ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ສະເພົາທອງ ກໍມະນີ ອະດີດນາຍຕຳຫຼວດ ຈາກເມືອງໂພນທອງ ແຂວງຈຳປາສັກ ອົບພະຍົມມາຕັ້ງຖິ່ນຖານ ໃນສະຫະລັດ ຕັ້ງແຕ່ປີ 1979


ທ່ານສະເພົາທອງ ກໍມະນີ ໄປຮ່ວມງານລ້ຽງໃນເມືອງບັບຟາໂລ ລັດນິວຢອກ
ທ່ານສະເພົາທອງ ກໍມະນີ ໄປຮ່ວມງານລ້ຽງໃນເມືອງບັບຟາໂລ ລັດນິວຢອກ

ໃນລາຍການຊຸມຊົນຊາວລາວໃນທະວີບອາເມຣິກາ ຂອງວີໂອເອພາກພາສາລາວ ສຳລັບແລງວັນອາທິດມື້ນີ້ ທ່ານຈະໄດ້ຟັງການສຳພາດກັບນາຍຕຳ ຫຼວດຈາກເມືອງໂພນທອງ ແຂວງຈຳປາສັກ ຜູ້ທີ່ໄດ້ອົບພະຍົບມາຕັ້ງຖິ່ນຖານຢູໃນ ສະຫະລັດ ຕັ້ງແຕ່ປີ 1979 ແລະທ່ານໄດ້ເຂົ້າມາຢູ່ໃນເຂດໃດນັ້ນ ຂໍເຊີນຮັບຟັງການສຳພາດ ຂອງໄຊຈະເລີນສຸກ ໄດ້ ໃນອັນດັບຕໍ່ໄປ.

ສະບາຍດີທ່ານຜູ້ຟັງທີ່ເຄົາລົບ ໃນຄຳຄືນນີ້ ຂ້າພະເຈົ້າຈະນຳທ່ານໄປຟັງເລື້ອງລາວ ຂອງອະດີດນາຍຕຳຫຼວດແຫ່ງຣາຊະອານາຈັກລາວ ຜູ້ທີ່ໄດ້ອົບພະຍົບເຂົ້າມາຕັ້ງຖິ່ນຖານໃໝ່ໃນສະຫະລັດ ຕັ້ງແຕ່ປີ 1979. ເພິ່ນໄດ້ອາໄສຢູ່ໃນສາມລັດຄື ລັດເວີຈີເນຍ ລັດນິວຢອກ ແລະລັດມິນເນໂຊຕ້າ ເພິ່ນເປັນຜູ້ອະວຸໂສທ່ານນຶ່ງທີ່ໄດ້ເປັນຄູສອນພາສາອັງກິດໃຫ້ແກ່ຊາວອົບພະຍົບຈາກລາວ ແລະຈາກປະເທດອື່ນໆ ຜູ້ທີ່ເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນສະຫະລັດຕາມທີຫຼັງ ຂໍເຊີນທ່ານພົບກັບເພິ່ນໄດ້ໃນອັນດັບຕໍ່ໄປ:

ລິງໂດຍກົງ

ໃນເບື້ອງຕົ້ນ ທ່ານສະເພົາທອງ ອາໄສຢູ່ໃນເມືອງ ອາເລັກແຊນເດຣຍ ແລະເມືອງຟອລສ໌ເຊີດ ລັດເວີຈີເນຍ ໄດ້ບໍ່ດົນຊຶ່ງໃນລະຫວ່າງນັ້ນ ເປັນຊ່ວງໄລຍະຂອງການປັບໂຕເຂົ້າກັບສະພາບແວດລ້ອມໃໝ່. ແຕ່ສຳລັບທ່ານສະເພົາາທອງແລ້ວ ມັນກໍບໍ່ໄດ້ໃຊ້ເວລາດົນເລີຍ ເພາະວ່າ ເພິ່ນເຄີຍມາຮ່ຳຮຽນຢູ່ໃນສະຫະ ລັດສອງເທື່ອ ເປັນເວລາຫຼາຍເດືອນ ໃນລະຫວ່າງທີ່ເປັນນາຍຕຳຫຼວດຢູ່ລາວ. ສະນັ້ນໃນໄລຍະອາໄສຢູ່ໃນລັດເວີຈີເນຍຈາກປີ 1979 ຫາ 1980 ທ່ານເຮັດວຽກແປພາສາແລະຊ່ອຍຊາວອົບພະຍົບທີ່ມານຳຫຼັງ ນອກນັ້ນທ່ານຍັງໄປເຮັດວຽກຕື່ມຢູ່ໂຮງແຮມ Four Season ໃນຕອນກາງຄືນ. ໃນຊ່ວງນີ້ຊາວລາວທີ່ອາໄສຢູ່ໃນລັດເວີຈີເນຍກໍບໍ່ຄ່ອຍມີຫຼາຍ ຕົກມາທ້າຍປີ 1980 ທ່ານໄດ້ສະໝັກງານໃໝ່ດັ່ງທີ່ທ່ານເລົ່າໃຫ້ຟັງວ່າ:

