄປໄດ້ຂອງແຕ່ລະໂຄງການເປັນການສໍາຄັນ. ຍິ່ງໄປກວ່ານັ້ນ ສຳລັບໂຄງການທີ່ໄດ້ທໍາການສຶກສາແລ້ວພົບວ່າມີຄວາມເປັນໄປໄດ້ ແລະຄຸ້ມຄ່າທີ່ຈະລົງທຶນກໍ່ສ້າງ ຕໍ່ໄປນັ້ນ ທາງການລາວກໍຍັງຈະຕ້ອງສະເໜີແຜນການກໍ່ສ້າງຕໍ່ປະເທດສະມາຊິກໃນ MRC ດ້ວຍກັນເພື່ອໃຫ້ ການຮັບຮອງແຜນການກໍ່ສ້າງເຂຶ່ອນດັ່ງກ່າວດ້ວຍ.
ນອກຈາກນີ້ທາງການລາວກໍຍັງໄດ້ອະນຸຍາດໃຫ້ບໍລິສັດເອກກະຊົນໄທສຶກສາຄວາມເປັນໄປໄດ້ຂອງໂຄງການກໍ່ ສ້າງເຂຶ່ອນເທິງແນວແມ່ນໍ້າຂອງໄປແລ້ວ 2 ໂຄງການທີ່ຕັ້ງຢູ່ໃນເຂດຕິດຕໍ່ຊາຍແດນໃນແນວແມ່ນໍ້າຂອງລະວ່າງ ລາວກັບໄທ ກໍຄືໂຄງການເຂຶ່ອນໄຊຍະບູລີ ກັບໂຄງການເຂຶ່ອນບ້ານກຸ່ມທີ່ມີເປົ້າໝາຍຈະຜະລິດກະແສໄຟຟ້າເພື່ອສົ່ງຂາຍໃຫ້ກັບໄທເຊັ່ນດຽວກັນ. ສ່ວນທາງດ້ານກະຊວງພະລັງງານແລະບໍ່ແຮ່ຂອງລາວນັ້ນ ກໍໄດ້ປະກາດ ເປົ້າໝາຍທີ່ຈະສົ່ງເສີມການລົງທຶນເພື່ອກໍ່ສ້າງເຂຶ່ອນໃຫ້ໄດ້ປີລະ 2 ໂຄງການນັບຈາກປັດຈຸບັນໄປຈົນເຖິງປີ 2020 ຊຶ່ງຖ້າຫາກວ່າສາມາດປະຕິບັດໄດ້ຈິງກໍຈະເຮັດໃຫ້ລາວມີເຂຶ່ອນຜະລິດກະແສໄຟຟ້າເພ່ີ່ມຂຶ້ນເຖິງ 20 ໂຄງການແລະຍັງຈະເຮັດໃຫ້ລາວມີຄວາມສາມາດຜະລິດກະແສໄຟຟ້າໄດ້ເພີ່ມຂຶ້ນຈາກ 2,540 ເມກາວັດ ໃນ ປັດຈຸບັນເປັນຫລາຍກວ່າ 9,000 ເມກາວັດໃນປີ 2020 ອີກດ້ວຍ ຫາກແຕ່ວ່າບັນຫາໃນເວລານີ້ກໍຄືກຸ່ມອົງການອະນຸລັກສະພາບແວດລ້ອມທໍາມະຊາດໃນລະດັບສາກົນໄດ້ປະກາດທ່າອຽງຢ່າງແຈ້ງຂາວແລ້ວວ່າຈະ ຄັດຄ້ານການກໍ່ສ້າງເຂຶ່ອນໃນແນວແມ່ນໍ້າຂອງຢ່າງເຖິງທີ່ສຸດ.