ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສວນໝາກລຳໄຍ ຂອງຄົນລາວອາເມຣິກັນ ຢູ່ເມືອງຟອດພຽດສ໌ ລັດຟລໍຣິດາ


ໝາກລຳໄຍ ກຳລັງໃຫຍ່ ພ້ອມແລ້ວທີ່ຈະເກັບມາກິນ.
ໝາກລຳໄຍ ກຳລັງໃຫຍ່ ພ້ອມແລ້ວທີ່ຈະເກັບມາກິນ.

ສະບາຍດີ ທ່ານຜູ້ຟັງທີ່ເຄົາລົບ ໃນລາຍການຊີວິດຊາວລາວ ຂອງ ວີໂອເອ ປະຈຳ
ວັນພະຫັດມື້ນີ້ ເຮົາຈະນຳເອົາການໂອ້ລົມກັບ ທ່ານທຣອຍ ປຣະພັນຈິດ ນັກທຸລະກິດ
ແລະເຈົ້າຂອງສວນໝາກລຳໄຍ ຢູ່ເມືອງພຽດສ໌ (Pierce) ລັດຟລໍຣິດາ ມາສະເໜີທ່ານ.
ສວນດັ່ງກ່າວ ມີຕົ້ນລຳໄຍຢູ່ທັງ ໝົດ 2000 ຕົ້ນ ປູກມາໄດ້ຫ້າປີແລ້ວ ແລະກຳລັງເຕີບ
ໃຫຍ່ ມີເນື້ອຫຼາຍ ແລະຫວານ. ໃນເດືອນກໍລະກົດແລະສິງຫາຈະມາເຖິງນີ້ ບັນດານັກ
ທ່ອງ ທ່ຽວ ຈະພາກັນມາເກັບຊື້ດ້ວຍຕົນເອງຢ່າງສະໜຸກສະໜານ. ອັນດັບຕໍ່ໄປ ເຊີນ
ຟັງການສຳພາດຈາກ ກິ່ງສະຫວັນ.

ໝາກລຳໄຍມີເນື້ອຫຼາຍ ແລະຫວານ
ໝາກລຳໄຍມີເນື້ອຫຼາຍ ແລະຫວານ

ໝາກລຳໄຍ ພາສາອັງກິດຮ້ອງວ່າລອງແກນ (Longan) ແມ່ນໝາກໄມ້ທີ່ ຮູ້ກັນດີ ຢູ່
ໃນບັນດາປະເທດເອເຊຍ. ໂດຍສະເພາະ ບັນດາຜູ້ທີ່ເກີດ ໃຫຍ່ຢູ່ປະເທດລາວ ຄົງມີ
ຄວາມຊົງຈຳໃນເວລາເປັນເດັກນ້ອຍ ທີ່ເຄີຍປິນຂຶ້ນ ໄປເກັບເອົາພວງໝາກລຳໄຍ
ລົງມາກິນຢ່າງມ່ວນຊື່ນ ຢູ່ຕາມບ້ານ ຕາມສວນ ແລະຢູ່ຕາມວັດວາອາຮາມ.

ຢູ່ສະຫະລັດອາເມຣິກາ ໃນເມືອງພຽດສ໌ (Pierce) ລັດຟລໍຣິດາ ຕັ້ງຢູ່ທາງ ພາກຕາ
ເວັນອອກສຽງໃຕ້ຂອງສະຫະລັດ ມີສວນໝາກລຳໄຍແຫ່ງນຶ່ງ ແລະ ກໍເປັນແຫ່ງດຽວ
ໃຫຍ່ສຸດທີ່ທ່ານທຣອຍ ປຣະພັນຈິດ ນັກທຸລະກິດ ເປັນເຈົ້າ ຂອງສວນໝາກລຳໄຍ
ແຫ່ງນີ້. ທ່ານທຣອຍໄດ້ເລີ້ມຊຶ້ທີ່ດິນທັງໝົດ 40 ເຮັກ ຕາ ແລະເຄິ່ງນຶ່ງ 20 ເຮັກຕາ
ນັ້ນມີຕົ້ນໝາກລຳໄຍ 2000 ຕົ້ນທີ່ກຳລັງຈະ ໃຫຍ່ສົມບູນ ລໍຖ້າໃຫ້ພວກນັກທ່ອງທ່ຽວ
ລະດູຮ້ອນມາຊົມ ມາຊື້ ແລະເກັບ ດ້ວຍຕົນເອງ ຢ່າງສະໜຸກສະໜານ ຊຶ່ງ ທ່ານທຣອຍ
ໄດ້ກ່າວເຖິງຄວາມ ເປັນ ມາສູ່ວີໂອເອ ຟັງດັ່ງນີ້:

ຕາມປົກກະຕິແລ້ວໝາກລຳໄຍຈະເປັນໜ່ວຍສຸກເຕັມໃນທ້າຍເດືອນກໍລະກົດ ຫາ
ເດືອນສິງຫາ ຊຶ່ງຕົກຢູ່ໃນລະດູຮ້ອນຂອງແຕ່ລະປີ ແຕ່ທ່ານທຣອຍ ກ່າວວ່າ ທ່ານສາ
ມາດເຮັດໃຫ້ໝາກລຳໄຍອອກ ໄດ້ປີນຶ່ງສອງເທືື່ອ ຊຶ່ງທ່ານທຣອຍ ໄດ້ ອະທິບາຍສູ່ຟັງ
ດັ່ງນີ້:

ສວນໝາກລຳໄຍແຫ່ງນີ້ ຕັ້ງຢູ່ຫ່າງຈາກສວນສະໜຸກ Walt Disney World ທີ່ມີຊື່
ສຽງຂອງສະຫະລັດ ປະມານ 100 ໄມລ໌. ຫຼັງຈາກບັນດານັກທ່ອງທ່ຽວ ໄດ້ໄປທ່ຽວຫຼີ້ນ
ແລ້ວ ເຂົາເຈົ້າຈະພາກັນມາຊົມ ແລະເກັບໝາກລຳໄຍ ຊຶ່ງບັນ ດານັກທ່ອງທ່ຽວເຫລົ່າ
ນີ້ເດີນທາງມາຈາກທຸກແຫ່ງຫົນ ທັງໃນສະຫະລັດແລະ ນອກປະເທດ ຊຶ່ງທ່ານທຣອຍ
ໄດ້ກ່າວຕໍ່ໄປອີກວ່າ:

ສວນໝາກລຳໄຍຂອງທ່ານທຣອຍ ມີຊື່ວ່າ 1866longans.com ແລະ ທ່ານສາມາດ
ເຂົ້າເບິ່ງຮູບພາບໄດ້ຢູ່ໜ້າເວັບໄຊ. ທ່ານທຣອຍ ໄດ້ກ່າວມ້ວນທ້າຍເຖິງ ຊະນິດຂອງ
ໝາກລຳໄຍ ການບົວລະບັດ ແລະການບໍລິຫານສູ່ຟັງດັ່ງນີ້:

ທ່ານທຣອຍ ຄົນອາເມຣິກັນເຊື້ອສາຍລາວ ເກີດຢູ່ແຂວງຈຳປາສັກ ເດີນທາງມາ ສະຫະ
ລັດກັບຄອບຄົວໃນປີ 1985 ເວລານັ້ນ ທ່ານມີອາຍຸໄດ້ 14 ປີ. ທ່ານສຳ ເລັດການສຶກ
ສາຝ່າຍການເງິນ ເປັນນັກລົງທຶນເຮັດທຸລະກິດຢ່າງເປັນຜົນສຳເລັດ ແລະນີ້ແມ່ນໂຕ
ຢ່າງນຶ່ງ ຂອງຊີວິດຊາວລາວ ຢູ່ໃນສະຫະລັດອາເມຣິກາ.

ໝາກລໍາໄຍມີເນື້ອຫລາຍ ແລະຫວານ
ໝາກລໍາໄຍມີເນື້ອຫລາຍ ແລະຫວານ

ທ່ານສາມາດເຂົ້າຊົມສວນໜາກລຳໄຍໄດ້ຢູ່ເວັບໄຊນີ້:

https://www.1866longans.com/

XS
SM
MD
LG