ໃນໄລຍະການດຳລົງຊີວິດເປັນນາຍຄູສອນພາສາຢູ່ໃນເມືອງບັບຟາໂລ ລັດນິວຢອກມາເປັນເວລາຫຼາຍກວ່າຊາວປີ ຈົນໄດ້ອອກກິນເບ້ຍບຳນານ ຊຸມຊົນຊາວລາວທີ່ອົບພະຍົບເຂົ້າມາຕັ້ງຖິ່ນຖານໃໝ່ຢູ່ໃນເມືອງບັບຟາໂລ ໃນໄລຍະນັ້ນກໍບໍ່ຄ່ອຍຫຼາຍຄືກັບເມືອງອື່ນໆ ດັ່ງທີ່ທ່ານໄດ້ກ່າວໃຫ້ຟັງວ່າ:

ສາເຫດນຶ່ງທີ່ຄົນລາວ ບໍ່ມັກໄປຕັ້ງຖິ່ນຖານຢູ່ໃນເມືອງບັບຟາໂລ ກໍອາດຈະເປັນຍ້ອນສະພາບດິນຟ້າອາກາດຂອງເຂດດັ່ງກ່າວນັ້ນ ເພາະວ່າມີຫິມະຕົກໜັກເປັນປະຈຳໃນລະດູໜາວ ກໍເປັນໄດ້ ດັ່ງທີ່ທ່ານສະເພົາທອງ ໄດ້ກ່າວເຖິງສະພາບອາກາດໃນເມືອງບັບຟາໂລດັ່ງນີ້:

ເມື່ອຊຸມຊົນຊາວລາວທີ່ນັບຖືສາສະໜາພຸດ ຢູ່ໃນເມືອງບັບຟາໂລ ບໍ່ມີຫຼາຍ ຈຶ່ງອາດເປັນສາເຫດເຮັດໃຫ້ເມືອງບັບຟາໂລ ບໍ່ມີວັດລາວ ແຕ່ວ່າຢູ່ເມືອງໃກ້ຄຽງເຊັ່ນເມືອງຣໍແຊັສເຕີ້ ທີ່ມີຄົນລາວອາໄສຢູ່ຫຼາຍກວ່ານັ້ນ ກໍມີວັດລາວດັ່ງທີ່ ທ່ານສະເພົາທອງ ກ່າວໃຫ້ຟັງວ່າ:

ແຕ່ຈຸດເດັ່ນຂອງເມືອງບັບຟາໂລ ກໍມີສະຖານທີ່ແຫ່ງນຶ່ງທີ່ມີຊື່ສຽງໂດ່ງດັງໄປທົ່ວໂລກ ກໍຄືນ້ຳຕົກ Niagara Falls ຊຶ່ງທ່ານສະເພົາທອງ ໄດ້ກ່າວເຖິງຄວາມງາມຂອງນ້ຳຕົກແຫ່ງນີ້ວ່າ:

ສ່ວນການຈັດຕັ້ງຄົບຫາສະມາຄົມຢູ່ໃນເມືອງບັບຟາໂລນັ້ນ ທ່ານສະເພົາທອງ ກໍເປັນຜູ້ນຶ່ງທີ່ມີບົດບາດສຳຄັນໃນການເຄື່ອນໄຫວຕິດຕໍ່ພົວພັນກັບຊຸມຊົນຊາວລາວໃນຂົງເຂດໃກ້ຄຽງເມືອງບັບຟາໂລ ຊຶ່ງທ່ານເລົ່າໃຫ້ຟັງວ່າ:

