ທ່ານຜູ້ຟັງ ໃນຄໍ່າຄືນນີ້ ທ່ານຈະໄດ້ຟັງເລື້ອງລາວ ຂອງທ່ານສີພອນ ພົງສະຫວັນ ຜູ້ທີ່ໄດ້ເຂົ້າມາຕັ້ງຖິ່ນຖານໃນລັດເວີຈີເນຍ ໃນເບື້ອງຕົ້ນ ແລ້ວກໍໄດ້ຍົກຍ້າຍໄປຢູ່ເມືອງກຣີນສໂບໂຣ ລັດໂຄໂຣໄລນາເໜືອ ບ່ອນທີ່ຄອບຄົວຂອງທ່ານ ໄດ້ຕັ້ງຮ້ານຂາຍເຄື່ອງເອເຊຍ ແລະຮ້ານອາຫານ ມາໄດ້ຫຼາຍປີ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.
ທ່ານສີພອນ ເກີດຢູ່ຄຸ້ມວັດທົ່ງ ແຂວງສະຫວັນນະເຂດ ເມື່ອປີ 1976 ທ່ານມີອາຍຸປະມານ 9 ປີ ຄອບຄົວຂອງເພິ່ນໄດ້ພາກັນຫລົບໜີອອກຈາກລາວ ໄປຝັ່ງໄທ ຊຶ່ງທ່ານເລົ່າໃຫ້ວີໂອເອ ຟັງດັ່ງນີ້:
ເມື່ອມາຕົກຢູ່ທີ່ເມືອງວີລລຽມສເບີກ ຕັ້ງຢູ່ແຄມຝັ່ງອ່າວແຊັສສະພີກ ທາງກ້ຳຕາເວັນອອກ ຂອງລັດເວີຈີເນຍ ຊຶ່ງເມືອງນີ້ ເປັນເມືອງປະ ຫວັດສາດສະໄໝຍຸກອານານິຄົມຂອງອັງກິດ ຈາກປີ 1699 ຫາ 1780 ທ່ານສີພອນ ກ່າວວ່າ ໃນຊ່ວງທີ່ທ່ານມາຕົກຢູ່ເມືອງນີ້ ມີແຕ່ສອງຄອບຄົວລາວ ເທົ່ານັ້ນ ສ່ວນຄອບຄົວຂອງເອື້ອຍເພິ່ນ ກໍອາໄສຢູ່ອີກເມືອງນຶ່ງຕ່າງຫາກ. ທ່ານໄດ້ເລີ້ມເຂົ້າໂຮງຮຽນຊັ້ນມັດທະຍົມປາຍ ຈົນຮຽນຈົບຊັ້ນມັດທະຍົມສົມບູນ ແລ້ວຕໍ່ມາໃນປີ 1988 ຄອບຄົວຂອງເພິ່ນ ກໍໄດ້ຍົກຍ້າຍໄປເມືອງມໍແກນຕັນ ລັດຄາໂຣໄລນາເໜືອ ຊຶ່ງເປັນເມືອງນ້ອຍ ແລະທ່ານເລົ່າໃຫ້ຟັງວ່າ:
ໃນລະຫວ່າງອາໄສຢູ່ໃນເມືອງມໍແກນຕັນ ຢູ່ນັ້ນ ທ່ານສີພອນ ກໍໄດ້ເຂົ້າໄປວຽກຢູ່ຜະລິໂຮງງານຜະລິດເຄື່ອງເຮືອນ ຫຼື ເຟີນີເຈີ ເປັນເວລາປີກວ່າ ແລ້ວຄອບຄົວຂອງທ່ານ ກໍໄດ້ພາກັນຍົກຍ້າຍອີກຄັ້ງນຶ່ງ ໄປຢູ່ເມືອງໃກ້ຄຽງ ຊຶ່ງທ່ານໄດ້ກ່າວໃຫ້ຟັງດັ່ງນີ້:
ໃນຊຸມປີ 1990 ທ່ານສີພອນ ກ່າວວ່າ ຢູ່ກຣີນສໂບໂຣ ວັດລາວຍັງບໍ່ທັນມີເທື່ອ ແຕ່ມີວັດແຫ່ງນຶ່ງ ທີ່ໄດ້ສ້າງຕັ້ງຂຶ້ນມາ ໂດຍພະອາຈານຊູສັກ ທີ່ເວົ້າໄດ້ທັງພາສາລາວ ໄທ ແລະຂະເໝນ ຊຶ່ງວັດແຫ່ງນີ້ຕັ້ງຂຶ້ນມາຕັ້ງແຕ່ປີ 1980. ສ່ວນຕະຫຼາດຂາຍເຄື່ອງເອເຊຍ ຂອງທ່ານສີພອນ ກໍມີລູກຄ້າຊາວເອເຊຍ ມາອຸດໜຸນເພີ້ມຫຼາຍຂຶ້ນ ຊຶ່ງທ່ານໄດ້ເລົ່າໃຫ້ຟັງຕໍ່ໄປນີ້ວ່າ:
ທ່ານສີພອນ ເລົ່າໃຫ້ຟັງຕື່ມອີກວ່າ ໃນຊ່ວງທີ່ເລີ້ມເຮັດທຸລະກິດຮ້ານຂາຍເຄື່ອງມາຢູ່ນັ້ນ ເພິ່ນກໍພະຍາຍາມລົງທຶນໃນທຸລະກິດ ຮ້ານອາຫານຕື່ມ ໃນຂະນະດຽວກັນ ກໍໄດ້ອົນທົນສູ້ຊົນກັບໂຣກໝາກໄຂ່ຫຼັງມາຕະຫຼອດ ແລ້ວກໍໄດ້ເມືອລາວ ສ້າງຄອບຄົວ ຊຶ່ງທ່ານກ່າວໃຫ້ຟັງດັ່ງນີ້:
ນັບຕັ້ງແຕ່ໄດ້ປິດທຸລະກິດທັງໝົດເມື່ອປີ 2014 ໃນປັດຈຸບັນນີ້ ທ່ານສີພອນ ຕ້ອງໄດ້ໄປໂຮງໝໍເພື່ອຟອກເລືອດ 3 ຄັ້ງຕໍ່ອາທິດ ຊຶ່ງທ່ານໄດ້ປະຕິບັດເປັນປະຈຳ ມາໄດ້ຫຼາຍປີແລ້ວ ແລະແນ່ນອນເລື້ອງຄ່າໃຊ້ຈ່າຍໃນການປິ່ນປົວຕ່າງໆນັ້ນ ກໍຕ້ອງມີລາຄາແພງຫຼາຍ ຊຶ່ງທ່ານໄດ້ອະທິບາຍໃຫ້ຟັງດັ່ງນີ້:
ເຖິງແມ່ນວ່າ ທ່ານຈະຕ້ອງໄປໂຮງໝໍເປັນປະຈຳ ທ່ານສີພອນ ກໍຫາເວລາໄປຊ່ອຍເຫຼືອພີ່ນ້ອງຊາວລາວ ຜູ້ສູງອາຍຸທີ່ຕ້ອງການໃຫ້ເບິ່ງເອກະສານຕ່າງໆຂອງທາງການ ແລະທ່ານຍັງໃຫ້ຄຳແນະນຳພວກເພິ່ນກ່ຽວກັບການຂໍທຶນຊ່ອຍເຫຼືອຈາກລັດຖະບານ ສຳລັບພວກຄົນຜູ້ເຖົ້າທີ່ມີລາຍໄດ້ຕ່ຳ ແລະຍັງອາສາເປັນຄະນະກຳມະການໃຫ້ວັດລາວ ໃນເມືອງກຣີນສໂບໂຣ ຕະຫຼອດມາຈົນເຖິງປັດຈຸບັນນີ້ ແລະຊາວລາວ ຈາກຕ່າງລັດ ໄດ້ຍ້າຍມາຢູ່ເມືອງນີ້ຫຼາຍຂຶ້ນ ແລະດຽວນີ້ ມີວັດລາວສອງແຫ່ງ ຊຶ່ງທ່ານກ່າວໃຫ້ຟັງວ່າ:
ນອກຈາກນັ້ນ ພວກຜູ້ເຖົ້າໃນເມືອງຫຼາຍກວ່າ 30 ຄົນ ພ້ອມທັງພະອາຈານຢູ່ວັດໃກ້ຄຽງ ກໍຍັງໂທລະສັບມາປຶກສາຫາລືກັບທ່ານ ໃນເລື້ອງຕ່າງໆນຳດ້ວຍ.
ໄຊຈະເລີນສຸກ ວີໂອເອ
ທີ່ທ່ານໄດ້ຮັບຟັງຜ່ານໄປນັ້ນ ເປັນການສຳພາດກັບທ່ານສີພອນ ພົງສະຫວັນ ທີ່ອາໄສຢູ່ໃນເມືອງກຣີນສໂບໂຣ ລັດຄາໂຣໄລນາເໜືອ ຊຶ່ງທ່ານໄດ້ດຳເນີນທຸລະກິດ ຮ້ານຂາຍເຄື່ອງ ແລະຮ້ານອາຫານ ມາຍາວນານແລະໃນປັດຈຸບັນນີ້ ຍ້ອນ ທ່ານມີໂຣກປະຈຳໂຕ ຈຶ່ງຕ້ອງໄດ້ປະວາງທຸລະກິດຂອງທ່ານ ມາພົບກັບພວກເຮົາໄດ້ອີກ ໃນລາຍການຊຸມຊົນຊາວລາວ ໃນທະວີບອາເມຣິກາ ອາທິດໜ້າເວລາດຽວກັນນີ້.