ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ​ສູນ​ຕັນ ພັນມະ​ນີ​ວົງ ຫົວ​ໜ້າ​ພໍ່​ຄົວ ຢູ່ໂຮງ​ໝໍ ອັງ​ກໍ​ເຣັດ ລັດ​ອາ​ລາ​ສ​ກາ


ທ່ານ​ສູນ​ຕັນ ພັນ​ມະ​ນີ​ວົງ ຫົວ​ໜ້າພໍ່ຄົວ ຢູ່​ໃນ​ຖ​ຮງ​ໝໍ​ນະ​ຄອນ​ອັງ​ກໍ​ເຣັດ ລັດ​ອາ​ລາ​ສ​ກ ສ​ະ​ຫະ​ລັດ ອາ​ເມ​ຣິ​ກາ.
ທ່ານ​ສູນ​ຕັນ ພັນ​ມະ​ນີ​ວົງ ຫົວ​ໜ້າພໍ່ຄົວ ຢູ່​ໃນ​ຖ​ຮງ​ໝໍ​ນະ​ຄອນ​ອັງ​ກໍ​ເຣັດ ລັດ​ອາ​ລາ​ສ​ກ ສ​ະ​ຫະ​ລັດ ອາ​ເມ​ຣິ​ກາ.

ສະ​ບາຍ​ດີ​ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນ​ລາຍ​ການ​ຊີ​ວິດ​ຊາວ​ລ​າວ​ໃນ​ຕ່າງແດນ ຂອງ ວີ​ໂອ​ເອ
ມື້ນີ້ ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບ ທ່ານ​ສູນ​ຕັນ ພັນ​ມະ​ນີ​ວົງ ຫົວ​ໜ້າ​ພໍ່​ຄົວ​ ຢູ່ໂຮງ​ໝໍ
ໃນ​ນະ​ຄອນ​ອັງ​ກໍ​ເຣັດ ​ລັດ​ອາ​ລາ​ສ​ກາ ​ຂອງ​ສະ​ຫະ​ລັດ ມາ​ສະ​ເໜີ​ທ່ານ. ທ່ານ​ສູນ​ຕັນ ​
ສຳ​ເລັດ​ການ​ສຶກ​ສາ​ດ້ານ​ພໍ່​ຄົວ​ໃຫ້​ຄົນ​ປ່ວຍ​ກິນຢູ່​ໃນ​ໂຮງ​ໝໍ​ໂດຍ​ສະ​ເພາະ. ທ່ານເປັນ
ຫົວ​ໜ້າ​ພໍ່​ຄົວ​ ​ແລະຜູ້​ຊ່ຽວ​ຊານການ​ປຸງ​ແຕ່ງ​ອາ​ຫານ​ໃຫ້ຖືກ​ຕ້ອງ​ຕາມ​ຫລັກ​ການ​ແພດ.
ຄວາມ​ເປັນ​ມາແລະປະ​ສົບ​ການຂອງ​ທ່​ານ​ສູນ​ຕັນ ເປັນຢ່າງ​ໃດ​ນັ້ນ ກິ່ງ​ສະ​ຫວັນ ຈະ​
ນຳ​ມາ​ສະ​ເໜີ​ທ່ານ ​ໃນ​ອັນ​ດັບ​ຕໍ່​ໄປ.

