ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໐໘ ທັນວາ ໒໐໒໕

ທ່ານສຸກຂີງຄຳ ປາກດີມຸນິວົງ ນາຍແປພາສາລາວ ໄທ ຢູ່ສານໃນແຂວງເກເບັກ ປະເທດການາດາ


ທ່ານສຸກຂີງຄໍາ ປາກດີມຸນິວົງ ນາຍພາສາລາວ ແລະ ໄທ ຢູ່ສານໃນແຂວງເກເບັກ ປະເທດການາດາ.
ທ່ານສຸກຂີງຄໍາ ປາກດີມຸນິວົງ ນາຍພາສາລາວ ແລະ ໄທ ຢູ່ສານໃນແຂວງເກເບັກ ປະເທດການາດາ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ກັບມາພົບກັບລາຍການຊີວິດຊາວລາວ ຂອງວີໂອເອ
ປະຈຳແລງວັນພະຫັດ. ມື້ນີ້ ເຮົາຈະນຳພາທ່ານໄປຟັງການສຳ ພາດ ກັບ ທ່ານສຸກຂີງຄຳ
ປາກດີມຸນີວົງ ນາຍພາສາລາວ ໄທ ຝຣັ່ງ ແລະ ອັງກິດ ທີ່ໃຫ້ບໍລິການຮັບໃຊ້ຢູ່ສານໃນ
ແຂວງເກເບັກ ປະເທດການາດາ ມາ ແຕ່ປີ 1979. ທ່ານສຸກຂີງຄຳ ແມ່ນອະດີດລັດຖະ
ກອນກະຊວງແຜນຜັງພັດ ທະນາແຫ່ງພະລາຊະອານາຈັກລາວ ທີ່ຖືກສົ່ງໄປອົບຮົມ
ຝ່າຍກົດໝາຍໃນປີ 1973 ແລະຕົກຄ້າງຢູ່ນະຄອນມົງເຣອານ ຈົນໄດ້ກາຍມາເປັນນາຍ
ພາສາຢູ່ ສານ ເທົ້າເຖິງທຸກວັນນີ້. ການຮັບໃຊ້ສັງຄົມ ຂອງທ່ານ ເປັນມາຢ່າງໃດນັ້ນ
ກິ່ງສະຫວັນ ຈະນຳມາສະເໜີທ່ານ ໃນອັນດັບຕໍ່ໄປ.

please wait

No media source currently available

0:00 0:12:45 0:00

ການໃຊ້ພາສາລາວ ຢູ່ໃນລະບົບສານຕ່າງປະເທດ ມີຄວາມສະຫລັບຊັບ ຊ້ອນຫຼາຍຢ່າງ
ໂດຍສະເພາະ ນາຍພາສາຕ້ອງຮູ້ຈັກຄຳສັບດ້ານກົດໝາຍ ລະບົບກົດໝາຍ ແລະວັດ
ທະນາທຳ ຂອງປະເທດທີ່ກ່ຽວຂ້ອງ. ນອກຈາກນັ້ນອີກ ແລ້ວ ແຕ່ລະພາສາຍັງມີການໃຊ້
ຢູ່ໃນຫຼາຍລະດັບຈາກພາສາພື້ນຖານຂຶ້ນໄປ ຕາມລຳດັບຈົນເຖິງຂັ້ນນັກວິຊາການ.

ບັດນີ້ເຮົາມາກ່າວໂດຍສະເພາະ ກ່ຽວກັບສານຂອງປະເທດການາດາ ບ່ອນທີ່ພາສາຝຣັ່ງ
ໃຊ້ເປັນພາສາລາດຊະການ ແລະກໍຍັງໃຊ້ພາສາອັງກິດໄດ້ເຊັ່ນກັນ ຖ້າຫາກລູກຄວາມ
ຕ້ອງການ. ຢູ່ໃນນະຄອນມົງເຕຣອານ (Montreal) ແຂວງ ເກເບັກ (Quebec) ນີ້ ທ່ານ
ສຸກຂີງຄຳ ປາກດີມຸນິວົງ ຄົນກາດາດາເຊື້ອສາຍ ລາວ ຜູ້ມີຄວາມສາມາດໃນການປາກ
ພາສາລາວ ໄທ ຝຣັ່ງ ແລະອັງກິດ ນັ້ນ ໄດ້ຮັບໃຊ້ເປັນນາຍພາສາຢູ່ສານໃນຂົງເຂດດັ່ງ
ກ່າວ ມາເປັນເວລາກວ່າສີ່ທົດສະວັດແລ້ວ ນັບແຕ່ອົບພະຍົບລາວ ໄດ້ເລີິິ້ມເຂົ້າໄປຕັ້ງ
ຖິ່ນຖານຢູ່ໃນປະເທດ ການາດາ. ທ່ານສຸກຂີງຄຳໄດ້ກ່າວເຖິງການພົວພັນເປັນນາຍ
ພາສາສູ່ ວີໂອເອ ຟັງດັ່ງນີ

