ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ແສງ​ດີ ມິດຕິ​ກອນ ​ຜູ້​ຊ່ຽວ​ຊານ ຕັດ​ຫຍ້າ​ເດີ່ນ​ບ້ານ ແລະ​ບໍ​ລິ​ສັດ​ຮ້ານ​ຄ້າ​ຕ່າງໆ


ທ່ານ​ແສງ​ດີ ມິ​ດ​ຕິ​ກອນ ​ຜຸ້​​ຊ່ຽວ​ຊານຕັດ​ຫຍ້າ​ ແລະຮັກ​ສາ​ບົວ​ລະ​ບັດ​ເດີ່ນ​ຫຍ້າ​ໃຫ້​ສວຍ​ງາມ.
ທ່ານ​ແສງ​ດີ ມິ​ດ​ຕິ​ກອນ ​ຜຸ້​​ຊ່ຽວ​ຊານຕັດ​ຫຍ້າ​ ແລະຮັກ​ສາ​ບົວ​ລະ​ບັດ​ເດີ່ນ​ຫຍ້າ​ໃຫ້​ສວຍ​ງາມ.

ສະ​ບາຍ​ດີ ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ ໃນລາຍການ​ຊີວິດ​ຊາວ​ລາວຂອງ ວີ​ໂອ​ເອ ​ປະ​ຈຳ​ແລງ
ວັນ​ພະ​ຫັດມື້​ນີ້ ເຮົາຈະພາ​ທ່ານຜູ້​ຟັງໄປ​ພົບກັບ ​ທ່ານແສງ​ດີ ມິດ​ຕິກອນ ​ຊຶ່ງຕັ້ງ​ຖິ່ນ​
ຖານ​ຢູ່​ລັດ​ຄາ​ລີ​ຟໍ​ເນຍ ທ່ານ​ມີອາ​ຊີບ​ຕັດ​ຫ​ຍ້າ ແລະເຮັດ​ທີ່ໆ​ໜ້າ​ສົນ​ໃຈ ຫຼາຍໆຢ່າງ​.
ການ​ຕັດ​ຫຍ້າ​ເປັນ​ວຽກ​ປະ​ຈຳລະ​ດູ​ການ ຫາ​ເງິນ​ໄດ້​ງ່າຍ ​ຕ້ອງ​ມີ​ຝີ​ມືດີເປັນ​ພິ​ເສດ ແລະ
​ບົວ​ລະ​ບັດເດີ່ນ​ຫຍ້າ​ໃຫ້ເປັນ​ທີ່ຖືກ​ໃຈ​ພວກລູກ​ຄ້າ​ ຊຶ່ງ ກິ່ງ​ສະຫວັນ ຈະ​ນຳ​ມາເອົາ​ການ
​ສຳ​ພາດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບຕໍ່​ໄປ.​


ທຸກໆ​ໜ້າ​ທີ່ວຽກ​ງານມີ​ຄວາມ​ສຳ​ຄັນ ​ປະ​ກອບ​ຢູ່​ໃນ​ພາກສ່ວນດຳ​ລົງ​ຊີ​ວິດໃນແຕ່​ລະ​
ວັນ. ເພາະ​ສະ​ນັ້ນ ມື້​ນີ້​ເຮົາ​ຈະ​ນຳ​ເອົາ​ການ​ສຳ​ພາດ​ກັບທ່ານແສງ​ດີ ມິດ​ຕິ​ກອນ ຜູ້​ຊ່ຽວ
​ຊານດ້ານ​ຕັດຫ​ຍ້າ​ເດີ່ນ​ບ້ານ ​ແລະເດີ່ນບໍ​ລິ​ສັດຮ້ານ​ຄ້າ​ຕ່າງ​ໆ ມາ​ເລົ່າສູ່​ທ່ານ​ຟັງ. ຊາວ​
ອາ​ເມ​ຣິ​ກັນ ມີ​ປະ​ເພ​ນີ​ປູກຫຍ້າ​ໃຫ້ສວຍງາມ ເຫັນແລ້ວສະ​ອາດ​ຕາ​ ແລະ​ສະ​ຫງົບ​ຈິດ
​ໃຈ. ເພາະ​ສະ​ນັ້ນ ເດີ່ນ​ຫຍ້າ​ເຫລົ່າ​ນີ້​ຕ້ອງໄດ້ບົວ​ລະ​ບັດ​ໃຫ້​ຂຽວ​ງາ​ມດີເປັນ​ພິ​ເສດ ຕ້ອງ​
ໄດ້ໃສ່​ປຸຍ​ຫົດໃຫ້​ງາມ ​ສີດຢາ​ປ້ອງ​ກັນ​ແມງ​ ຫົດ​ນ້ຳ​ໃຫ້​ສະ​ໜ່ຳ​ສະ​ເໜີ ໂດຍ​ສະ​ເພາະ
​ຢ່າງ​ຍິ່ງກໍຄື ຕ້ອງ​ຮັກ​ສາ​ບໍ່​ໃຫ້ຫຍ້າສູງ​ເກີນ​ໄປ ເພື່ອ​ຄວາມ​ສວຍ​ງາມ​.