ທ່ານ​ເຄີຍ​ໄດ້​ໄປ​ຢ້ຽມ​ຢາມ​ຄົນ​ເຈັບ ຫຼື​ເ​ຄີຍ​ໄດ້​ນອນ​ປີ່ນ​ປົວໂຕ​ຢູ່​ໂຮງ​ໝໍ​ບໍ່ ແລະ​ທ່ານ​ໄດ້
​ລອງ​ຊີມ​ລົດ​ຊາດ​ອາ​ຫານ​ຂອງ​ຄົນ​ປ່ວຍ​ນັ້ນ​ບໍ່. ນີ້​ແມ່ນ​ເລື້ອງ​ທີ່​ເຮົາ​ຈະ​ນຳ​ມາ​ເຫລົ່າ​ສູ່​
ທ່ານ​ຟັງ ກ່ຽວ​ກັບພໍ່​ຄົວຜູ້​ມີ​ຄວາມ​ຮັບ​ຜິດ​ຊອບ​ກັບ​ການ​ປຸງ​ແຕ່ງ​ອາ​ຫານ​ໃຫ້​ຖືກ​ຕ້ອງ
​ຕາມ​ຫລັກການ​ແພດ​. ເພາະ​ສະ​ນັ້ນມື້ນີ້​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ໃຫ້ທ່ານຮູ້​ຈັກ​ກັບ ທ່ານ​
ສູນ​ຕັນ ພັນ​ມະ​ນີ​ວົງ ອາ​ເມ​ຣິ​ກັນ​ເຊື້ອ​ສ​າຍ​ລ​າວ ຕັ້ງ​ຖິ່ນ​ຖານ​ຢູ່​ນະຄອນອັງ​ກໍ​ເຣັດ ລັດ
​ອ​າ​ລັ​ສ​ກາທີ່ຢູ່​ທາງ​ພາກ​ເໜືອ​ສຸດ​ ແລະບໍ່ຢູ່​ຕິດ​ກັບ​ແຜ່ນ​ດິນ​ໃຫຍ່​ຂອງ​ສະ​ຫະ​ລັດ. ທ່ານ
​ສູນ​ຕັນ ເປັນພໍ່​ຄົວອາ​ຊີບດ້ານປຸງ​ແຕ່ງ​ອາ​ຫານ​ໃຫ້​ຄົນ​ເຈັບມາ​ໄດ້​ 39 ປີແລ້ວ. ທ່ານໄດ້
ເລົ່າຂັ້ນ​ຕອນວ່າ​ ເປັນ​ຫຍັງ​ທ່ານ​ຈຶ່ງໄດ້​ຍຶດ​ຖື​ເອົາ​ອາ​ວິ​ຊາ​ອາຊີບ​ດັ່ງ​ກ່າວ​ນີ້ ​ແລະຄວາມ
​ສະ​ລັບ​ຊັບ​ຊ້ອນຂອງງານ​ການ​ເປັນ​ພໍ່​ຄົວ​ນັ້ນມີ​ຫຍັງ​ແດ່ ຊຶ່ງທ່ານ​ສູນ​ຕັນ ​ໄດ້​ເລົ່າສູ່
ວີໂອ​ເອ ຟັງດັ່ງ​ນີ້​.

ການ​ປຸງ​ແຕ່ງ​ອາ​ຫານ​ໃຫ້​ມີ​ລົດ​ຊາດ​ແຊບ​ນົວ​ ບໍ່​ໄດ້​ໝາຍ​ຄວາມ​ວ່າ​ຕ້ອງ​ໃສ່​ແປ້ງ​ນົວ ທີ່
ຮູ້​ກັນ​ເປັນ​ພາ​ສາ​ອັງ​ກິດ​ວ່າ (MSG) ຫຍໍ້​ມາ​ຈາກ​ຄຳ​ວ່າ Monosodium glutamate
ທີ່ເປັນເຊື້ອປະ​ສົມ ຢູ່ກັບອ​າ​ຫານ​ການ​ກິນ​ຕ່າງໆ ເພື່ອ​ໃຫ້​ລົດ​ຊາດ​ແຊບ​ນົວ​ຂຶ້ນ ແລະ
ເປັນ​ທີ່ນິ​ຍົມ​ໃຊ້ກັນ​ຢູ່​ໃນ​ປະ​ເທດ​ເອ​ເຊຍ. ແຕ່​ວ່າຢູ່ໃນປະ​ເທດອຸດ​ສາ​ຫະ​ກຳ​ ເຂົາ​ເຈົ້​າ​
ມີ​ການກວດ​ກາ​ຢ່າງ​ເຄັ່ງ​ຄັດ ຊຶ່ງຈະ​ປາ​ກົດເຫັນ​ຄຳອະ​ທິບາຍຢູ່​ໃນຫໍ່ອາ​ຫານ ​ຫຼືກະ​ປອງ​
ອາ​ຫານທຸກ​ຊະ​ນິດ ບອກໃຫ້​ຮູ້ວ່າ​ເຄື່ອງ​ປະ​ສົມ​ຢູ່​ໃນ​ອາ​ຫານ ​ທີ່​ກ່ຽວ​ຂ້ອງ​ນັ້ນ ​ມີຫຍັງ​
ແດ່ ໂດຍ​ສະ​ເພາະ ແມ່ນ​ແປ້ງ​ນົວ ຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວແມ່ນ​ຖືກ​ຫ້າມ ​ບໍ່​ໃຫ້​ມີ​ການ​ນຳ​
ໃຊ້​ດັ່ງທີ່​ທ່ານ​ສູນ​ຕັນ ໄດ້ອະ​ທິ​ບາຍ​ກ່ຽວ​ກັບເລື້ອງ​ນີ້​ວ່າ:

ການ​ເປັນ​ຫົວ​ໜ້າ​ພໍ່​ຄົວ ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ ຕ້ອງວ່ອງ​ໄວ ແລະສາ​ມາດ​ຮັບມືກັບ
ສະ​ພາບ​ການ​ຕ່າງໆ​ພາບ​ໃນ​ຄອບ​ຄົວ​ໃຫ້ ຊຶ່ງ​ທ່ານ​ສູນ​ຕັນ ກ່າວ​ຕໍ່​ໄປ​ອີກວ່າ:



ນອກ​ຈາກ​ການ​ເຮັດ​ວຽກ​ໜັກ​ແລ້ວ ຊີ​ວິດການ​ພັກ​ຜ່ອນຢູ່​ໃນ​ລັດ​ອາ​ລາ​ສ​ກາ ກໍ​ຄື​ການ​
ຫາ​ປາ​ ເພາະ​ວ່າລັດອາ​ລາສ​ການີ້ມີ​ຊື່​ສຽງ​ດ້ານ​ອາ​ຫານ​ທະ​ເລ ແລະ​ມີ​ແມ່​ນໍ້າ​ຫລາຍໆ
​ສາຍ ທີ່​ເຕັມ​ໄປ​ດ້ວຍ​ປາ. ເພາະ​ສະ​ນັ້ນ ຊາວ​ອາ​ເມ​ຣິ​ກັນ​ເຊື້ອ​ສາຍ​ລາວ ພາ​ກັນ​ມ່ວນ​
ຊື່ນສະ​ໜຸກ​ກັບ​ການ​ຫາ​ປາ ຊຶ່ງ​ທ່ານ​ສູນ​ຕັນ ໄດ້​ກ່າວ​ມ້ວນ​ທ້າຍ​ກ່ຽວ​ກັບ​ເລື້ອງ​ນີ້​ວ່າ

ທ່ານ​ສູນ​ຕັນ ຄຳ​ມະ​ນີ​ວົງ ລູກ​ບ້ານ​ຫຼານ​ເມືອງ​ບໍ​ໂອ ​ປະ​ເທດ​ລາວ ໄດ້​ເຂົ້າ​ໄປ​ຕັ້ງ​ຖິ່ນ
​ຖານ​ຢູ່ໃນ​ລັດ​ອາ​ລາ​ສ​ກາ​ ມາ​ໄດ້ 41 ປີ​ແລ້ວ. ທ່ານສຳ​ເລັດ​ການ​ສຶກ​ສາ​ດ້ານ ເທັກ​ໂນ
​ໂລ​ຈີ​ອາ​ຫານ ຫຼື “Food Techonology” ຈາກ​ມະ​ຫາ​ວິ​ທະ​ຍາ​ໄລ ອັງ​ກໍ​ເຣັດ ລັດ
ອາ​ລາ​ສ​ກາ.

XS
SM
MD
LG