ລິງໂດຍກົງ

ຫຼັງຈາກໄດ້ອອກກິນເບ້ຍບຳນານແລ້ວໃນປີ 2004 ທ່ານສະເພົາທອງພ້ອມດ້ວຍຄອບຄົວຈຶ່ງຍົກຍ້າຍໄປຢູ່ເມືອງ ແອລຄ໌ ຣີເວີ້ (Elk River) ລັດມິນເນໂຊຕ້າ ໃນປີ 2006 ຈົນເຖິງປັດຈຸບັນນີ້ ສຳລັບສາເຫດທີ່ທ່ານຍົກຍ້າຍໄປຢູ່ລັດມິນເນໂຊຕ້ານັ້ນ ທ່ານໄດ້ອະທິບາຍໃຫ້ຟັງດັ່ງນີ້:

ຢູ່ໃນເຂດເມືອງທີ່ທ່ານອາໄສຢູ່ໃນປັດຈຸບັນນີ້ ມີຊຸມຊົນຊາວລາວຫຼວງຫຼາຍໂດຍສະເພາະຊາວລາວເຜົ່າມົ້ງແລະລາວລຸມ ຊຶ່ງທ່ານໄດ້ກ່າວສູ່ຟັງວ່າ:

ນອກຈາກນັ້ນແລ້ວທ່ານສະເພົາທອງ ຍັງກ່າວອີກວ່າ ໃນເຂດເມືອງແອລຄ໌ ຣີເວີ້ ມີວັດລາວຢູ່ສາມແຫ່ງ ແລະມີຫຼາກຫຼາຍສະມາຄົມ ຊຶ່ງທ່ານເອງກໍເປັນຜູ້ອຳ ນວຍການຂອງອົງການ ສະມາຄົມສາມັກຄີອະວຸໂສລາວອາເມຣິກັນ ທີ່ທ່ານໄດ້ຕັ້ງຂຶ້ນໃນປີ 2012. ທ່ານສະເພົາທອງ ຍັງໄດ້ມີຜົນງານໃນການຜະລິດພົດຈະນານຸກົມສັບກົດໝາຍ ອັງກິດ-ລາວ ຂຶ້ນມາເພື່ອໃຫ້ຊາວລາວໄດ້ຊື້ໄປນ້ຳໃຊ້ ແລະໄດ້ຂຽນປຶ້ມກ່ຽວກັບປະສົບການຂອງຊີວິດທ່ານ ຊື່ວ່າ “ອົ້ງເລັບຍົມພະບານແດງ” ທ່ານໃດສົນໃຈ ກໍຕິດຕໍ່ຫາທ່ານໂດຍກົງໄດ້.

ທ່ານສະເພົາທອງ ກໍມະນີ ຜະລິດພົດຈະນານຸກົມສັບກົດໝາຍ ແລະຂຽນປຶ້ມກ່ຽວກັບປະສົບການໃນຊີວິດຂອງທ່ານ
ທ່ານສະເພົາທອງ ກໍມະນີ ຜະລິດພົດຈະນານຸກົມສັບກົດໝາຍ ແລະຂຽນປຶ້ມກ່ຽວກັບປະສົບການໃນຊີວິດຂອງທ່ານ

ທີ່ທ່ານໄດ້ຟັງຜ່ານໄປນັ້ນ ແມ່ນການສຳພາດກັບທ່ານສະເພົາທອງ ກໍມະນີ ຜູ້ທີ່ໄດ້ໃຊ້ຊີວິດເປັນນາຍຄູສອນພາສາອັງກິດ ໃຫ້ແກ່ຊາວອົບພະຍົບຕ່າງປະເທດທີ່ໄດ້ເຂົ້າມາຕັ້ງຖິ່ນຖານໃໝ່ ຢູ່ໃນສະຫະລັດ ໃນຊຸມປີ 1980 ຫາ 2004 ທັງຍັງໄດ້ຜະລິດປຶ້ມພົດຈະນານຸກົມສັບກົດໝາຍ ແລະຂຽນປຶ້ມກ່ຽວກັບປະສົບການຕົວຈິງຂອງທ່ານນຳດ້ວຍ ມາພົບກັບລາຍການຊຸມຊົນຊາວລາວ ໃນທະວີບອາເມຣິການຂອງພວກເຮົາໄດ້ອີກ ໃນວັນອາທິດໜ້າເວລາດຽວກັນນີ້.

XS
SM
MD
LG