ນີ້​ແມ່ນ​ໜ້າ​ທີ່​ຂອງຜູ້​ຊ່ຽວ​ຊານຕັດ​ຫຍ້າ ທີ່ເຂົ້າ​ມາ​ຮັບ​ໃຊ້​ບໍ​ລິ​ການເຈົ້າ​ຂອງ​ບ້ານ. ຄົນ​
ຕັດ​ຫຍ້າ​ຊັ້ນ​ອາ​ຊີບຕ້ອງໄດ້​ຜ່ານ​ການຮຽນຮູ້​ກ່ຽວ​ກັບ​ເທັກ​ນິກ​ການໃຊ້ອຸບ​ປະ​ກອນ​
ຮູ້​ຈັກ​ສະ​ພາບໜ້າ​ດິນ ບ່ອນ​ຫລຸບ ​ບ່ອນ​ໂນນ ບ່ອນ​ຕ່ຳ ບ່ອນ​ສູງ ແລະ​ຕັດຫຍ້າ​ໃຫ້​ສູງ
​ຕ່ຳຕາມ​ຄວາມ​ຕ້ອງ​ການ​ຂອງ​ເຈົ້າ​ຂອງບ້ານ. ​ວຽກ​ຕັດ​ຫຍ້າເປັນ​ວຽກ​ທີ່ໄດ້​ເງິນ​ດີ ແລະ
ຈ່າຍເງິນ​ສົດ ຊຶ່ງ​ທ່ານ​ແສງ​ດີ ​ກ່າ​ວ​ສູ່ ວີ​ໂອ​ເອ ຟັ​ງ​ດັ່ງ​ນີ້:

ທ່ານ​ແສງ​ດີ ໄດ້​ສະ​ແດງ​ຝີ​ມື​ຕັດ​ຫຍ້າ ໃຫ້​ບ້າ​ນໃກ້​ເຮືອນ​ຄຽງໄດ້ເຫັນ​ເປັນຕົວ​ຢ່າງ ຢ່າງ
ພໍ​ອົກ​ພໍ​ໃຈ ໂດຍ​ທີ່ທ່ານບໍ່ຈຳ​ເປັນ​ຕ້ອງ​ໄດ້​ໄປໂຄ​ສະ​ນາ ແລະເ​ຄາະ​ປະ​ຕູ​ຖາມ​ ຊຶ່ງ​ທ່ານ​
ໄດ້​ກ່າວ​ເຖິງ​ຕອນ​ນີ້​ວ່າ:

​ລະ​ດູຕັດ​ຫຍ້າ​ຈະສິ້ນ​ສຸດ​ລົງເວ​ລ​າລະ​ດູ​ໃບ​ໄມ້​ຫລົ່ນມາ​ເຖິງຄື​ໃນ​ເດືອນ​ກັນ​ຍາ ຫຼັງ​
ຈາກ​ນັ້ນ ທ່ານ​ແສງ​ດີ​ກໍ​ໄດ້ຊອກເຮັດວຽກ​ຢ່າງອື່ນ ເຊັ່ນວ່າ ເຮັດວຽກຢູ່​ຕາມ​ໂຮງ​ຈັກ
​ໂຮງ​ງານ ເຮັດ​ຮົ້ວ​ເຮັດ​ສວນເຫລົ່າ​ນີ້​ເປັນ​ຕົ້ນ​ ຊຶ່ງທ່ານ​ແສງ​ດີ ໄດ້​ກ່າວ​ກ່ຽວ​ກັບ​ເລື້ອງ
ນີ້ວ່າ:

ທ່ານ​ແສງ​ດີ ໄດ້​ກ່າວ​ມ້ວນ​ທ້າຍ​ກ່ຽວ​ກັບຊີ​ວິດ ກ່ອນ​ທີ່ທ່ານ​ໄດ້​ມາ​ຕົກ​ຢູ່​ໃນ ສະ​ລັດ
​ສູ່​ຟັງ​ດັ່ງ​ນີ້:

​ນັ້ນ​ແມ່ນໂຕຢ່າງນຶ່ງຂອງ​ການ​ປະ​ກອບ​ວິ​ຊາ​ອາ​ຊີບ ທີ່​ມີ​ຄວາມສື່​ສັດ​ຢູ່​ໃນ​ ສະ​ຫະ​
ລັດອາ​ເມ​ຣິ​ກາ.

XS
SM
MD
LG