please wait

No media source currently available

0:00 0:04:02 0:00
ລິງໂດຍກົງ

ບັນດາລູກຄວາມທີ່ຂຶ້ນສານ ຜູ້ທີ່ທ່ານສຸກຂີງຄຳ ຮັບໃຊ້ປະສານງານກັບທະນາຍຄວາມ
ນັ້ນ ສ່ວນໃຫຍ່ແມ່ນຊາວລາວ ແລະໄທ ທີ່ປະກອບອາຊີບ ຕັ້ງຖິ່ນຖານ ຢູ່ຂົງເຂດນີ້ດັ່ງທີ່
ທ່ານສຸກຂີງຄຳກ່າວສູ່ຟັງວ່າ:

please wait

No media source currently available

0:00 0:00:59 0:00
ລິງໂດຍກົງ

ພາສາຝຣັ່ງ ເປັນນຶ່ງໃນສອງພາສາລາດຊະການ ຂອງປະເທດການາດາແລະພວກທີ່ພາ
ກັນໃຊ້ພາສາຝຣັ່ງຮ້ອງວ່າ ເກເບັກກົວ (Quebecois) ຊຶ່ງທ່ານ ສຸກຂີງຄຳ ໄດ້ອະທິບາຍ
ສູ່ຟັງວ່າ:

please wait

No media source currently available

0:00 0:01:06 0:00


ທ່ານສຸກຂີງຄຳ ປາກດີມຸນິວົງ ແມ່ນອະດີດຂ້າລາດຊະການແຫ່ງພະລາດຊະອານາຈັກ
ລາວທີ່ໄດ້ມາອົບໂຮມຢູ່່ປະເທດການາດາ ແລະໄດ້ຕົກຄ້າງຢູ່ທີ່ນີ້່ ທ່ານໄດ້ ເລົ່າການທີ່
ທ່ານໄດ້ເລີ້ມພົວພັນ ກັບລັດຖະບານການາດາໃນການຊ່ວຍເຫຼືອຊາວ ອົບພະຍົບລາວ
ທີ່ບໍ່ສາມາດປາກພາສາຝຣັ່ງ ແລະອັງກິດ ສູ່ຟັງດັ່ງນີ້:

please wait

No media source currently available

0:00 0:00:57 0:00

ທ່ານສຸກຂີງຄຳ ໃນນາມຜູ້ອະວຸໂສຂອງສັງຄົມລາວການາດາຄົນນຶ່ງ ໃນນະຄອນມົງເຣ
ອານ ກ່າວວ່າ ນັບແຕ່ຊາວລາວໄດ້ເຂົ້າມາຕັ້ງຖິ່ນຖານຢູ່ໃນແຂວງເກເບັກ ໂດຍສະເພາະ
ຢູ່ໃນເຂດເມືອງມົງເຣອານ ຢູ່ໃນປະສົບການຂອງທ່ານແລ້ວ ທ່ານ ບໍ່ສັງເກດເຫັນວ່າ ເຊື້ອ
ສາຍລາວ ມີບັນຫາທີ່ພົວພັນກັບການຝ່າຝືນກົດໝາຍ ທີ່ ຮ້າຍແຮງໃດໆ ເຂົາເຈົ້າພາກັນ
ເປັນພົນລະເມືອງດີ ປະກອບອາຊີບ ແລະ ຕັ້ງ ຖິ່ນຖານເປັນປະຊາຄົມຢ່າງມີຄວາມ
ສະຫງົບສຸກ.

XS
SM
MD
LG